ສະຕິພັກຕັດສິນຊີ້ຂາດແບບແຜນຂອງພັກ. ທ່ານເສີງປາວຮວຍ ເຈົ້າເມືອງເມືອງເຈີ້ງຕິ້ງໃນເວລານັ້ນເວົ້າວ່າ, “ຫຼັງຈາກສະຫາຍສີຈິ້ນຜິງດຳລົງຕຳແໜ່ງເປັນການນຳຂອງເມືອງເຈີ້ງຕິ້ງແລ້ວ, ໄດ້ເນັ້ນການເພີ່ມທະວີການສຶກສາອົບຮົມສະຕິພັກຂອງພະນັກງານພັກເປັນພິເສດ.” ທ່ານສີຈິ້ນຜິງຮຽກຮ້ອງໃຫ້ອົງການພັກທຸກຂັ້ນດຳເນີນ “3 ກອງປະຊຸມ 1 ການຮຽນ”ເປັນຢ່າງດີ, ( 3 ກອງປະຊຸມຄື, ຈັດກອງປະຊຸມໜ່ວຍພັກ, ກອງປະຊຸມຄະນະປະຈຳໜ່ວຍພັກ ແລະ ກອງປະຊຸມຈຸພັກຢ່າງເປັນປະຈຳ, 1 ການຮຽນ ຄື ຮຽນທິດສະດີຂອງພັກ), ເພື່ອແກ້ໄຂບັນຫາການດຳເນີນຊີວິດການເມືອງຂອງຄະນະນຳເອງບໍ່ໄດ້ເຮັດເປັນປົກກະຕິ, ບໍ່ເຂັ້ມງວດ ຂາດຄວາມສາມັກຄີ ແລະ ອ່ອນແອ. ທ່ານຮຽກຮ້ອງໃຫ້ສະມາຊິກພັກຕ້ອງສົມທຽບກັບຄວາມຮຽກຮ້ອງໃນກົດລະບຽບຂອງພັກ, ສົມທຽບກັບສະມາຊິກພັກຜູ້ດີເດັ່ນ ວິລະຊົນ ແລະ ບຸກຄົນແບບຢ່າງ, ສົມທຽບກັບຄຳສາບານເຂົ້າເປັນສະມາຊິກພັກກອມມູນິດຈີນ, ເພື່ອສັງເກດຕົນເອງວ່າມີຂໍ້ບົກຜ່ອງ ແລະ ຈຸດອ່ອນຫຍັງໃນດ້ານແນວຄິດ ແລະ ການກະທຳ.
ເຖິງວ່າເວລາຜ່ານໄປ 30 ກວ່າປີແລ້ວກໍຕາມ, ທ່ານຢາງຣຸ້ຍໄບທີ່ເປັນຫົວໜ້າພະແນກການເງິນເມືອງເຈີ້ງຕິງໃນເວລານັ້ນຍັງຈື່ໄດ້ຢ່າງລະອຽດວ່າ: ເພື່ອເພີ່ມທະວີການສຶກສາອົບຮົມໃຫ້ແກ່ພະນັກງານພັກ, ທ່ານສີຈິ້ນຜິງເຄີຍຈັດການສອບເສັງຕໍ່ພະນັກງານການນຳຂັ້ນຕາແສງໃນທົ່ວເມືອງມາຫຼາຍເທື່ອ. ກ່ອນການສອບເສັງ, ຫ້ອງການຄະນະພັກເມືອງເຈີ້ງຕິ້ງໄດ້ອອກແຈ້ງການເຖິງຜູ້ຮັບຜິດຊອບສູງສຸດຂອງຕາແສງຕ່າງໆ ແລະ ຫົວໜ່ວຍກົງຈັກທີ່ສັງກັດເມືອງໂດຍກົງໄປກ່ອນເພື່ອຮັບຊາບເນື້ອໃນຂອງການສອບເສັງ, ແລະໃຫ້ຄົນທັງຫຼາຍຮຽນດ້ວຍຕົນເອງ. ຫຼັງຈາກນັ້ນເລືອກເອົາມື້ໃດມື້ໜຶ່ງເພື່ອເຕົ້າໂຮມທຸກຄົນຢູ່ໃນຫ້ອງປະຊຸມຂອງຄະນະພັກເມືອງເພື່ອຈັດການສອບເສັງ.
ທ່ານຢາງຣຸ້ຍໄບເວົ້າວ່າ: “ສະຫາຍສີຈິ້ນຜິງກຳນົດຫົວຂໍ້ສອບເສັງດ້ວຍຕົນເອງ. ຫຼັງຈາກສອບເສັງແລ້ວ, ທ່ານກໍໄດ້ກວດເອງ, ແຕ່ບໍ່ໄດ້ໃຫ້ຄະແນນ, ແລະກໍບໍ່ໄດ້ແຈ້ງຄະແນນ, ຫາກແມ່ນຈັດກອງປະຊຸມສະເພາະເພື່ອບັນລະຍາຍໂດຍແນໃສ່ແກ້ໄຂບັນຫາທີ່ສະແດງໃຫ້ເຫັນໃນຄຳຕອບທີ່ຂຽນໄວ້ໃນໃບສອບເສັງ. ຄົນທັງຫຼາຍຮູ້ສຶກວ່າວິທີນີ້ມີປະສິດທິຜົນຫຼາຍ.”
ທ່ານກ່າວເຜີຍສີ, ຫົວໜ້າໜ່ວຍສື່ສານຄະນະໂຄສະນາຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນກ່າວວ່າ, “ປະກົດການຫຍໍ້ທໍ້ມີຮູບແບບຕ່າງກັນໃນໄລຍະຕ່າງໆ.” ໃນຕອນນັ້ນ, ບັນຫາຕົ້ນຕໍທີ່ປະຊາຊົນມີຫາງສຽງຮຸນແຮງທີ່ສຸດມີ 3 ຢ່າງ, ຄື: ພະນັກງານການນຳຂອງລັດປຸກເຮືອນ ແລະ ແບ່ງເຮືອນນະໂຍບາຍຢ່າງຜິດລະບຽບການ, ການກະທຳຜິດລະບຽບການໂດຍ “ຫັນສຳມະໂນຄົວຈາກຊົນນະບົດເຂົ້າຕົວເມືອງ” ແລະຮັບສະໝັກແຮງງານ, ຈັດສັນຕຳແໜ່ງງານໃຫ້ແກ່ລູກຫຼານ ຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງຕົນແບບຜິດລະບຽບການ.
ວັນທີ 3 ທັນວາ ປີ1983, ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມສະພາປະຊາຊົນເມືອງເຈີ້ງຕິ້ງຊຸດທີ 7
ໂດຍແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ເຫຼົ່ານີ້ທີ່ເກີດຂຶ້ນພາຍໃນພັກ, ທ່ານສີຈິ້ນຜິງໄດ້ເນັ້ນມາຫຼາຍເທື່ອແລ້ວວ່າ, “ພະນັກງານການນຳຕ້ອງນຳໜ້າຄັດຄ້ານ ແລະ ແກ້ໄຂແບບແຜນຫຍໍ້ທໍ້, ເມື່ອພົບບັນຫາແລ້ວຕ້ອງກ້າຄຸ້ມຄອງ ກ້າແກ້ໄຂ ແລະ ກ້າສູ້ກັບບັນຫາຫຍຸ້ງຍາກ”.
ໃນກອງປະຊຸມເລຂາຄະນະພັກ ແລະ ຕາແສງ ທົ່ວເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງໄດ້ກ່າວດ້ວຍຄວາມເຄັ່ງຂຶມວ່າ: “ເດັດຂາດຫ້າມບໍ່ໃຫ້ຜູ້ມີການກະທຳຜິດໄດ້ປຽບແມ່ນແຕ່ໜ້ອຍດຽວ. ເຮັດແນວນີ້ ຈຶ່ງຈະສາມາດກຳຈັດປະກົດການຫຍໍ້ທໍ້ແບບໃໝ່, ເຮັດໃຫ້ການປະຕິບັດຕາມລະບຽບການໄດ້ຢ່າງເຄັ່ງຄັດ.”
“ບົດລາຍງານສະພາບໂດຍຫຍໍ້” ສະບັບວັນທີ 9 ຕຸລາ ປີ1984 ຂອງຄະນະພັກເມືອງເຈີ້ງຕິ້ງບັນທຶກໄວ້ວ່າ: “ໜ່ວຍພັກພະແນກປ່າໄມ້ເມືອງປຸກເຮືອນ ແລະແບ່ງເຮືອນຢ່າງຜິດລະບຽບວິໄນ, ສະຫາຍສີຈິ້ນຜິງເລຂາຄະນະພັກເມືອງໄດ້ລົງກວດກາຢູ່ພາກສະໜາມ, ແລະຕົກລົງລົງວິໄນຢ່າງເຂັ້ມງວດຢູ່ກັບທີ່, ທັງອອກແຈ້ງການໃຫ້ທົ່ວເມືອງ, ເຮັດໃຫ້ບັນຫານີ້ໄດ້ຮັບການແກ້ໄຂຢ່າງວ່ອງໄວ.” ບົດລາຍງານສະບັບນີ້ຍັງລະບຸວ່າ, ພາຍໃນເວລາ 10 ເດືອນ, ຄະນະກວດກາວິໄນເມືອງເຈີ້ງຕິ້ງໄດ້ດັດແກ້ບັນຫາທີ່ປຸກເຮືອນ ແລະ ແບ່ງເຮືອນຢ່າງຜິດລະບຽບການ 8 ເທື່ອ, ທັງໄດ້ລາຍງານຕໍ່ຄະນະປະຈຳຄະນະພັກເມືອງ, ຄະນະປະຈຳຄະນະພັກເມືອງໄດ້ປຶກສາຄົ້ນຄວ້າໂດຍສະເພາະ.
ຄຽງຄູ່ກັບການປະຕິຮູບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກໍໄດ້ເກີດປະກົດການຫຍໍ້ທໍ້ໃໝ່, ເຊັ່ນ:ສວຍໂອກາດສະແຫວງຫາຜົນປະໂຫຍດຢ່າງຜິດລະບຽບການ, ຫຼິ້ນກິນຟຸມເຟືອຍດ້ວຍຂໍ້ອ້າງຕ່າງໆ, ແລະ ບັນຫາອື່ນໆ. ທ່ານສີຈິ້ນຜິງໄດ້ຊີ້ແຈ້ງດ້ວຍທ່າທີເດັດຂາດວ່າ: “ການສະກັດກັ້ນປະກົດການຫຍໍ້ທໍ້ແບບໃໝ່ຕ້ອງມີຄວາມເຂັ້ມແຂງ ແລະ ເດັດດ່ຽວໜຽວແໜ້ນ.”
ພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜິງ, ທາງເມືອງເຈີ້ງຕິ້ງໄດ້ກຳນົດໄວ້ວ່າ, ພະນັກງານການນຳຂອງອົງການລັດ ແລະ ໜ່ວຍງານວິຊາການສັງກັດລັດຫ້າມບໍ່ໃຫ້ກິນດື່ມດ້ວຍເງິນຂອງລັດ, ລະຫວ່າງໜ່ວຍງານຕ່າງໆກໍບໍ່ໃຫ້ຈັດງານລ້ຽງເຊິ່ງກັນ ແລະກັນ.
ແຕ່ຫຼັງຈາກປະຕິບັດຂໍ້ກຳນົດດັ່ງກ່າວເປັນໄລຍະໜຶ່ງແລ້ວ, ບາງສະຫາຍສະເໜີອອກວ່າ, ເມືອງເຈີ້ງຕິ້ງຢາກດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຢາກດຶງດູດການລົງທຶນ, ໃຫ້ນັກທຸລະກິດມາລົງທຶນ ແລະ ດຳເນີນທຸລະກິດ, ເມື່ອແຂກມາແລ້ວຈະເຮັດແນວໃດ? ສຳລັບຂໍ້ສະເໜີເຫຼົ່ານີ້, ທ່ານສີຈິ້ນຜິງໄດ້ສັ່ງໃຫ້ຄະນະພັກ ແລະ ອົງການປົກຄອງເມືອງເຈີ້ງຕິ້ງໄດ້ອອກຂໍ້ກຳນົດເພີ່ມເຕີມ, ຄື: ແຂກມາແລ້ວຈະຕ້ອນຮັບໄດ້, ອາຫານ4ເຍື່ອງກັບແກງເຍື່ອງໜຶ່ງ, ຖືອາຫານພື້ນເມືອງຂອງເມືອງເຈີ້ງຕິ້ງເປັນຫຼັກ, ບໍ່ໃຫ້ເສີບອາຫານແບບຫຼູຫຼາ, ກໍບໍ່ໃຫ້ເສີບເຫຼົ້າ ແລະ ຢາສູບ.
ພາຍໃຕ້ການລິເລີ່ມຂອງທ່ານສີຈິ້ນຜິງ, “ອາຫານ 4 ເຍື່ອງກັບແກງເຍື່ອງໜຶ່ງ” ໄດ້ກາຍເປັນມາດຕະຖານຕ້ອນຮັບແຂກຂອງເມືອງເຈີ້ງຕິ້ງ. ໂດຍອາຫານທັງໝົດລ້ວນແຕ່ເປັນຜະລິດຕະພັນທ້ອງຖິ່ນຂອງເມືອງເຈີ້ງຕິ້ງ, ທັງລາຄາຖືກ ທັງມີລົດຊາດແຊບ.
ປີ 1984, ເມືອງເຈີ້ງຕິ້ງກຽມປະຕິບັດໂຄງການໜຶ່ງ, ນັກວິຊາການລ້ວນແຕ່ເປັນຊ່ຽວຊານທີ່ທ່ານສີຈິ້ນຜິງເຊື້ອເຊີນມາເປັນພິເສດ. ໃນເວລາກິນເຂົ້າທ່ຽງມື້ໜຶ່ງ, ພະນັກງານເມືອງຄິດວ່າພວກຊ່ຽວຊານອິດເມື່ອຍຫຼາຍໃນຫຼາຍມື້ຜ່ານມາ, ຄວນກິນອາຫານທີ່ດີກວ່າ ແລະ ເສີບເຫຼົ້ານຳອີກ. ແຕ່ເມື່ອສະເໜີຕໍ່ທ່ານສີຈິ້ນຜິງແລ້ວໄດ້ຮັບຄຳຕອບທີ່ເສີບ“ອາຫານ 4 ເຍື່ອງກັບແກງເຍື່ອງໜຶ່ງ”ຄືເກົ່າ.
ເພື່ອສະກັດກັ້ນປະກົດການຫຼິ້ນກິນຟຸມເຟືອຍ, ທ່ານສີຈິ້ນຜິງໄດ້ເຂັ້ມງວດຕໍ່ຕົນເອງ, ທັງໄດ້ວາງມາດຕະຖານຢ່າງເຄັ່ງຄັດຕໍ່ພະນັກງານອ້ອມຂ້າງເຊັ່ນກັນ.
ວັນຊາດ ວັນທີ 1 ຕຸລາປີ1983ເປັນວັນເສົາ, ທ່ານສີຈິ້ນຜິງລົງໄປວັດລົງຊິງເພື່ອສຳຫຼວດສະພາບການເຮັດວຽກຂອງຄະນະນຳຊຸດໃໝ່ພະແນກວັດທະນະທຳເມືອງເຈີ້ງຕິ້ງ. ເມື່ອກັບຄືນສູ່ສຳນັກງານຄະນະພັກເມືອງໃນຕອນຄ່ຳ, ທ່ານສີຈິ້ນຜິງເອົາເງິນ 10 ຢວນໃຫ້ແກ່ທ່ານຫຼີຢ້າຜິງ ພະນັກງານຫ້ອງການໄປຊື້ຂອງກິນ, ວ່າຢາກເຊີນພະນັກງານຜູ້ຍາມປະຈຳຕອນຄ່ຳໃນມື້ພັກວັນຊາດມາຮ່ວມພາເຂົ້ານຳກັນ.
ແຕ່ຄາດບໍ່ເຖິງວ່າ, ເປັນຍ້ອນເລື່ອງກິນເຂົ້າຄາບນີ້, ສະຫາຍສ້ຽວຊຸ່ຍທີ່ເປັນພະນັກງານຫ້ອງການຄະນະພັກເມືອງໄດ້ຖືກຕຳໜິຢ່າງໜັກ. ເຫດຜົນຄືດັ່ງນີ້: ທ່ານຫຼີຢ້າຜິງເອົາເງິນທີ່ທ່ານສີຈິ້ນຜິງເອົາໃຫ້ນັ້ນກຽມຈະໄປຊື້ອາຫານຢູ່ນອກ, ແຕ່ສ້ຽວຊຸ່ຍໄດ້ກຽມອາຫານບໍ່ໜ້ອຍໄວ້ກ່ອນແລ້ວ, ຈຶ່ງໃຫ້ທ່ານຫຼີຢ້າຜິງສົ່ງເງິນຄືນໃຫ້ທ່ານສີຈິ້ນຜິງ. ທ່ານຫຼີຢ້າຜິງບໍ່ໄດ້ຄິດຫຍັງ ກໍເຮັດຕາມແບບນັ້ນເລີຍ. ສ້ຽວຊຸ່ຍອະທິບາຍວ່າ: “ສະຫາຍເລຂາ, ຄ່າກິນເຂົ້າຄາບຄ່ຳມື້ນີ້ກໍຈ່າຍດ້ວຍເງິນຂາຍໜັງສືພິມເກົ່າຂອງຫ້ອງການ, ບໍ່ຕ້ອງໃຫ້ທ່ານຈ່າຍເອງແລ້ວ.” ທ່ານສີຈິ້ນຜິງຟັງແລ້ວກໍຢາກໃຈຮ້າຍຂຶ້ນ ແລະຕຳໜິວ່າ: “ຄ່າກິນເຂົ້າສ່ວນບຸກຄົນຊິເອົາເງິນລັດຈ່າຍໄດ້ແນວໃດ? ເຖິງຈະເປັນເງິນຂາຍໜັງສືພິມເກົ່າກໍຕາມ, ກໍຂຶ້ນກັບສະຫາຍໝົດທຸກຄົນ, ບໍ່ຄວນໃຊ້ໄປທົ່ວທີບ.” ທັງຕຳໜິຢ່າງເຄັ່ງຂຶມຕື່ມວ່າ: “ສ້ຽວຊຸ່ຍ, ແນວຄິດແບບນີ້ມີບັນຫາເດີ້, ສະຫາຍຕ້ອງສຳນຶກຜິດເອງໃຫ້ດີ.”
ໃນທີ່ສຸດ, ຄ່າໃຊ້ຈ່າຍທັງໝົດໃນການກິນເຂົ້າຄາບນັ້ນ, ແມ່ນທ່ານສີຈິ້ນຜິງຈ່າຍໝົດ.
ທ່ານຫວາງຈື້ໝິນທີ່ເປັນພະນັກງານໜ່ວຍງານເກັບຂໍ້ມູນຕ່າງໆຫ້ອງການຄະນະພັກເມືອງເຈີ້ງຕິ້ງມີຄວາມປະທັບໃຈຢ່າງເລິກເຊິ່ງ, ແລະເວົ້າວ່າ: “ສະຫາຍເລຂາສີຈິ້ນຜິງໄດ້ຈຳແນກວຽກລັດ ແລະ ເລື່ອງສ່ວນຕົວຢ່າງຊັດເຈນ. ເພິ່ນລ້ຽງແຂກເອງຈະບໍ່ໃຊ້ເງິນລັດຈ່າຍຢ່າງເດັດຂາດ, ສ່ວນຄ່າໃຊ້ຈ່າຍຂອງເພິ່ນ ພ້ອມກັບຄ່າໃຊ້ຈ່າຍຂອງແຂກເພິ່ນ, ລ້ວນແຕ່ແມ່ນເພິ່ນຈ່າຍເອງໝົດ.”
ຄຳເຫັນ
0