ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ປີ 2019, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ໄດ້ສະເໜີອອກມາເປັນປີທີ 6 . ເມື່ອທົບທວນຄືນການເຄື່ອນໄຫວວຽກງານການຕ່າງປະເທດຂອງທ່ານສີຈິ້ນຜິງໃນໄລຍະ 1 ປີຜ່ານມາແລ້ວສາມາດເຫັນໄດ້ວ່າ: ຈາກການຢ້ຽມຢາມຕ່າງປະເທດຕັ້ງແຕ່ຕົ້ນປີຈົນເຖິງທ້າຍປີ, ຈາກເວທີປຶກສາຫາລືຫຼາຍຝ່າຍຈົນຮອດການພົບປະສອງຝ່າຍ, “ໜຶ່ງແລວໜຶ່ງເສັ້ນທາງ”ກໍເປັນໜຶ່ງໃນຫົວຂໍ້ສຳຄັນຕ່າງໆຢ່າງສະເໝີຕົ້ນສະເໝີປາຍ. ພາຍໃຕ້ການນຳພາຂອງທ່ານ, ປີ 2019, ແຜນການປະຕິບັດງານຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ສ້າງຂຶ້ນຢ່າງລະອຽດຄົບຖ້ວນສົມບູນນັ້ນກຳລັງໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳໃນຂອບເຂດທົ່ວໂລກ.
ວັນທີ 23 ມີນາປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານກຸຍເຊເປ ຄອນເຕ ນາຍົກລັດຖະມົນຕີອີຕາລີຢູ່ນະຄອນຫຼວງໂຣມປະເທດອີຕາລີ.
ເດືອນມີນາ ພໍດີຢູ່ໃນຕົ້ນລະດູໃບໄມ້ປົ່ງ, ທ່ານສີຈິ້ນຜິງໄດ້ເດີນທາງໄປນະຄອນຫຼວງໂຣມປະເທດອີຕາລີ ຖືວ່າເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດໃນປີ 2019 ຂອງທ່ານ ເຊິ່ງໃນການຢ້ຽມຢາມຄັ້ງນີ້, ຈີນແລະອີຕາລີໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ອີຕາລີກາຍເປັນປະເທດທຳອິດໃນກຸ່ມ 7ປະເທດຫຼື G7 ທີ່ໄດ້ລົງນາມໃນເອກະສານຮ່ວມມືສະບັບນີ້. ທ່ານສີຈິ້ນຜິງກ່າວວ່າ:
“ເສັ້ນທາງສາຍໄໝບູຮານເປັນເສັ້ນທາງທີ່ບັນທຶກຄວາມມຸ້ງມາດປາຖະໜາຂອງຄົນລຸ້ນອາວຸໂສທີ່ສະແຫວງຫາຊີວິດທີ່ດີງາມ, ໄດ້ສົ່ງເສີມການເຊື່ອມໂຍງເຊື່ອມຈອດກັນລະຫວ່າງບັນດາປະເທດອາຊີ-ເອີຣົບ ທັງໄດ້ເປີດຍຸກແຫ່ງການແລກປ່ຽນຢ່າງຂະໜາດໃຫຍ່ໃນປະຫວັດສາດດ້ານອະລິຍະທຳຂອງມວນມະນຸດ. ມື້ນີ້, ພວກເຮົາຍິນດີຮ່ວມກັບປະຊາຊົນອີຕາລີທີ່ເປັນເພື່ອນມິດ, ເພື່ອຊຸກຍູ້ການຖອດຖອນບົດຮຽນແລະແລກປ່ຽນດ້ານອະລິຍະທຳ, ຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຮັດໃຫ້ເສັ້ນທາງສາຍໄໝທີ່ເກົ່າແກ່ບູຮານເກີດມີພະລັງຊີວິດຊີວາອັນໃໝ່, ເພື່ອເຮັດໃຫ້ປະຊາຊົນບັນດາປະເທດສາມາດຮ່ວມກັນຊົມໃຊ້ໝາກຜົນແຫ່ງການພັດທະນາ. ”
ວັນທີ 23 ມີນາປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານກຸຍເຊເປ ຄອນເຕ ນາຍົກລັດຖະມົນຕີອີຕາລີຢູ່ນະຄອນຫຼວງໂຣມປະເທດອີຕາລີ.
ເດືອນເມສາ, ກອງປະຊຸມເວທີປຶກສາຫາລືຂັ້ນສູງກ່ຽວກັບການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເມື່ອປາກົດໂຕຕໍ່ໜ້າແຂກຜູ້ມີກຽດ 6000 ກວ່າທ່ານທີ່ມາຈາກ 150 ປະເທດແລະ ອົງການຈັດຕັ້ງສາກົນ 92 ແຫ່ງ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນທິດທາງການພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”ໃນໄລຍະຕໍ່ໜ້າ, ທ່ານກ່າວວ່າ:
“ເມື່ອມຸ້ງໜ້າສູ່ອະນາຄົດ, ພວກເຮົາຄວນສຸມໃສ່ຈຸດສຳຄັນ,ຄົ້ນຄວ້າຢ່າງລະອຽດຮ່ວມກັນວາງແຜນແມ່ບົດທີ່ສວຍງາມແລະປານີດເພື່ອຮ່ວມກັນຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງແລະໃຫ້ຂະຫຍາຍຕົວກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.”
ວັນທີ 11 ພະຈິກປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານກີເຣຍກົສ ມີໂຊຕາຄີສ ນາຍົກລັດຖະມົນຕີເກຣັກຢູ່ນະຄອນຫຼວງອາເທນປະເທດເກຣັກ.
ເດືອນພະຈິກ, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມເກຣັກຢູ່ນະຄອນຫຼວງອາເທນໂດຍສອງປະເທດໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຊຸກຍູ້ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”. ໃນຖານະເປັນປະເທດທີ່ພັດທະນາແລ້ວໃນເອີຣົບປະເທດທຳອິດທີ່ໄດ້ຮ່ວມກັບຈີນລົງນາມໃນເອກະສານຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ເກຣັກໄດ້ກາຍເປັນຈຸດສຸມຂອງສາຍຕາປະຊາຄົມໂລກອີກຄັ້ງ.
ທ່ານສີຈິ້ນຜິງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຫຼັງຈາກໄດ້ພົບປະເຈລະຈາກັບທ່ານ ກີເຣຍກົສ ມີໂຊຕາຄີສ ນາຍົກລັດຖະມົນຕີເກຣັກວ່າ:
“ພວກເຮົາໄດ້ເປັນເອກະພາບກັນເຫັນວ່າ, ຈີນແລະເກຣັກເປັນຄູ່ຮ່ວມມືຢ່າງທຳມະຊາດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ””, ສອງຝ່າຍຄວນຈັດຕັ້ງປະຕິບັດແຜນການຮ່ວມມືໃນຂົງເຂດສຳຄັນໃຫ້ດີ, ເສີມຂະຫຍາຍບົດບາດຂອງທ່າກຳປັ່ນປີເຣອຸສໃນຖານະເປັນສູນກາງການຂົນສົ່ງນັ້ນໃຫ້ເກີດມີປະສິທິຜົນເປັນຢ່າງດີ, ເພີ່ມທະວີການສ້າງຄວາມສາມາດໃນການຂົນສົ່ງດ່ວນທາງບົກແລະທາງທະເລຈີນ-ເອີຣົບ.
ວັນທີ 11 ພະຈິກ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານ ພາຍໃຕ້ການເປັນເພື່ອນຮ່ວມທາງຂອງທ່ານກີເຣຍກົສ ມີໂຊຕາຄີສ ນາຍົກລັດຖະມົນຕີເກຣັກພ້ອມພັນລະຍາໄດ້ຮ່ວມກັນຢ້ຽມຊົມໂຄງການທ່າກຳປັ່ນປີເຣອຸສຂອງກຸ່ມບໍລິສັດຂົນສົ່ງທາງທະເລໄກຈີນຈຳກັດ. ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບພະນັກງານທ່າກຳປັ່ນຢ່າງສະໜິດສະໜົມ.
ວັນທີ 11 ພະຈິກ, ຂະນະທີ່ທ່ານສີຈິ້ນຜິງພ້ອມພັນລະຍາເດີນທາງໄປເຖິງ ທ່າກຳປັ່ນປີເຣອຸສ, ໄດ້ມີສຽງຕົບມືຊົມເຊີຍດັງຂຶ້ນຢ່າງຟົດສະໜັ່ນເພື່ອສະແດງການຕ້ອນຮັບ.
ໃນຖານະເປັນທ່າກຳປັ່ນໃຫຍ່ທີ່ສຸດຂອງເກຣັກ, ທ່າກຳປັ່ນປີເຣອຸສເຄີຍຕົກຢູ່ໃນສະພາບຂັດສົນໃນໄລຍະຜ່ານມາ, ດ້ວຍການຮ່ວມມືທີ່ຈິງໃຈຂອງຈີນໄດ້ເຮັດໃຫ້ມັນກາຍເປັນທ່າກຳປັ່ນໃຫຍ່ທີ່ສຸດຢູ່ເຂດທະເລເຕຣານຽນພາຍໃນເວລາບໍ່ເທົ່າໃດປີ, ໃນການຈັດອັນດັບທ່າກຳປັ່ນທີ່ມີຕູ້ບັນທຸກສິນຄ້າທົ່ວໂລກ, ທ່າກຳປັ່ນປີເຣອຸສກໍໄດ້ຍົກຂຶ້ນຈາກອັນດັບ 93 ເປັນອັນດັບ 32, ໂດຍສາມາດສ້າງວຽກເຮັດງານທຳຈຳນວນ 1 ໝື່ນກວ່າຕຳແໜ່ງ ແລະສ້າງລາຍຮັບດ້ານເສດຖະກິດໂດຍກົງໃຫ້ເກຣັກໄດ້ບັນລຸເຖິງ 300 ລ້ານເອີໂຣ.
ການພັດທະນາທ່າກຳປັ່ນປີເຣອຸສໄດ້ພົວພັນຢ່າງສະໜິດແໜ້ນກັບຊາຕາກຳຂອງພະນັກງານທ່າກຳປັ່ນທຸກຄົນ,ສະນັ້ນ ໃນເວລາທີ່ຜູ້ນຳສອງປະເທດຈີນ-ເກຣັກມາຢ້ຽມຢາມທ່າກຳປັ່ນ, ເຂົາເຈົ້າຈິ່ງໄດ້ແກວ່ງທຸງຊາດຂອງສອງປະເທດເພື່ອສະແດງຄວາມເຄົາລົບນັບຖືດ້ວຍຄວາມຈິງໃຈ.
ເມື່ອໄດ້ຮູ້ວ່າ ພະນັກງານທັງຫຼາຍມີວຽກເຮັດຢ່າງໝັ້ນຄົງ, ດຳລົງຊີວິດຢ່າງສະບາຍ ທັງເຕັມໄປດ້ວຍຄວາມໝັ້ນໃຈຕໍ່ອະນາຄົດຂອງທ່າກຳປັ່ນ, ທ່ານສີຈິ້ນຜິງກ່າວວ່າ:
“ຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ທີ່ຈີນສະເໜີອອກມານັ້ນ ບໍ່ແມ່ນຄຳຂວັນແລະນິທານ, ແຕ່ແມ່ນຕົວແບບແຫ່ງການຮ່ວມມືທີ່ໜ້າປະທັບໃຈທີ່ເປັນຮູບປະທຳ. ຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ຂອງຈີນໄດ້ຍຶດໝັ້ນໃນຫຼັກການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນແລະຊົມໃຊ້ຮ່ວມກັນ, ຄວນແມ່ນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ, ແຕ່ບໍ່ແມ່ນໄດ້ຮັບຜົນປະໂຫຍດແຕ່ຝ່າຍໃດຝ່າຍໜຶ່ງເທົ່ານັ້ນ ”
ໃນການຢ້ຽມຢາມຕ່າງປະເທດທີ່ເຕັມຕາຕະລາງເວລາການເດີນທາງໃນໄລຍະ 1 ປີຜ່ານມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງສະຖານທີ່ກໍ່ສ້າງໂຄງການສຳຄັນຫຼາຍເທື່ອເພື່ອເປັນສັກຂີພິຍານໃຫ້ແກ່ຄວາມຄືບໜ້າສຳຄັນຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍປີ 2018, ເຂດຮ່ວມມືເສດຖະກິດການຄ້າທີ່ຈີນກໍ່ສ້າງຢູ່ປະເທດທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”ນັ້ນໄດ້ປະກອບສ່ວນສ້າງລາຍຮັບຈາກພາສີອາກອນທັງໝົດ 2,4 ຕື້ໂດລາສະຫະລັດແລະສ້າງວຽກເຮັດງານທຳ 270.000 ຕຳແໜ່ງງານໃຫ້ແກ່ປະເທດເຫຼົ່ານີ້.
ປີ 2019, ຈີນໄດ້ສະແດງໃຫ້ໂລກໄດ້ເຫັນເຖິງຄວາມຕັດສິນໃຈຂອງຕົນອີກຄັ້ງໃໝ່ໃນການຮ່ວມມືກັນເພື່ອຊົມໃຊ້ໂອກາດການພັດທະນາຮ່ວມກັນ. ທ່ານສີຈິ້ນຜິງໄດ້ປະກາດຢູ່ທີ່ນະຄອນຫຼວງປັກກິ່ງກ່ຽວກັບ 5 ມາດຕະການໃຫຍ່ຂອງຈີນໃນດ້ານການປະຕິຮູບແລະເປີດປະຕູສູ່ພາຍນອກ, ເຊິ່ງໄດ້ເພີ່ມພະລັງແຮງໃໝ່ເຂົ້າໃນການຊຸກຍູ້ການຮ່ວມມືສາກົນພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”ໃນໄລຍະຕໍ່ໄປ.
“ໜຶ່ງ: ເປີດປະຕູໃຫ້ທຶນຕ່າງປະເທດເຂົ້າເຖິງຕະຫຼາດຈີນໃນຂົງເຂດທີ່ກວ້າງຂວາງກວ່າເກົ່າ. ສອງ: ເພີ່ມທະວີການຮ່ວມມືສາກົນເພື່ອປົກປ້ອງຊັບສິນທາງປັນຍາໃຫ້ຫຼາຍຂຶ້ນຕື່ມອີກ. ສາມ, ເພີ່ມການນຳເຂົ້າສິນຄ້າແລະການບໍລິການໃຫ້ຫຼາຍກວ່າເກົ່າ. ສີ່, ປະຕິບັດການປະສານງານດ້ານນະໂຍບາຍເສດຖະກິດມະຫາພາກໃນສາກົນໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ. ຫ້າ, ໃຫ້ຄວາມສຳຄັນຫຼາຍກວ່າເກົ່າຕໍ່ການຈັດຕັ້ງປະຕິບັດນະໂຍບາຍເປີດປະຕູສູ່ພາຍນອກ.”
ປີ 2019, ຈີນໄດ້ສະແດງໃຫ້ໂລກໄດ້ເຫັນເຖິງຄວາມຈິງໃຈຂອງຕົນອີກຄັ້ງໃໝ່ໃນການຮ່ວມມືກັນເພື່ອຊົມໃຊ້ໂອກາດການພັດທະນາຮ່ວມກັນຄື:
ຮອດທ້າຍເດືອນຕຸລາປີ 2019, ຂະບວນລົດໄຟຈີນ-ເອີຣົບໄດ້ໃຫ້ບໍລິການຖ້ຽວຂະບວນລົດໄຟເກືອບ 2 ໝື່ນຂະບວນ.ການກໍ່ສ້າງ ທາງລົດໄຟຈີນ-ລາວ, ທາງລົດໄຟຈີນ-ໄທ,ທາງລົດໄຟຮົງກາຣີ-ແຊັກບີແລະໂຄງການອື່ນໆໄດ້ຮັບການຊຸກຍູ້ໃຫ້ມີຄວາມຄືບໜ້າໄປຢ່າງໜັກແໜ້ນ, ໂຄງການຮ່ວມມືຢູ່ທ່າກຳປັ່ນຕ່າງໆເຊັ່ນ ທ່າກຳປັ່ນ ກວາດາຣ, ທ່າກຳປັ່ນຮັນບານໂຕຕາ, ທ່າກຳປັ່ນ ຮາລີຟາແລະອື່ນໆໄດ້ມີຄວາມຄືບໜ້າໄປດ້ວຍດີ.
ແຕ່ເດືອນມັງກອນຫາເດືອນກັນຍາປີ 2019, ນັບລວມແລ້ວ, ມູນຄ່າການຄ້າລະຫວ່າງຈີນກັບປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ບັນລຸປະມານ 950 ຕື້ໂດລາສະຫະລັດ, ການລົງທຶນໂດຍກົງຕໍ່ຕ່າງປະເທດທີ່ບໍ່ກວມເອົາປະເພດການທະນາຄານຢູ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”ບັນລຸຫຼາຍກວ່າ 10 ຕື້ໂດລາສະຫະລັດ. ເຂດນິຄົມອຸດສາຫະກຳຈີນ-ເບລາຣູຊີ, ເຂດນິຄົມການຮ່ວມມືດ້ານຄວາມສາມາດການຜະລິດຈີນ-ສະຫະລັດອາຣັບເອມີເຣດ, ເຂດຮ່ວມມືເສດຖະກິດການຄ້າຈີນ-ຊູແອດເອຢິບແລະໂຄງການອື່ນໆໄດ້ຮັບການຊຸກຍູ້ໃຫ້ພັດທະນາໄປຢ່າງໝັ້ນທ່ຽງ; ຂະນະດຽວກັນ, ໃນດ້ານການແລກປ່ຽນທາງດ້ານວິທະຍາສາດເຕັກໂນໂລຊີ, ການຮ່ວມມືດ້ານການສຶກສາ, ວັດທະນະທຳກັບການທ່ອງທ່ຽວ, ການພັດທະນາສີຂຽວ, ການຊ່ວຍເຫຼືອຕ່າງປະເທດແລະຂົງເຂດອື່ນໆຕ່າງກໍໄດ້ຮັບຜົນສຳເລັດເປັນຈຳນວນຫຼວງຫຼາຍ.
ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ: ກຸ່ມຄູ່ຮ່ວມມືສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ນັບມື້ນັບຂະຫຍາຍວົງກວ້າງອອກ,ຄຸນນະພາບການຮ່ວມມືນັບມື້ນັບສູງຂຶ້ນ, ການພັດທະນາມີອະນາຄົດທີ່ນັບມື້ນັບສົດໃສຂຶ້ນ.
“ຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ກຳເນີດເກີດຂຶ້ນຢູ່ຈີນ, ແຕ່ໂອກາດແລະໝາກຜົນແມ່ນເປັນຂອງທົ່ວໂລກ. ຈີນຍິນດີຮ່ວມກັນກັບບັນດາຝ່າຍຍຶດຖືຈິດໃຈທີ່ມີຄວາມຮັບຜິດຊອບສູງແລະລະອຽດໃນການຮ່ວມກັນຊຸກຍູ້ການສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກແລະເປັນຮູບປະທຳ,ພັດທະນາດ້ວຍຄຸນນະພາບສູງຢ່າງໝັ້ນທ່ຽງໃນໄລຍະຍາວ ເພື່ອສ້າງອະນາຄົດທີ່ດີງາມກວ່າເກົ່າ. ”
ຄຳເຫັນ
0