ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພາຄອບຄົວເມື່ອຢາມບ້ານນ້ອຍຢູ່ແຂວງສ້ານຊີ່ບ່ອນທີ່ຕົນເຄີຍລົງພື້ນຖານອອກແຮງງານແລະດຳລົງຊີວິດໃນໄວໜຸ່ມ
ການຢ້ຽມຢາມຍາດຕິພີ່ນ້ອງໃນຍາມບຸນກຸດຈີນ ເປັນຮີດຄອງປະເພນີທີ່ປະຊາຊົນຈີນໄດ້ສືບທອດກັນມາຕັ້ງແຕ່ບູຮານນະການ. ຄົນທັງຫຼາຍເຕົ້າໂຮມກັນຢ່າງເບີກບານມ່ວນຊື່ນ, ທັງຫວນຄືນອະດີດແລະລົມກັນເຖິງອະນາຄົດ, ກ່າວຄຳອວຍພອນເຊິ່ງກັນແລະກັນໃຫ້ຊີວິດການເປັນຢູ່ໃນຕະຫຼອດປີໃໝ່ທີ່ຈະມາເຖິງຈົ່ງມີແຕ່ຄວາມສຸກໂຊກດີ. ກ່ອນບຸນກຸດຈີນໃກ້ຈະໝູນວຽນມາເຖິງຂອງທຸກປີ, ໂດຍສະເພາະເມື່ອບຸນກຸດຈີນແຮ່ງຢັບໃກ້ເຂົ້າມາເທົ່າໃດ ແຮ່ງມີບັນຍາກາດຄຶກຄື້ນຫຼາຍຂຶ້ນເທົ່ານັ້ນ, ໃນໄລຍະດັ່ງກ່າວ, ທ່ານສີຈິ້ນຜິງເອງກໍຈະເດີນທາງໄປສຳຫຼວດກວດເບິ່ງ, ໄປຢາມພະນັກງານແລະປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ. ທ່ານໄດ້ເຂົ້າຫາປະຊາຊົນໂອ້ລົມສົນທະນາແບບເປັນກັນເອງ, ຖາມເຖິງທຸກສຸກຂອງປະຊາຊົນ, ຮັບຟັງຫາງສຽງປະຊາຊົນແລະຊອກຮູ້ຄວາມມຸ້ງຫວັງຂອງປະຊາຊົນ. ຄືດັ່ງທີ່ປະຊາຊົນໄດ້ເວົ້າກັນວ່າ: “ທ່ານເລຂາທິການໃຫຍ່ບໍ່ໄດ້ຖືໂຕແມ່ນແຕ່ໜ້ອຍດຽວ, ມາຢາມເຮືອນເຮົາປານມາຢາມຍາດຕິພີ່ນ້ອງຂອງຕົນ.”
ກ່ອນບຸນກຸດຈີນ 2015 ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພາຄອບຄົວເມື່ອຢາມບ້ານນ້ອຍຢູ່ແຂວງສ້ານຊີ່ບ່ອນທີ່ຕົນເຄີຍລົງພື້ນຖານອອກແຮງງານແລະດຳລົງຊີວິດໃນໄວໜຸ່ມນັ້ນ ພ້ອມທັງອວຍພອນປີໃໝ່ໃຫ້ພໍ່ແມ່ປະຊາຊົນໃນບ້ານ, ເຊິ່ງຂ່າວນີ້ໄດ້ດັງຄຶກໂຄມທາງອິນເຕີເນັດ.
ວັນທີ 13 ກຸມພາປີ 2015, ຍັງເຫຼືອບໍ່ເຖິງ 1 ອາທິດຈະເຖິງບຸນປີໃໝ່ບຸນກຸດຈີນ. ທ່ານສີຈິ້ນຜິງໄດ້ອອກເດີນທາງຈາກປັກກິ່ງຕັ້ງແຕ່ເຊົ້າດ້ວຍເຮືອບິນເພື່ອເດີນທາງໄປນະຄອນຢຽນອ່ານ ແລ້ວຂີ່ລົດຕໍ່ໄປປະມານຊົ່ວໂມງເຄິ່ງຈຶ່ງເຖິງບ້ານຫຼຽງເຈ່ຍເຫີໂດຍກົງ, ທ່ານເວົ້າວ່າ ນີ້ຄືສິ່ງທີ່ຕົນປາຖະໜາຢາກເຮັດທັງເປັນການປະຕິບັດຕາມຄຳໝັ້ນສັນຍາຂອງຕົນ:
“ເທື່ອນີ້ຂ້າພະເຈົ້າໄດ້ພາພັນລະຍາມານຳ,ແລະເປັນເທື່ອທຳອິດທີ່ນາງມາທີ່ນີ້, ຕອນທີ່ຂ້າພະເຈົ້າເມື່ອຢາມບ້ານທີ່ອົບອຸ່ນແຫ່ງນີ້ໃນປີ 1993ນັ້ນ, ຂ້າພະເຈົ້າກໍໄດ້ໃຫ້ສັນຍາໄວ້ວ່າ ຫາກມີໂອກາດຕ້ອງກັບມາຢ້ຽມຢາມພ້ອມພັນລະຍາ, ເທື່ອນີ້ຖືວ່າໄດ້ເຮັດຕາມຄຳໝັ້ນສັນຍາແລ້ວ. ”
ເຮືອນຖ້ຳທ່ານສີຈິ້ນຜິງເຄີຍດຳລົງຊີວິດໃນຕອນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ
ຢູ່ເຮືອນຖ້ຳທີ່ຕົນເຄີຍດຳລົງຊີວິດໃນຕອນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງໄດ້ເລົ່າເລື່ອງລາວຂອງຕົນສູ່ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານທີ່ຫາກໍ່ເຄີຍໄປເທື່ອທຳອິດນັ້ນຟັງ:
“ບ່ອນນີ້ເປັນບ່ອນອ່ານໜັງສືແຫ່ງໜຶ່ງແລະກໍເປັນບ່ອນທີ່ຂ້າພະເຈົ້າເລົ່າເລື່ອງຕ່າງໆໃຫ້ຊາວບ້ານຟັງຢູ່ເລື້ອຍໆ.”
“ຍັງອີກເລື່ອງໜຶ່ງທີ່ຂ້າພະເຈົ້າຈື່ຄັກທີ່ສຸດ, ຕອນນັ້ນ, ເພື່ອໃຫ້ມີນ້ຳມັນແຕ່ງກິນ, ພວກເຮົາໄດ້ເອົາແກ່ນໝາກແອວມອນ(almond)ຂົມຮຸກຖູໝໍ້ມາຂົ້ວແລ້ວໃຊ້ຈອງແບນຄົ່ມໆຖູໆເພື່ອໃຫ້ແກ່ນໝາກແອວມອນຄາຍນ້ຳມັນອອກມາແລ້ວຈຶ່ງຂົ້ວໝາກອຶແລະຕົ້ມໝີ່ກິນ. ”
ສ່ວນພໍ່ແມ່ປະຊາຊົນບ້ານຫຼຽງເຈ່ຍເຫີກໍບໍ່ໄດ້ຖືທ່ານສີຈິ້ນຜິງເປັນຄົນນອກ. ຈາກປະຕູທາງເຂົ້າເດີ່ນຂອງຫ້ອງການປົກຄອງບ້ານຫາຫ້ອງການບ້ານມີໄລຍະທາງພຽງ 100 ແມັດ, ທ່ານສີຈິ້ນຜິງໄດ້ໃຊ້ເວລາຍ່າງເກືອບ 20 ນາທີ ເພາະຊາວບ້ານໃຜໆກໍເຂົ້າມາລົມກັບທ່ານເລື້ອງນັ້ນເລື່ອງນີ້, ຍັງມີຊາວບ້ານຫຼາຍຄົນສົ່ງຜ້າຮອງໃນເກີບແລະເກີບຜ້າທີ່ເຮັດດ້ວຍຕົນເອງນັ້ນມອບໃຫ້ທ່ານ, ຢູ່ເທິງເກີບຜ້າໄດ້ແສ່ວຮູບແລະລວດລາຍທີ່ມີເອກະລັກພິເສດຂອງພາກເໜືອແຂວງສ້ານຊີ່.
ຫຼາຍໆຄົນເວົ້າວ່າ: ສິ່ງສຳຄັນທີ່ສຸດໃນຊີວິດຄົນເຮົາຄືເລືອກເສັ້ນທາງທີ່ຕົນເອງຢາກໄປ, ສ່ວນສິ່ງທີ່ໜ້າສົນໃຈນັ້ນຄື ຕອນທີ່ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໃນປັດຈຸບັນເລືອກເສັ້ນທາງເປັນຜູ້ບໍລິຫານທາງການເມືອງໃນເມື່ອກ່ອນກໍມີຈຸດປະສົງເພື່ອເຮັດສິ່ງທີ່ດີເພື່ອປະຊາຊົນ:
“ຂ້າພະເຈົ້າໃຊ້ຊີວິດຢູ່ແຫ່ງນີ້ເປັນເລລາ 7ປີ, ສິ່ງສຳຄັນທີ່ສຸດກໍຄືໄດ້ເລືອກເສັ້ນທາງຊີວິດຂອງຕົນ, ຕອນດຳລົງຕຳແໜ່ງເປັນເລຂາຄະນະພັກບ້ານ, ຂ້າພະເຈົ້າກໍໄດ້ຄິດວ່າ ໃນຕໍ່ໜ້າຫາກມີເງື່ອນໄຂ,ຂ້າພະເຈົ້າຈະເຮັດວຽກບໍລິຫານການເມືອງ, ຕ້ອງເຮັດວຽກທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.”
ວັນທີ 14 ກຸມພາປີ 2015, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງຕາແສງຈິ່ນຈ່າວ ນະຄອນຖົງສວນ ແຂວງສ້ານຊີ່, ເຊິ່ງເປັນເຂດຖານທີ່ໝັ້ນຂອງການປະຕິວັດໃນເມື່ອກ່ອນເຊັ່ນດຽວກັນກັບນະຄອນຢຽນອ່ານ, ທ່ານຫຼິວຈື້ຕ່ານ, ທ່ານເຊ້ຈືສາງ, ທ່ານສີຈົ້ງຊຸນ ແລະນັກປະຕິວັດອາວຸໂສທ່ານອື່ນໆໄດ້ສ້າງຕັ້ງຖານທີ່ໝັ້ນຂອງການປະຕິວັດແຫ່ງທຳອິດຢູ່ເຂດພູດອຍທີ່ພາກຕາເວັນຕົກສຽງເໜືອຂອງຈີນ ຄື ຖານທີ່ໝັ້ນ ຈິ່ນຈ່າວທີ່ຕັ້ງຢູ່ເຂດຊາຍແດນສ້ານຊີ່-ກ່ານຊູ້.
“ບໍ່ຄວນຫຼົງລືມພື້ນຖານຂອງຕົນເອງ.” ນີ້ແມ່ນຄວາມເວົ້າທີ່ທ່ານສີຈິ້ນຜິງເວົ້າຕິດປາກສະເໝີ, ບັນຫາການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີໃຫ້ເຂດຖານທີ່ໝັ້ນຂອງການປະຕິວັດເດີມ,ເຂດຊົນເຜົ່າສ່ວນໜ້ອຍ,ເຂດຊາຍແດນແລະເຂດດ້ອຍພັດທະນາເປັນບັນຫາທີ່ທ່ານເອົາໃຈໃສ່ທີ່ສຸດ ຕະຫຼອດມາ. ໃນເວລາເປັນປະທານໃນງານສຳມະນາວ່າດ້ວຍການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີໃຫ້ເຂດຖານທີ່ໝັ້ນຂອງການປະຕິວັດເດີມສ້ານຊີ່-ກ່ານຊູ້-ນິງເຊ້ຍທີ່ຈັດຂຶ້ນຢູ່ນະຄອນຢຽນອ່ານ, ທ່ານສີຈິ້ນຜິງໄດ້ເນັ້ນໜັກອີກຄັ້ງໜຶ່ງກ່ຽວກັບຄວາມສຳຄັນຂອງການລຶບລ້າງຄວາມທຸກຍາກໃຫ້ຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນ.
“ຊີວິດທີ່ມີຄວາມສຸກບໍ່ແມ່ນລົ່ນລົງມາແຕ່ຟ້າດອກ, ແຕ່ຫາກແມ່ນຕ້ອງ ສູ້ຊົນຢ່າງທໍລະຫົດອົດທົນສ້າງຂຶ້ນມາ. ຄະນະພັກແລະອົງການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ແລະກຳແໜ້ນວຽກງານການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດຖານທີ່ໝັ້ນຂອງການປະຕິວັດເດີມໃຫ້ດີຂຶ້ນ, ຜັນຂະຫຍາຍເນື້ອໃຈຈິດໃຂອງການລຶບລ້າງຄວາມທຸກຍາກໃຫ້ຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນ, ໃຊ້ງົບປະມານຢູ່ໃນບ່ອນສຳຄັນຢ່າງແທ້ຈິງເພື່ອໃຫ້ເກີດມີປະສິດທິຜົນໃນການ ລຶບລ້າງຄວາມທຸກຍາກຢ່າງແທ້ຈິງ”
ໃນເວລາຢ້ຽມຢາມໂຮງຮຽນຄວາມຫວັງຢາງເຈ່ຍຫຼິງ ນະຄອນຢຽນອ່ານ ແຂວງສ້ານຊີ່, ທ່ານສີຈິ້ນຜິງກ່າວວ່າ:
“ເຂດຖານທີ່ໝັ້ນຂອງການປະຕິວັດເດີມແລະເຂດທຸກຍາກຢາກຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນນັ້ນ, ເວົ້າໃນດ້ານພື້ນຖານແລ້ວຍັງຕ້ອງໄດ້ພັດທະນາວຽກງານການສຶກສາໃຫ້ດີ, ບໍ່ຄວນປ່ອຍປະໃຫ້ພວກເດັກນ້ອຍພາດໂອກາດຕັ້ງແຕ່ຈຸດເລີ່ມຕົ້ນຂອງໄວເດັກ. ລັດຖະບານຈະທຸ້ມເທງົບປະມານເຂົ້າໃນການສຶກສາເວົ້າລວມເວົ້າສະເພະແມ່ນການສຶກສາຂັ້ນພື້ນຖານແລະການສຶກສາຂັ້ນພື້ນຖານຢູ່ເຂດຖານທີ່ໝັ້ນຂອງການປະຕິວັດເດີມໃຫ້ຫຼາຍກວ່າເກົ່າ.”
ນະຄອນຊີ່ອ່ານ ເຄີຍເປັນລາຊະນາທີເກົ່າແກ່ຂອງ 13 ລາຊະວົງໃນສະໄໝບູຮານຈີນ,ທັງເປັນເມືອງສຳຄັນໃນການປະຕິບັດຍຸດທະສາດການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່ຂອງຈີນ. ທ່ານສີຈິ້ນຜິງໄດ້ເລືອກເອົານະຄອນຊີ່ອ່ານເປັນບ່ອນສຸດທ້າຍໃນການເດີນທາງເມື່ອຢາມບ້ານເກີດກ່ອນບຸນກຸດຈີນ. ຢູ່ຕົວເມືອງແຫ່ງນີ້ທີ່ເປັນ ແວ່ນແຍງໃຫ້ແກ່ ອະດີດ, ປັດຈຸບັນ, ແລະອະນາຄົດຂອງຈີນ, ທ່ານໄດ້ກ່າວເຖິງຄວາມໄຝ່ຝັນຂອງຈີນອີກຄັ້ງ:
“ພວກເຮົາກຳລັງພະຍາຍາມສູ້ຊົນເພື່ອບັນລຸເປົ້າໝາຍທີ່ຍິ່ງໃຫຍ່ກວ່າເກົ່າ, ຄືໃຫ້ບັນລຸເປົ້າໝາຍສູ້ຊົນ2ເຫດການສຳຄັນຄົບຮອບ 100 ປີ, ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊາດຈີນ. ປັດຈຸບັນ, ຄົນທັງຫຼາຍຍິ່ງປາຖະໜາຫາຊີວິດທີ່ມີຄຸນນະພາບສູງ, ເພື່ອຄວາມມຸ້ງຫວັງຕໍ່ຊີວິດທີ່ມີຄວາມສຸກຂອງປະຊາຊົນ, ພວກເຮົາຕ້ອງພັດທະນາຕາມຫຼັກວິທະຍາສາດ, ນີ້ບໍ່ແມ່ນເວົ້ຊື່ໆໄດ, ຕ້ອງພະຍາຍາມສູ້ຊົນເຮັດແທ້ທຳຈິງຈິ່ງຈະບັນລຸຜົນເປັນຈິງໄດ້.”
ທ່ານສີຈິ້ນຜິງໄດ້ອວຍພອນປີໃໝ່ບຸນກຸດຈີນໃຫ້ປະຊາຊົນ
ຈາກນະຄອນຢຽນອ່ານ, ນະຄອນຖົງສວນຈົນຮອດນະຄອນຊີ່ອ່ານ, ການເດີນທາງເທື່ອນີ້, ທ່ານສີຈິ້ນຜິງໄດ້ຮັບການຕ້ອນຮັບດ້ວຍຄວາມອົບອຸ່ນແລະຈິງໃຈຈາກປະຊາຊົນຂອງບ້ານເກີດເມືອງນອນ. ສ່ວນໃນໄລຍະທ້າຍການເດີນທາງຢ້ຽມຢາມບ້ານເກີດນັ້ນ, ທ່ານໄດ້ໄປຮອດໄປເຖິງປະຊາຊົນສາມັນທົ່ວໄປ ເພື່ອອວຍພອນປີໃໝ່ບຸນກຸດຈີນໃຫ້ເຂົາເຈົ້າທີ່ທ່ານເອງຍາມໃດກໍມີຄວາມເປັນຫ່ວງເປັນໃຍແລະໄດ້ເອົາໃຈໃສ່ຢູ່ສະເໝີ.
“ບຸນກຸດຈີນປີມະແມ, ຂ້າພະເຈົ້າຂໍອວຍພອນປີໃໝ່ແກ່ທຸກທ່ານ, ເມື່ອໄດ້ເຫັນວ່າ ເຂດຊຸມຊົນພວກທ່ານມີການພັດທະນາທີ່ດີໃນທຸກໆດ້ານ, ຂ້າພະເຈົ້າຫວັງວ່າ ຊີວິດການເປັນຢູ່ຂອງພວກທ່ານຈະມີຄວາມສະຫງົບສຸກຫຼາຍກວ່າເກົ່າ,ຄອບຄົວມີຄວາມສົມບູນພູນສຸກ. ຂໍອວຍພອນໃຫ້ທຸກໆຄອບຄົວ,ປະຊາຊົນທຸກຄົນ, ເດັກນ້ອຍທຸກຄົນຈົ່ງດຳລົງຊີວີດຢ່າງມີຄວາມສຸກສຳລານບານໃຈ, ປະສົບຜົນສຳເລັດໃນໜ້າທີ່ການງານໃນປີມະແມ, ຂໍອວຍພອນໃຫ້ຜູ້ເຖົ້າຜູ້ແກ່ຈົ່ງມີສຸຂະພາບເຂັ້ມແຂງ,ອາຍຸໝັ້ນຂວັນຍືນ, ຂອບໃຈທຸກທ່ານ, ໂຊກດີປີໃໝ່!”
ຄຳເຫັນ
0