黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮັດແນວໃດ ຈິ່ງຈະສາມາດຫຼຸດຄວາມສ່ຽງຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໃຫ້ໜ້ອຍລົງ

2020-01-23 09:20:08 cri


ຫວ່າງມໍ່ໆມານີ້, ຢູ່ນະຄອນອູຮັ້ນແຂວງຫູເປີຍຈີນ ໄດ້ປະກົດມີ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະ ໄດ້ແຜ່ລະບາດໄປເຖິງບາງເຂດແຄ້ວນ. ຄັນຊັ້ນ, ອາດຈະມີທ່ານຜູ້ຊົມຢາກຖາມວ່າ, ຖ້າຄົນຕິດເຊື້ອພະຍາດນີ້, ຈະມີອາການແບບໃດແດ່? ມື້ນີ້, ຈິ່ງຢາກບອກທ່ານຜູ້ຊົມທັງຫຼາຍວ່າ, ຖ້າເປັນພະຍາດດັ່ງກ່າວ, ຈະປາກົດມີອາການຫາຍໃຈບໍ່ສະດວກ, ຄີງຮ້ອນ, ໄອ, ຫາຍໃຈຝືດ ຫຼື ຫາຍໃຈຍາກ, ຈົນວ່າຈະເສຍຊີວິດໃນກໍລະນີທີ່ມີອາການໜັກ.
ໂດຍແນໃສ່ສະພາບການດັ່ງກ່າວ, ຄະນະກຳມະການອະນາໄມແລະສຸຂະພາບແຫ່ງຊາດຈີນ ໄດ້ໃຊ້ມາດຕະການປ້ອງກັນແລະຄວບຄຸມຕ່າງໆຕາມກົດໝາຍ ເຊັ່ນ: ແຍກດ່ຽວປິ່ນປົວຜູ້ເປັນພະຍາດ, ຕິດຕາມສັງເກດທາງການແພດ ຕໍ່ຜູ້ທີ່ເຄີຍພົວພັນກັບຜູ້ເປັນພະຍາດຢ່າງໃກ້ຊິດ ແລະ ອື່ນໆ, ພະຍາຍາມສຸດຂີດ ເພື່ອຮັບມືກັບສະພາບພະຍາດດັ່ງກ່າວ. ຂະນະດຽວກັນ, ເລີ່ມແຕ່ວັນທີ 21 ມັງກອນນີ້ເປັນຕົ້ນໄປ, ຄະນະກຳມະການອະນາໄມແລະສຸຂະພາບແຫ່ງຊາດຈີນ ກໍໄດ້ລວບລວມ ແລະ ເປີດເຜີຍ ຂໍ້ມູນຜູ້ເປັນພະຍາດຢູ່ທຸກເຂດແຂວງຂອງຈີນໃນແຕ່ລະວັນ ພ້ອມທັງເພີ່ມທະວີການແລກປ່ຽນຂໍ້ມູນກັບອົງການອະນາໄມໂລກ, ປະເທດທີ່ກ່ຽວຂ້ອງ ແລະ ເຂດຮົງກົງ, ມາກາວ ແລະ ໄຕ້ຫວັນຈີນ ເພື່ອຮ່ວມກັນປຶກສາຫາລື ແລະ ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດໃຫ້ດີກວ່າເກົ່າ. ອາດເວົ້າໄດ້ວ່າ, ຈີນໄດ້ໃຊ້ມາດຕະການຄົບຊຸດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວແລ້ວ.
ຊັ້ນພວກເຮົາຄົນທົ່ວໄປຄວນເຮັດແນວໃດ ຈຶ່ງຈະສາມາດຫຼຸດຄວາມສ່ຽງຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່?
ໜຶ່ງ: ໝັ່ນລ້າງມື. ລ້າງມືດ້ວຍສະບູແລະນ້ຳສະອາດ, ຍ້ອນວ່າໃນມືຂອງຄົນເຮົາ ມີເຊື້ອຈຸລິນຊີຫຼາຍສົມຄວນ, ລ້າງມືເລື້ອຍໆ ສາມາດຮັບປະກັນຄວາມສະອາດ ແລະ ສຸຂະພາບ.
ສອງ: ໃນເວລາໄອ ຫຼື ຈາມ, ຄວນໃຊ້ເຈ້ຍ ຫຼື ມືອັດປາກແລະດັງ ທັງສາມາດປ້ອງກັນຕົນເອງ ທັງບໍ່ກະທົບເຖິງຄົນອື່ນ.
ສາມ: ຫຼີກເວັ້ນບໍ່ສຳຜັດກັບຄົນເຈັບທີ່ເປັນຫວັດ ຫຼືມີອາການຄ້າຍຄືກັນ, ຖ້າບໍ່ມີຄວາມຈຳເປັນ  ຄວນຫຼີກລ່ຽງໄປບ່ອນທີ່ມີຄົນຫຼາຍ.
ສີ່: ໃນເວລາແຕ່ງກິນ, ໂດຍສະເພາະແມ່ນ ແຕ່ງອາຫານປະເພດຊີ້ນແລະໄຂ່, ຄວນເຮັດໃຫ້ສຸກແທ້ໆ.
ຫ້າ: ຫຼີກເວັ້ນບໍ່ໃຫ້ສຳຜັດກັບສັດປ່າ ຫຼືສັດລ້ຽງ ພາຍໃຕ້ສະພາບການທີ່ບໍ່ມີການປ້ອງກັນ.
ຫົກ: ໃສ່ຜ້າອັດປາກ. ຍ້ອນວ່າ ຜ້າອັດປາກ ສາມາດກັ້ນເຊື້ອຈຸລິນຊີ, ປ້ອງກັນບໍ່ໃຫ້ເຊື້ອຈຸລິນຊີ ເຂົ້າສູ່ລະບົບຫາຍໃຈ, ສາມາດປ້ອງກັນພະຍາດລະບົບຫາຍໃຈ.
ຖ້າພວກເຮົາເຮັດເລື່ອງດັ່ງກ່າວໃຫ້ດີແລ້ວ, ກໍສາມາດຫຼຸດຄວາມສ່ຽງ ໃນການຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່. ຫວັງວ່າ ຜູ້ຊົມທັງຫຼາຍ ຄວນເອົາໃຈໃສ່ຄວາມປອດໄພແລະສຸຂະພາບຂອງຕົນໃຫ້ຫຼາຍຂຶ້ນ.

 

ຄຳ​ເຫັນ

0