ທ່ານສີຈິ້ນຜິງເຫັນວ່າ, “ຄອບຄົວເປັນຈຸລັງພື້ນຖານຂອງສັງຄົມ, ກໍເປັນໂຮງຮຽນແຫ່ງທຳອິດໃນຊີວິດ.” ທ່ານສີຈິ້ນຜິງເຕີບໃຫຍ່ຂຶ້ນໃນຄອບຄົວທີ່ມີຄວາມອົບອຸ່ນ ຄວາມສາມັກຄີ ແລະ ຄວາມຖືກຕ້ອງປອງດອງກັນດີ, ກໍແມ່ນໂຮງຮຽນແຫ່ງນີ້, ໄດ້ບຳລຸງສ້າງແນວຄິດຈິດໃຈຮັກບ້ານແພງເມືອງຂອງທ່ານສີຈິ້ນຜິງ, ທັງເປັນແຫຼ່ງກຳເນີດແຫ່ງແນວຄິດບໍລິຫານປະເທດຂອງທ່ານ. ການສິດສອນຂອງພໍ່ດ້ວຍການກະທຳຕົວຈິງ, ເຮັດໃຫ້ທ່ານໄດ້ຮຽນຮູ້ ແລະ ສືບທອດຄຸນທາດຄຸນສົມບັດທີ່ສູງສົ່ງຫຼາຍຢ່າງຈາກພໍ່.
ທ່ານສີຈິ້ນຜິງເກີດໃນປີ 1953. ຕອນອາຍຸບໍ່ຮອດ 1 ປີ, ຍ້ອນບ່ອນເຮັດວຽກຂອງທ່ານນາງສີຊິ່ນ ແມ່ຂອງທ່ານສີຈິ້ນຜິງໄກຈາກບ້ານຈຶ່ງບໍ່ສະດວກໃນການເບິ່ງແຍງລູກ, ຈຶ່ງມອບທ່ານສີຈິ້ນຜິງທີ່ຫາກໍ່ຢຸດກິນນົມນັ້ນໃຫ້ພໍ່ເບິ່ງແຍງ.
ທ່ານສີຈົ້ງຊຸ່ນ ພໍ່ຂອງທ່ານສີຈິ້ນຜິງເປັນຮອງນາຍົກລັດຖະມົນຕີ ທັງເປັນເລຂາທິການຄະນະລັດຖະບານໃນເວລານັ້ນບໍ່ໄດ້ຈ້າງແມ່ບ້ານ, ແຕ່ເພິ່ນໄດ້ໃຊ້ເວລານອກໂມງການມາເບິ່ງແຍງລູກ 4 ຄົນດ້ວຍຕົນເອງ, ອາບນ້ຳ ແລະ ຊັກເຄື່ອງໃຫ້ ລູກໆ. ທ່ານສີຈົ້ງຊຸ່ນຖືວ່າ ເວລາທີ່ຢູ່ກັບລູກເປັນຄວາມຜາສຸກສຸດຍອດ, ໂດຍສະເພາະເມື່ອຫຼິ້ນນຳກັນກັບລູກ,ທ່ານຮູ້ສຶກດີໃຈທີ່ສຸດ.
ປີ 1958, ທ່ານສີຈົ້ງຊຸ່ນແລະລູກຊາຍສອງຄົນຖ່າຍຮູບຮ່ວມກັນ
ເຖິງວ່າທ່ານສີຈົ້ງຊຸ່ນຮັກແພງລູກຫຼາຍ, ແຕ່ທ່ານກໍບໍ່ໄດ້ປ່ອຍລູກເຮັດຕາມລຳພັງຈັກເທື່ອ. ພາຍໃຕ້ການອົບຮົມສັ່ງສອນຢ່າງເຂັ້ມງວດຂອງພໍ່, ທ່ານສີຈິ້ນຜິງໄດ້ດຳລົງຊີວິດຢ່າງປະຢັດມັດທະຍັດ. ໃນສະໄໝນັ້ນ, ເດັກນ້ອຍຈະໃສ່ເສື້ອເກົ່າຂອງອ້າຍເອື້ອຍ. ທ່ານສີຈິ້ນຜິງມີເອື້ອຍ 4 ຄົນ ແລະ ອ້າຍໜຶ່ງຄົນ, ສະນັ້ນ, ທ່ານສີຈິ້ນຜິງສ່ວນຫຼາຍຈະໃສ່ເສື້ອຂອງເອື້ອຍ. ມີເທື່ອໜຶ່ງທ່ານສີຈິ້ນຜິງບໍ່ຍອມໃສ່ເກີບຂອງເອື້ອຍເພາະວ່າຖືກໝູ່ຫົວຂວັນ, ທ່ານສີຈົ້ງຊຸ່ນຈຶ່ງປອບໃຈລູກເລື້ອຍໆວ່າ: ຍ້ອມສີແລ້ວກໍໃສ່ໄດ້ເຊັ່ນກັນ.
ທ່ານສີຈິ້ນຜິງຈື່ໄດ້ວ່າ: “ພໍ່ປະຢັດເຖິງຂັ້ນສຸດຍອດເລີຍ.” ທ່ານນາງສີຊຽວຊຽວ, ເອື້ອຍຂອງທ່ານສີຈິ້ນຜິງຫວນຄືນວ່າ, ໃນເວລາກິນເຂົ້າ, ຖ້າມີເມັດເຂົ້າ ຫຼື ເສດເຂົ້າໜົມຕົກໜ້າໂຕະແລ້ວ, ພໍ່ຈະໃຫ້ລູກຈັດຂຶ້ນມາກິນ, ໃນທີ່ສຸດຍັງຕ້ອງເອົາເຂົ້າໜົມຈ້ຳນ້ຳທີ່ເຫຼືອຢູ່ໃນຈານນັ້ນກິນໄປໝົດ. ມີເທື່ອໜຶ່ງ, ທ່ານນາງສີຊຽວຊຽວຕຳຖ້ວຍແກງຈົນຂວ້ຳລົງແບບບໍ່ໄດ້ຕັ້ງໃຈ, ທ່ານສີຈົ້ງຊຸ່ນບໍ່ໄດ້ຕິຕຽນຫຍັງ, ຫາກໄດ້ກົ້ມລົງດູດນ້ຳແກງທີ່ສາດຢູ່ເທິງໜ້າໂຕະນັ້ນຈົນໝົດກ້ຽງ.
ແບບຢ່າງທີ່ດີມີບົດບາດທີ່ຍິ່ງໃຫຍ່, ພາຍໃຕ້ການສັ່ງສອນຂອງພໍ່, ທ່ານສີຈິ້ນຜິງກໍໄດ້ສ້າງຄຸນສົມບັດທີ່ປະຢັດ ແລະ ດຸໝັ່ນ. ປີ 2012, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ແລະໄດ້ຮຽກຮ້ອງຫຼາຍເທື່ອໃຫ້ດຸໝັ່ນ ແລະ ປະຢັດ, ຄັດຄ້ານການຫຼິ້ນກິນຟຸມເຟືອຍ. ທ່ານເຄີຍໄດ້ກ່າວໃນເອກະສານຊີ້ນຳສະບັບໜຶ່ງວ່າ: “ມີຫາງສຽງທີ່ຮຸນແຮງຈາກພະນັກງານ ແລະ ປະຊາຊົນອັນໄພສານ ຕໍ່ປະກົດການຫຼິ້ນກິນຟຸມເຟືອຍ ໂດຍສະເພາະແມ່ນຫຼິ້ນກິນຟຸມເຟືອຍດ້ວຍທຶນລັດ. ເມື່ອຄິດວ່າຢູ່ປະເທດພວກເຮົາຍັງມີປະຊາຊົນຜູ້ທຸກຍາກຢ່າງຫຼວງຫຼາຍ, ປະກົດການຫຼິ້ນກິນຟຸມເຟືອຍໃນຮູບແບບຕ່າງໆກໍຈະເຮັດໃຫ້ຄົນຮູ້ສຶກປວດໃຈຫຼາຍ. ຕ້ອງສະກັດກັ້ນປະກົດການຫຼິ້ນກິນຟຸມເຟືອຍຢ່າງເຂັ້ມງວດ.”
ອິດທິພົນຂອງທ່ານສີຈົ້ງຊຸ່ນຕໍ່ທ່ານສີຈິ້ນຜິງນັ້ນ, ເຊື່ອງຊ້ອນໃນເລື່ອງເລັກໆນ້ອຍໆໃນຊີວິດປະຈຳວັນ.
ປີ1975, ທ່ານສີຈົ້ງຊຸ່ນແລະທ່ານນາງຊີຊິນໄດ້ຖ່າຍຮູບຮ່ວມກັບລູກແລະລູກສາວ
ໃນໄລຍະເປັນນັກຮຽນ, ທ່ານສີຈິ້ນຜິງໄດ້ກິນນອນຢູ່ໃນໂຮງຮຽນ, ມີແຕ່ຮອດມື້ບຸນແລ້ວຈຶ່ງຈະໄດ້ເມືອເຮືອນ. ຫຼັງຈາກກັບຮອດບ້ານແລ້ວ, ອ້າຍເອື້ອຍນ້ອງຫຼາຍຄົນກໍຈະລຽນແຖວຢືນຕາມຝາເຮືອນ, ຟັງພໍ່ເລົ່າເລື່ອງທີ່ເພິ່ນເຂົ້າຮ່ວມການປະຕິວັດ, ການປະຕິວັດເປັນສະພາບແນວໃດ. ພາຍໃຕ້ການບຳລຸງຂອງບັນຍາກາດປະຕິວັດທີ່ເຂັ້ມຂຸ້ນໃນຄອບຄົວ, ທ່ານສີຈິ້ນຜິງໃນໄວໜຸ່ມໄດ້ຂຽນໃບສະເໜີເຂົ້າເປັນສະມາຊິກຄະນະຊາວໜຸ່ມກອມມູນິດຈີນ 8ສະບັບ ແລະ ໃບສະເໜີເຂົ້າເປັນສະມາຊິກພັກກອມມູນິດຈີນ 10 ສະບັບ, ແລະໄດ້ເຂົ້າເປັນສະມາຊິກພັກກອມມູນິດຈີນພຽງແຕ່ອາຍຸ 20 ປີເທົ່ານັ້ນ.
ທ່ານນາງເຮີ້ເຈເຊິ່ງ, ລູກສາວຂອງທ່ານເຮີ້ໂລງ ອະດີດຜູ້ນຳຂອງຈີນເຄີຍຂຽນບົດຫວນຄືນວ່າ: ຫຼັງຈາກທ່ານສີຈິ້ນຜິງເຂົ້າຮ່ວມວຽກງານບໍລິຫານລັດແລ້ວ, ທ່ານສີຈົ້ງຊຸ່ນໄດ້ເລົ່າຄວາມໃນໃຈສູ່ລູກຟັງວ່າ: “ບໍ່ວ່າລູກຈະດຳລົງຕຳແໜ່ງການນຳສູງເທົ່າໃດກໍຕາມ, ຢ່າລືມຮັບໃຊ້ປະຊາຊົນຢ່າງສຸດໃຈ, ຄຳນຶງເຖິງຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ຕ້ອງຕິດພັນກັບປະຊາຊົນ, ແລະ ເຂົ້າໃກ້ຊິດກັບປະຊາຊົນ.”
ຈາກເລຂາໜ່ວຍພັກຂອງກອງຜະລິດກະສິກຳໃນຊົນນະບົດ ຮອດເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ຈາກພົນລະເມືອງທຳມະດາຮອດປະທານປະເທດ, ທ່ານສີຈິ້ນຜິງໄດ້ຈົດຈຳຄຳສັ່ງສອນຂອງພໍ່ໄວ້ໃນໃຈຢູ່ສະເໝີ, ແລະຖືເປັນເປົ້າໝາຍສູ້ຊົນໃນຕະຫຼອດຊີວິດ ຄື “ຮັກແພງປະຊາຊົນ ຄືກັນກັບຮັກແພງພໍ່ແມ່ຂອງຕົນ.”
ທ່ານສີຈິ້ນຜິງເຄີຍກ່າວວ່າ: “ປູ່ຂ້າພະເຈົ້າກໍເປັນຊາວກະສິກອນ, ພໍ່ກໍຫັນຈາກຊາວກະສິກອນກ້າວຂຶ້ນສູ່ເສັ້ນທາງປະຕິວັດ, ຂ້າພະເຈົ້າເອງກໍເຄີຍເປັນຊາວກະສິກອນເປັນເວລາ 7 ປີ.” ອາລົມຕິດທີ່ລຽບງ່າຍແບບນີ້ໄດ້ຝັງເລິກໃນຈິດໃຈຂອງທ່ານສີຈິ້ນຜິງຕະຫຼອດ.
ທ່ານສີຈິ້ນຜິງເຄີຍເສີບອາຫານໃຫ້ຜູ້ເຖົ້າຢູ່ຮ້ານອາຫານດູແລຜູ້ເຖົ້າຢູ່ນະຄອນລານໂຈ່, ກໍເຄີຍນັ່ງພັບຂາເທິງຕຽງເຕົາໄຟຢູ່ເຮືອນຊາວກະສິກອນຢູ່ເມືອງຟູຜິງແຂວງເຮີເປີຍ, ຈິດໃຈທີ່ໃກ້ຊິດກັບປະຊາຊົນ ແລະ ມ່ວນຊື່ນຮ່ວມກັບປະຊາຊົນນັ້ນໄດ້ສະແດງອອກຢ່າງທຳມະຊາດ. ດັ່ງທີ່ພໍ່ແມ່ປະຊາຊົນເວົ້າວ່າ, “ເລຂາທິການໃຫຍ່ໄປຮອດເຮືອນເຮົາແລ້ວເໝືອນກັບມາຢາມພີ່ນ້ອງ ແລະ ລົມກັບໝູ່ບ້ານໃກ້ຄຽງ, ບໍ່ໄດ້ຖືຕົວແມ່ນແຕ່ໜ້ອຍ, ຮູ້ສຶກສະໜິດສະໜົມກັນຫຼາຍ.”
ເດືອນພະຈິກປີ 2013, ທ່ານສີຈິ້ນຜິງໄປສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານຊືປ່າຕົ້ງແຂວງຫູນານຈີນ. ໃນໄລຍະນັ້ນ, ປ້າຊືພາຈ່ວນທີ່ເປັນເຜົ່າມົ້ງ ໃນເຮືອນເພິ່ນບໍ່ມີໂທລະພາບ ທັງບໍ່ເຄີຍພົບໜ້າທ່ານສີຈິ້ນຜິງໄດ້ຕ້ອນຮັບທ່ານສີຈິ້ນຜິງເຂົ້າສູ່ເຮືອນຕົນ, ແລະຖາມດ້ວຍຄວາມເຄົາລົບວ່າ ຄວນເອີ້ນທ່ານແນວໃດ?
ທ່ານສີຈິ້ນຜິງຍິ້ມ ແລະ ແນະນຳຕົນເອງວ່າ, ຂ້າພະເຈົ້າເປັນຜູ້ຮັບໃຊ້ປະຊາຊົນ. ເຊິ່ງຄວາມເວົ້ານີ້ໄດ້ເຮັດໃຫ້ທຸກຄົນຮູ້ສຶກອົບອຸ່ນພິເສດ.
ທ່ານສີຈິ້ນຜິງກັບພໍ່,ພັນລະຍາແລະລູກສາວ
ປີ 2001, ເມື່ອຮອດວັນເກີດຄົບຮອບ 88 ປີຂອງທ່ານສີຈົ້ງຊຸ່ນ, ທຸກຄົນໃນຄອບຄົວໄດ້ເຕົ້າໂຮມກັນ, ເຫຼືອແຕ່ທ່ານສີຈິ້ນຜິງ ທີ່ເປັນເຈົ້າແຂວງແຂວງຟູຈ້ຽນບໍ່ໄດ້ເມືອບ້ານຍ້ອນຄາວຽກ, ຈຶ່ງໄດ້ຂຽນຈົດໝາຍອວຍພອນວັນເກີດໄປຍັງພໍ່. ໃນຈົດໝາຍສະບັບນີ້, ທ່ານສີຈິ້ນຜິງຂຽນວ່າ: ໃນວັນສຳຄັນທີ່ໜ້າສະເຫຼີມສະຫຼອງນີ້, ທ່ານນອນບໍ່ຫຼັບ, ທັງຮູ້ສຶກຕື່ນເຕັ້ນເພື່ອສະຫຼອງວັນເກີດຂອງພໍ່, ທັງຮູ້ສຶກເສຍດາຍ ແລະ ຕິຕຽນຕົນເອງຍ້ອນບໍ່ໄດ້ໄປອວຍພອນວັນເກີດຂອງພໍ່ຮ່ວມກັນກັບຄອບຄົວ. ທ່ານເຄົາລົບນັບຖືນິດໄສທີ່ຊື່ສັດຈິງໃຈ ແລະ ຈົງຮັກພັກດີຂອງພໍ່, ຕັດສິນໃຈ “ຮຽນນຳຄຸນສົມບັດຂອງພໍ່”; ເຄົາລົບພໍ່ທີ່ໄດ້ “ສ້າງຄຸນງາມຄວາມດີເພື່ອພັກ ແລະ ປະຊາຊົນ”, “ແຕ່ບໍ່ເຄີຍຖືຕົວ ຫຼື ອວດອົ່ງຈັກເທື່ອ,ຖືຜົນງານທີ່ຍິ່ງໃຫຍ່ສະຫງ່າງາມຂອງຕົນເປັນປຸຍເມກທີ່ຜ່ານພົ້ນໄປ,” ຕັດສິນໃຈ “ຮຽນແບບແຜນການເຮັດວຽກຂອງພໍ່”; ເຄົາລົບພໍ່ທີ່ “ມີແສງໄຟຮຸ່ງເຮືອງຢູ່ໃນໃຈສະເໝີ, ແລະຍຶດໝັ້ນທິດທາງກ້າວໜ້າທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ”, ຈະເຊື່ອມຊຶມເອົາກຳລັງແຮງໃຈອັນເຂັ້ມແຂງຈາກພໍ່. ພໍ່ເໝືອນກັບວິລະບຸລຸດທີ່ດຸໝັ່ນ ຊື່ສັດ, ປະກອບສ່ວນເຂົ້າໃນພາລະກິອຂອງປະຊາຊົນຈີນຢ່າງມິດງຽບ. ນີ້ກໍກະຕຸກຊຸກຍູ້ໃຫ້ທ່ານສີຈິ້ນຜິງອຸທິດພະລັງແຮງຕະຫຼອດຊີວິດເຂົ້າສູ່ພາລະກິດຮັບໃຊ້ປະຊາຊົນ, ເພື່ອຕອບແທນບຸນຄຸນຂອງປະເທດຊາດ ແລະ ປະຊາຊົນທີ່ບຳລຸງສ້າງຕົນເອງໃຫ້ເຕີບໃຫຍ່ຂຶ້ນ.
ທ່ານສີຈົ້ງຊຸ່ນອ່ານຈົດໝາຍຂອງທ່ານສີຈິ້ນຜິງແລ້ວ, ໄດ້ສະແດງຄວາມເຂົ້າໃຈຕໍ່ລູກທີ່ບໍ່ສາມາດເຂົ້າຮ່ວມພິທີສະຫຼອງວັນເກີດຂອງຕົນຍ້ອນຄາວຽກຫຼາຍ, ຍັງໄດ້ຊ່ວຍອະທິບາຍຕໍ່ຄອບຄົວ ແລະຍາດພີ່ນ້ອງວ່າ, “ຕ້ອງຖືໜ້າທີ່ວຽກງານເປັນສິ່ງສຳຄັນ, ແລະ ຖືພາລະກິດຂອງປະເທດເປັນສິ່ງສຳຄັນຍິ່ງ.” “ການຮັບໃຊ້ປະຊາຊົນ, ກໍເປັນຄວາມກະທັນຍູທີ່ສູງສຸດຕໍ່ພໍ່ແມ່.”
“ການຮັບໃຊ້ປະຊາຊົນ, ກໍເປັນຄວາມກະທັນຍູທີ່ສູງສຸດຕໍ່ພໍ່ແມ່.” ນີ້ເປັນຄວາມມຸ່ງຫວັງຂອງທ່ານສີຈົ້ງຊຸ່ນຕໍ່ລູກຊາຍຂອງຕົນ. ໃນໄລຍະສຸດທ້າຍຂອງຊີວິດຕົນ, ທ່ານສີຈົ້ງຊຸ່ນຍັງໄດ້ບອກລູກທຸກຄົນວ່າ “ພໍ່ບໍ່ໄດ້ຈົ່ງຊັບສິນຫຍັງໃຫ້ແກ່ພວກລູກ, ແຕ່ໄດ້ຈົ່ງຊື່ສຽງທີ່ດີໃຫ້ແກ່ພວກລູກ.”
ຄອບຄົວເໝືອນກັບປະເທດນ້ອຍທີ່ສຸດ, ປະເທດປະກອບດ້ວຍຄອບຄົວເປັນພັນເປັນໝື່ນ. ທ່ານສີຈິ້ນຜິງເຕີບໃຫຍ່ຂຶ້ນໃນແບບແຜນຄອບຄົບທີ່ດີງາມ, ແລະ ພື້ນຖານແມ່ນມາຈາກປະຊາຊົນ, ເອົາໃຈໃສ່ນຳຄວາມສົມບູນພູນສຸກຂອງຄອບຄົວເປັນພັນເປັນໝື່ນ ໃນທຸກເວລາ, ທ່ານພວມນຳພາປະຊາຊົນທົ່ວປະເທດຈີນ, ບໍ່ລືມອຸດົມການແຕ່ຫົວທີ, ແລະບຸກບືນກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.
ຄຳເຫັນ
0