吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີແສງແຫ່ງຍຸກ: ວຽກງານການຕ່າງປະເທດຂອງປະມຸກລັດຕອນທີ 1

2020-01-07 16:25:59 CRI

 

图片默认标题_fororder_%5c%5c172.100.100.3%5ctemp%5c9500032%5c1%5c9500032_1_1_ae1cece1-28d4-4353-abc9-2c4af1416e7b

 

ຕອນ​ຄ້າຍ​ແລງ​ຂອງວັນ​ທີ 5 ພະ​ຈິກ​ປີ 2019, ​ຢູ່ສວນ​ອຸ​ທິ​ຍານ​ຢູ້ຢວນ​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ້, ທ່າ​ນ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ພ້ອມ​ທ່ານ​ນາງ ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຕ້ອນ​ຮັບ ​ທ່ານ ເອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ພ້ອມ​ພັນ​ລະ​ຍາ​.

 

ເມື່ອ​ທົບ​ທວນ​ຄືນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2019 ຜ່ານ​ມາ ເຊິ່ງ​ໃ​ນ​ປີ​ຜ່ານ​ມາ, ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ທີ່​ຈີນ​ເປັນ​ເຈົ້າ​ພາບ 4 ຄັ້ງ, ທ່ານ​ສີ​ຈິ້ນ​ຜິງອອກ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ 7 ເທື່ອ, ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ແລະຫຼາຍ​ຝ່າຍຈຳ​ນວນ​ຮ້ອຍກວ່າ​ຄັ້ງ ທັງ​ໝົດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ເດັດ​ດ່ຽວ​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ຟ້າ​ຝົນ​ລົມ​ແດງ​ໃນ​ຍຸກ​ໃໝ່.

 

 ເມື່ອ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ 100 ປີ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ບໍ່​ມີ​ປະ​ເທດ​ໃດ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ດ້ວຍ​ຕົນ​ເອງ​ໄດ້, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ຮ່ວມ​ມື​​ຈຶ່ງເປັນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​ໜຶ່​ງດຽວ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ.  “ແຜນ​ການ​ແກ້​ໄຂ​​ຂອງຈີນ”​ທີ່​ເຕັມ​ໄປ​ດ້ວຍ​ສະ​ຕິ​ປັນ​ຍານັ້ນ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ໄດ້​ຮັບ​ໝາກ​ຜົນ​ຕົວ​ຈິງ​ເທົ່າ​ນັ້ນ ຍັງ​ສາ​ມາດ​ຮັບ​ຮູ້​ແລະ​ເຂົ້າ​ໃຈ​ຈີນ​ອີກ​ດ້ວຍ.

 

​ຕອນ​ຄ້າຍ​ແລງ​ຂອງວັນ​ທີ 5 ພະ​ຈິກ​ປີ 2019, ​ຢູ່ສວນ​ອຸ​ທິ​ຍານ​ຢູ້ຢວນ​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ້, ທ່າ​ນ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ພ້ອມ​ທ່ານ​ນາງ ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຕ້ອນ​ຮັບ​ແຂກ​ພິ​ເສດ​ຄື​ທ່ານ ເອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ພ້ອມ​ພັນ​ລະ​ຍາ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ ​ພ້ອມ​ທັງ​ນຳ​ທາງທ່ຽວ​ສວນ​ ​ແລະ​ຊົມ​ການ​ສະ​ແດງ​​ສິ​ລະ​ປະງີ້ວ​ຄຸນ​ສູ ແລະ​ງີ້ວ​ເຢ້​ຈູ່ ເຊິ່ງ​ເປັນ​ງີ້ວ​ພື້ນ​ເມືອງ​ຂອງ​ຈີນ.  ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເລົ່າ​ສູ່​ທ່ານ​ມາຄ​ຣົງ ​ທີ່​ມາ​ຢ້ຽມ​ຢາມ​ຊຽງ​ໄຮ້​ເປັນ​ຄັ້ງ​ທຳ​ອິດ​ວ່າ ຊຽງ​ໄຮ​ເໝືອນ​ດັ່ງ​ພາບ​ຈຳ​ລອງ​ແຫ່ງ​ການ​ປະ​ຕິ​ຮູບ,ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ພັດ​ທະ​ນາ​ທີ່​ກ້າວ​ໜ້າ​ຂອງ​ຈີນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ໂລກ​ນັບ​ແຕ່ກາງ​ສະ​ຕະ​ວັດ​ທີ 19 ເປັນ​ຕົ້ນ​ມາ. ຫວັງ​ວ່າ ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ໄດ້​ຮັບ​ຮູ້​ຊຽງ​ໄຮ້ ແລະ​ຮັບ​ຮູ້​ຈີນ. ທ່ານ​ມາ​ຄ​ຣົງ​ກ່າວ​ວ່າ: “ຊຽງ​ໄຮ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ງຶດ​ງໍ້​ອັດ​ສະ​ຈັນຫຼາຍ, ຢູ່​ຊຽງ​ໄຮ້​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເຖິງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ອະ​ນາ​ຄົດ​ຂອງ​ຈີນ.”

 

ການ​ຕ້ອນ​ຮັບ​ແບບ​ພິ​ເສດ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ທ່ານ​ສີ​ຈິ້ນ​ຜິງ​ມີ​ການ​ຄົ້ນ​ຄຶດ​ຢ່າງ​ເລິກ​ເຊິ່ງ​ແລະ​ວາງ​ແຜນ​ຢ່າງ​​ມີ​ສະ​ຕິ​ປັນ​ຍາ​ກ່ຽວ​ກັບ​ການ​ເສີນ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ຝ​ຣັ່ງ.​ໃນ​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຈີນ-ຝ​ຮັ່ງ​ໃນ​ມື້​ຕໍ່​ມາ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:

 

“ເມື່ອ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ 100 ປີຜ່ານ​ມາ, ຈີນ​ແລະ​ຝ​ຣັ່ງ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຕ່າງ​ກໍເປັນ​ຕົວ​ແທນ​ຂອງ​ອະ​ລິ​ຍະ​ທຳ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ, ສົມ​ຄວນ​ແບກ​ຫາບ​ພາ​ລະ​ໜ້າ​ທີ່ຫຼາຍກວ່າ​ເກົ່າ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​​ຂອງ​ປະ​ເທດ​ໃຫຍ່. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ມຸ້ງໜ້າ​ໄປ​ສູ່​ໂລກ,​ມຸ້ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ແລະ​ມຸ້ງ​ໜ້າ​ສູ່​ປະ​ຊາ​ຊົນ, ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີ​ນ-ຝ​ຣັ່ງ​ໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ສູງ​ຕື່ມ​ອີກ ເພື່ອ​ສືບ​ຕໍ່​ກ້າວ​ເດີນ​ໄປ​ຢູ່​ແຖວ​ໜ້າ​ໃນ​ດ້​ານ​ການ​ເສີມ​ຂະ​ຫຍາຍ​ສາຍ​​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່.”

 

图片默认标题_fororder_%5c%5c172.100.100.3%5ctemp%5c9500032%5c1%5c9500032_1_1_e16e785e-d604-449e-acb0-9ff97acc836c

 

ວັນ​ທີ 24 ມີ​ນາ​ປີ 2019, ທ່ານ​ສີ​ຈິ້ນ​ຜິງ  ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ພັບ​ກັບ​ທ່ານ​ເອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຮັ່ງ​​ ຢູ່​ນະ​ຄອນ​ນີ​ສ​ປະ​ເທດ​ຝ​ຮັ່ງ. ກ່ອນ​ພົບ​ປະ​​ກັນ, ທ່ານ​ມາ​​​ຄ​ຣົງໄດ້​ຖື​ເອົາປຶ້ມ “ລຸນ​ຢ​ວີ” ​ສະ​ບັບ​ພາ​ສາ​ຝ​ຣັ່ງ​​ຕົ້ນສະ​ບັບ​ທີ່​ໄດ້​ພິມ​ຈຳ​ໜ່າຍ​ຢູ່​ຝ​ຮັ່ງ​ໃນ​ປີ 1688 ເປັນ​ຂອງ​ຂວັນ​ລະ​ດັບ​ຊາດມອບໃຫ້​ແກ່​ທ່ານ​ສີ​ຈິ້ນ​ຜິງ​.

 

 ປີ 2019, ​ຜົນາ​ສຳ​ເລັດ​ຂອງ​ການ​ເສີມ​ຂະ​ຫຍາຍສາຍ​ພົວ​ພັນ​ຈີນ-ຝ​ຣັ່ງ​ເປັນ​ທີ່​ປະ​ຈັກ​ຕາ​​ຕໍ່ຊາວ​ໂລກ​​ໄດ້​ດີສົມ​ຄວນ ເຊິ່ງ​ສາ​ມາດ​ເຫັນ​ໄດ້​ຈາກ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ໃນ​ປີ​ 2019 ເຊິ່​ງ​ເປັນ​ປີ​ທີ່​ສອງ​ປະ​ເທດ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 55 ປີ​ທີ່​ເປັນ​ນິ​ມິດ​ໝາຍ​ສຳ​ຄັນ ໂດຍ​ສອງ​ຝ່າຍ​ໄດ້​ເນັ້ນ​ວ່າ: ໃນ​ຖາ​ນະ​ເປັນ​ສອງ​ປະ​ເທດ​ທີ່​ມີ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ແລະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັ​ບ​ຜິດ​ຊອບນັ້ນ,ຈີນ​ແລະ​ຝ​ຣັ່ງ​ຄວນ​ປະ​ກອບ​ສ່ວນ​ພະ​ລັງ​ແຮງ​ທາງບວກ​ເພື່ອ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັ​ດ​ທະ​ນາ​ຂອງ​ໂລກ​ໃຫ້ຫຼາຍກວ່າ​ເກົ່າ, ໃນ​ຂະ​ບວນ​ການ​ແລກ​​ປ່ຽນ​ການຢ້ຽມ​ຢາມ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດກໍ​ໄດ້​ມີ​ເລື່ອງ​ລາວ ​ທີ່​ໜ້າ​ສົນ​ໃຈຫຼາຍ​ເລື່ອງ​ເກີດ​ຂຶ້ນ​ຕົວ​ຢ່າງ​ເຊັ່ນ: ເດືອນ​ມີ​ນາ, ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຝ​ຣັ່ງ, ທ່ານ​ມາ​ຄ​ຣົງ​ກໍ​ເດີນ​ທາງ​ໄປ​ນະ​ຄອນ​ນີ​ສ​ເປັນ​ການສະ​ເພາະ​ເພື່ອ​ຕ້ອນ​ຮັບ​ເພື່ອນ​ເກົ່າ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ໂອ້​ລົມ​ສົນ​ທະ​ນາ​ຢ່າງ​ເປີດ​ອົກ​ເປີດ​ໃຈ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ​ຢູ່​ເຮືອນ​ວິນ​ລາ​ເກ​ຣີ​ລຸ​ສທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລ​ສີ​ຄາມທີ່​ສວຍ​ງາມ. ທ່ານ​ມາ​ຄ​ຣົງ​ໄດ້​ຖື​ເອົາ ປຶ້ມ “ລຸນ​ຢ​ວີ”​ສະ​ບັບ​ພາ​ສາ​ຝ​ຣັ່ງ​​ຕົ້ນສະ​ບັບ​ຂອງ​ສະ​ບັບ​ທຳ​ອິດເຊິ່ງ​ເປັນ​ປຶ້ມ​ຕຳ​ລາ​ບັນ​ທຶກ​ສຳ​ນວນ​ຂອງ​ຂົງ​ຈື້​ພ້ອມ​ລູກ​ສິດ​ນັ້ນ​​ເປັນ​ຂອງ​ຂວັນ​ລະ​ດັບ​ຊາດມອບໃຫ້​ແກ່​ທ່ານ​ສີ​ຈິ້ນ​ຜິງ​ທີ່​ເປັນ​ແຂກ​ຜູ້​ມີ​ກຽດ​ມາ​ຈາກ​ຈີນ​, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ນີ້​ເປັນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ທີ່​ສຸດ. ເດືອນ​ພະ​ຈິກ, ທ່ານ​ມາ​ຄ​ຣົງໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຈີນ ທັງ​ເປັນ​ຜູ້​ນຳ​ປະ​ເທດ​ສະ​ມາ​ຊິກກຸ່ມ G7 ຜູ້​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນທ່າ​ແຮງ​ພິ​ເສດ​ແລະ​ຄຸນ​ຄ່າ​ດ້ານ​ຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ຈີນ-ຝ​ຣັ່ງ​ຢ່າງ​ຈະ​ແຈ້ງ​ຕື່ມ​ອີກ​ໃນ​ຍຸກ​ທີ່​ເຕັມ​ໄປ​ດ້ວຍ​​ຄວາມ​ບໍ່​ແນ່ນອນ.

 

图片默认标题_fororder_%5c%5c172.100.100.3%5ctemp%5c9500032%5c1%5c9500032_1_1_150c4760-b3e0-4c44-a6dc-e1b43fd5edd3

 

ວັນ​ທີ 5 ພະ​ຈິກ​ປີ 2019, ​ ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ປາ​ໄສ​ໃນ​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ສູນປ​ະ​ຊຸມ​ແຫ່ງ​ຊາດ​ນະ​ຄອນ​ຊຽງ​ໄຮ. 

 

ຕອນຫົວ​ຄ່ຳ​ວັນ​ທີ 4 ພະ​ຈິກ​ປີ 2019 ຢູ່​ທີ່​ວ້າຍ​​ທານ​ນະ​ຄອນ​ຊຽງ​ໄຮ້​, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ພ້ອມ​ທ່ານ​ນາງ ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານໄດ້​ຈັດ​ງານ​ລ້ຽງ​ຢູ່​ໂຮງ​ແຮມ​ເຫີ​ຜິງຫຼື​ໂຮງ​ແຮມ​ສັນ​ຕິ​ພາບ​ເພື່ອ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່​ວມ​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ງານ​ລ້ຽງ ​ໂດຍ​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​ຂອງ​ປະ​ເທດ​ຕ່າງໆຢ່າງ​ສຸດ​ໃຈ​ແລະ​ສະ​ແດງ​ຄວາມ​ຈິງ​ໃຈ​ຢ່າງ​ເຕັມ​ປ່ຽມ​ວ່າ​ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ໂລກ​ເພື່ອ​ພ້ອມ​ກັນ​ກ້າວ​ໄປ​ໜ້າ.

 

 “ຜ່ານ​ຈາກ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ,ພວກ​ເຮົາ​ສາ​ມາດ​ຮັບ​ຮູ້​​ໄດ້ຢ່າງ​ເລິກ​ເຊິ່ງວ່າ ເມື່ອໂລກ​ດີ​ແລ້ວ, ຈີ​ນ​ຈິ່ງ​ຈະ​ດີ​ຂຶ້ນ, ​​ເມື່ອຈີນ​ດີ​ແລ້ວ, ໂລກ​ຈິ່ງ​ຈະ​ດີ​ຂຶ້ນກ​ວ່າ​ເກົ່າ. ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເປັນ​ເວ​ທີແລກ​ປ່ຽນ​ສິ​ນ​ຄ້າ​​ແລະ​ການ​ບໍ​ລິ​ການ, ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ແນວ​​ຄວາມຄິດ, ​ເປັນ​ການຕ້ອນ​ຮັບ​ແຂກ​ຄົນ​ຕ່າງໆ​ມາ​ຈາກ​ທົ່ວ​ທຸກ​ມູມ​ໂລກ​ເພື່ອສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ໂລກ,​ທັງ​ເປັນ​ການ​ຕອບ​ສະ​ໜອງ​ກັບ​ຄວາມ​ມຸ້ງ​ຫວັງ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ທີ່​​ຢາກ​ມີ​ຊີ​ວິດອັນ​ດີ​ງາມ. ”

 

ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເປັນ​ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ສຸມ​ໃສ່​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ອີກ​ຮອບ​ໃໝ່ ທັງ​ເປັນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ເປັນ​ເຈົ້າ​ການ​ເປີດ​ຕະ​ຫຼາດ​​ໃຫ້ໂລກ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ທຸ້ມ​ເທ​ເຫື່ອ​ແຮງ​​ແລະ​ສະ​ຕິ​ປັນ​ຍາຢ່າງຫຼວງຫຼາຍ​ເຂົ້​າ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໂດຍ​ໄດ້​ວາງ​ແຜນ, ສະ​ເໜີ​ຂໍ້​ລິ​ເລີ່​ມ​ແລະ​ລົງ​ມື​ຊຸກ​ຍູ້​ດ້ວຍ​ຕົນ​ເອງ. ສື່​ຕ່າງ​ປະ​ເທດ​​ໄດ້ຕີ​ລາ​ຄາ​ສູງ​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ອີກ​ຄັ້ງຫຼັງ​ຈາກ​ເຂົ້າ​ຮ່ວມ​ງານ​ຄັ້ງ​ປະ​ຖົມ​ມະ​ເລີກ ເຊິ່ງ​ສະ​ແດງ​ໃຫ້​ເຫັນວ່າ​ທ່ານ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ. ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ພະ​ຈິກ​ປີ 2019, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ ​ເຊີນ​ຊວນຕໍ່​ທົ່ວ​ໂລກ​ດ້ວຍ​ຄວາມ​ຈິງ​ໃຈວ່າ:

 

 “ຕະຫຼາດ​ຈີນກວ້າງ​ໃຫຍ່​ໄພ​ສານ​ປານ​ນີ້, ຍິນ​ດີ​ຕ້ອນ​ຮັບ​ທຸກ​ທ່ານ​ມາ​ເບິ່ງ​ນຳ​ກັນ.”

 

ພາຍຫຼັງ​ຮັບ​ຟັງ​ການ​ປາ​ຖະ​ກະ​ຖາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ແລ້ວ, ທ່ານ​ມາຄ​ຣົງ ປະ​ທ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ກ່າວ​ວ່າ, ຜົນ​ສຳ​ເລັດ​ຂອງ​ຈີນ​ແມ່ນ​ໄດ້​ມາ​ຈາກ​ຄວາມ​ພະ​ຍາ​ຍາມ​​ຂອງ​ຕົນ​ເອງ ທັງ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ. ເລື່ອງ​ລາວກ່ຽວ​ກັບຜົນສຳ​ເລັດຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ຕ້ອງ​ການ​ເປີດ​ປະ​ຕູ​ສູ່​ໂລກ,ຂະ​ນະ​ທີ່​ໂລ​ກ​ກໍ​ຕ້ອງ​ການ​ເປີດ​ປະ​ຕູ​ສູ່​ຈີນ​ເຊັ່ນ​ກັນ.

 

“ຈີນ​ຍຶດ​ໝັ້ນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ໂລກ. ຂອບ​ໃຈ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ທີ່​ບໍ່​ພຽງ​ແຕ່​ໄດ້​ແນະ​ນຳ​ໃຫ້​ຮູ້​ສະ​ພາບ​ຄວາມ​ຄືບ​ໜ້າ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທຳ​ອິດ​ໃນ​ໄລ​ຍະ 1 ປີ​ຜ່ານ​ມາ, ທັງ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າໃນ​ຕໍ່​ໜ້າ,ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ທິດ​ທາງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ວິ​ໄສ​ທັດເບິ່ງກວ້າງມອງ​ໄກ​ຂອງ​ທ່ານ​ກໍ​ຄື​ຂອງ​ປະ​ຊາ​ຊົນ​ຈີນ ເທົ່າ​ນັ້ນ​ຍັງ ຈະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ​ໃຫ້​ສຳ​ເລັດ​ຜົນ.”

 

图片默认标题_fororder_%5c%5c172.100.100.3%5ctemp%5c9500032%5c1%5c9500032_1_1_a461da7b-09d4-4bc1-8561-d04d30b58632

 

ວັນ​ທີ 22 ພະ​ຈິກ​ປີ 2019, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ຜູ້​ແທນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດແບບ​ປະ​ດິດ​ສ້າງ​ປີ 2019.

 

ວົງ​ການພາຍນອກ​ໄດ້​ສັງ​ເກດ​ເຫັນ​ເຖິງ​ຄວາມ​ລະ​ອຽດ​ຢ່າງ​ໜຶ່ງ​ຄື ເຖິງວ່າທ່ານ​ສີ​ຈິ້ນ​ຜິງ​​ຈະ​ມີ​ພາ​ລະ​ກິດ​ປະ​ຈຳ​ວັນ​ຢ່າງຫຼວງຫຼາຍ​​ກໍ​ຕາມ, ແຕ່​ປີ 2019, ທ່ານ​ກໍ​ໄດ້​ບິ​ແບ່ງ​ເວ​ລາ​ເຂົ້າ​ຮ່ວມ​ການ​ພົບ​ປະຫຼາຍ​ຄັ້ງ​ຄື: ກ່ອນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄຂ​ຂຶ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ 500 ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ຂອງໂລກ; ໃນ​ໄລ​ຍະ​ທ້າຍ​ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ກັບ​ຜູ້​ແທນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດແບບ​ປະ​ດິດ​ສ້າງ​ປີ 2019, ​ກໍ​ຄື​ແຂກ​ຜູ້​ມີ​ກຽດ​ຈາກ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ເສິງ​ຕູ່​2019. ​ຜູ້​ມີ​ກຽດ​ເຫຼົ່າ​ນີ້​ເປັນ​ບຸກ​ຄົນ​ສຳ​ຄັນ​ໃນ​ວົງ​ການ​ການ​ເມືອງ,ທຸ​ລະ​ກິດ​ແລະ​ຄັງ​ປັນ​ຍາ​ຂອງ​ບັນ​ດາ​ປະ​ເທດ ເຊິ່ງ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ,ເປັນ​ສັກ​ຂີ​ພິ​ຍານ​ແລະ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ. ໃນ​ເວ​ລາ​ພົບ​ປະ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເຖິງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນຫຼາຍ​ເທື່ອ:

 

 “ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ເຮັດ​ໃຫ້​ພວກ​ເຮົາ​ ​ມີ​ຄວາມ​ໝັ້ນ​ໃຈ, ນີ້​ຄື​ເສັ້ນ​ທາງ​ທີ່​ຕ້ອງ​ເດີນຜ່ານ​ຂອງ​ຈີນ.​ພວກ​ເຮົາ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ນີ້​ຕະຫຼອດ​ໄປ, ຍິ່ງ​ມີ​ກຳ​ລັງ​ຂັດ​​ຂວາງ, ຍິ່ງ​ມີ​ອຸ​ປະ​ສັກ​​ກີດ​ຂວາງ​ທີ່​ກໍ່​ຂຶ້ນ​ດ້ວຍ​ນ້ຳ​ມື​ຂອງ​ກຸ່ມ​ຄົນ​ໃດ​​ໜຶ່ງກໍ​ຕາມ, ພວກ​ເຮົາ​ຍິ່ງ​ຕ້ອງ​​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະບຸກ​ບືນ​ກ້າວ​ໄປ​ໜ້າ​ໃຫ້​ໄດ້, ເປີດ​ປະ​ຕູ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ. ຈີນ​ເປັນ​ປະ​ເທດ​ທີ່​ເຮັດ​ແທ້​ທຳ​ຈິງ​ເມື່ອ​ເວົ້າ​ຄຳ​ໃດ​ອອກ​ມາ​ກໍ​ຕ້ອງມີ​ຄວາມ​ໜ້າ​ເຊື່ອ​ຖື, ເມື່ອ​ເວົ້າ​ແລ້ວກໍ​ຕ້ອງ​ເຮັດ​ໃຫ້​​ໄດ້​ຢ່າງ​ແນ່ນອນ. ”

 

ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ມີ​ແຕ່​ຈະ​ນັບ​ມືື້​ນັບ​ເປີດກວ້າງ​ອອກ​ເທົ່າ​ນັ້ນ. ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ຫວ່າງ​ກ່ອ​ນ​ນີ້​ບໍ່​ດົນ​ວ່າ, ປີ 2019, ຈີນ​ໄດ້​ຍຶດ​ໝັ້ນ​ໃນຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ກາດ​ມາດ​ຕະ​ການ​ໃໝ່​ທີ່​ສຳ​ຄັນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ປົກ​ປ້ອງ​ການ​ຄ້າ​ເສ​ລີ ແລະ​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດກວ້າງ. ໃນ​ປີໃໝ່ 2020 ນີ້, ຈີນ​ຈະ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ສາ​ກົນ​ຕື່ມອີກ.

ຄຳ​ເຫັນ

0