ວັນທີ 20 ທັນວາ ປີ2019 ເປັນວັນເວລາທີ່ມາກາວກັບຄືນສູ່ປະເທດຊາດຄົບຮອບ 20 ປີ, ຕອນເຊົ້າມື້ດຽວກັນ, ພິທີສະເຫຼີມສະຫຼອງມາກາວກັບຄືນສູ່ປະເທດຊາດຄົບຮອບ 20 ປີ ແລະພິທີຂຶ້ນຮັບຕຳແໜ່ງຂອງອົງການປົກຄອງເຂດບໍລິຫານພິເສດມາກາວຊຸດທີ 5 ໄດ້ຈັດຂຶ້ນຢູ່ມາກາວ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສສຳຄັນໃນພິທີໂດຍກ່າວເນັ້ນວ່າ: ພຶດຕິກຳທີ່ສຳເລັດຜົນຂອງມາກາວສະແດງໃຫ້ເຫັນວ່າ ມີພຽງແຕ່ຮັບປະກັນການຈັດຕັ້ງປະຕິບັດແນວທາງ “ປະເທດດຽວ ສອງລະບອບ”ໃນທິດທາງທີ່ຖືກຕ້ອງໂດຍບໍ່ມີການປ່ຽນແປງເທົ່ານັ້ນ, ຈິ່ງຈະສາມາດຊຸກຍູ້ພາລະກິດ “ປະເທດດຽວ ສອງລະບອບ”ໃຫ້ມີຄວາມກ້າວໜ້າຢ່າງຕໍ່ເນື່ອງແລະໝັ້ນທ່ຽງໄດ້. ພາຍຫຼັງຮົງກົງແລະມາກາວກັບຄືນສູ່ປະເທດຊາດແລ້ວ, ການແກ້ໄຂວຽກງານຂອງເຂດບໍລິຫານພິເສດຮົງກົງແລະເຂດບໍລິຫານພິເສດມາກາວເປັນວຽກງານພາຍໃນຂອງຈີນທັງໝົດໂດຍບໍ່ຕ້ອງການອິດທິກຳລັງພາຍນອກໃດໆຊີ້ນີ້ວຊີ້ມືບົງການ.
ວັນທີ 20 ທັນວາ ປີ2019 ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີສະເຫຼີມສະຫຼອງມາກາວກັບຄືນສູ່ປະເທດຊາດຄົບຮອບ 20 ປີ ແລະພິທີຂຶ້ນຮັບຕຳແໜ່ງຂອງອົງການປົກຄອງເຂດບໍລິຫານພິເສດມາກາວຊຸດທີ 5
ທ່າມກາງສຽງຕົບມືຊົມເຊີຍຢ່າງຟົດສະໜັ່ນ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສສຳຄັນ. ທ່ານກ່າວວ່າ: ນັບແຕ່ມາກາວກັບຄືນສູ່ປະເທດຊາດເປັນເວລາ 20 ປີມານີ້, ໄດ້ສ້າງສະພາບແຫ່ງການການພັດທະນາທີ່ດີທີ່ສຸດໃນປະຫວັດສາດຂອງມາກາວ ເຊິ່ງໄດ້ສ້າງຜົນສຳເລັດອັນຍິ່ງໃຫຍ່ສະຫງ່າງາມໃນການປະຕິບັດແນວທາງ “ປະເທດດຽວ ສອງລະບອບ” ທີ່ມີສີສັນພິເສດຂອງມາກາວ, ທັງໄດ້ສ້າງລະບຽບການຕາມລັດຖະທຳມະນູນບົນພື້ນຖານລັດຖະທຳມະນູນຈີນແລະກົດໝາຍພື້ນຖານມາກາວ, ລະບົບການບໍລິຫານໄດ້ຮັບການບູລະນະໃຫ້ນັບມື້ນັບສົມບູນຂຶ້ນ.
ວັນທີ 20 ທັນວາ ປີ2019 ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີສະເຫຼີມສະຫຼອງມາກາວກັບຄືນສູ່ປະເທດຊາດຄົບຮອບ 20 ປີ ແລະພິທີຂຶ້ນຮັບຕຳແໜ່ງຂອງອົງການປົກຄອງເຂດບໍລິຫານພິເສດມາກາວຊຸດທີ 5
ທ່ານສີຈິ້ນຜິງກ່າວວ່າ: ນັບແຕ່ກັບຄືນສູ່ປະເທດຊາດເປັນເວລາ 20 ປີມານີ້, ເສດຖະກິດມາກາວໄດ້ບັນລຸການພັດທະນາແບບກ້າວກະໂດດຂັ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ,GDP ສະເລ່ຍຕໍ່ຫົວຄົນໄດ້ເຕີບໂຕຢ່າງຫຼວງຫຼາຍ ໂດຍສາມາດຂຶ້ນຄອງອັນດັບ 2 ຂອງໂລກໄດ້. ສັງຄົມມາກາວໄດ້ຮັກສາສະຖຽນລະພາບແລະຄວາມປອງດອງກົມກຽວກັນ, ວັດທະນະທຳຫຼາຍເຄົ້າໄດ້ພັດທະນາຢ່າງຈະເລີນຮຸ່ງເຮືອງພ້ອມກັນ ເຊິ່ງໄດ້ກາຍເປັນໜຶ່ງໃນບັນດາຕົວເມືອງທີ່ສະຫງົບປອດໄພທີ່ສຸດໃນໂລກ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ບົດຮຽນສຳຄັນໃນພຶດຕິກຳອັນສຳເລັດຜົນຂອງ “ປະເທດດຽວ ສອງລະບອບ”ຢູ່ມາກາວຄື ຍຶດໝັ້ນຄວາມໝັ້ນໃຈທີ່ເດັດດ່ຽວຕໍ່ແນວທາງ “ປະເທດດຽວ ສອງລະບອບ”ຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນການກຳແໜ້ນທິດທາງອັນຖືກຕ້ອງໃນການປະຕິບັດຫຼັກການ “ປະເທດດຽວ ສອງລະບອບ” ຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມສະຕິຮັບຜິດຊອບຕໍ່ໜ້າທີ່ໃນການຈັດຕັ້ງປະຕິບັດແນວທາງ “ປະເທດດຽວ ສອງລະບອບ”ຢ່າງສະເໝີຕົ້ນສະເໝີປາຍ, ສ້າງພື້ນຖານທາງການເມືອງສັງຄົມຂອງ “ປະເທດດຽວ ສອງລະບອບ”ໃຫ້ໝັ້ນແກ່ນຢ່າງສະເໝີຕົ້ນສະເໝີປາຍ. ທ່ານກ່າວວ່າ:
ໃນຂະບວນການຈັດຕັ້ງປະຕິບັດແນວທາງ “ປະເທດດຽວ ສອງລະບອບ”, ອົງການປົກຄອງເຂດບໍລິຫານພິເສດພ້ອມດ້ວຍວົງການຕ່າງໆໃນສັງຄົມມາກາວໄດ້ຍຶດໝັ້ນການຖືເອົາວຽກງານຮັກສາອະທິປະໄຕ,ຄວາມໝັັ້ນຄົງ ແລະຜົນປະໂຫຍດດ້ານການພັດທະນາຂອງຊາດ ກັບວຽກງານການສ້າງຄວາມຈະເລີນຮຸ່ງເຮືອງແລະຮັກສາສະຖຽນລະພາບໃນໄລຍະຍາວຂອງມາກາວໃຫ້ປະສານສົມທົບເປັນເອກກະພາບກັນຢ່າງສະເໝີຕົ້ນສະເໝີປາຍ, ມີຈິດໃຈເດັດດ່ຽວແລະໝັ້ນໜຽວໂດຍບໍ່ເຄີຍມີຄວາມຫວັ່ນໄຫວຄອນແຄນເຖິງວ່າໄດ້ປະສົບຄວາມຫຍຸ້ງຍາກໃນ ໄລຍະໃດໜຶ່ງກໍຕາມ ແລະບໍ່ເຄີຍສັບສົນຍ້ອນການກໍ່ກວນຂອງພາຍນອກ, ແຕ່ຊ້ຳພັດມີຄວາມຊຳນິຊຳນານໃນການກຳແໜ້ນໂອກາດທີ່ເກີດມາຈາກຍຸດທະສາດການພັດທະນາອັນສຳຄັນແລະນະໂຍບາຍຕ່າງໆຂອງລັດຖະບານ ຮູ້ໝູນໃຊ້ທ່ວງທ່າທີ່ເອື້ອອຳນວຍ ຈົນສາມາດບັນລຸການພັດທະນາຕົນເອງໃຫ້ໄດ້ດີກວ່າເກົ່າໃນເວລາເຊື່ອມໂຍງເຂົ້າກັບສະພາບລວມແຫ່ງການພັດທະນາຂອງປະເທດຊາດ.
ທ່ານສີຈິ້ນຜິງກ່າວວ່າ, ອົງການບໍລິຫານ,ອົງການນິຕິບັນຍັດແລະອົງການຕຸລາການຂອງເຂດບໍລິຫານພິເສດມາກາວໄດ້ຍຶດໝັ້ນສິດຄຸ້ມຄອງບໍລິຫານຮອບດ້ານຂອງສູນກາງທີ່ມີຕໍ່ເຂດບໍລິຫານພິເສດນັ້ນໃຫ້ປະສານສົມທົບກັນແບບກາຍອິນຊີກັບການຮັບປະກັນສິດປົກຄອງຕົນເອງໃນລະດັບສູງຂອງເຂດບໍລິຫານພິເສດ, ຍຶດໝັ້ນເສັ້ນເພດານຕ່ຳສຸດດ້ານຫຼັກການ “ປະເທດດຽວ ສອງລະບອບ” ແລະມີສະຕິຕື່ນຕົວໃນການຮັກສາອຳນາດຂອງສູນກາງແລະຄວາມສັກສິດຂອງກົດໝາຍພື້ນຖານ. ພຶດຕິກຳອັນສຳເລັດຜົນຂອງມາກາວໄດ້ສະແດງໃຫ້ເຫັນວ່າ: ການປັບປຸງແລະເສີມຂະຫຍາຍພື້ນຖານການເມືອງສັງຄົມທີ່ສອດຄ່ອງກັບພຶດຕິກຳ “ປະເທດດຽວ ສອງລະບອບ” ແລະບັນລຸຄວາມສາມັກຄີທີ່ກວ້າງຂວາງທີ່ສຸດພາຍໃຕ້ຮົ່ມທຸງຮັກຊາດຮັກມາກາວ ເຊິ່ງເປັນສິ່ງຄ້ຳປະກັນໃຫ້ “ປະເທດດຽວ ສອງລະບອບ”ຂະຫຍາຍຕົວກ້າວໄປໜ້າຕາມທິດທາງທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ.
ໃນເວລາກ່າວປາໄສ, ທ່ານສີຈິ້ນຜິງໄດ້ສະເໜີຄວາມມຸ້ງຫວັງ 4 ຂໍ້ທີ່ມີຕໍ່ເຂດບໍລິຫານພິເສດມາກາວາຄື ໜຶ່ງ, ຍຶດໝັ້ນການກ້າວເດີນໄປໜ້າພ້ອມກັບຍຸກສະໄໝ, ຍົກລະດັບການບໍລິຫານເຂດບໍລິຫານພິເສດໃຫ້ສູງຂຶ້ນຕື່ມອີກ.ສອງ, ຍຶດໝັ້ນແນວຄິດບຸກເບີກແລະປະດິດສ້າງໃໝ່, ຊຸກຍູ້ເສດຖະກິດໃຫ້ພັດທະນາຢ່າງຍືນຍົງແລະປອດໄສຕື່ມອີກ. ສາມ, ຍຶດໝັ້ນການຖືເອົາປະຊາຊົນເປັນຫຼັກໂດຍຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ສີ່, ຍຶດໝັ້ນໃຫ້ຝ່າຍຕ່າງໆມີສ່ວນຮ່ວມນຳກັນແລະຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກເພື່ອຊຸກຍູ້ໃຫ້າສັງຄົມມີຄວາມປອງດອງກົມກຽວແລະມີສະຖຽນລະພາບຕື່ມອີກ.ທ່ານສີຈິ້ນຜິງກ່າວວ່າ:
“ຕ້ອງຕອບສະໜອງໃຫ້ທັນກັບການປ່ຽນແປງແລະຄວາມຮຽກຮ້ອງຕ້ອງການໃໝ່ໃນການພັດທະນາການບໍລິຫານສັງຄົມຍຸກປັດຈຸບັນ, ຊຸກຍູ້ການປະຕິຮູບລະບຽບການຕ່າງໆເປັນຕົ້ນ:ການບໍລິຫານດ້ານສາທາລະນະ ແລະອື່ນໆ, ເພື່ອຍົກສູງປະສິດທິພາບແຫ່ງການຄຸ້ມຄອງບໍລິຫານຂອງອົງການປົກຄອງ,ຊຸກຍູ້ແລະເສີມສ້າງລະບົບບໍລິຫານແລະຄວາມສາມາດບໍລິຫານໃຫ້ຫັນເປັນທັນສະໄໝ. ຕ້ອງຖືເອົາການປະຕິບັດວຽກງານການເຄື່ອນໄຫວຕາມກົດໝາຍເປັນຫຼັກການພື້ນຖານໃນການບໍລິຫານຂອງເຂດບໍລິຫານພິເສດມາກາວ, ບູລະນະລະບົບລະບຽບການບໍລິຫານມາກາວຕາມກົດໝາຍໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ຕ້ອງຕັ້ງໜ້າເຊື່ອມຕໍ່ກັບຍຸດທະສາດແຫ່ງຊາດ,ກຳແໜ້ນໂອກາດແຫ່ງການຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’”ແລະການສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ເພື່ອເສີມຂະຫຍາຍຈຸດດີຂອງຕົນໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ ແລະເພີ່ມທ່າແຮງດ້ານການແຂ່ງຂັນໃຫ້ເຂັ້ມແຂງຂຶ້ນ. ເວົ້າສະເພາະໃນໄລຍະປັດຈຸບັນຕ້ອງກຳແໜ້ນໂອກາດຂອງຈູ່ໄຫ-ມາກາວທີ່ຮ່ວມກັນພັດທະນາເຂດເຫີງຊິນໃຫ້ດີ ເພື່ອບຸກເບີກຊ່ອງທາງອັນກວ້າງຂວາງແລະເພີ່ມກຳລັງຂັບເຄື່ອນອັນໃໝ່ໃຫ້ແກ່ການພັດທະນາໃນໄລຍະຍາວນານຂອງມາກາວ.
ທ່ານສີຈິ້ນຜິງກ່າວວ່າ: ອົງການປົກຄອງເຂດບໍລິຫານພິເສດມາກາວຕ້ອງຕອບສະໜອງກັບບັນຫາທີ່ປະຊາຊົນສົນໃຈໂດຍສຸມໃສ່ແກ້ໄຂບັນຫາພົ້ນເດັ່ນຕ່າງໆເປັນຕົ້ນແມ່ນ ເຮືອນຢູ່, ການປິ່ນປົວສຸຂະພາບ,ການເບິ່ງແຍງລ້ຽງດູຜູ້ເຖົ້າແລະບັນຫາອື່ນໆ, ເອົາໃຈໃສ່ຊ່ວຍເຫຼືອແລະສະໜັບສະໜູນກຸ່ມຄົນດ້ອຍໂອກາດໃຫ້ຫຼາຍກວ່າເກົ່າ,ຕ້ອງຍົກລະດັບການສຶກສາໃຫ້ສູງຂຶ້ນຢ່າງບໍ່ຢູດຢັ້ງ, ສ້າງລະບົບການສຶກສາມາດຕະຖານສູງ ເພື່ອສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ແກ່ຊາວໜຸ່ມເຍົາວະຊົນເຕີບໃຫຍ່ແລະກາຍເປັນຜູ້ມີຄວາມຮູ້ຄວາມສາມາດ. ຕ້ອງຮັກສາມູນເຊື້ອຂອງສັງຄົມມາກາວທີ່ຍຶດໝັ້ນຄວາມສາມັກຄີແລະໃຫ້ຄວາມສຳຄັນແກ່ການປຶກສາຫາລື, ເມື່ອມີບັນຫາຄວນປຶກສາຫາລືກັນໃຫ້ຫຼາຍ,ເມື່ອເຄື່ອນໄຫວເຮັດວຽກຄວນປະສານງານໃຫ້ຫຼາຍ,ຕ້ອງແກ້ໄຂຄວາມຂັດແຍ້ງໃນສັງຄົມໃຫ້ສົມເຫດສົມຜົນເພື່ອຮ່ວມກັນຮັກສາຄວາມສະຫງົບປອງດອງທາງສັງຄົມ. ຕ້ອງເສີມຂະຫຍາຍທ່າແຮງທີ່ມາກາວເປັນບ່ອນໂຮມສູນວັດທະນະທຳຕາເວັນອອກແລະຕາເວັນຕົກ ເພື່ອປະກອບສ່ວນເຂົ້າໃນການແລກປ່ຽນກັບສາກົນທາງດ້ານວັດທະນະທຳ ແລະສົ່ງເສີມການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆໃນໂລກ.
“ນະທີ່ນີ້ ສິ່ງທີ່ຂ້າພະເຈົ້າຕ້ອງເນັ້ນໜັກນັ້ນກໍຄື ພາຍຫຼັງຮົງກົງແລະມາກາວກັບຄືນສູ່ປະເທດຊາດແລ້ວ, ການແກ້ໄຂວຽກງານຂອງເຂດບໍລິຫານພິເສດຮົງກົງແລະເຂດບໍລິຫານພິເສດມາກາວເປັນວຽກງານພາຍໃນຂອງຈີນທັງໝົດໂດຍບໍ່ຕ້ອງການອິດທິກຳລັງພາຍນອກໃດໆຊີ້ນີ້ວຊີ້ມືບົງການ.ລັດຖະບານແລະປະຊາຊົນຈີນມີຈິດໃຈອັນເດັດດ່ຽວໜຽວແໜ້ນໃນການປົກປັກຮັກສາອະທິປະໄຕ,ຄວາມໝັັ້ນຄົງແລະຜົນປະໂຫຍດດ້ານການພັດທະນາຂອງປະເທດຕົນ,ເດັດຂາດບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກໃດໆແຊກແຊງວຽກງານຮົງກົງແລະມາກາວ.”
ທ່ານສີຈິ້ນຜິງກ່າວວ່າ: ໃນໄລຍະ 30 ກວ່າປີຜ່ານມາ, ຜົນສຳເລັດຂອງພຶດຕິກຳ “ປະເທດດຽວ ສອງລະບອບ”ໄດ້ກາຍເປັນທີ່ຍອມຮັບຈາກຊາວໂລກ. ລະບົບລະບຽບການ “ປະເທດດຽວ ສອງລະບອບ”ກໍຕ້ອງໄດ້ຮັບການບູລະນະໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງໃນພຶດຕິກຳຕົວຈິງ. ພວກເຮົາເຊື່ອໝັ້ນວ່າ ປະຊາຊົນຈີນເຊິ່ງລວມທັງພີ່ນ້ອງຮ່ວມຊາດຮົງກົງແລະມາກາວມີສະຕິປັນຍາແລະຄວາມສາມາດຢ່າງພຽງພໍໃນການເສີມຂະຫຍາຍພຶດຕິກຳ “ປະເທດດຽວ ສອງລະບອບ”ໃຫ້ດີກວ່າເກົ່າ,ບູລະນະລະບົບລະບຽບການ “ປະເທດດຽວ ສອງລະບອບ”ໃຫ້ສົມບູນຂຶ້ນຫຼາຍກວ່າເກົ່າ ແລະບໍລິຫານເຂດບໍລິຫານພິເສດໃຫ້ດີກວ່າເກົ່າ. ບາດກ້າວເດີນໄປໜ້າຂອງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊາດຈີນບໍ່ມີໃຜສາມາດສະກັດກັ້ນໄດ້, ພາລະກິດທີ່ຮົງກົງ ມາກາວແລະແຜ່ນດິນໃຫຍ່ຂອງປະເທດຊາດພັດທະນາຮ່ວມກັນແລະມີຄວາມຈະເລີນພ້ອມກັນຍ່ອມຈະກ້າວເດີນໄປຕາມເສັ້ນທາງທີ່ນັບມື້ນັບສະຫງ່າງາມຢ່າງແນ່ນອນ.
ຄຳເຫັນ
0