ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານສີຈິ້ນຜິງເປັນຜູ້ທີ່ກະຕັນຍູຕໍ່ພໍ່ແມ່, ຮັກເມຍແພງລູກ, ເຊິ່ງສະແດງໃຫ້ເຫັນວ່າ ທ່ານຖືສຳຄັນຢ່າງສູງຕໍ່ຄວາມສຸກຂອງຄອບຄົວ. ທ່ານກັບພັນລະຍາຂອງຕົນຄື ທ່ານ ນາງເຜີງລີ້ຢວນ ໄດ້ຮັກແພງ ເຄົາລົບນັບຖື,ຊ່ວຍເຫຼືອແລະສະໜັບສະໜູນເຊິ່ງກັນແລະກັນ, ຈາກ “ການຮັກແຮກພົບ” ຮອດ “ການເປັນຄູ່ຄອງຕະຫຼອດຊີວິດ” , ທ່ານສີຈິ້ນຜິງກັບທ່ານນາງເຜີງລີ້ຢວນໄດ້ສົມເປັນ “ຄູ່ຮັກປະຈຳຊາດ”ໃນສາຍຕາຂອງປະຊາຊົນຈີນທັງຫຼາຍ.
ເດືອນສິງຫາປີ 1987, ທ່ານສີຈິ້ນຜິງແລະທ່ານນາງເຜີງລີ້ຢວນຢູ່ເກາະຕຸ່ງຊ່ານແຂວງຟູຈ້ຽນ.
ທ່ານນາງ ເຜີງລີ້ຢວນ ເປັນນັກຮອງຍິງສຽງສູງທີ່ມີຊື່ສຽງໂດ່ງດັງ, ນັກສະແດງລະດັບຊາດຊັ້ນໜື່ງຂອງຈີນ. ທ້າຍປີ 1986, ໝູ່ໄດ້ແນະນຳຜູ້ຊາຍຄົນໜຶ່ງໃຫ້ທ່ານນາງເຜີງລີ້ຢວນ ນັ້ນກໍຄື ທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງເປັນຮອງເຈົ້າຄອງເມືອງເຊ້ຍເມີນ ແຂວງຟູຈ້ຽນໃນເວລານັ້ນ, ສ່ວນຕອນນັ້ນ ທ່ານນາງເຜີງລີ້ຢວນເປັນນັກຮ້ອງຍິງທີ່ປະຊາຊົນຈີນໃຜໆກໍຮູ້ຈັກດີແລ້ວ.
ໃນມື້ທຳອິດທີ່ພົບກັນ, ທ່ານນາງເຜີງລີ້ຢວນຕັ້ງນຸ່ງໂສ້ງຊຸດທະຫານໂຕໃຫຍ່ໆ ເພື່ອທົດສອບວ່າ ຝ່າຍຊາຍເປັນຄົນທີ່ຖືສຳຄັນສະເພາະແຕ່ໜ້າຕາຂອງຝ່າຍຍິງຫຼືບໍ? ແຕ່ບໍ່ນຶກເລີຍວ່າ, ທ່ານສີຈິ້ນຜິງກໍນຸ່ງເຄື່ອງແບບລຽບງ່າຍຄືກັນກັບຕົນເອງ, ບໍ່ພຽງແຕ່ເທົ່ານັ້ນ, ໃນການລົມກັນ, ສິ່ງທຳອິດທີ່ເພິ່ນຖາມຕົນນັ້ນ ບໍ່ແມ່ນຈຳພວກຄຳຖາມທີ່ວ່າ “ເພງນິຍົມໃນປັດຈຸບັນມີຫຍັງແດ່?”, “ຄ່າໂຕສະແດງນ້ອງເທົ່າໃດ?” ແຕ່ແມ່ນຖາມວ່າ ການຮ້ອງເພງ ມີວິທີການຮ້ອງຈັກປະເພດ? ທ່ານນາງເຜີງລີ້ຢວນຮູ້ສຶກທັນທີເລີຍວ່າ ຕົນກັບຄົນແປກໜ້າທີ່ຢູ່ຕໍ່ໜ້າຕົນຜູ້ນີ້ມີຈຸດຄືກັນແລະລົມເຂົ້າກັນໄດ້ດີ.
ພາຍຫຼັງມາ, ເມື່ອຫວນຄືນເຖິງປະສົບການຮັກແຮກພົບເທື່ອນັ້ນ, ທ່ານນາງເຜີງລີ້ຢວນເວົ້າວ່າ: “ຕອນນັ້ນ, ຂ້າພະເຈົ້າຕື້ນເຕັ້ນກະທັນຫັນບາດໜຶ່ງ, ເອີ, ນີ້ຄືສາມີທີ່ໃຈຂ້າພະເຈົ້າປາຖະໜາຢາກໄດ້ມາໂດຍຕະຫຼອດ ບໍ່ແມ່ນບໍ? ເພິ່ນເປັນຄົນທີ່ບໍລິສຸດລຽບງ່າຍທັງມີແນວຄິດທີ່ດີ” ຕໍ່ມາ, ທ່ານສີຈິ້ນຜິງກໍໄດ້ບອກນາງວ່າ ພົບກັບນາງບໍ່ຮອດ 40 ນາທີ ທ່ານກໍຕັດສິນໃຈວ່າ ຈະເອົານາງສາວຜູ້ນີ້ເປັນພັນລະຍາຂອງຕົນ.
ວັນທີ 1 ກັນຍາ 1987, ທ່ານນາງເຜີງລີ້ຢວນກັບທ່ານສີຈິ້ນຜິງໄດ້ຈັດພິທີແຕ່ງດອງແບບກະທັດຮັດລຽບງ່າຍ. ເວລານັ້ນ, ທ່ານນາງເຜີງລີ້ຢວນທີ່ຢູ່ນະຄອນຫຼວງປັກກິ່ງໄດ້ຮັບໂທລະສັບທາງໄກຈາກທ່ານສີຈິ້ນຜິງທີ່ຢູ່ນະຄອນເຊ້ຍເມີນ, ລົມກັນບໍ່ພໍເທົ່າໃດຄຳກໍຕົກລົງກັນເລີຍ. ນາງໄປຂໍໃບສະເໜີຈາກສຳນັກງານທີ່ຕົນສັງກັດ ແລ້ວເດີນທາງໄປນະຄອນເຊ້ຍເມີນດ້ວຍເຮືອບິນໂດຍກົງ. ຫຼັງລົງເຮືອບິນ, ທ່ານສີຈິ້ນຜິງກໍພາທ່ານນາງເຜີງລີ້ຢວນໄປຖ່າຍຮູບໃນຮ້ານຖ່າຍຮູບ ໄປຈົດທະບຽນສົມລົດ.ແລ້ວທ່ານສີຈິ້ນຜິງກໍລາຍງານໃຫ້ເຈົ້າຄອງນະຄອນເຊ້ຍເມີນຊາບ, ເຈົ້າຄອງນະຄອນກໍໂທລະສັບເຊື້ອເຊີນການນຳຄະນະພັກແລະອົງການປົກຄອງນະຄອນທັນທີວ່າ: “ 7 ໂມງແລງ, ກິນເຂົ້າສະມັກຄີ”.
ເວລາ 7 ໂມງແລງ, ທ່ານສີຈິ້ນຜິງແລະທ່ານນາງເຜີງລີ້ຢວນໄດ້ລໍຖາຢູ່ສະຖານທີ່ຈັດງານແລະຕ້ອນຮັບແຂກດ້ວຍຄວາມເຄົາລົບນັບຖື. ເພື່ອນຮ່ວມງານທັງຫຼາຍມາຮອດຕາມໆກັນ, ເມື່ອໄດ້ເຫັນ ຕົວໜັງສືສີແດງໃຫຍ່ຂຽນວ່າ “ຊ່ວງສີ” ເຊິ່ງມີຄວາມໝາຍວ່າ ຄູ່ສິລິມຸງຄູນ ທີ່ເປັນສັນຍາລັກຂອງງານດອງ ທີ່ຕິດຢູ່ເທິງຝາເຮືອນນັ້ນ ຕ່າງກໍຮູ້ສຶກແປກໃຈຫຼາຍ. ຫົວໜ້າເລຂາອົງການປົກຄອງນະຄອນເຊ້ຍເມີນໄດ້ເຫັນນາງເຜີງລີ້ຢວນກໍຈື່ທັນທີເລີຍ, ໃນເວລາທີ່ຈັບມືກັບທ່ານສີຈິ້ນຜິງກໍຖາມດ້ວຍຄວາມປະຫຼາດໃຈວ່າ: “ອ້າວ,ເປັນຫຍັງລາວຈິ່ງມາງານນີ້”, ທ່ານສີຈິ້ນຜິງກໍບອກວ່າ: “ລາວແມ່ນພັນລະຍາຂ້ອຍເດ.” ຈົນຮອດເວລານັ້ນ, ຄົນທັງຫຼາຍຈິ່ງຮູ້ວ່າ ທີ່ແທ້, ພັນລະຍາຂອງທ່ານສີຈິ້ນຜິງແມ່ນ ນາງເຜີງລີ້ຢວນນັ້ນເອງ.
ສຳລັບຊີວິດຫຼັງແຕ່ງງານຂອງທ່ານສີຈິ້ນຜິງແລະທ່ານນາງເຜີງລີ້ຢວນຄື, ຜູ້ເປັນຜົວເປັນພະນັກງານການນຳ,ຕ້ອງໄປສຳຫຼວດຄົ້ນຄວ້າວຽກງານຢູ່ຕ່າງຖິ່ນເລື້ອຍໆ,ຜູ້ເປັນເມຍເປັນນັກຮ້ອງກອງທັບ,ຕອນນັ້ນໄດ້ຮັບໜ້າທີ່ມອບໝາຍເດີນທາງໄປຕ່າງຖິ່ນເພື່ອສະແດງການຮ້ອງເພງຢື້ຢາມຖາມຂ່າວທະຫານແລະປະຊາຊົນ. ສອງຜົວເມຍໄດ້ດຳລົງຊີວິດຢູ່ຄົນລະຖິ່ນຖານແບບນັ້ນມາໂດຍຕະຫຼອດ.
ພາຍຫຼັງແຕ່ງງານໄດ້ມື້ທີ 4 , ທ່ານນາງເຜີງລີ້ຢວນໄດ້ຂີ່ເຮືອບິນກັບຄືນນະຄອນຫຼວງປັກກິ່ງເພື່ອເຂົ້າຮ່ວມເທດສະການສິລະປະທົ່ວປະເທດຈີນ,ຈາກນັ້ນ ໄດ້ເດີນທາງໄປຢ້ຽມຢາມການາດາ,ອາເມຣິກາ. ການພາກຈາກກັນເທື່ອທຳອິດຫຼັງແຕ່ງງານດົນເຖິງ 2-3 ເດືອນ. ຕອນນັ້ນ, ທ່ານສີຈິ້ນຜິງເຮັດວຽກຢູ່ແຂວງຟູຈ້ຽນ, ບໍ່ສາມາດເມືອປັກກິ່ງເລື້ອຍໆໄດ້,ສ່ວນທ່ານນາງເຜີງລີ້ຢວນເຮັດວຽກຢູ່ປັກກິ່ງກໍບໍ່ສາມາດໄປຢູ່ນຳສາມີເປັນປະຈຳ. ມີເທື່ອໜຶ່ງ,ທ່ານສີຈິ້ນຜິງພໍດີມີເວລາຫວ່າງຈິ່ງໄປຢາມທ່ານນາງເຜີງລີ້ຢວນຢູ່ປັກກິ່ງ, ແຕ່ທ່ານນາງເຜີງລີ້ຢວນໄດ້ຮັບມອບໝາຍໜ້າທີ່ຈາກຂັ້ນເທິງທາງໂທລະສັບ ວ່າຕ້ອງໄປສະແດງຢູ່ຕ່າງຖິ່ນ, ຫຼັງວາງສາຍ,ນາງບໍ່ປາກເປັນເວລາດົນ,ເພາະຢ້ານເຮັດໃຫ້ຜົວເສຍໃຈ.ແຕ່ພາຍຫຼັງທ່ານສີຈິ້ນຜິງຮູ້ແລ້ວພັດປອບໃຈນາງວ່າ: “ບໍ່ເປັນຫຍັງ,ນ້ອງໄປໂລດ, ເຮົາສອງຄົນຕ້ອງມີເວລາເຕົ້າໂຮມກັນແນ່ນອນ,ແຕ່ອ້າຍບໍ່ສາມາດເຮັດໃຫ້ນ້ອງລາຈາກເວທີສະແດງເພື່ອອ້າຍ,ຄັນເປັນແນວນັ້ນ,ອ້າຍກໍເປັນຄົນທີ່ເຫັນແກ່ຕົວໂພດ.”
ທ່ານສີຈິ້ນຜິງຫ່ວງໃຍສະເໝີເຖິງພັນລະຍາທີ່ເດີນທາງໄປຕ່າງຖິ່ນສະແດງເລື້ອຍໆ, ຂໍພຽງແຕ່ມີໂອກາດ,ບໍ່ວ່າຈະເດິກປານໃດກໍຕ້ອງລົມໂທລະສັບກັບພັນລະຍາຢ່າງໜ້ອຍມື້ລະເທື່ອ. ແຕ່ກ່ອນ, ພໍຮອດມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທ່ານນາງເຜີງລີ້ຢວນຕ້ອງເຂົ້າຮ່ວມການສະແດງໃນງານລາຕີສະໂມສອນສະຫຼອງບຸນກຸດຈີນ, ສ່ວນທ່ານສີຈິ້ນຜິງຂໍແຕ່ມີໂອກາດເມືອປັກກິ່ງສະຫຼອງບຸນກຸດຈີນຮ່ວມກັບຄອບຄົວນັ້ນກໍໄດ້ຫໍ່ກ້ຽວທັງເບິ່ງງານລາຕີສະໂມສອນບຸນກຸດຈີນທາງໂທລະພາບ, ຖ້າພັນລະຍາສຳເລັດການສະແດງເມື່ອຮອດເຮືອນແລ້ວຈິ່ງຕົ້ມກ້ຽວກິນນຳກັນ.
ເດືອນກັນຍາປີ 1989, ທ່ານສີຈິ້ນຜິງແລະທ່ານນາງເຜີງລີ້ຢວນຖ່າຍຮູບຮ່ວມກັນ
ເຖິງຈະເປັນການພົບກັນໜ້ອຍແຕ່ພາກກັນຫຼາຍກໍຕາມ, ແຕ່ເຂົາເຈົ້າກໍໄດ້ເຂົ້າໃຈແລະຫ່ວງໃຍເຊິ່ງກັນແລະກັນສະເໝີ.
ໃນລະດູໜາວປີໜຶ່ງ, ທ່ານນາງເຜີງລີ້ຢວນໄປຢາມທ່ານສີຈິ້ນຜິງຢູ່ແຂວງຟູຈ້ຽນ,ພົບວ່າ ຢູ່ພາກໃຕ້ຈີນ,ໃນລະດູໜາວບໍ່ມີອາຍອຸ່ນ,ເມື່ອຮອດປັກກິ່ງແລ້ວ, ລາວກໍຄິດຢາກເຮັດຜ້າຫົ່ມໃຫ້ສາມີມາໂດຍຕະຫຼອດ. ແຕ່ວ່າ ຜ້າຫົ່ມທີ່ຂາຍໃນຕະຫຼາດມີແຕ່ຂະໜາດນ້ອຍ,ແຕ່ທ່ານສີຈິ້ນຜິງເປັນຄົນຮ່າງສູງ, ຜ້າຫົ່ມຫົ່ມບໍ່ຮອດຕີນຊ້ຳ. ທ່ານນາງເຜີງລີ້ຢວນກໍຂໍໃຫ້ແມ່ຊ່ວຍຈ້າງຄົນເອົາຝ້າຍໃໝ່ໆເຮັດໄສ້ຜ້າຫົ່ມຜືນໃຫຍ່ທີ່ມີນ້ຳໜັກ 3 ກິໂລ, ແລ້ວໄປຊື້ຜ້າຢູ່ໃນຮ້ານ, ແລ້ວກໍເລີຍຫຍິບຜ້າຫົ່ມໃໝ່ດ້ວຍຕົນເອງ. ພໍດີຕ້ອນນັ້ນ, ທ່ານນາງເຜີງລີ້ຢວນໄປປະຕິບັດໜ້າທີ່ການສະແດງຢູ່ຕ່າງແຂວງ, ຕ້ອງໄປພາກຕາເວັນອອກສຽງເໜືອກ່ອນ,ສຸດທ້າຍຈິ່ງໄປແຂວງຟູຈ້ຽນ, ດ້ວຍເຫດນີ້, ທ່ານນາງເຜີງລີ້ຢວນກໍຖືຜ້າຫົ່ມໂຕໃຫຍ່ອອກເດີນທາງເລີຍ. ຢູ່ກາງທາງ, ທ່ານນາງເຜີງລີ້ຢວນໄດ້ພົບຜູ້ໂດຍສານສອງຄົນ, ຜູ້ໜຶ່ງເວົ້າວ່າ: “ເອີ,ຄົນນີ້ໜ້າຕາຄື ເຜີງລີ້ຢວນ ນັກຮ້ອງຊື່ດັງ” , ອີກຜູ້ໜຶ່ງເວົ້າວ່າ “ເວົ້າໄປ,ເຜີງລີ້ຢວນຊິເປ້ຜ້າຫົ່ມໂຕໃຫຍ່ໄປສະແດງຢູ່ຕ່າງແຂວງໄດ້ຊ້ຳບໍ? ຫຼືວ່າເຮົາພະນັນກັນບໍ?” ເມື່ອທ່ານນາງເຜີງລີ້ຢວນໄດ້ຍິນເຂົາເຈົ້າເວົ້າແນວນັ້ນກໍຮູ້ສຶກອາຍຫຼາຍ.
ຫຼັງເດີນທາງຍາວໄກດ້ວຍຄວາມລຳບາກ,ໃນທີ່ສຸດ, ຜ້າຫົ່ມໃໝ່ໂຕນີ້ຈິ່ງສົ່ງໄປເຖິງມືຂອງສາມີທີ່ຢູ່ນະຄອນນິງເຕີແຂວງຟູຈ້ຽນ,ເມື່ອໄດ້ຫົ່ມຜ້າຫົ່ມໃໝ່ໂຕນັ້ນແລ້ວ, ທ່ານສີຈິິ້ນຜິງຍ້ອງບໍ່ຂາດປາກວ່າ ດີໆ! ທ່ານນາງເຜີງລີ້ຢວນຈິ່ງໄວ້ວາງໃຈ.
ທ່ານສີຈິິ້ນຜິງເຂັ້ມງວດຕໍ່ຕົນເອງທີ່ສຸດ,ທຸກເທື່ອທີ່ທ່ານນາງເຜີງລີ້ຢວນໄປຢາມເພິ່ນ,ເພິ່ນກໍບໍ່ບອກເລີຍ. ມີຫຼາຍໆໂອກາດທີ່ສາມາດພາພັນລະຍາໄປພ້ອມນັ້ນ, ທ່ານກໍບໍ່ໃຫ້ທ່ານນາງເຜີງລີ້ຢວນໄປເຂົ້າຮ່ວມໂດຍເວົ້າວ່າ “ເຮັດແນວນັ້ນຈະບໍ່ຖືກຕ້ອງຕາມລະບຽບການ” ທ່ານສີຈິິ້ນຜິງມີຄວາມຮຽກຮ້ອງຕໍ່ທ່ານນາງເຜີງລີ້ຢວນຍິ່ງເຂັ້ມງວດກວ່າເກົ່າອີກ.ທ່ານເຄີຍນັດກັບພັນລະຍາໂດຍກຳນົດໄວ້ວ່າ “ອ້າຍເປັນພະນັກງານສະມາຊິກພັກ, ຫ້າມນ້ອງໄປສະແດງໂດຍບໍ່ໄດ້ຮັບການອະນຸມັດຈາກຂັ້ນເທິງເພື່ອຫາລາຍຮັບເພີ່ມເດັດຂາດເດີ້.”
ທ່ານສີຈິິ້ນຜິ້ງແລະທ່ານນາງເຜີງລີ້ຢວນໄດ້ສືບທອດແລະຍຶດຖືເສີມຂະຫຍາຍແບບແຜນຄອບຄົວທີ່ສອນລູກຢ່າງເຄັ່ງຄັດ,ດຳລົງຊີວິດແບບໃຊ້ຈ່າຍຢ່າງປະຢັດມັດທະຍັດ.ເຂົາເຈົ້າໄດ້ຕັ້ງຊື່ໃຫ້ລູກສາວວ່າ “ມິງເຈີ”ເພື່ອຝາກຄວາມຫວັງໄວ້ນຳລູກສາວເພື່ອໃຫ້ເປັນຄົນບໍລິສຸດຂາວສະອາດ.
ວັນທີ 2 ມິຖຸນາປີ 2013, ທ່ານສີຈິ້ນຜິງແລະທ່ານນາງເຜີງລີ້ຢວນເດີນທາງເຖິງນະຄອນຫຼວງຊັງໂຈເຊ ເພື່ອຢ້ຽມຢາມໂກສຕາລີກາ
ປີ 2012, ທ່ານສີຈິ້ນຜິງທີ່ໄດ້ຂຶ້ນດຳລົງຕຳແໜ່ງເປັນຜູ້ນຳປະເທດແລ້ວນັ້ນພ້ອມທ່ານນາງເຜີງລີ້ຢວນ ພັນລະຍາຂອງຕົນໄດ້ໃສ່ “ເສື້ອຄູ່” ປະກົດຕົວໃນຫຼາຍໂອກາດສຳຄັນ. ທຸກກິລິຍາທ່າທາງຂອງເຂົາເຈົ້າສອງຄົນຕ່າງກໍໄດ້ສະແດງໃຫ້ເຫັນຄວາມອົບອຸ່ນຄວາມຮັກແພງກັນລະຫວ່າງຜົວເມຍແບບທຳມະຊາດ.
ວັນທີ 18 ພະຈິກ 2014, ທ່ານສີຈິ້ນຜິງຂຶ້ນກຳປັ່ນສຳຫຼວດຄົ້ນຄວ້າວິທະຍາສາດ “ເຊລົງ” ຂອງຈີນ, ໃນຂະນະທີ່ຍ່າງເຂົ້າປະຕູກ່ຳປັ່ນ, ທ່ານຫັນຫຼັງເດ່ມືໃຫ້ທ່ານນາງເຜີງລີ້ຢວນທັງເວົ້າດ້ວຍຄວາມອ່ອນໂຍນວ່າ “ມາ”
ເດືອນມິຖຸນາປີ 2013, ໂອກາດຢ້ຽມຢາມໂກສຕາລີກາ, ຢູ່ນິຄົມກາເຟຂອງຄອບຄົວຊາວກະສິກອນທຳມະດາຄອບຄົວໜຶ່ງ, ທ່ານສີຈິ້ນຜິງໄດ້ເດັດດອກກາເຟພວງໜຶ່ງໃຫ້ທ່ານນາງເຜີງລີ້ຢວນດົມກິ່ນຫອມ.
ເດືອນກັນຍາປີ 2014, ຢູ່ ລັດ ກູຈາເຣັດ ປະເທດອິນເດຍ, ທ່ານສີຈິ້ນຜິງພ້ອມພັນລະຍາ ທ່ານນາງເຜີງລີ້ຢວນໄດ້ຂີ່ໂອນຊາຢ່າງມີຄວາມສຸກແລະສະໜິດສະໜົມກັນ.
ເດືອນພະຈິກປີ 2014, ຢູ່ເດີ່ນສຳນັກງານຜູ້ສຳເລັດລາຊະການຂອງນະຄອນຫຼວງແຄນເບີຣາ ,ທ່ານນາງເຜີງລີ້ຢວນອຸ້ມໝີໂຄລາໂຕຊື່ວ່າ ວອນເນີ ທີ່ອາຍຸ 10 ເດືອນ, ທ່ານສີຈິ້ນຜິງຢູ່ທາງຂ້າງໄດ້ເຕືອນພັນລະຍາດ້ວຍຄວາມຮັກແພງວ່າ “ມັນບໍ່ໃຫ້ຄົນລູບຫົວມັນໄດ໋”
“ສາມີເຮົາເປັນຜູ້ທີ່ດີເດັ່ນທີ່ສຸດ” ເມື່ອກ່າວເຖິງທ່ານສີຈິ້ນຜິງເທື່ອໃດ,ທ່ານນາງເຜີງລີ້ຢວນກໍເວົ້າດ້ວຍໃບໜ້າຍີ້ມແຍ້ມທີ່ເຕັມໄປດ້ວຍຄວາມສຸກ, ທ່ານນາງບອກວ່າ “ຂ້າພະເຈົ້າເຫັນວ່າເພິ່ນສົມເປັນສາມີທີ່ແສນດີທີ່ຜູ້ຍິງທຸກຄົນປາຖະນາຢາກໄດ້.”
ຄຳເຫັນ
0