ວັນທີ 20 ທັນວາປີ 2019 ເປັນວັນທີ່ມາກາວກັບຄືນສູ່ປະເທດຊາດຄົບຮອບ 20 ປີ. ຕອນເຊົ້າວັນທີ 19 ທັນວາ ປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມສູນບໍລິການສັງລວມອົງການປົກຄອງເຂດບໍລິຫານພິເສດມາກາວທີ່ຕັ້ງຢູ່ ໄຮຊ່າຫວນ ຂອງມາກາວ, ຢ້ຽມຢາມໂຮງຮຽນຍິ່ງໄຊ ທີ່ຂຶ້ນກັບໂຮງຮຽນມັດທະຍົມຫາວຈ່ຽງ ແລະສູນສັງລວມການບໍລິການການຮ່ວມມືດ້ານເສດຖະກິດການຄ້າຈີນ-ປະເທດທີ່ໃຊ້ພາສາປອກຕຸຍການຕາມລຳດັບ ໂດຍໄດ້ໂອ້ລົມສົນທະນາກັນຢ່າງສະໜິດສະໜົມກັບປະຊາຊົນມາກາວ, ຄູອາຈານແລະນັກຮຽນນັກສຶກສາແລະຜູ້ອື່ນໆ. ທ່ານສີຈິ້ນຜິງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມາກາວທີ່ໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງໃນດ້ານການພັດທະນາເສດຖະກິດສັງຄົມນັບແຕ່ກັບຄືນສູ່ປະເທດຊາດຕະຫຼອດໄລຍະ 20 ປີຜ່ານມາ, ທ່ານກ່າວເນັ້ນວ່າ ການສຶກສາອົບຮົມລັດທິຮັກຊາດເປັນວຽກງານທີ່ສຳຄັນຍິ່ງ, ຫວັງວ່າ ພາກສ່ວນສຶກສາທິການຂອງອົງການປົກຄອງເຂດບໍລິຫານພິເສດມາກາວພ້ອມດ້ວຍໂຮງຮຽນຕ່າງໆຈົ່ງແບກຫາບໜ້າທີ່ຮັບຜິດຊອບທີ່ສຳຄັນເພື່ອສືບຕໍ່ສຸມຄວາມພະຍາຍາມປະຕິບັດວຽກງານການສຶກສາອົບຮົມລັດທິຮັກຊາດໃຫ້ໄດ້ຮັບປະສິດທິຜົນຫຼາຍກວ່າເກົ່າ. ເຊື່ອໝັ້ນວ່າ ຊາວໜຸ່ມມາກາວຍ່ອມຈະກາຍເປັນຊາວມາກາວລຸ່ນໃໝ່ທີ່ປະສົບຜົນສຳເລັດຢ່າງພາກພູມໃຈ ແລະກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດດີເດັ່ນໃນການສືບທອດພາລະກິດສ້າງສາພັດທະນາມາກາວກໍຄືປະເທດຊາດ.
ຕອນເຊົ້າວັນທີ 19ທັນວາປີ 2019, ທ່ານສີຈິ້ນຜິງໂອ້ລົມກັບປະຊາຊົນມາກາວທີ່ມາໃຊ້ບໍລິການຢູ່ສູນບໍລິການເຂດບໍລິຫານພິເສດມາກາວ
ຕອນເຊົ້າວັນທີ 19 ທັນວາປີ 2019, ທ່ານສີຈິ້ນຜິງໄດ້ເດີນທາງໄປສູນບໍລິການສັງລວມອົງການປົກຄອງເຂດບໍລິຫານພິເສດມາກາວ ເຊິ່ງເປັນບ່ອນທຳອິດໃນການຢ້ຽມຢາມມື້ນັ້ນ, ທ່າມກາງສຽງຕົບມືຊົມເຊີຍດັງຟົດສະໜັ່ນ.
ສູນບໍລິການສັງລວມອົງການປົກຄອງເຂດບໍລິຫານພິເສດມາກາວຕັ້ງຢູ່ ໄຮຊາຫວນຂອງມາກາວ ເຊິ່ງໄດ້ເປີດບໍລິການຢ່າງເປັນທາງການໃນປີ 2009. ປັດຈຸບັນ, ສູນດັ່ງກ່າວໄດ້ເປັນອົງການບໍລິຫານຂອງ26 ພາກສ່ວນທີ່ໃຫ້ບໍລິການໃນ 335 ລາຍການທີ່ຂຶ້ນກັບອົງການປົກຄອງເຂດບໍລິຫານພິເສດ. ຢູ່ອາຄານສູນບໍລິການ, ທ່ານສີຈິ້ນຜິງໄດ້ໂອ້ລົມກັບຊາວເມືອງມາກາວທີ່ມາໃຊ້ບໍລິການ.
ຊາວເມືອງທັງຫຼາຍຮູ້ສຶກເພິ່ງພໍໃຈທີ່ສຸດຕໍ່ມາດຕະການທີ່ອົງການປົກຄອງວາງອອກເພື່ອສະໜອງປະໂຫຍດໃຫ້ປະຊາຊົນທົ່ວໄປ,ເຂົ້າເຈົ້າ ຈິ່ງພາກັນສະແດງຄວາມຮູ້ບຸນຄຸນແລະຂອບໃຈຕໍ່ອົງການປົກຄອງມາກາວ. ທ່ານສີຈິ້ນຜິງກ່າວວ່າ: ອົງການປົກຄອງເຂດບໍລິຫານພິເສດໄດ້ສະໜອງການບໍລິການທີ່ດີທີ່ສຸດໃຫ້ແກ່ປະຊາຊົນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງທັດສະນະການພັດທະນາທີ່ຖືປະຊາຊົນເປັນຫຼັກ. ໃນເວລາໂອ້ລົມກັບພວກທ່ານ, ຂ້າພະເຈົ້າ ສາມາດຮູ້ສຶກໄດ້ເຖິງຊີວິດການເປັນຢູ່ຂອງພີ່ນ້ອງຮ່ວມຊາດມາກາວທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ທັງຮູ້ສຶກໄດ້ເຖິງການປ່ຽນແປງຄັ້ງປະຫວັດການຂອງມາກາວທີ່ເກີດຂຶ້ນຕະຫຼອດໄລຍະ 20 ປີຫຼັງຈາກກັບຄືນສູ່ປະເທດຊາດ. ທ່ານສີຈິ້ນຜິງກ່າວວ່າ:“ສົມຄວນເວົ້າວ່າ ການປ່ຽນແປງທີ່ພົ້ນເດັ່ນທີ່ສຸດຂອງມາກາວຄືການປ່ຽນແປງໃນ 20 ປີທີ່ຜ່ານມາ,ເມື່ອທຽບກັບມາກາວເມື່ອ 20 ປີກ່ອນກັບມາກາວໃນທຸກມື້ນີ້, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເຫັນໄດ້ຈະແຈ້ງທີ່ສຸດ, ສຸດຍອດທີ່ສຸດ,ຂໍອວຍພອນໃຫ້ພວກທ່ານຈົ່ງມີຄວາມສຸກ! ”
ໂຮງຮຽນມັດທະຍົມຫາວຈ່ຽງສ້າງຕັ້ງຂຶ້ນເມື່ອປີ 1932, ເປັນໂຮງຮຽນການສຶກສາພື້ນຖານທີ່ມີນັກຮຽນຫຼາຍທີ່ສຸດຢູ່ມາກາວ. ນັບຕັ້ງແຕ່ສ້າງຕັ້ງຂຶ້ນເປັນຕົ້ນມາ, ໂຮງຮຽນມັດທະຍົມຫາວຈ່ຽງໄດ້ຍຶດໝັ້ນການສຶກສາອົບຮົມລັດທິຮັກຊາດຢ່າງສະເໝີຕົ້ນສະເໝີປາຍ ໂດຍໄດ້ກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດດີເດັ່ນທີ່ມີນ້ຳໃຈຮັກຊາດຮັກມາກາວເປັນຈຳນວນຫຼວງຫຼາຍ. ກ່ອນວັນເດັກນ້ອຍສາກົນ 1 ມິຖຸນາ ປີ 2019 ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ຂຽນຈົດໝາຍຕອບກັບເຖິງນັກຮຽນປະຖົມທີ່ຂຶ້ນກັບໂຮງຮຽນດັ່ງກ່າວເປັນການໃຫ້ກຳລັງໃຈດ້ວຍຄວາມສະໜິດສະໜົມແກ່ນັກຮຽນທັງຫຼາຍ. ຕອນເຊົ້າວັນທີ 19 ທັນວາ ປີ 2019, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມນັກຮຽນແລະຄູອາຈານຂອງໂຮງຮຽນຍິ່ງໄຊທີ່ຂຶ້ນກັບໂຮງຮຽນທັດທະຍົມຫາວຈ່ຽງເປັນການສະເພາະ.
ທ່ານສີຈິ້ນຜິງເປີດອ່ານປຶ້ມແບບຮຽນທີ່ວາງສະແດງໃນຫໍສະໝຸດຂອງໂຮງຮຽນຫາວຈ່ຽງ
ຢູ່ຫໍສະໝຸດຂອງໂຮງຮຽນດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຮັບຟັງການລາຍງານສະພາບລວມດ້ານການສຶກສາຂອງມາກາວແລະປະຫວັດຂອງໂຮງຮຽນ ທັງໄດ້ຮັບຮູ້ສະພາບການດຳເນີນວຽກງານການສຶກສາອົບຮົມລັດທິຮັກຊາດຂອງເຂດບໍລິຫານພິເສດມາກາວກໍຄືຂອງໂຮງຮຽນຕ່າງໆນັບແຕ່ມາກາວກັບຄືນສູ່ປະເທດຊາດ. ຢູ່ເທິງໜ້າໂຕະ ຂອງຫໍສະໝຸດໄດ້ວາງສະແດງປຶ້ມແບບຮຽນຕ່າງໆເຊັ່ນ: ປະຫວັດສາດຈີນ, ພົນລະເມືອງສຶກສາແລະອື່ນໆ, ທ່ານສີຈິ້ນຜິງໄດ້ຈັບປຶ້ມແບບຮຽນຂຶ້ນມາອ່ານຢ່າງລະອຽດໂດຍກ່າວວ່າ: ປຶ້ມແບບຮຽນເປັນເຄື່ອງມືສຳຄັນໃນການສຶກສາອົບຮົມລັດທິຮັກຊາດ, ອົງການປົກຄອງເຂດບໍລິຫານພິເສດກັບພາກສ່ວນກ່ຽວຂ້ອງຂອງແຜ່ນດິນໃຫຍ່ຮ່ວມກັນຮຽບຮຽງປຶ້ມແບບຮຽນ ຖືວ່າເປັນມາດຕະການທີ່ໜ້າຍ້ອງຍໍຊົມເຊີຍຢ່າງເຕັມທີ່. ຄວນສົ່ງເສີມໃຫ້ໂຮງຮຽນມາກາວນຳໃຊ້ປຶ້ມແບບຮຽນໃໝ່ໃຫ້ຫຼາຍກວ່າເກົ່າ, ໃຫ້ຄູອະທິບາຍບົດຮຽນຕາມປຶ້ມແບບຮຽນໃຫ້ມີປະສິດທິຜົນ,ມີຊີວິດຊີວາແລະເຂົ້າເຖິງນັກຮຽນ.
ທ່ານສີຈິ້ນຜິງນັ່ງເບິ່ງການສອນໃນຊົ່ວໂມງຮຽນພິເສດ
ຢູ່ໃນສະໂມສອນຂອງໂຮງຮຽນຫາວຈ່ຽງ, ກຳລັງຈັດຊົ່ວໂມງຮຽນສະເພາະກ່ຽວກັບວິຊາປະຫວັດສາດຈີນໃນຫົວບົດສອນ “ແນວທາງ‘ປະເທດດຽວ ສອງລະບອບ’ແລະມາກາວ”. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າຫ້ອງສະໂມສອນ ຍົກມືທັກທາຍຖາມສະບາຍດີຕໍ່ຄູແລະນັກຮຽນທັງຫຼາຍ ແລ້ວທ່ານກໍນັ່ງລົງເບິ່ງການສອນດັ່ງກ່າວ. ພາຍຫຼັງໂມງຮຽນສິ້ນສຸດແລ້ວ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າຫາກຸ່ມນັກຮຽນທັງຫຼາຍໂດຍໄດ້ກ່າວວ່າ: ໂຮງຮຽນທັດມະຍົມຫາວຈ່ຽງເປັນໂຮງຮຽນທີ່ມີມູນເຊື້ອປະຫວັດສາດຮັກຊາດມາແຕ່ດົນນານແລ້ວ. ເດືອນພຶດສະພາປີນີ້, ຂ້າພະເຈົ້າໄດ້ຮັບຈົດໝາຍຈາກຫຼານນັກຮຽນໂຮງຮຽນຍິ່ງໄຊ ເຊິ່ງຈົດໝາຍສະບັບນີ້ມີເນື້ອໃນທີ່ເຕັມໄປດ້ວຍຄວາມຮັກແພງທີ່ມີຕໍ່ຄອບຄົວແລະວົງຄະນະຍາດແຫ່ງຊາດກໍຄືຈິດໃຈລັດທິຮັກຊາດ. ປະຫວັດສາດອັນມີກຽດສະຫງ່າຂອງໂຮງຮຽນມັດທະຍົມຫາວຈ່ຽງກໍໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈຮັກຊາດອັນເລິກເຊິ່ງຂອງພີ່ນ້ອງຮ່ວມຊາດມາກາວທີ່ໄດ້ຍຶດໝັ້ນມາຢ່າງສະເໝີຕົ້ນສະເໝີປາຍ. ລັດທິຮັກຊາດໄດ້ສ້າງພື້ນຖານການເມືອງສັງຄົມອັນໝັ້ນແກ່ນໃຫ້ແກ່ມາກາວເພື່ອຈັດຕັ້ງປະຕິບັດແນວທາງ “ປະເທດດຽວ ສອງລະບອບ”, ເຮັດໃຫ້ພຶດຕິກຳ “ປະເທດດຽວ ສອງລະບອບ” ພັດທະນາກ້າວໄປໜ້າຕາມທິດທາງທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ ແລະໄດ້ຮັບຜົນສຳເລັດອັນອຸດົມສົມບູນໃນການພັດທະນາມາກາວໃຫ້ມີຄວາມຈະເລີນຮຸ່ງເຮືອງແລະເຂັ້ມແຂງ.
ທ່ານສີຈິ້ນຜິງໂອ້ລົມກັບນັກຮຽນຫຼັງຊົ່ວໂມງຮຽນສິ້ນສຸດ
ທ່ານສີຈິ້ນຜິງກ່າວວ່າ: ໂມງຮຽນໃນມື້ນີ້ມີຄວາມໝາຍພິເສດຫຼາຍ ແລະຖືກຕ້ອງຕາມເປົ້າໝາຍ ໂດຍໄດ້ກຳແໜ້ນຈຸດສຳຄັນຂອງປະຫວັດສາດແລະຈຸດສຳຄັນທີ່ສຸດຂອງການສຶກສາ. ຢາກສ້າງພື້ນຖານລັດທິຮັກຊາດໃຫ້ໝັ້ນແກ່ນກໍຕ້ອງຮຽນຮູ້ປະຫວັດສາດ. ໃນຖານະເປັນຄົນຈີນ ກໍຕ້ອງຮຽນຮູ້ປະຫວັດສາດຂອງປະເທດຊາດພວກເຮົາ.
“ໃນຖານະເປັນຄົນຈີນ, ເປັນສະມາຊິກາຜູ້ໜຶ່ງໃນວັງຄະນະຍາດແຫ່ງຊາດຈີນ, ຕ້ອງຮັບຮູ້ປະຫວັດສາດຂອງປະເທດຕົນ, ປັດຈຸບັນ, ຊາດຈີນແລະຄົນຈີນມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາແລະເຂັ້ມແຂງປານນີ້ ຍ້ອນຫຍັງ? ກໍເປັນຍ້ອນວັດທະນະທຳຈີນແລະຈິດໃຈຊາດຈີນຂອງພວກເຮົາແລະຄວາມເຊື່ອໝັ້ນຕໍ່ວັດທະນະທຳຂອງພວກເຮົານັ້ນຫຼະ.”
ທ່ານສີຈິ້ນຜິງກ່າວເນັ້ນໃນເວລານັ້ນວ່າ: ປີນີ້ເປັນປີທີ່ສປ ຈີນສະຖາປະນາຂຶ້ນຄົບຮອບ 70 ປີ, ພວກເຮົາທຸກຄົນຕ່າງກໍຮູ້ສຶກພາກພູມໃຈນຳຜົນສຳເລັດອັນຍິ່ງໃຫຍ່ສະຫງ່າງາມຂອງປະເທດຊາດ ແລະກໍຍິ່ງມີຄວາມໝັ້ນໃຈທີ່ເດັດດ່ຽວໜຽວແໜ້ນກວ່າເກົ່າຕໍ່ເສັ້ນທາງການພັດທະນາຂອງປະເທດຊາດ. ການປ່ຽນແປງອັນໃຫຍ່ຫຼວງຂອງມາກາວຫຼັງກັບຄືນສູ່ປະເທດຊາດກໍໄດ້ເຮັດໃຫ້ພີ່ນ້ອງຮ່ວມຊາດມາກາວເຂົ້າໃຈໄດ້ຢ່າງເລິກເຊິ່ງກວ່າເກົ່າວ່າ ພື້ນຖານຂອງແນວທາງ “ປະເທດດຽວ ສອງລະບອບ”ກໍແມ່ນເນັ້ນໜັກຢູ່ບ່ອນວ່າ “ ປະເທດດຽວ” ແລະຍິ່ງທະນຸຖະໜອມສະພາບການທີ່ດີຄືທຸກມື້ນີ້ໃຫ້ຫຼາຍກວ່າເກົ່າ ແລະເພີ່ມຄວາມເດັດດ່ຽວໃນການບຸກເບີກອະນາຄົດທີ່ດີງາມ. ການສຶກສາອົບຮົມລັດທິຮັກຊາດເປັນວຽກງານສຳຄັນຍິ່ງ, ຫວັງວ່າ ພາກສ່ວນສຶກສາທິການຂອງອົງການປົກຄອງເຂດບໍລິຫານພິເສດມາກາວພ້ອມດ້ວຍໂຮງຮຽນຕ່າງໆຈະແບກຫາບໜ້າທີ່ຮັບຜິດຊອບອັນສຳຄັນເພື່ອສືບຕໍ່ສຸມຄວາມພະຍາຍາມຈັດຕັ້ງປະຕິບັດວຽກງານສຶກສາອົບຮົມລັດທິຮັກຊາດໃຫ້ໄດ້ຮັບປະສິດທິຜົນຫຼາຍກວ່າເກົ່າ. ເຊື່ອໝັ້ນວ່າ ຊາວໜຸ່ມມາກາວຍ່ອມຈະກາຍເປັນຊາວມາກາວລຸ່ນໃໝ່ທີ່ປະສົບຜົນສຳເລັດທີ່ໜ້າພາກພູມໃຈ ແລະກາຍເປັນຜູ້ມີຄວາມຮູ້ຄວາມສາມາດດີເດັ່ນໃນການສືບທອດພາລະກິດສ້າງສາພັດທະນາມາກາວກໍຄືປະເທດຊາດ.
ທ່ານສີຈິ້ນຜິງຢ້ຽມຢາມສູນສັງລວມການບໍລິການການຮ່ວມມືດ້ານເສດຖະກິດການຄ້າຈີນ-ປະເທດທີ່ໃຊ້ພາສາປອກຕຸຍການ
ຕອນເຊົ້າວັນທີ 19 ທັນວາປີ 2019, ທ່ານສີຈິ້ນຜິງຍັງໄດ້ເດີນທາງໄປຢ້ຽມຢາມສູນສັງລວມການບໍລິການການຮ່ວມມືດ້ານເສດຖະກິດການຄ້າຈີນ-ປະເທດທີ່ໃຊ້ພາສາປອກຕຸຍການ ທີ່ຕັ້ງຢູ່ແຄມໜອງນານວານມາກາວ. ສູນດັ່ງກ່າວຈະຖືກໃຊ້ເປັນສະຖານທີ່ປະຊຸມຖາວອນສຳລັບຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືເສດຖະກິດການຄ້າຈີນ-ປະເທດທີ່ໃຊ້ພາສາປອກຕຸຍການ, ທັງເປັນອາຄານຄົບວົງຈອນທີ່ສາມາດໃຫ້ການບໍລິການດ້ານການຄ້າ, ການປຶກສາຫາລືເສດຖະກິດການຄ້າ, ການວາງສະແດງສິນຄ້າ, ວາງສະແດງວັດທະນະທຳແລະແລກປ່ຽນຂໍ້ມູນຂ່າວສານ ເພື່ອສະໜອງການບໍລິການທີ່ເອື້ອຍອຳນວຍໃຫ້ແກ່ການຮ່ວມມືບົນຈິດໃຈມິດຕະພາບລະຫວ່າງຈີນກັບບັນດາປະເທດທີ່ໃຊ້ພາສາປອກຕຸຍການ. ທ່ານສີຈິ້ນຜິງກ່າວວ່າ: ການສ້າງສູນບໍລິການການຮ່ວມມືດ້ານການຄ້າລະຫວ່າງຈີນກັບປະເທດທີ່ໃຊ້ພາສາປອກຕຸຍການ ເປັນມາດຕະການສຳຄັນຂອງມາກາວໃນການເສີມຂະຫຍາຍທ່າແຮງຂອງຕົນແລະຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ.
ທ່ານສີຈິ້ນຜິງໂອ້ລົມກັບນັກສຶກສາຂອງປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມາຮ່ຳຮຽນຢູ່ມາກາວ
ນອກນີ້, ທ່ານສີຈິ້ນຜິງຍັງໄດ້ໂອ້ລົມສົນທະນາຢ່າງສະໜິດສະໜົມກັບນັກສຶກສາຂອງບັນດາປະເທດທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມາຮ່ຳຮຽນຢູ່ມາກາວ ໂດຍໄດ້ໃຫ້ກຳລັງໃຈແກ່ເຂົາເຈົ້າເພື່ອສ້າງຕົນເອງໃຫ້ກາຍເປັນທູດມິດຕະພາບລະຫວ່າງຈີນກັບປະເທດຂອງເຂົາເຈົ້າກໍຄືເປັນທູດມິດຕະພາບດ້ານການໄປມາຫາສູ່ກັນລະຫວ່າງປະເທດຕົນກັບປະເທດຕ່າງໆໃນໂລກ.
ຄຳເຫັນ
0