ຈາກປີ 1949 ຫາ ປີ 2019, ສປຈີນໄດ້ຜ່ານໄລຍະ 70 ປີ ທີ່ບໍ່ທຳມະດາ. ໃນ 70 ປີຜ່ານມາ, ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ ປະເທດຕ່າງໆກວມ 90% ທົ່ວໂລກ, ປະເທດເພື່ອນມິດທີ່ກ້າວເດີນໄປໜ້າພ້ອມກັນກັບຈີນໄດ້ເພີ່ມຈາກ 10 ປະເທດຂຶ້ນເປັນ 180ປະເທດ. ວົງການເພື່ອນມິດທີ່ນັບມື້ນັບຂະຫຍາຍກວ້າງອອກນີ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ: ຫຼັກການປະເທດຈີນດຽວເປັນທີ່ປາຖະໜາຂອງຄົນທັງຫຼາຍ, ແລະ ເປັນທ່າອຽງການຂະຫຍາຍຕົວລວມ, ບໍ່ມີມໃຜສາມາດກີດກັ້ນໄດ້.
ກ່ອນໜ້າວັນຊາດຈີນຄົບຮອບ 70 ປີຈະໝູນວຽນມາເຖິງ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບເພື່ອນມິດໃໝ່ທ່ານໜຶ່ງຢູ່ຫໍຮັບແຂກເມືອງຕ້ຽວອີໄທທີ່ນະຄອນຫຼວງປັກກິ່ງ, ຄື ທ່ານມາເນເລ ລັດຖະມົນຕີກະຊວງການຕ່າງປະເທດໝູ່ເກາະໂຊໂລມອນທີ່ເປັນປະເທດເກາະດອນໃນມະຫາສະມຸດປາຊິຟິກ. ກ່ອນໜ້ານີ້ບໍ່ເທົ່າໃດມື້, ລັດຖະບານໝູ່ເກາະໂຊໂລມອນໄດ້ອອກຖະແຫຼງການ ໂດຍປະກາດຮັບຮອງຫຼັກການປະເທດຈີນດຽວ, ແລະຕັດຂາດສາຍພົວພັນທາງການທູດກັບເຈົ້າໜ້າທີ່ໄຕ້ຫວັນ.
ວັນທີ 21 ກັນຍາປີ 2019, ຈີນ ແລະ ໝູ່ເກາະໂຊໂລມອນໄດ້ ເຊັນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ.
ໃນການພົບປະກັນຄັ້ງນັ້ນ, ທ່ານຫວາງຢີ້ ແລະ ທ່ານມາເນເລໄດ້ຕາງໜ້າສອງປະເທດເຊັນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ. ນັບແຕ່ວັນທີ 21 ກັນຍາ ປີ 2019ເປັນຕົ້ນໄປ, ຈີນ ແລະ ໝູ່ເກາະໂຊໂລມອນໄດ້ຮັບຮອງເຊິ່ງກັນແລະ ກັນ ແລະ ສ້າງຕັ້ງສາຍພົວພັນທາງການທູດລະດັບເອກອັກຄະລັດຖະທູດນຳກັນ. ສຳລັບການຈັບມືຖືແຂນກັນທີ່ອ່າວຫຼ້າຊ້ານັ້ນ, ທ່ານຫວາງຢີ້ກ່າວວ່າ, ຂໍ້ຕົກລົງດັ່ງກ່າວສອດຄ່ອງກັບທ່າອ່ຽງຂອງປະຫວັດສາດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ເປັນການຕັດສິນໃຈທາງການເມືອງທີ່ຖືກຕ້ອງ.
ວັນທີ 9 ຕຸລາປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານມານາເຊ ໂຊກາວາເຣ ນາຍົກລັດຖະມົນຕີໝູ່ເກາະໂຊໂລມອນ.
ຫຼັງຈາກຈີນ ແລະ ໝູ່ເກາະໂຊໂລມອນສ້າງຕັ້ງສາຍພົວພັນທາງການທູດໄດ້ 18 ວັນ, ທ່ານມານາເຊ ໂຊກາວາເຣ ນາຍົກລັດຖະມົນຕີໝູ່ເກາະໂຊໂລມອນໄດ້ນຳພາຄະນະຜູ້ແທນຂອງຕົນຢ້ຽມຢາມຈີນ. ໃນເວລາພົບປະກັບຜູ້ນຳຈີນ, ທ່ານໂຊກາວາເຣໄດ້ກ່າວຫຼາຍເທື່ອວ່າ, ການສ້າງຕັ້ງສາຍພົວພັນທາງການທູດກັບສປຈີນ, ແມ່ນການເລືອກຂ້າງທີ່ຖືກຕ້ອງທາງປະຫວັດສາດ ແລະ ແມ່ນການເລືອກຂ້າງປະເທດສ່ວນຫຼາຍທີ່ສຸດໃນໂລກ, ເປັນຄຳໝັ້ນສັນຍາທາງການເມືອງທີ່ໜັກແໜ້ນ ແລະ ເດັດດ່ຽວຂອງປະເທດໝູ່ເກາະໂຊໂລມອນ.
“ພວກເຮົາຮູ້ສຶກດີໃຈຫຼາຍທີ່ໄດ້ກາຍເປັນປະເທດທີ 179 ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການກັບຈີນ, ລັດຖະບານ ແລະ ປະຊາຊົນໝູ່ເກາະໂຊໂລມອນເລືອກຂ້າງທີ່ຖືກຕ້ອງທາງປະຫວັດສາດ, ການພົວພັນທາງການທູດກັບຈີນຫັນເປັນປົກກະຕິ, ແຕ່ນີ້ເປັນຕົ້ນໄປ, ນະໂຍບາຍການຕ່າງປະເທດຂອງພວກເຮົາ ໄດ້ເປັນເອກະພາບກັນກັບປະຊາຄົມໂລກ ກໍຄືມະຕິເລກທີ 2758 ຂອງອົງການສະຫະປະຊາຊາດແລ້ວ.”
ກ່ອນການສ້າງຕັ້ງສາຍພົວພັນທາງການທູດ, ຈີນໄດ້ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງ ແລະ ຕະຫຼາດສົ່ງອອກອັນດັບໜຶ່ງຂອງໝູ່ເກາະໂຊໂລມອນ. ໃນການຢ້ຽມຢາມສປຈີນເປັນຄັ້ງທຳອິດ, ທ່ານໂຊກາວາເຣມີຄວາມປາຖະໜາອັນຮີບດ່ວນທີ່ຢາກຊຸກຍູ້ການພົວພັນຈີນ-ໂຊໂລມອນໃຫ້ພັດທະນາຢ່າງວ່ອງໄວ, ສອງປະເທດບໍ່ພຽງແຕ່ໄດ້ເຊັນສັນຍາຮ່ວມມືສອງຝ່າຍຫຼາຍສະບັບເຊິ່ງລວມທັງການທູດ, ການສຶກສາ, ການຮ່ວມມືດ້ານເຕັກນິກເສດຖະກິດ ແລະອື່ນໆເທົ່ານັ້ນ, ຍັງໄດ້ເຊັນບົດບັນທຶກກ່ຽວກັບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”ອີກດ້ວຍ.
ໃນເວລາພົບປະກັບທ່ານໂຊກາວາເຣ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ, ເຖິງວ່າໝູ່ເກາະໂຊໂລມອນຫາກໍສ້າງຕັ້ງສາຍພົວພັນທາງການທູດກັບຈີນກໍຕາມ, ແຕ່ມິດຕະພາບຈະບໍ່ຈຳແນກຜູ້ມາກ່ອນ ຫຼື ຜູ້ມາຫຼັງ, ຂໍພຽງແຕ່ສ້າງຕັ້ງສາຍພົວພັນມິດຕະພາບ, ກໍຈະມີອະນາຄົດທີ່ສົດໃສ. ທ່ານກ່າວວ່າ:
ທ່ານນາຍົກ ແລະ ລັດຖະບານໝູ່ເກາະໂຊໂລມອນໄດ້ເຮັດຂໍ້ຕົກລົງທີ່ຖືກຕ້ອງ ຄືຮັບຮອງຫຼັກການປະເທດຈີນດຽວ ແລະ ຕັດຂາດການພົວພັນທາງການທູດກັບເຈົ້າໜ້າທີ່ໄຕ້ຫວັນ. ຈີນ ແລະ ໝູ່ເກາະໂຊໂລມອນສ້າງສາຍພົວພັນທາງການທູດບົນພື້ນຖານດັ່ງກ່າວ, ເປັນເລື່ອງດີ ແລະ ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ ແລະ ເປັນຜົນປະໂຫຍດຕໍ່ປະຊາຊົນສອງຊາດ. ຈີນຍິນດີຕ້ອນຮັບໝູ່ເກາະໂຊໂລມອນເຂົ້າເປັນສະມາຊິກຂອງວົງຄະນະຍາດໃຫຍ່ແຫ່ງການຮ່ວມມືລະຫວ່າງຈີນ ກັບບັນດາປະເທດເກາະດອນໃນມະຫາສະໝຸດປາຊິຟິກ. ພວກເຮົາຍິນດີສຸມຄວາມພະຍາຍາມຮ່ວມກັນກັບໝູ່ເກາະໂຊໂລມອນ, ເປີດອະນາຄົດອັນດີງາມໃນການຂະຫຍາຍສາຍພົວພັນສອງປະເທດ.
ວັນທີ 16 ພະຈິກປີ 2018, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບຜູ້ນຳປະເທດເກາະດອນໃນມະຫາສະໝຸດປາຊິຟິກທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ.
ກ່ອນການສ້າງຕັ້ງສາຍພົວພັນທາງການທູດກັບໝູ່ເກາະໂຊໂລມອນ, ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 8 ປະເທດເກາະດອນໃນມະຫາສະໝຸດປາຊິຟິກ, ເຊັ່ນ, ຕົງກາ, ຟີຈີ ແລະປະເທດອື່ນໆ. ປະເທດເຫຼົ່ານີ້ມີທິວທັດທຳມະຊາດທີ່ສວຍງາມ, ແຕ່ເສດຖະກິດພັດທະນາອ່າວຫຼ້າຊ້າ. ໃນປີ 2014 ແລະ ປີ 2018, ທ່ານສີຈິ້ນຜິງເຄີຍພົບປະກັບຜູ້ນຳປະເທດເກາະດອນໃນມະຫາສະໝຸດປາຊິຟິກແບບລວມໝູ່ 2 ເທື່ອ, ເພື່ອສະໜອງການຊ່ວຍເຫຼືອໃຫ້ແກ່ການພັດທະນາປະເທດເກາະດອນເຫຼົ່ານີ້. ທ່ານສີຈິ້ນຜິງກ່າວວ່າ:
“ຈີນຍຶດໝັ້ນໃນຫຼັກການທີ່ບໍ່ວ່າປະເທດໃຫຍ່ ຫຼື ປະເທດນ້ອຍລ້ວນແຕ່ສະເໝີພາບກັນ. ພວກເຮົາ ແລະ ເພື່ອນມິດປະເທດເກາະດອນຮູ້ຈັກກັນດ້ວຍຄວາມຊື່ສັດ, ປະຕິບັດຕໍ່ກັນດ້ວຍມາລະຍາດ, ແລະຄົບຄ້າກັນດ້ວຍຄວາມຈິງໃຈ, ຈີນສະໜັບສະໜູນປະເທດເກາະດອນພັດທະນາເສດຖະກິດ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ແລະຍົກສູງຄວາມສາມາດໃນການພັດທະນາແບບຍືນຍົງຢ່າງເປັນເຈົ້າຕົນເອງ. ຈີນຍຶດໝັ້ນການຊ່ວຍເຫຼືອແບບເສີມສ້າງຄວາມສາມາດທີ່ພັດທະນາດ້ວຍຕົນເອງ, ຍິນດີຕ້ອນຮັບປະເທດເກາະດອນນຳໃຊ້ໂອກາດການພັດທະນາຢ່າງວ່ອງໄວຮ່ວມກັບຈີນ. ”
ວັນທີ 27 ກັນຍາປີ 2019, ຈີນໄດ້ຟື້ນຟູສາຍພົວພັນທາງການທູດກັບປະເທດກີຣິບາຕີ.
ຄຽງຄູ່ກັບການຮັບຮູ້ນະໂຍບາຍການຕ່າງປະເທດຂອງຈີນນັບມື້ນັບເພີ່ມຂຶ້ນ, ປະເທດເກາະດອນໃນມະຫາສະໝຸດປາຊິຟິກໄດ້ເຫັນເຖິງອະນາຄົດອັນກວ້າງຂວາງໃນການຮ່ວມມື, ຈຶ່ງໄດ້ທະຍອຍກັນເຮັດຂໍ້ຕົກລົງທີ່ຖືກຕ້ອງ ໂດຍເລືອກເອົາເຂົ້າຮ່ວມວົງການເພື່ອນມິດຂອງສປຈີນ. ຖັດຈາກປະເທດໝູ່ເກາະໂຊໂລມອນ, ໃນເດືອນກັນຍາປີ 2019, ປະເທດກີຣິບາຕີ ທີ່ເປັນປະເທດເກາະດອນໃນມະຫາສະໝຸດປາຊິຟິກເຊັ່ນກັນກໍໄດ້ຟື້ນຟູສາຍພົວພັນທາງການທູດ ທີ່ເຄີຍຕັດຂາດກັນເປັນເວລາເກືອບ 16 ປີ ກັບຈີນ. ທ່ານມາມາວ ປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກີຣິບາຕີກ່າວວ່າ, ຂໍ້ຕົກລົງດັ່ງກ່າວເປັນການເລືອກທີ່ເປັນເຈົ້າຕົນເອງບົນພື້ນຖານຜົນປະໂຫຍດ ຂອງປະເທດ ແລະ ປະຊາຊົນກີຣິບາຕີ, ເພາະມີຄວາມຮັບຮູ້ນັບມື້ນັບເພີ່ມຂຶ້ນວ່າ, ຖ້າຢາກບັນລຸການພັດທະນາປະເທດຕົນ, ກໍຕ້ອງການເພື່ອນມິດຄື ສປຈີນແບບນີ້.
ວັນທີ 3 ທັນວາປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຈັດພິທີຕ້ອນຮັບທ່ານນາຢິບ ບູເກເລ ປະທານາທິບໍດີແອນຊານວາດໍ.
ປີ 2019, ກໍມີເພື່ອນມິດໃໝ່ມາຢ້ຽມຢາມສປຈີນດ້ວຍຄວາມປາຖະໜາຢາກຮ່ວມມືພັດທະນາເຊັ່ນກັນ, ຄື ທ່ານນາຢິບ ບູເກເລ ປະທານາທິບໍດີແອນຊານວາດ໌. ວັນທີ 21 ສິງຫາ ປີ 2018, ຈີນ ແລະ ແອນຊານວາດ໌ທີ່ເປັນປະເທດຢູ່ທະວີບອາເມຣິກາກາງໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນ. ຫຼັງຈາກນັ້ນ, ອຳນາດທາງການເມືອງຂອງແອນຊານວາດ໌ເກີດມີການປ່ຽນແປງ, ການຂະຫຍາຍສາຍພົວພັນຈີນ-ແອນຊານວາດ໌ໃນອະນາຄົດໄດ້ຮັບຄວາມສົນໃຈຫຼາຍ. ເດືອນມິຖຸນາປີ 2019, ທ່ານບູເກເລໄດ້ຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີຄົນໃໝ່ຂອງແອນຊານວາດ໌, ແລະ ໄດ້ເດີນທາງຢ້ຽມຢາມຈີນເປັນຄັ້ງທຳອິດໃນເດືອນທັນວາ.
ໃນເວລາພົບປະກັບທ່ານບູເກເລ, ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ທ່ານບູເກເລທີ່ໄດ້ເຮັດຂໍ້ຕົກລົງອັນຖືກຕ້ອງໃນການຮັກສາ ແລະ ຂະຫຍາຍສາຍພົວພັນຈີນ-ແອນຊານວາດ໌, ສະແດງໃຫ້ເຫັນວິໄສທັດທາງຍຸດທະສາດ ແລະ ຄວາມຮັບຜິດຊອບທາງປະຫວັດສາດຂອງນັກການເມືອງ. ທ່ານສີຈິ້ນຜິງກ່າວວ່າ:
ຈີນ ແລະ ແອນຊານວາດ໌ສ້າງຕັ້ງ ແລະ ຂະຫຍາຍສາຍພົວພັນທາງການທູດ, ເປັນເຫດການໃຫຍ່ໃນປະຫວັດການໄປມາຫາສູ່ກັນຂອງສອງປະເທດ, ເປັນການເປີດປະຕູໃຫຍ່ແຫ່ງການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານາທິບໍດີເຄີຍກ່າວວ່າ, ສາຍພົວພັນຈີນ-ແອນຊານວາດ໌ສາມາດປະສົບຜົນສຳເລັດໄດ້ຢ່າງຫຼວງຫຼາຍ ແລະ ມີອະນາຄົດທີ່ສົດໃສ, ຂ້າພະເຈົ້າເຫັນດີເປັນເອກະພາບກັນ. ຈີນຍິນດີຮ່ວມກັບແອນຊານວາດ໌, ເປີດກວ້າງການໄປມາຫາສູ່ກັນ ແລະ ເພີ່ມທະວີການຮ່ວມມືບົນພື້ນຖານທີ່ເຄົາລົບກັນ ແລະ ບໍ່ແຊກແຊງວຽກງານພາຍໃນຂອງກັນ, ຊຸກຍູ້ການພົວພັນສອງປະເທດໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ.
ຈາກການພົບປະຈົນ ຮອດການກ່າວປາຖະກະຖາ, ຈາກນະຄອນຫຼວງປັກກິ່ງຈົນຮອດ ນະຄອນຊຽງໄຮ, ໃນການຢ້ຽມຢາມຈີນເປັນເວລາ 1 ອາທິດນັ້ນ, ທ່ານບູເກເລໄດ້ຮັບຮູ້ ແລະ ເຂົ້າໃຈຈີນເພີ່ມຂຶ້ນ. ທ່ານຫວັງວ່າການຢ້ຽມຢາມຄັ້ງນີ້ຈະກາຍເປັນຈຸດເລີ່ມຕົ້ນໃໝ່ຂອງສາຍພົວພັນແອນຊານວາດ໌-ຈີນ, ແລະເປັນການເປີດອະນາຄົດອັນສົດໃສຂອງສາຍພົວພັນສອງປະເທດ. ທ່ານກ່າວວ່າ:
ເຖິງວ່າແອນຊານວາດ໌ ແລະ ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດໄດ້ບໍ່ດົນປານໃດກໍຕາມ, ແຕ່ມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງ, ສອງຝ່າຍມີຄວາມສາມາດຢ່າງເຕັມທີທີ່ຈະກາຍເປັນຄູ່ຮ່ວມມືທີີ່ດີ ແລະ ເພື່ອນມິດທີ່ດີ. ຂ້າພະເຈົ້າເຊື່ອໝັ້ນວ່າ, ການຂະຫຍາຍສາຍພົວພັນກັບປະເທດຈີນທີ່ເປັນປະເທດຍິ່ງໃຫຍ່ທັງເປັນເພື່ອນມິດທີ່ຈິງໃຈ, ຈະນຳເອົາໂອກາດໃຫ້ແກ່ການພັດທະນາຂອງແອນຊານວາດ໌, ແລະນຳເອົາຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນແອນຊານວາດ໌.
ການຍຶດໝັ້ນຫຼັກການປະເທດຈີນດຽວເປັນມະຕິຕົກລົງຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດປີ 1971, ໃນ 40 ກວ່າປີຜ່ານມາ, ຫຼັກການປະເທດຈີນດຽວໄດ້ກາຍເປັນຄວາມຮັບຮູ້ທົ່ວໄປຂອງປະຊາຄົມໂລກ, ມີຫຼາຍປະເທດນັບມື້ນັບເພີ່ມຂຶ້ນໄດ້ເລືອກເອົາການຮ່ວມມືກັບຈີນ. ນັບມາຮອດປະຈຸບັນ, ໃນຈຳນວນ 195 ປະເທດອະທິປະໄຕໃນທົ່ວໂລກ ໄດ້ມີ 180 ປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ, ຫຼັກການປະເທດຈີນດຽວນັບມື້ນັບເປັນທີ່ຍອມຮັບຂອງຄົນທັງຫຼາຍ. ທ່ານນາງຊູ່ສຽວຫຸ່ຍ ຊ່ຽວຊານ ຂອງສະຖາບັນຄົ້ນຄວ້າບັນຫາສາກົນຈີນກ່າວວ່າ, ການເຂົ້າເປັນສະມາຊິກໃນວົງການເພື່ອນມິດຂອງຈີນເປັນທ່າອ່ຽງລວມ. ທ່ານນາງຊູ່ສຽວຫຸ່ຍກ່າວວ່າ:
“ວົງການເພື່ອນມິດຂອງຈີນໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ, ປະເທດອື່ນໆໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນບົນພື້ນຖານຈິດໃຈມິດຕະພາບ, ເປັນການກະທຳທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ໃນຂະບວນການດັ່ງກ່າວ, ກໍໄດ້ສະແດງໃຫ້ເຫັນວ່າຖານະບົດບາດແລະ ແຮງຈູງໃຈຂອງຈີນຕໍ່ສາກົນໄດ້ເພີ່ມຂຶ້ນເລື້ອຍໆ, ມີຫຼາຍປະເທດແທ້ໆທີ່ຖືຈີນເປັນປັດໄຈທີ່ຕັ້ງໜ້າ, ແລະໂອກາດທີ່ສຳຄັນໃນການພັດທະນາປະເທດຕົນ, ຈຶ່ງໄດ້ເລືອກສ້າງຕັ້ງສາຍພົວພັນທາງການທູດກັບຈີນ, ແລະ ລົງເລິກການຂະຫຍາຍສາຍພົວພັນດັ່ງກ່າວ, ນີ້ສະແດງໃຫ້ເຫັນວ່າ, ທັດສະນະການຕ່າງປະເທດຂອງຈີນແມ່ນສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງຄົນສ່ວນຫຼາຍ.
ຄຳເຫັນ
0