“ບຸນກຸດຈີນປີ 2018 ພໍດີຖືກກັບປີຈໍເຊິ່ງເປັນປີສິລິມຸງຄຸນ, ເນື່ອງໃນໂອກາດທີ່ປີຈໍໃກ້ຈະໝູນວຽນມາເຖິງ, ຂ້າພະເຈົ້າຂໍຝາກຄວາມຍື້ຢາມຖາມຂ່າວໂດຍຜ່ານພວກເຈົ້າໄປເຖິງປະຊາຊົນບັນດາເຜົ່າ ແລະ ພໍ່ແມ່ປະຊາຊົນໃນທົ່ວປະເທດຈີນ, ຂໍອວຍພອນໃຫ້ໝົດທຸກຄົນ ແລະ ທຸກຄອບຄົວຈົ່ງມີແຕ່ຄວາມສຸກ, ສະບາຍດີບຸນກຸດຈີນ!”
ວັນທີ 10 ຫາວັນທີ 13 ກຸມພາປີ 2018, ທ່ານສີຈິ້ນຜິງໄດ້ເດີນທາງໄປກິ່ງແຂວງປົກຄອງຕົນເອງເຜົ່າຢີລ້ຽງຊ່ານ, ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດເຜົ່າຊ່ຽງອ່າປ້າ, ນະຄອນເສີງຕູ່ ແລະ ແຫ່ງຕ່າງໆຂອງແຂວງເສສວນ ເພື່ອສະແດງຄວາມເປັນຫ່ວງເປັນໄຍ ແລະ ຄວາມຮັກແພງຂອງສູນກາງພັກທີ່ມີຕໍ່ພະນັກງານແລະປະຊາຊົນເຜົ່າຕ່າງໆ ພ້ອມທັງສົ່ງຄວາມອວຍພອນບຸນກຸດຈີນອັນດີງາມໄປຍັງປະຊາຊົນບັນດາເຜົ່າໃນທົ່ວປະເທດດ້ວຍການເດີນທາງໄປຫຼາຍສະຖານທີ່ໃນຄັ້ງນັ້ນ.
ກິ່ງແຂວງປົກຄອງຕົນເອງເຜົ່າຢີລ້ຽງຊ່ານຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງແຂວງເສສວນ ແມ່ນພື້ນທີ່ໃຫຍ່ທີ່ສຸດທີ່ມີເຜົ່າຢີອາໄສຢູ່, ມີຈຳນວນຊົນເຜົ່າ ແລະ ປະຊາຊົນຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນຫຼາຍທີ່ສຸດຂອງແຂວງເສສວນ. ຍ້ອນວ່າມີເງື່ອນໄຂທຳມະຊາດທີ່ບໍ່ເອື້ອຍອຳນວຍແລະການພັດທະນາບໍ່ພຽງພໍ, ກິ່ງແຂວງນີ້ແມ່ນໜຶ່ງໃນເຂດທີ່ທຸກຍາກທີ່ສຸດໃນທົ່ວປະເທດຈີນ ເຊິ່ງໃນ 17 ເມືອງແລະນະຄອນ, ມີ 11 ເມືອງຈຸດສຸມໄດ້ນອນຢູ່ໃນແຜນການພັດທະນາແລະຫຼຸດຜ່ອນຄວາມທຸກຍາກຂອງຊາດ. ທ່ານສີຈິ້ນຜິງໄດ້ມີຄວາມເປັນຫ່ວງເປັນໄຍ ແລະໄດ້ເອົາໃຈໃສ່ປະຊາຊົນຢູ່ແຫ່ງນີ້ຫຼາຍ.
ຕອນເຊົ້າວັນທີ 12 ກຸມພາປີ 2018,ທ່ານສີຈິ້ນຜິງກ່າວອວຍພອນປີໃໝ່ຕໍ່ປະຊາຊົນບ້ານຈ້ານສີເມືອງພີຕູ່ນະຄອນເສີງຕູ່ແຂວງເສສວນ
ຕອນເຊົ້າວັນທີ 11 ກຸມພາປີ 2018, ແສງຕາເວັນໄດ້ສາດສ່ອງໃສ່ເຂດພູຕ້າລ້ຽງຫຼັງຈາກຫິມະຕົກເອື້ອນແລ້ວ, ນ້ຳກ້າມທີ່ຢູ່ເທິງກິ່ງໄມ້ຕາມເສັ້ນທາງໄດ້ເປັ່ງປະກາຍແສງເຫຼື້ອມຍິບຍັບ. ທ່ານສີຈິ້ນຜິງໄດ້ຂີ່ລົດຂຶ້ນພູທີ່ໄປຕາມທາງທີ່ຄົດລ້ຽວ ແລະຕ້ອງໃຊ້ເວລາໄປກັບຫຼາຍກວ່າ 4 ຊົ່ວໂມງ ເພື່ອໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຢູ່ບ້ານຊ່ານເຮີ ແລະ ບ້ານຫົ້ວພູທີ່ຕັ້ງຢູ່ໃຈກາງຂອງພູຕ້າລ້ຽງຊ່ານ.
ຕອນເຊົ້າວັນທີ 11 ກຸມພາປີ 2018,ທ່ານສີຈິ້ນຜິງຈັບມືກັບຊາວບ້ານຫົ້ວພູ
“ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມາຢ້ຽມຢາມພໍ່ແມ່ປະຊາຊົນເຜົ່າຢີຢູ່ແຫ່ງນີ້, ນີ້ຄືຄວາມປາຖະໜາຂອງຂ້າພະເຈົ້າຕັ້ງແຕ່ໃດມາ. ການທີ່ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ຜາສຸກແລະດີງາມ ແມ່ນເປົ້າໝາຍສູ້ຊົນຂອງພວກເຮົາ, ໃນການສ້າງສັງຄົມທີ່ອີ່ມໜຳສຳລານ ບໍ່ສາມາດຂາດຊົນເຜົ່າໃດໜຶ່ງ, ຄອບຄົວໃດໜຶ່ງ ແລະ ບຸກຄົນໃດໜຶ່ງຢ່າງເດັດຂາດ.”
ຕອນເຊົ້າວັນທີ 11 ກຸມພາປີ 2018,ທ່ານສີຈິ້ນຜິງອ່ານໃບຕິດຕາມການຫຼຸດຜ່ອນຄວາມທຸກຍາກທີ່ຕິດຢູ່ໜ້າປະຕູຂອງຜູ້ທຸກຍາກໃນບ້ານຊ່ານເຮີ
ບ້ານຊ່ານເຮີສູງກວ່າລະດັບໜ້ານ້ຳທະເລ 2500 ກວ່າແມັດ. ທ່ານສີຈິ້ນຜິງຍ່າງເຂົ້າບ້ານຕາມທາງນ້ອຍທີ່ປູດ້ວຍແຜ່ນຫີນ ເພື່ອຍ່າງສຳຫຼວດເບິ່ງໂສມໜ້າຂອງບ້ານກໍຄືສິ່ງແວດລ້ອມທຳມະຊາດຢູ່ອ້ອມແອ້ມບ້ານ. ທ່ານໄດ້ເຂົ້າໄປຢ້ຽມຢາມຄອບຄົວທຸກຍາກ ໂດຍໄດ້ອ່ານໃບຕິດຕາມການຫຼຸດຜ່ອນຄວາມທຸກຍາກທີ່ຕິດຢູ່ໜ້າປະຕູຢ່າງລະອຽດ, ຖາມເຈົ້າຂອງເຮືອນວ່າສະພາບການດຳລົງຊີວິດເປັນແນວໃດ, ໄດ້ພັດທະນາອຸດສາຫະກຳຫຍັງແດ່, ລາຍຮັບໄດ້ຫຼາຍປານໃດ, ລູກເຕົ້າໄດ້ເຂົ້າໂຮງຮຽນໝົດແລ້ວບໍ ແລະບັນຫາອື່ນໆເດ. ທ່ານຍັງນັ່ງຝີງໄຟກັບຊາວບ້ານ ແລະ ພະນັກງານຫຼຸດຜ່ອນຄວາມທຸກຍາກປະຈຳບ້ານຈຳນວນໜຶ່ງ, ຮ່ວມກັນວິເຄາະເຖິງສາເຫດທີ່ພາໃຫ້ທ້ອງຖິ່ນມີຄວາມທຸກຍາກ ເພື່ອວາງແຜນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ. ພໍ່ແມ່ປະຊາຊົນກໍໄດ້ສະແດງຄວາມດີໃຈທີ່ໄດ້ເຫັນທ່ານປະທານສີຈິ້ນຜິງມາຢ້ຽມຢາມ ຈຶ່ງໄດ້ເລົ່າເຖິງຜົນປະໂຫຍດອັນໃຫຍ່ຫຼວງທີ່ໄດ້ຮັບຈາກການປະຕິບັດງານເພື່ອຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານ, ຫຼາຍຄົນໄດ້ເວົ້າດ້ວຍຄວາມຕື້ນຕັນໃຈຈົນນ້ຳຕາຊຶມເບົ້າ.
ຕອນເຊົ້າວັນທີ 11 ກຸມພາປີ 2018,ທ່ານສີຈິ້ນຜິງຢ້ຽມຢາມປະຊາຊົນຜູ້ທຸກຍາກຂອງບ້ານຊ່ານເຮີ
ເມື່ອໄດ້ຮັບຮູ້ວ່າ ໃນຊຸມປີມໍ່ໆມານີ້, ບ້ານຊ່ານເຮີໄດ້ອອກແຮງພັດທະນາຂະແໜງການປູກຝັງແລະລ້ຽງສັດ, ທຸກຄອບຄົວກໍໄດ້ປູກມັນຝຣັ່ງ, ໝາກສະໝອງລີງ ແລະໝາກໝາດ ເຊິ່ງເຮັດໃຫ້ລາຍຮັບຂອງພໍ່ແມ່ປະຊາຊົນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ທ່ານສີຈິ້ນຜິງດີໃຈຫຼາຍ. ທ່ານຊີ້ອອກວ່າ: ພວກເຮົາສ້າງສັງຄົມນິຍົມ, ກໍແມ່ນເພື່ອໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ທີ່ຜາສຸກແລະດີງາມ. ໜ້າທີ່ອັນໜັກໜ່ວງແລະລຳບາກທີ່ສຸດຂອງການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ ແມ່ນຂຶ້ນຢູ່ກັບເຂດທຸກຍາກ ໂດຍສະເພາະຢູ່ກັບເຂດທຸກຍາກພິເສດ. ບໍ່ວ່າຈະມີຄວາມຫຍຸ້ງຍາກລຳບາກເທົ່າໃດ, ບໍ່ວ່າບັ້ນຮົບເພື່ອລົບລ້າງຄວາມທຸກຍາກຄັ້ງນີ້ຈະມີຄວາມຫຍຸ້ງຍາກຫຼາຍຊ່ຳໃດກໍຕາມ ກໍຕ້ອງສູ້ຊົນເອົາຊະນະໃຫ້ໄດ້, ຢູ່ບົນເສັ້ນທາງການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ, ບໍ່ໃຫ້ຫຼົງລືມຊົນເຜົາໃດໜຶ່ງ ແລະ ຄອບຄົວໃດໜຶ່ງ.
ເມື່ອທ່ານສີຈິ້ນຜິງອອກຈາກບ້ານຊ່ານເຮີ, ຊາວບ້ານທີ່ໃສ່ຊຸດເຜົ່າຢີທີ່ສວຍງາມໄດ້ລຽນແຖວແລະຮ້ອງເພງທີ່ມີຊື່ວ່າ “ຂໍໃຫ້ແຂກຢ່າຈາກໄປ” ຢ່າງປະທັບໃຈ. ສຽງຕົບມື, ສຽງເພງ ແລະ ສຽງຊົມເຊີຍໄດ້ດັງຂຶ້ນຢ່າງຟົດສະໜັ່ນຢູ່ໃນບ້ານ.
ຕອນເຊົ້າວັນທີ 12 ກຸມພາປີ 2018,ທ່ານສີຈິ້ນຜິງຢ້ຽມຢາມປະຊາຊົນຕາແສງຢິ້ວຊິ້ວ
ປີ 2018 ແມ່ນປີທີ່ເມືອງເວີ້ນຊ່ວນແຂວງເສສວນເກີດໄພແຜ່ນດິນໄຫວທີ່ຮ້າຍແຮງໃນວັນທີ 12 ພຶດສະພາປີ 2008 ຄົບຮອບ 10 ປີ ເຊິ່ງໄດ້ເຮັດໃຫ້ປະຊາຊົນເສຍຊີວິດແລະບາດເຈັບຈຳນວນມະຫາສານ ແລະຊັບສິນເສຍຫາຍຢ່າງຫຼວງຫຼາຍ. ຕອນເຊົ້າວັນທີ 12 ກຸມພາປີ 2018, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງຕາແສງຢີ້ງຊິ້ວເມືອງເວີ້ນຊ່ວນກິ່ງແຂວງອ່າປ້າ ທີ່ເປັນຈຸດໃຈກາງເຂດເກີດໄພແຜ່ນດິນໄຫວດັ່ງກ່າວ. ເມື່ອ 10 ປີກ່ອນ, ຫຼັງຈາກແຜ່ນດິນໄຫວເກີດຂຶ້ນບໍ່ດົນ, ທ່ານສີຈິ້ນຜິງກໍເຄີຍໄປສຳຫຼວດກວດເບິ່ງສະພາບການກູ້ໄພ ແລະ ຢ້ຽມຢາມປະຊາຊົນຜູ້ປະສົບໄພຢູ່ແຫ່ງດັ່ງກ່າວ ໂດຍບໍ່ໄດ້ຄຳນຶງເຖິງວ່າຈະມີແຮງສັ່ນສະເທືອນຂອງແຜ່ນດິນໄຫວເກີດຂຶ້ນອີກຫຼືບໍ່. 10 ປີຜ່ານໄປແລ້ວ, ຕາແສງນີ້ໄດ້ມີການປ່ຽນແປງແບບໜ້າມືເປັນຫຼັງມື ເຊິ່ງໄດ້ຟື້ນຟູຄວາມສະຫງົບແລະສ້າງຄວາມສຸກຄືນມາໃໝ່. ທ່ານສີຈິ້ນຜິງໄດ້ເດີນທາງໄປໂຮງຮຽນມັດທະຍົມຊວນໂຂ້ບ່ອນເກົ່າ ເພື່ອວາງພວງມາລາສະແດງຄວາມເຄົາລົບເຖິງດວງວິນຍານຂອງຜູ້ເສຍຊີວິດ ແລະ ວິລະຊົນຜູ້ສະຫຼະຊີບໃນການກູ້ໄພຄັ້ງນັ້ນ, ທ່ານໄດ້ກົ້ມຫົວລົງເພື່ອໄວ້ອາໄລ 3 ເທື່ອ ທັງໄດ້ແນະນຳໃຫ້ຮັກສາໂຮງຮຽນບ່ອນເກົ່າແຫ່ງນີ້ໃຫ້ເປັນສະຖານທີ່ສຶກສາອົບຮົມລັດທິຮັກຊາດແຫ່ງສຳຄັນ.
ຫຼັກຈາກນັ້ນ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຮ້ານຊາເນີຍຂອງປະຊາຊົນທ້ອງຖິ່ນ ແລະໄດ້ຮັບຟັງສະພາບການທີ່ຂະແໜງການຊາເນີຍນຳພາປະຊາຊົນສ້າງຄວາມຮັ່ງມີ. ເມື່ອໄດ້ຍິນວ່າ ຊາອົ່ວອົ່ວຂອງຮ້ານນີ້ໄດ້ສົ່ງໄປຈຳໜ່າຍຢູ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງວ່າ ຈົ່ງດຳເນີນທຸລະກິດນີ້ໃຫ້ດີກວ່າເກົ່າ, ສ້າງຍີ່ຫໍ້ຊາດັງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຢູ່ໃນຮ້ານນີ້, ທ່ານສີຈິ້ນຜິງຍັງໄດ້ລອງເຮັດຊາເນີຍດ້ວຍຕົນເອງຕາມຄວາມເຊື້ອເຊີນຂອງປະຊາຊົນ.
ທ່ານສີຈິ້ນຜິງກ່າວທັກທາຍວ່າ: ເຮັດຊາເນີຍບໍ?
ເຈົ້າຂອງຮ້ານ: ແມ່ນແລ້ວທ່ານປະທານ. ການເຮັດຊາເນີຍມີຄວາມໝາຍ 3 ດ້ານ ຄື: ທັງຟ້າແລະດິນເປັນລິມຸງຄຸນ, ທຸກສິ່ງທຸກຢ່າງມີຄວາມປອງດອງກົມກຽວກັນ ແລະທັງເປັນການອວຍພອນໃຫ້ຄອບຄົວມີສຸຂະພາບແຂງແຮງແລະມີຄວາມສຸກ. ຂໍໃຫ້ທ່ານປະທານລອງເຮັດຊານີ້ ເພື່ອເປັນການອວຍພອນປີໃໝ່ໃຫ້ແກ່ພວກຂ້າພະເຈົ້າແດ່!
ທ່ານສີຈິ້ນຜິງ: ໄດ້, ຊັ້ນຂ້ອຍກໍຈະເຮັດຕາມພວກເຈົ້າສະເໜີ, ອວຍພອນປີໃໝ່ໃຫ້ແກ່ທຸກຄົນດ້ວຍຄວາມຈິງໃຈເດີ.
ຫຼັງຈາກອອກຈາກຕາແສງຢີ້ງຊິ້ວ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດເບິ່ງບ້ານຈ້ານຊີນະຄອນເສີງຕູ່ຕໍ່ເລີຍ. ບ້ານນີ້ເປັນບ້ານນຳໜ້າໃນການດຳເນີນການປະຕິບັດການປະຕິຮູບລະບອບກຳມະສິດສິດລວມໝູ່ຊົນນະບົດ, ແມ່ນບ້ານສີວິໄລລະດັບຊາດຈີນ ທັງແມ່ນບ້ານໂຕແບບໃນການສ້າງສາຊົນນະບົດແບບໃໝ່ ແລະ ເປັນໜຶ່ງໃນ 10 ບ້ານທີ່ມີເສດຖະກິດລວມໝູ່ທີ່ເຂັ້ມແຂງ. ໃນປີ 2017, ເສດຖະກິດລວມໝູ່ຂອງບ້ານນີ້ມີຫຼາຍກວ່າ 4,6 ລ້ານຢວນ, ລາຍໄດ້ທີ່ຈັບຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງຊາວບ້ານມີເຖິງ 26,000 ກວ່າຢວນ ໂດຍສູງກວ່າລະດັບສະເລ່ຍໃນທົ່ວປະເທດຈີນຢ່າງຫຼວງຫຼາຍ. ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງບ້ານຈ້ານຊີໃນການດຳເນີນການປະຕິຮູບແລະພັດທະນາຊົນນະບົດ. ທ່ານກ່າວວ່າ:
“ຫຼັງຈາກບັນລຸການກິນອີ່ມນຸ່ງອຸ່ນ ແລະ ອີ່ມໜຳສຳລານໂດຍພື້ນຖານແລ້ວ, ພວກເຮົາຍັງຕ້ອງສືບຕໍ່ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ຊົນນະບົດ. ເພາະວ່າປະເທດຈີນມີປະຊາກອນ 1 ຕື້ 300 ລ້ານກວ່າຄົນ, ພວກເຮົາຕ້ອງແກ້ໄຂບັນຫາອາຫານການກິນດ້ວຍຕົນເອງ, ກະສິກຳຍັງແມ່ນຂະແໜງການສຳຄັນທີ່ສຸດຂອງພວກເຮົາ, ບໍ່ວ່າການຫັນເປັນຕົວເມືອງຈະພັດທະນາໄປແນວໃດກໍຕາມ, ຢູ່ຊົນນະບົດຍັງມີປະຊາກອນຫຼາຍຮ້ອຍລ້ານຄົນ, ພວກເຮົາບໍ່ຄວນສົນໃຈແຕ່ການສ້າງຕົວເມືອງທີ່ມີຄວາມຈະເລີນຮຸ່ງເຮືອງເທົ່ານັ້ນ, ແຕ່ພັດຍັງມີຊົນນະບົດທີ່ຫຼ້າຫຼັງຈົນຊຸດໂຊມລົງ, ຊົນນະບົດແລະຕົວເມືອງຕ້ອງພັດທະນາໄປຄຽງຄູ່ກັນ, ຕ້ອງພັດທະນາຊີວິດການເປັນຢູ່ດ້ານວັດຖຸໃຫ້ດີ ແລະ ຊີວິດການເປັນຢູ່ດ້ານວັດທະນະທຳກໍຕ້ອງພັດທະນາໃຫ້ດີຂຶ້ນເຊັ່ນກັນ.
ຄຳເຫັນ
0