ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ບ້ານເຜົ່າວາຊືໂມລາ ຂອງກຸ່ມບ້ານສ່ານເຈ່ຍ, ຮັບຮູ້ສະພາບການພັດທະນາຊົນນະບົດ ແລະ ການສ້າງສາບ້ານສີສັນຊົນເຜົ່າສ່ວນໜ້ອຍ
ແຕ່ວັນທີ 19 ຫາ ວັນທີ 21 ມັງກອນນີ້, ເນື່ອງໃນໂອກາດທີ່ບຸນກຸດຈີນ ບຸນປະເພນີທີ່ຄຶກຄື້ນທີ່ສຸດຂອງຊາດຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເດີນທາງໄປເມືອເທີງຊົ່ງ ນະຄອນຄຸນໝິງຂອງແຂວງຢຸນນານ, ເພື່ອສຳຫຼວດກວດເບິ່ງວຽກງານຢູ່ຊົນນະບົດ, ບ້ານບູຮານ, ດິນທາມທຳມະຊາດ, ຕະຫຼາດສິນຄ້າສະຫຼອງບຸນກຸດຈີນ, ແລະອະນຸສອນສະຖານລັດທິຮັກຊາດ, ຢື້ຢາມຖາມຂ່າວພະນັກງານ ແລະ ປະຊາຊົນບັນດາເຜົ່າ, ທັງສົ່ງຄວາມອວຍພອນປີໃໝ່ບຸນກຸດຈີນຕໍ່ປະຊາຊົນທົ່ວປະເທດ.
ກຸ່ມບ້ານຊ່ານເຈ່ຍຕາແສງຊິ່ງຊຸຍເມືອງເທີງຊົງທີ່ຂຶ້ນກັບນະຄອນປາວສ່ານເຄີຍເປັນບ້ານທຸກຍາກຕາມການລົງທະບຽນ, ປີ 2017ທົ່ວບ້ານໄດ້ພົ້ນອອກຈາກຄວາມທຸກຍາກທົ່ວບ້ານ. ຕອນບ່າຍວັນທີ 19 ມັງກອນນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດບ້ານສ່ານເຈ່ຍ ເພື່ອຮັບຮູ້ສະພາບການລົບລ້າງຄວາມທຸກຍາກ. ທ່ານກ່າວເນັ້ນວ່າ, ການສ້າງສັງຄົມທີ່ອິ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ຂາດຊົນເຜົ່າໃດໜຶ່ງກໍບໍ່ໄດ້. ຕ້ອງເລັ່ງລັດພັດທະນາຊົນເຜົ່າສ່ວນໜ້ອຍ ແລະ ເຂດຊົນເຜົ່າ, ເຮັດໃຫ້ໝາກຜົນຂອງການປະຕິຮູບ ແລະ ການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາເຜົ່າຫຼາຍກວ່າເກົ່າ ແລະ ມີຄວາມຍຸດຕິທຳກວ່າເກົ່າ.
ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ບ້ານເຜົ່າວາຊືໂມລາ ຂອງກຸ່ມບ້ານສ່ານເຈ່ຍ, ຮັບຮູ້ສະພາບການພັດທະນາຊົນນະບົດ ແລະ ການສ້າງສາບ້ານສີສັນຊົນເຜົ່າສ່ວນໜ້ອຍ. “ຊືໂມລາ” ໃນພາສາເຜົ່າວາມີຄວາມໝາຍວ່າ ສະຖານທີ່ທີ່ມີຄວາມຜາສຸກ. ທ່ານສີຈິ້ນຜິງໄດ້ໄປຢາມເຮືອນຂອງຫຼີຟ່າຊຸ້ນທີ່ເປັນຊາວບ້ານຊືໂມລາ, ແລະ ໄດ້ນັ່ງລົມກັນກັບຊາວບ້ານ ກ່ຽວກັບຊີວິດທີ່ມີຄວາມສຸກຂອງປະຊາຊົນໃນບ້ານເຜົ່າວາ. ທ່ານສີຈິ້ນຜິງກ່າວວ່າ:
“ໂດຍມີການສຸມຄວາມພະຍາຍາມຂອງທຸກທ່ານ, ຢູ່ແຫ່ງນີ້ໄດ້ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພວມກ້າວໄປສູ່ເປົ້າໝາຍການພັດທະນາອັນໃໝ່, ນີ້ເປັນສິ່ງທີ່ໜ້າຊົມເຊີຍ. ຫຼັງຈາກການສ້າງສັງຄົມທີ່ອິ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານແລ້ວກໍຕ້ອງຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ແກ້ໄຂບັນຫາທີ່ພັດທະນາແບບບໍ່ສົມດຸນກັນລະຫວ່າງຕົວເມືອງ ແລະ ຊົນນະບົດຕື່ມອີກ, ພັດທະນາຂະແໜງການຕ່າງໆຢູ່ຊົນນະບົດ, ພັດທະນາເສດຖະກິດຢູ່ຊົນນະບົດ, ເພີ່ມລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ບ້ານເຜົ່າວາມີຄວາມສຸກເພີ່ມຂຶ້ນຕື່ມ.”
ຢູ່ຕາມເດີ່ນບ້ານ,ກິດຈະກຳສະຫຼອງບຸນກຸດຈີນຂອງເຜົ່າວາໄດ້ດຶງດູດຄວາມສົນໃຈຂອງທ່ານສີຈິ້ນຜິງ
ຢູ່ຕາມເດີ່ນບ້ານ,ກິດຈະກຳສະຫຼອງບຸນກຸດຈີນຂອງເຜົ່າວາໄດ້ດຶງດູດຄວາມສົນໃຈຂອງທ່ານສີຈິ້ນຜິງ, ພວກຊາວບ້ານໄດ້ໃສ່ຊຸດຊົນເຜົ່າ ຟ້ອນລຳທຳເພງຢ່າງເບີກບານມ່ວນຊື່ນ. ອີງຕາມຮີດຄອງປະເພນີຂອງທ້ອງຖິ່ນ, ທ່ານສີຈິ້ນຜິງໄດ້ເອົາໄມ້ຄ້ອນ ຕີກະລໍ 3 ບາດ, ເພື່ອອວຍໄຊໃຫ້ພອນປະຊາຊົນ ແລະ ຂໍໃຫ້ມີຟ້າຝົນເອື້ອອຳນວຍຕໍ່ການຜະລິດ, ປະເທດມີສະເຖຍລະພາບ ປະຊາຊົນມີຄວາມສະຫງົບ, ທົ່ວໂລກມີສັນຕິພາບ.
ກ່ອນທີ່ທ່ານສີຈິ້ນຜິງຈະອຳລາຈາກບ້ານເຜົ່າວາຊືໂມລາ, ພວກຊາວບ້ານໄດ້ຮ້ອງເພງ “ຊີວິດໃໝ່ຂອງປະຊາຊົນເຜົ່າວາ”, ແລະ ຮ່ວມກັບທ່ານສີຈິ້ນຜິງຄ່ອຍໆຍ່າງອອກບໍລິເວນບ້ານ. ທ່ານສີຈິ້ນຜິງໄດ້ສົ່ງຄວາມອວຍພອນປີໃໝ່ບຸນກຸດຈີນໃຫ້ຄົນທັງຫຼາຍ.
ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງຢູ່ບ້ານບູຮານເຫີຊຸ້ນ. ເຫີຊຸ້ນແມ່ນສະຖານທີ່ທີ່ຕ້ອງຜ່ານຢູ່ລຽບຕາມ “ເສັ້ນທາງສາຍໄໝ”ທີ່ເຊື່ອມຕໍ່ ເສສວນ ຢຸນນານຂອງຈີນ ມຽນມາ ແລະ ອິນເດຍໃນສະໄໝບູຮານ, ບ້ານນີ້ຍັງຮັກສາສະຖາປັດຕະຍະກຳຂອງລາດຊະວົງໝິງ ແລະ ລາດຊະວົງຊິ່ງຢ່າງຄົບຖ້ວນ. ບ້ານເຫີຊຸ້ນແມ່ນບ້ານທີ່ມີມູນເຊື້ອໃນການເຄົາລົບວັດທະນະທຳ ການສຶກສາ, ໃຫ້ຄວາມສຳຄັນຕໍ່ການອົບຮົມບົ່ມສອນ ແລະ ມີແບບແຜນການດຳລົງຊີວິດຂອງຄອບຄົວທີ່ດີ, ຫໍສະໝຸດເຫີຊຸ້ນເປັນຫໍສະໝຸດຂອງບ້ານ, ສ້າງຂຶ້ນເມື່ອ 90 ກວ່າປີກ່ອນ. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ຫໍສະໝຸດ, ເພື່ອຊອກຮູ້ກ່ຽວກັບສະພາບການເສີມຂະຫຍາຍມູນເຊື້ອວັດທະນະທຳປະຫວັດສາດ ແລະ ການພັດທະນາວັດທະນະທຳແລະ ການສຶກສາຂອງບ້ານນີ້. ທ່ານຍ່າງຕາມຮ່ອມນ້ອຍຂອງບ້ານເຫີຊຸ້ນ, ຊົມຄວາມງົດງາມ ຂອງບ້ານບູຮານ, ຮັບຮູ້ປະຫວັດສາດຂອງການພັດທະນາເສັ້ນທາງສາຍໄໝບູຮານທາງພາກຕາເວັນຕົກສຽງໃຕ້, ປະຫວັດສາດ ແລະ ສະພາບການສືບທອດວັດທະນະທຳຂອງບ້ານບູຮານເຫີຊຸ້ນ ແລະ ອື່ນໆ. ນັກທ່ອງທ່ຽວ ແລະ ຊາວບ້ານທີ່ຍ່າງຜ່ານໄປລ້ວນແຕ່ທັກທາຍກັບທ່ານສີຈິ້ນຜິງ.
ບ້ານເຫີຊຸ້ນເປັນບ້ານເກີດຂອງທ່ານເອຊື່ຊີ ນັກປັດຊະຍາທີ່ມີຊື່ສຽງຂອງຈີນ. ທ່ານສີຈິ້ນຜິງໄດ້ໄປຢາມອະນຸສອນສະຖານຂອງທ່ານເອຊື່ຊີທີ່ຕັ້ງຢູ່ບ່ອນເລິກຂອງບ້ານບູຮານ, ຊອກຮູ້ຜົນງານຂອງທ່ານເອຊື່ຊີທີ່ເພິ່ນໄດ້ສຸມກຳລັງເຂົ້າໃນການຄົ້ນຄວ້າ ເຜີຍແຜ່ປັດຊະຍາລັດທິມາກ ແລະຊຸກຍູ້ໃຫ້ປັດຊະຍາລັດທິມາກເຂົ້າເຖິງປະຊາຊົນທົ່ວໄປ ແລະ ເຊື່ອມໂຍງກັບສະພາບຄວາມເປັນຈິງຂອງປະເທດຈີນ. ທ່ານສີຈິ້ນຜິງຊີ້ອອກວ່າ:
ປະຈຸບັນພວກເຮົາຕ້ອງການຜູ້ມີຄວາມຮູ້ຄວາມສາມາດຄືທ່ານເອຊື່ຊີທີ່ສາມາດເຜີຍແຜ່ລັດທິມາກໃຫ້ເຊື່ອມໂຍງເຂົ້າກັບສະພາບຄວາມເປັນຈິງຂອງປະເທດຈີນໄດ້ດີ. ພວກເຮົາຄວນໂຄສະນາລັດທິມາກໃຫ້ດີ, ແຕ່ບໍ່ຄວນອ່ານແບບຄຳພີ ຫຼື ຄັດຈ້ອນພາກສ່ວນໃດໜຶ່ງຫຼື ປະໂຫຍກໃດໜຶ່ງແບບຕາຍຕົວ, ຕ້ອງສອດຄ່ອງກັບປະຊາຊົນທົ່ວໄປ. ນີ້ກໍເປັນບົດຮຽນທີ່ພວກເຮົາຖອດຖອນໄດ້ຈາກທີ່ສະຫາຍເອຊື່ຊີ.
ວັນທີ 20 ກຸມພານີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງວຽກງານຢູ່ນະຄອນຄຸນໝິງ. ຕອນບ່າຍມື້ດຽວກັນ, ທ່ານໄດ້ໄປສຳຫຼວດເຂດດິນທາມແຫຼມຊິ່ງໄຫໜອງຕ່ຽນຊືກ່ອນ, ຮັບຟັງການລາຍງານຂອງອົງການປົກຄອງແຂວງຢຸນນານ ແລະ ນະຄອນຄຸນໝິງ ກ່ຽວກັບການອະນຸລັກສິ່ງແວດລ້ອມ ການສ້າງສິ່ງກຳບັງທາງລະບົບນິເວດໃນພາກຕາເວັນຕົກສຽງໃຕ້, ແລະໄດ້ສຳຫຼວດເບິ່ງຕົວຢ່າງນ້ຳຂອງໜອງຕ່ຽນຊື, ໜອງຟູຊ່ຽນ, ແລະ ໜອງເອີໄຫ, ທັງເບິ່ງການວາງສະແດງຄວາມຫຼາກຫຼາຍຂອງຊີວະນານາພັນຢູ່ໜອງທ່ຽນຊື. ໃນເມື່ອກ່ອນ ສິ່ງແວດລ້ອມຂອງໜອງຕ່ຽນຊືເຄີຍຖືກທຳລາຍ ຈົນກາຍເປັນໜອງໜຶ່ງທີ່ມີມົນລະພິດຢ່າງຮ້າຍແຮງທີ່ສຸດ, ຫຼັງຈາກການບຳບັດຢ່າງບໍ່ລົດລະມາເປັນເວລາຫຼາຍປີ, ສິ່ງແວດລ້ອມໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍ. ທ່ານສີຈິ້ນຜິງໄດ້ຖາມເຖິງສະພາບການອະນຸລັກແລະ ປັບປຸງຄຸນນະພາບຂອງນ້ຳຂອງໜອງຕ່ຽນຊື. ທ່ານສີຈິ້ນຜິງກ່າວເນັ້ນວ່າ:
ພວກເຮົາຕ້ອງຫຼີກລ່ຽງທິດທາງພັດທະນາແບບເກົ່າທີ່ສ້າງມົນລະພິດແລ້ວຈຶ່ງບຳບັດນຳຫຼັງ, ຕ້ອງປະຖິ້ມວິທີເກົ່າທີ່ພັດທະນາເສດຖະກິດທີ່ບໍ່ຍືນຍົງ ທີ່ທຳລາຍສິ່ງແວດລ້ອມເປັນຄ່າທົດແທນ. ພວກເຮົາໄດ້ສະເໜີທັດສະນະການພັດທະນາແບບໃໝ່, ສ້າງຄວາມສິວິໄລທາງນິເວດ, ແມ່ນສອດຄ່ອງກັບກົດເກນພາວະວິໄສ. ເມື່ອເບິ່ງຈາກສະພາບປະຈຸບັນແລ້ວເຫັນວ່າ, ດຽວນີ້ປະຊາຊົນກິນອິ່ມນຸ່ງອຸ່ນແລ້ວ, ສິ່ງທີ່ປະຊາຊົນເອົາໃຈໃສ່ຫຼາຍທີ່ສຸດກໍແມ່ນສິ່ງແວດລ້ອມ. ເມື່ອຄຳນຶງເຖິງໄລຍະຍາວແລ້ວ, ພວກເຮົາບໍ່ຄວນໃຊ້ຊັບພະຍາກອນຂອງລູກຫຼານຢ່າງສິ້ນເປືອງ, ຫາກຕ້ອງສ້າງຄວາມສຸກໃຫ້ແກ່ມວນມະນຸດ. ຕ້ອງສືບຕໍ່ກຳແໜ້ນວຽກງານດ້ານນີ້ຕໍ່ໄປ, ສຸມຄວາມພະຍາຍາມຢ່າງບໍ່ລົດລະ, ແລະ ດຳເນີນງານຢ່າງຕໍ່ເນື່ອງ ແລະ ຍາວນານ, ພັດທະນາພູຂຽວນ້ຳໃສໃຫ້ເປັນພູເງິນພູຄຳແທ້ໆ.
ຢູ່ສູນວາງສະແດງສາກົນຄຸນໝິງພວມຈັດງານວາງສະແດງສິນຄ້າເພື່ອສະຫຼອງບຸນກຸດຈີນຄຸນໝິງຄັ້ງທີ 14, ທ່ານສີຈິ້ນຜິງໄດ້ເດີນທາງໄປທີ່ນັ້ນ
ຢູ່ສູນວາງສະແດງສາກົນຄຸນໝິງພວມຈັດງານວາງສະແດງສິນຄ້າເພື່ອສະຫຼອງບຸນກຸດຈີນຄຸນໝິງຄັ້ງທີ 14, ທ່ານສີຈິ້ນຜິງກຳໄດ້ເດີນທາງໄປທີ່ນັ້ນ ເພື່ອ ສຳຫຼວດກວດເບິ່ງການຈຳໜ່າຍເຂົ້າຂອງເຄື່ອງໃຊ້ ສຳລັບສະຫຼອງບຸນກຸດຈີນ, ແລະຊອກຮູ້ຢ່າງລະອຽດກ່ຽວກັບການສະໜອງສິນຄ້າໃນຕະຫຼາດກ່ອນບຸນກຸດຈີນ. ທ່ານກ່າວວ່າ, ຈາກການຂາດເຂີນເຂົ້າຂອງເຄື່ອງໃຊ້ໃນເມື່ອກ່ອນ,ຕອນນີ້ສິນຄ້າກໍມີຢ່າງອຸດົມສົມບູນ, ຢູ່ປະເທດຈີນໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນທຸກປີ. “ກະຕ່າຜັກ” “ຖົງເຂົ້າ” “ຈານໝາກໄມ້” ລ້ວນແຕ່ເປັນເລື່ອງສຳຄັນທີ່ພົວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ. ພາກສ່ວນທີ່ກ່ຽວຂ້ອງຕ້ອງເຮັດວຽກໃຫ້ດີ, ຮັບປະກັນການສະໜອງສິນຄ້າເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນຍາມບຸນກຸດຈີນ, ຮັບປະກັນຄຸນນະພາບ ແລະ ຄວາມປອດໄພ, ໃຫ້ປະຊາຊົນສະຫຼອງບຸນກຸດຈີນດ້ວຍຄວາມເບີກບານມ່ວນຊື່ນ ແລະ ປອດໄພ.
ທ່ານສີຈິ້ນຜິງໄດ້ກ່າວຄວາມອວຍພອນປີໃໝ່ບຸນກຸດຈີນໃຫ້ປະຊາຊົນຢຸນນານ, ປະຊາຊົນບັນດາເຜົ່າທົ່ວປະເທດ ກໍຄືພີ່ນ້ອງຮ່ວມຊາດ ຮົງກົງ ມາກາວ ໄຕ້ຫວັນ ແລະ ຊາວຈີນຕ່າງດ້າວ
ຢູ່ສະໜາມຫຼວງນອກຫ້ອງວາງສະແດງເຕັມໄປດ້ວຍປະຊາຊົນທີ່ມາຈັດຊື້ເຄື່ອງຂອງສະຫຼອງບຸນກຸດຈີນ. ເມື່ອເຂົາເຈົ້າເຫັນທ່ານສີຈິ້ນຜິງໄປແລ້ວ, ຄົນທັງຫຼາຍໄດ້ຫຸ້ມເຂົ້າມາຮ້ອງທັກທາຍວ່າ “ສະບາຍດີທ່ານປະທານສີ”. ທ່ານສີຈິ້ນຜິງໄດ້ຈັບມືກັບປະຊາຊົນຢ່າງສະໜິດສະໜົມແບບເປັນກັນເອງ, ທ່ານໄດ້ກ່າວຄວາມອວຍພອນປີໃໝ່ບຸນກຸດຈີນໃຫ້ປະຊາຊົນຢຸນນານ, ປະຊາຊົນບັນດາເຜົ່າທົ່ວປະເທດ ກໍຄືພີ່ນ້ອງຮ່ວມຊາດ ຮົງກົງ ມາກາວ ໄຕ້ຫວັນ ແລະ ຊາວຈີນຕ່າງດ້າວ:
“ສະບາຍດີບັນດາທ່ານ! ບຸນກຸດຈີນປີຊວດໃກ້ຈະໝູນວຽນມາເຖິງ. ນະທີ່ນີ້, ຂ້າພະເຈົ້າຂໍຝາກຄວາມອວຍພອນປີໃໝ່ບຸນກຸດຈີນໃຫ້ປະຊາຊົນທົ່ວປະເທດ, ພີ່ນ້ອງຮ່ວມຊາດ ຮົງກົງ ມາກາວ ໄຕ້ຫວັນ ແລະ ຊາວຈີນຕ່າງດ້າວ. ຂໍອວຍພອນໃຫ້ປະເທດພວກເຮົາຈົ່ງມີຟ້າຝົນທີ່ເອື້ອອຳນວຍ, ມີພະລັງຊີວິດຊີວາ, ແລະ ນັບມື້ນັບຈະເລີນຮຸ່ງເຮືອງ, ຂໍໃຫ້ປະເທດມີສະເຖຍລະພາບ ແລະ ປະຊາຊົນມີຄວາມສະຫງົບປອດໄພ! ຂໍໃຫ້ປະຊາຊົນບັນດາເຜົ່າຈົ່ງມີຄວາມສຸກສະບາຍໃຈ ແລະ ເບີກບານມ່ວນຊື່ນໃນປີໃໝ່! ຂໍໃຫ້ບັນດາທ່ານຈົ່ງມີສຸຂະພາບເຂັ້ມແຂງ, ຄອບຄົວມີຄວາມສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ, ແລະ ສົມຫວັງທຸກປະການ!
ຄຳເຫັນ
0