ທ່ານສີຈິ້ນຜິງພົບປະເຈລະຈາກັບທ່ານປູຕິນຢູ່ໂຮງແຮມມິດຕະພາບ.
ປີ 2019 ແມ່ນປີທີ່ຈີນ ແລະ ຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 70 ປີ, ໃນປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ລົງນາມໃນຖະແຫຼງການຮ່ວມ, ໂດຍໄດ້ກຳນົດການພົວພັນຈີນ-ຣັດເຊຍໃນໄລຍະໃໝ່, ປະກາດທິດທາງຄວາມຮັບຜິດຊອບໃນການປົກປັກຮັກສາຄວາມໝັ້ນຄົງດ້ານຍຸດທະສາດຂອງໂລກ; ແລະກໍແມ່ນໃນປີ 2019, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ ໂຄງການທໍ່ສົ່ງອ້າຍແກັດທຳມະຊາດທີ່ຍາວທີ່ສຸດໃນໂລກທີ່ເປັນ“ໂຄງການສະຕະວັດແຫ່ງການຮ່ວມມືຈີນ-ຣັດເຊຍ”ເລີ່ມຜະລິດ ແລະ ສົ່ງອາຍແກັດທຳມະຊາດ; ໃນປີ 2019, ແມ່ນປີທີ່ເພື່ອນມິດເກົ່າ 2 ທ່ານໄດ້ເພີ່ມພູນຄູນສ້າງມິດຕະພາບເພີ່ມຂຶ້ນ.
ຢູ່ນະຄອນຫຼວງປັກກິ່ງ, ການພົບປະລະຫວ່າງປະມຸກລັດສ່ວນຫຼາຍຈະຈັດຢູ່ຫໍສະພາປະຊາຊົນ ແລະ ຫໍຮັບແຂກເມືອງຕ້ຽວອີໄທ. ໃນເດືອນເມສາປີ 2019, ການພົບປະຄັ້ງທຳອິດລະຫວ່າງທ່ານສີຈິ້ນຜິງ ແລະ ທ່ານປູຕິນ ໄດ້ເລືອກຈັດຢູ່ໂຮງແຮມມິດຕະພາບທີ່ເລີ່ມສ້າງຂຶ້ນເມື່ອປີ 1954, ການຈັດວາງພິເສດແບບນີ້ມີຄວາມໝາຍທີ່ບໍ່ທຳມະດາ.
ໃນການພົບປະ, ທ່ານສີຈິ້ນຜິງກ່າວວ່າ, “ການພົບປະຢູ່ແຫ່ງນີ້ມີຄວາມສຳພັນເພີ່ມກັບປະຫວັດສາດ.” ທ່ານສີຈິ້ນຜິງໄດ້ຕີລາຄາການພົວພັນສອງປະເທດດ້ວຍຄຳທີ່ວ່າ “ສູງສຸດ 3 ດ້ານ”.
“ປີນີ້ແມ່ນປີທີ່ສປຈີນສະຖາປະນາຂຶ້ນຄົບຮອບ 70 ປີ, ທັງແມ່ນປີ ແລະ ຈີນ ແລະ ຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 70 ປີ. ສາຍພົວພັນຂອງສອງປະເທດໄດ້ຜ່ານການທົດສອບທ່າມກາງຟ້າຝົນລົມແດງ, ແລະ ບຸກບືນກ້າວໄປໜ້າ, ກາຍເປັນການພົວພັນລະຫວ່າງປະເທດໃຫຍ່ທີ່ມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ, ລະດັບປະສານງານສູງສຸດ ແລະ ມີຄຸນຄ່າທາງຍຸດທະສາດສູງສຸດ.”
ທ່ານປູຕິນໄດ້ຮັບປະລິນຍາເອກກິຕິມະສັກຈາກມະຫາວິທະຍາໄລຊິ່ງຮວາ.
ຢູ່ໂຮງແຮມມິດຕະພາບ, ທ່ານປູຕິນໄດ້ຮັບກຽດແບບພິເສດ ສູງສຸດ ຄືໄດ້ຮັບປະລິນຍາເອກກິຕິມະສັກຈາກມະຫາວິທະຍາໄລຊິ່ງຮວາ, ນີ້ເຮັດໃຫ້ທ່ານປູຕິນຮູ້ສຶກມີກຽດຢ່າງສູງ, ເພາະວ່າໃນນັກສຶກສາທີ່ຮຽນຈົບຈາກໂຮງຮຽນແຫ່ງນີ້, ກໍມີທ່ານສີຈິ້ນຜິງທີ່ເປັນເພື່ອນມິດທີ່ດີຂອງທ່ານເອງ.
“ການໄດ້ຮັບນາມມະຍົດເປັນປະລິນຍາເອກກິຕິມະສັກຂອງມະຫາວິທະຍາໄລຊິ່ງຮວາ, ເປັນກຽດຢ່າງຍິ່ງສຳລັບຂ້າພະເຈົ້າ. ເພາະເປັນໜຶ່ງໃນສະຖາບັນການສຶກສາຊັ້ນສູງທີ່ສຳຄັນທີ່ສຸດຂອງຈີນ, ກໍເປັນສູນການສຶກສາ ແລະ ຄົ້ນຄວ້າວິທະຍາສາດລະດັບໂລກ. ມີບຸກຄົນດ້ານວັດທະນະທຳ ນັກການເມືອງ ແລະ ນັກວິທະຍາສາດທີ່ດີເດັ່ນຂອງຈີນຈຳນວນຫຼວງຫຼາຍເຄີຍຮຽນ ເຮັດວຽກ ຫຼື ເປັນອາຈານຢູ່ທີ່ນີ້. ໃນຈຳນວນນັກສຶກສາທີ່ຮຽນຈົບຈາກໂຮງຮຽນແຫ່ງນີ້, ຍັງມີສະຫາຍສີຈິ້ນຜິງ ປະທານປະເທດຈີນທີ່ເປັນເພື່ອນມິດທີ່ຮັກແພງຂອງຂ້າພະເຈົ້າ.”
ທ່ານສີຈິ້ນຜິງໄດ້ຮັບໃບປະກາດປະລິນຍາເອກກິຕິມະສັກຈາກມະຫາວິທະຍາໄລແຫ່ງຊາດແຊັງປິເຕີສະເບີກທີ່ເປັນໂຮງຮຽນທີ່ທ່ານປູຕິນເຄີຍຈົບການສຶກສາຢູ່ທີ່ນັ້ນ.
ຫຼັງຈາກນັ້ນ 1 ເດືອນ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຣັດເຊຍທາງລັດຖະກິດເປັນຄັ້ງທຳອິດຫຼັງຈາກທ່ານຮັບຕຳແໜ່ງປະທານປະເທດຈີນອີກວາລະໜຶ່ງ. ໃນການຢ້ຽມຢາມຄັ້ງນັ້ນ, ທ່ານສີຈິ້ນຜິງກໍໄດ້ຮັບໃບປະກາດປະລິນຍາເອກກິຕິມະສັກຈາກມະຫາວິທະຍາໄລແຫ່ງຊາດແຊັງປິເຕີສະເບີກທີ່ເປັນໂຮງຮຽນທີ່ທ່ານປູຕິນເຄີຍຈົບການສຶກສາຢູ່ທີ່ນັ້ນ. ທ່ານສີຈິ້ນຜິງກ່າວວ່າ:
“ມະຫາວິທະຍາໄລຊິ່ງຮວາ ແລະ ມະຫາວິທະຍາໄລແຫ່ງຊາດແຊັງປີເຕີສະເບີກຕ່າງກໍເປັນຕົວແທນໃຫ້ແກ່ສະຖາບັນການສຶກສາຊັ້ນສູງລະດັບສຸດຍອດຂອງສອງປະເທດ, ທັງເປັນໂຮງຮຽນທີ່ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີປູຕິນເຄີຍຮຽນຈົບ. ສອງໂຮງຮຽນຕ່າງກໍໄດ້ມອບໃບປະກາດປະລິນຍາເອກກິຕິມະສັກໃຫ້ແກ່ປະມຸກລັດຂອງກັນ ແລະກັນ, ນີ້ເປັນຂີດໝາຍທີ່ສ່ອງແສງໃຫ້ເຫັນເຖິງການແລກປ່ຽນຢ່າງໃກ້ຊິດດ້ານການສຶກສາ ແລະ ວັດທະນະທຳລະຫວ່າງສອງຝ່າຍ, ທັງສະແດງໃຫ້ເຫັນເຖິງສາຍພົວພັນຈີນ-ຣັດເຊຍມີລະດັບສູງອີກດ້ວຍ.
ວັນທີ 5 ມິຖຸນາປີ 2019, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານປູຕີນ ປະທານາທິບໍດີຣັດເຊຍຢູ່ວັງແກຼມແລັງນະຄອນຫຼວງມົສກູຣັດເຊຍ.
ແຕ່ວັນທີ 5-7 ມິຖຸນາປີ 2019, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຣັດເຊຍ, ພໍດີໃນໂອກາດທີ່ຈີນ ແລະ ຣັດເຊຍຮ່ວມກັນສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 70ປີ. ໃນໄລຍະຢ້ຽມຢາມຄັ້ງນັ້ນ, ທ່ານສີຈິ້ນຜິງ ແລະ ທ່ານປູຕິນໄດ້ຮ່ວມກັນລົງນາມໃນຖະແຫຼງການຮ່ວມກ່ຽວກັບການພັດທະນາສາຍພົວພັນຄູ່ປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ ແລະ ເພີ່ມທະວີຄວາມໝັ້ນຄົງທາງຍຸດທະສາດຂອງໂລກໃນຍຸກປະຈຸບັນ, ເຊິ່ງໄດ້ເປີດຍຸກໃໝ່ໃຫ້ແກ່ສາຍພົວພັນຈີນ-ຣັດເຊຍໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ ແລະມີການຂະຫຍາຍຕົວຫຼາຍກວ່າເກົ່າ.
ກ່ຽວກັບຖານະບົດບາດ ແລະ ຄວາມໝາຍຂອງສາຍພົວພັນຈີນ-ຣັດເຊຍໃນຍຸກໃໝ່, ທ່ານສີຈິ້ນຜິງກ່າວວ່າ:
“ຕ້ອງຖືຄວາມໄວ້ເນື້ອເຊື່ອໃຈກັນເປັນພື້ນຖານຢ່າງສະເໝີຕົ້ນສະເໝີປາຍ, ສ້າງບ່ອນອີງທາງຍຸດທະສາດໃຫ້ກັນ ແລະ ກັນຢ່າງໜັກແໜ້ນ, ເພີ່ມທະວີການສະໜັບສະໜູນຕໍ່ກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງຂອງແຕ່ລະຝ່າຍ. ຄວນສຸມໃສ່ການລົງເລິກການເຊື່ອມໂຍງຜົນປະໂຫຍດ,ຮັດແໜ້ນຜົນປະໂຫຍດຮ່ວມກັນ, ສ້າງສະພາບການໃໝ່ຂອງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນ ແລະ ຣັດເຊຍ. ຕ້ອງອອກແຮງຊຸກຍູ້ການເຊື່ອມສານຈິດໃຈນຂອງປະຊາຊົນ, ເສີມສ້າງພື້ນຖານຈິດໃຈປະຊາຊົນທີ່ຍຶດຖືມິດຕະພາບໄປທຸກເຊັ່ນຄົນໃຫ້ໜັກແໜ້ນ. ຕ້ອງມີຄວາມກ້າຫານໃນການແບກຫາບຄວາມຮັບຜິດຊອບຫຼາຍກວ່າເກົ່າ, ຮ່ວມມືກັນປົກປັກຮັກສາສັນຕິພາບ ແລະ ສະເຖຍລະພາບຂອງໂລກ, ຮ່ວມກັບປະຊາຄົມໂລກ, ຊຸກຍູ້ໂລກໃຫ້ຫັນເປັນຫຼາຍຂົ້ວ ແລະ ສາຍພົວພັນສາກົນຫັນເປັນປະຊາທິປະໄຕ, ຮ່ວມມືກັນສ້າງສາຍພົວພັນສາກົນແບບໃໝ່ ແລະ ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ວັນທີ 12 ມິຖຸນາ 2019, ທ່ານສີຈິ້ນຜິງໄດ້ເດີນທາງໄປອາຊີກາງ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮຢູ່ບີສະເຄັກ ແລະ ກອງປະຊຸມສຸດຍອດວ່າດ້ວຍມາດຕະການປະສານງານ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈກັນໃນອາຊີທີ່ດູຊັນເບ, ໃນເວລານັ້ນທ່ານສີຈິ້ນຜິງໄດ້ພົບປະກັບທ່ານປູຕິນ 2 ເທື່ອ.
ກ່ອນການເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍມາດຕະການປະສານງານ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈກັນໃນອາຊີທີ່ດູຊັນເບ, ທ່ານປູຕິນໄດ້ນຳເອົາເຂົ້າໜົມເຄັກວັນເກີດພິເສດກັບໜຶ່ງມອບໃຫ້ທ່ານສີຈິ້ນຜິງ.
ກ່ອນການເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍມາດຕະການປະສານງານ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈກັນໃນອາຊີ, ທ່ານປູຕິນໄດ້ໄປຢາມໂຮງແຮມທີ່ທ່ານສີຈິ້ນຜິງອາໄສຢູ່, ທັງໄດ້ນຳເອົາຂອງຂວັນພິເສດຢ່າງໜຶ່ງມອບໃຫ້ທ່ານສີຈິ້ນຜິງ, ຄືເຂົ້າໜົມເຄັກວັນເກີດກັບໜຶ່ງທີ່ຂຽນຄຳອວຍພອນດ້ວຍອັກສອນຈີນວ່າ “ລິ້ວລິ້ວຕ້າຊຸ້ນ” ແປວ່າ “ຫົກສິບຫົກສຸກສົມຫວັງທຸກຢ່າງ”, ເພື່ອອວຍພອນວັນເກີດ ຄົບຮອບ 66 ປີຂອງທ່ານສີຈິ້ນຜິງ.
“ທ່ານສີຈິ້ນຜິງກ່າວວ່າ: ຂອບໃຈຫຼາຍ, ຄຳນີ້ເປັນພາສາຈີນ, “ລິ້ວລິ້ວຕ້າຊຸ້ນ” ເປັນຕົວເລກສິລິມຸງຄຸນ. ”
ວັນທີ 2 ເດືອນທັນວາປີ 2019, ທ່ານສີຈິ້ນຜິງໄດ້ສົນທະນາກັບທ່ານປູຕິນທາງວີດີໂອຢູ່ນະຄອນຫຼວງປັກກິ່ງ, ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເລີ່ມສົ່ງອາຍແກັດທຳມະຊາດສາຍຕາເວັນອອກລະຫວ່າງຈີນ-ຣັດເຊຍ.
ປະມຸກລັດສອງທ່ານໄປມາຫາສູ່ກັນຢ່າງໃກ້ຊິດ ແລະ ໃຫ້ການຊີ້ນຳນຳພາທາງຍຸດທະສາດ, ເຮັດໃຫ້ການຂະຫຍາຍຕົວຂອງສາຍພົວພັນຈີນ-ຣັດເຊຍໄດ້ຮັບໝາກຜົນຢ່າງຫຼວງຫຼາຍ. ຕົ້ນເດືອນທັນວາປີ 2019, ທ່ານສີຈິ້ນຜິງໄດ້ສົນທະນາກັບທ່ານປູຕິນທາງວີດີໂອຢູ່ນະຄອນຫຼວງປັກກິ່ງ, ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເລີ່ມສົ່ງອາຍແກັດທຳມະຊາດສາຍຕາເວັນອອກລະຫວ່າງຈີນ-ຣັດເຊຍ. ທໍ່ສົ່ງອາຍແກັດນີ້ມີຄວາມຍາວທັງໝົດ 8000 ກວ່າກິໂລແມັດ, ໄດ້ຜ່ານ9ແຂວງຂອງຈີນ, ຫຼັງຈາກເລີ່ມດຳເນີນງານແລ້ວ, ຈະນຳເອົາຜົນປະໂຍຫດໂດຍກົງໃຫ້ແກ່ປະຊາຊົນຢູ່ພາກຕາເວັນອອກສຽງເໜືອ, ເຂດອ້ອມທະເລໂປໄຫ ແລະ ເຂດສາມຫຼ່ຽມປາກແມ່ນ້ຳຢາງເຊເປັນຕົ້ນ.
ປີ 2019 ແມ່ນປີທີ່ຈີນ ແລະ ຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 70 ປີ. ໃນປີ 2019, ການຮ່ວມມືສອງຝ່າຍຈີນ-ຣັດເຊຍມີໂຄງການໃຫຍ່ຢ່າງບໍ່ຢຸດຢັ້ງ, ເຊັ່ນ: ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ເຊື່ອມຈອດກັບສະຫະພັນເສດຖະກິດເອີຣົບ-ອາຊີຢ່າງສະດວກ, ການບິນ ການບິນອະວະກາດ ແລະ ໂຄງການຮ່ວມມືສຳຄັນໃນຂົງເຂດອື່ນໆໄດ້ຮັບຄວາມຄືບໜ້າຢ່າງໜັກແໜ້ນ; ແນ່ນອນແລ້ວ ຍັງມີຜົນງານຂະໜາດນ້ອຍຈຳນວນໜຶ່ງ, ເຊັ່ນ, ພາສາຈີນຖືກຈັດເຂົ້າໃນລາຍການສອບເສັງເຂົ້າມະຫາວິທະຍາໄລຂອງຣັດເຊຍ, ແຂວງ ລັດ ແລະ ເມືອງແຮກສ່ຽວລະຫວ່າງຈີນ ແລະ ຣັດເຊຍມີເຖິງ 146 ຄູ່.
ໂດຍຜ່ານການທົດສອບທ່າມກາງຟ້າຝົນລົມແດງເປັນໄລຍະເວລາ 70 ປີ, ເມື່ອຜະເຊີນກັບສະຖານະການສາກົນທີ່ມີການຜັນແປໄປຢ່າງວ່ອງໄວ, ຈີນ ແລະ ຣັດເຊຍໄດ້ກຳນົດໃຫ້ສ່ອງຝ່າຍເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ໜັກແໜ້ນກວ່າເກົ່າ, ໄດ້ເປີດປະຫວັດສາດໜ້າໃໝ່ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຮ່ວມກັນ.
ຄຳເຫັນ
0