ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມພະນັກງານ ແລະ ປະຊາຊົນຢູ່ຂັ້ນຮາກຖານຢູ່ນະຄອນຫຼວງປັກກິ່ງ
ຄືກັນກັບປະຊາຊົນຈີນທຸກຄົນ, ໃນບຸນກຸດຈີນ ທ່ານປະທານສີຈິ້ນຜິງເພິ່ນກໍໄດ້ສະແດງຄວາມເຄົາລົບນັບຖືຕໍ່ຜູ້ອາວຸໂສ, ສະແດງຄວາມຄິດຮອດຄິດເຖິງຕໍ່ຄອບຄົວ ແລະ ເພື່ອນມິດ, ແຕ່ໃນຖານະເປັນຜູ້ນຳສູງສຸດຂອງຈີນ, ໃນບຸນກຸດຈີນທຸກປີ ທ່ານໄດ້ສະຫຼອງບຸນດ້ວຍຮູບການທີ່ແຕກຕ່າງກັບຄົນທົ່ວໄປ. ວັນທີ 13 ມັງກອນ ປີ 2015, ໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18, ທ່ານສີຈິ້ນຜິງໄດ້ເລົ່າສູ່ຟັງກ່ຽວກັບຮູບການສະຫຼອງບຸນກຸດຈີນອີກແບບໜຶ່ງ: “ຕອນຂ້າພະເຈົ້າເຮັດວຽກຢູ່ທ້ອງຖິ່ນ, ເມື່ອເວລາຍາມບຸນມາເຖິງ ກໍຕ້ອງໄດ້ປະຈຳການ, ເພາະເປັນຫ່ວງວ່າຖ້າເກີດບັນຫາສຸກເສີນເດ. ຢູ່ຫຼາຍທ້ອງຖິ່ນ ແລະ ຫຼາຍພາກສ່ວນ, ສະຫາຍຜູ້ຮັບຜິດຊອບພໍຮອດວັນບຸນກໍໄປຫຼິ້ນບຸນ ຫຼື ພັກຜ່ອນຢູ່ຕ່າງຖິ່ນ, ໄປບ່ອນໄກປານນັ້ນຊິເຮັດສະບາຍໃຈຢູ່ຫວາ? ຖ້າເກີດມີບັນຫາສຸກເສີນແລ້ວຊິແກ້ໄຂໄດ້ແນວໃດ? ຜູ້ເປັນພະນັກງານການນຳກໍຕ້ອງມີສະຕິຮັບຜິດຊອບສູງ, ໂດຍສະເພາະໃນຍາມບຸນກໍຕ້ອງມີສະຕິຕື່ນຕົວໃນການປະຈຳການຕາມຕຳແໜ່ງ.”
ກໍເປັນຍ້ອນວ່າທ່ານສີຈິ້ນຜິງມີຄວາມເປັນຫ່ວງເປັນໃຍ, ສະນັ້ນແຕ່ປີ 2013 ມາຮອດປະຈຸບັນ, ໃນໂອກາດທີ່ບຸນກຸດຈີນຂອງທຸກປີໃກ້ຈະໝູນມາເຖິງ, ປະຊາຊົນຈີນສ່ວນຫຼາຍທີ່ສຸດໄດ້ຮີບຟ້າວເມືອຢາມບ້ານເພື່ອເຕົ້າໂຮມກັບຄອບຄົວ, ທ່ານສີຈິ້ນຜິງໄດ້ອອກເດີນທາງດ້ວຍຄວາມເປັນຫ່ວງເປັນໃຍຢ່າງເຕັມປ່ຽມ, ທ່ານເດີນທາງໄປເຂດປະຊາຊົນອາໄສຢູ່, ເພື່ອຢື້ຢາມຖາມຂ່າວ ແລະ ກ່າວຄຳອວຍພອນປີໃໝ່ໃຫ້ແກ່ຄົນທັງຫຼາຍ.
ວັນທີ 1 ກຸມພາປີ 2019, ເປັນມື້ແຮມ 12 ຄ່ຳເດືອນ 12 ຕາມຈັນທະຄະຕິຈີນ, ແມ່ນໄລຍະທີ່ໃກ້ຈະຮອດບຸນກຸດຈີນແລ້ວ, ຢູ່ໃນເມືອງປັກກິ່ງມີບັນຍາກາດບຸນກຸດຈີນຢ່າງຄຶກຄັກ, ຢູ່ຕາມຖະໜົນຫົນທາງຕ່າງໆໄດ້ປະດັບປະດາດ້ວຍໂຄມໄຟກຸດຈີນ, ແຕ່ລະຄອບຄົວກຽມຕ້ອນຮັບບຸນກຸດຈີນຢ່າງເບີກບານມ່ວນຊື່ນ. ເນື່ອງໃນໂອກາດນີ້, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມພະນັກງານ ແລະ ປະຊາຊົນຢູ່ຂັ້ນຮາກຖານຢູ່ນະຄອນຫຼວງປັກກິ່ງ, ພ້ອມທັງສົ່ງຄວາມອວຍໄຊໃຫ້ພອນ ອັນປະເສີດໃນໂອກາດບຸນໃຫ້ແກ່ປະຊາຊົນບັນດາເຜົ່າທົ່ວປະເທດ.
ທ່ານສີຈິ້ນຜິງໄດ້ເດີນທາງໄປພະແນກຕຳຫຼວດນະຄອນຫຼວງປັກກິ່ງ, ເພື່ອຢ້ຽມຢາມເຈົ້າໜ້າທີ່ຕຳຫຼວດ, ທັງສົນທະນາກັບຕຳຫຼວດຜູ້ປະຈຳການຢູ່ພາກສະໜາມໂດຍຜ່ານທາງວີດີໂອ
ໃນຕອນເຊົ້າຂອງວັນທີ 1 ກຸມພາ ປີ 2019, ທ່ານສີຈິ້ນຜິງໄດ້ເດີນທາງໄປພະແນກຕຳຫຼວດນະຄອນຫຼວງປັກກິ່ງກ່ອນໝູ່, ເພື່ອຢ້ຽມຢາມເຈົ້າໜ້າທີ່ຕຳຫຼວດ, ທັງສົນທະນາກັບຕຳຫຼວດຜູ້ປະຈຳການຢູ່ພາກສະໜາມໂດຍຜ່ານທາງວີດີໂອ. ໃນມື້ນີ້ຂອງ 6 ປີກ່ອນ, ທ່ານສີຈິ້ນຜິງກໍເຄີຍໄປຢ້ຽມຢາມເຈົ້າໜ້າທີ່ຕຳຫຼວດຜູ້ປະຈຳການຍາມບຸນກຸດຈີນຢູ່ນະຄອນຫຼວງປັກກິ່ງເປັນການສະເພາະເຊັ່ນກັນ, ທັງໄດ້ສົ່ງຄວາມຢື້ຢາມຖາມຂ່າວຕໍ່ເຈົ້າໜ້າທີ່ຕຳຫຼວດອັນໄພສານຂອງທົ່ວປະເທດຈີນ.
ທ່ານສີຈິ້ນຜິງໄດ້ຈັບເອົາເຈ້ຍສີແດງທີ່ຂຽນໂຕອັກສອນ “福” (ຄວາມສຸກ)ດ້ວຍຄວາມດີໃຈ ແລະ ຕິດໃສ່ບານປະຕູດ້ວຍຕົນເອງ
ຮ່ອມ “ຫູ້ທົງ”, ບໍ່ພຽງແຕ່ເປັນສະຖານທີ່ດຳລົງຊີວິດຂອງປະຊາຊົນປັກກິ່ງຈຳນວນຫຼວງຫຼາຍເທົ່ານັ້ນ, ຍັງເປັນຄວາມຜູກພັນແບບພິເສດຂອງປະຊາຊົນປັກກິ່ງອີກດ້ວຍ. ຮ່ອມ “ຊາວຊາງຊື້ທຽວ”ທີ່ຕັ້ງຢູ່ພາກຕາເວັນອອກຂອງຄຸ້ມຊຽນເມີນນະຄອນຫຼວງປັກກິ່ງ, ໃນເມື່ອກ່ອນເງື່ອນໄຂດຳລົງຊີວິດບໍ່ຄ່ອຍດີປານໃດ, ເມື່ອຜ່ານການປັບປຸງແລ້ວ ປະຈຸບັນນີ້ສະພາບແວດລ້ອມການດຳລົງຊີວິດໄດ້ດີຂຶ້ນຢ່າງພົ້ນເດັ່ນ. ທ່ານສີຈິ້ນຜິງໄດ້ເຂົ້າສູ່ 2 ຄຸ້ມເພື່ອຮັບຮູ້ສະພາບການປັບປຸງເຮືອນຊານບ້ານຊ່ອງຂອງປະຊາຊົນຢູ່ເຂດເມືອງເກົ່າ. ເມື່ອເຫັນທ່ານສີຈິ້ນຜິງມາຢາມ, ປະຊາຊົນຮູ້ສຶກຕື່ນເຕັ້ນດີໃຈຫຼາຍ ແລະພາກັນຮີບຟ້າວມາທັກທາຍກັບທ່ານສີຈິ້ນຜິງ. ທ່ານສີຈິ້ນຜິງໄດ້ຖາມແບບເປັນກັນເອງວ່າ ການດຳລົງຊີວິດ ເປັນຄືແນວໃດ, ໃນລະດູໜາວສ້າງຄວາມອົບອຸ່ນດ້ວຍວິທີໃດແດ່, ຄ່າໄຟຟ້າທຸກເດືອນເດເປັນແນວໃດ, ເຄື່ອງຂອງສະຫຼອງບຸນກຸດຈີນເດໄດ້ກຽມພ້ອມແລ້ວບໍ. ລຸງໂຮຢາໝິງໄດ້ຂຽນຄະຕິຄູ່ກຸດຈີນຢູ່ກັບທີ່ໂລດເພື່ອອວຍພອນບຸນກຸດຈີນໃຫ້ທ່ານສີຈິ້ນຜິງ. ທ່ານສີຈິ້ນຜິງໄດ້ຈັບເອົາເຈ້ຍສີແດງທີ່ຂຽນໂຕອັກສອນ “福” (ຄວາມສຸກ)ດ້ວຍຄວາມດີໃຈ ແລະ ຕິດໃສ່ບານປະຕູດ້ວຍຕົນເອງ, ພ້ອມທັງສົ່ງຄວາມອວຍພອນບຸນກຸດຈີນໃຫ້ປະຊາຊົນຢູ່ຊຸມຊົນແຫ່ງນັ້ນ. ທ່ານໄດ້ຮ່ວມກັບຊາວເມືອງຫໍ່ເຂົ້າໜົມກ້ຽວເພື່ອກິນໃນຍາມບຸນກຸດຈີນ ທັງລົມແບບເປັນກັນເອງເຖິງຊີວິດປະຈຳວັນ, ກ່າວຜ່ານປະຊາຊົນຄຸ້ມນີ້ຂອງນະຄອນຫຼວງປັກກິ່ງ ຝາກຄວາມອວຍພອນບຸນກຸດຈີນໄປຍັງປະຊາຊົນທົ່ວປະເທດ.
ທ່ານສີຈິ້ນຜິງໄດ້ຮ່ວມກັບຊາວເມືອງຫໍ່ເຂົ້າໜົມກ້ຽວເພື່ອກິນໃນຍາມບຸນກຸດຈີນ ທັງລົມແບບເປັນກັນເອງເຖິງຊີວິດປະຈຳວັນ
ທ່ານສີຈິ້ນຜິງກ່າວວ່າ: ນະທີ່ນີ້, ຂ້າພະເຈົ້າຂໍສົ່ງຄວາມອວຍພອນບຸນກຸດຈີນປີໃໝ່ຕໍ່ພະນັກງານ ແລະ ປະຊາຊົນອັນໄພສານຂອງນະຄອນຫຼວງປັກກິ່ງ, ກໍຄືປະຊາຊົນບັນດາເຜົ່າທົ່ວປະເທດ! ຂໍອວຍພອນໃຫ້ປະຊາຊົນພວກເຮົາມີຊີວິດຜາສຸກນັບມື້ນັບດີຂຶ້ນ, ຂໍອວຍພອນໃຫ້ປະເທດພວກເຮົາຈົ່ງມີຄວາມຈະເລີນຮຸ່ງເຮືອງຕື່ມອີກ! ຂໍໃຫ້ຄົນທັງຫຼາຍມີຄວາມສຸກໃນຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ການງານ, ໂຊກດີປີໃໝ່ບຸນກຸດຈີນ!
ໃນເວລາທ່ານສີຈິ້ນຜິງຍ່າງອອກຈາກຮ່ອມ “ຊາວຊາງຊື້ທຽວ” , ເພື່ອຍ່າງໄປຂຶ້ນລົດຢູ່ສອງຟາກທາງເຕັມໄປດ້ວຍປະຊາຊົນໂຮ່ຮ້ອງດ້ຍຄວາມປະທັບໃຈ ແລະ ຕົບມືຢ່າງຄຶກຄື້ນ. ທ່ານສີຈິ້ນຜິງໄດ້ໂບກມືເພື່ອສະແດງຄວາມຂອບໃຈຕໍ່ຄົນທັງຫຼາຍ.
ຢູ່ໄລຍະທາງເດີນທາງກັບ, ທ່ານສີຈິ້ນຜິງໄດ້ແວ່ລົງລົດຊົ່ວຄາວ ແລະ ເຂົ້າສູ່ຮ້ານອາຫານຢູ່ແຄມທາງ, ທ່ານໄດ້ສົນທະນາກັບເຈົ້າຂອງຮ້ານຢ່າງອົບອຸ່ນ.
ທ່ານສີຈິ້ນຜິງຖາມວ່າ: ມາປັກກິ່ງຈັກປີແລ້ວ?
ຊາຍເຈົ້າຂອງຮ້ານຕອບວ່າ: 20 ປີແລ້ວ.
ທ່ານສີຈິ້ນຜິງ: ທຸລະກິດເປັນຈັ່ງໃດ?ຂາຍດີບໍ່?ຂໍໃຫ້ຂາຍດິບຂາຍດີເດີ້, ສະບາຍດີປີໃໝ່! ມື້ໃດມື້ໜຶ່ງຂ້າພະເຈົ້າກໍຈະມາຊິມອາຫານຈັກຄາບ ຢູ່ຮ້ານເຈົ້າ.
ຍິງເຈົ້າຂອງຮ້ານ: ມື້ນີ້ກໍກິນຢູ່ນີ້ກ່ອນສາ, ຂ້າພະເຈົ້າຈະລ້ຽງທ່ານ.
ທ່ານສີຈິ້ນຜິງ: ຖ້ວຍໜຶ່ງລາຄາເທົ່າໃດ?
ຍິງເຈົ້າຂອງຮ້ານ: ຖ້ວຍໜຶ່ງ 18 ຢວນ.
ທ່ານສີຈິ້ນຜິງ: ວັດຖຸດິບຊື້ມາແຕ່ໃສ?
ຍິງເຈົ້າຂອງຮ້ານ: ຊື້ຈາກຕະຫຼາດ ແລະ ທາງອິນເຕີເນັດ.
ທ່ານສີຈິ້ນຜິງ: ເອົາລະ, ຈະບໍ່ລົບກວນແຂກກິນເຂົ້າແລ້ວ, ຂ້າພະເຈົ້າແວ່ມາຊື່ໆ!
ທ່ານສີຈິ້ນຜິງຍ່າງໄປສູນບໍລິການສົ່ງເຄື່ອງດ່ວນຢູ່ຂ້າງຮ້ານ, ເພື່ອໄປຢາມພະນັກງານສົ່ງເຄື່ອງດ່ວນທີ່ຍັງຄົງເຮັດວຽກຢູ່
ຫຼັງຈາກນັ້ນ, ທ່ານສີຈິ້ນຜິງກໍຍ່າງໄປສູນບໍລິການສົ່ງເຄື່ອງດ່ວນຢູ່ຂ້າງຮ້ານ, ເພື່ອໄປຢາມພະນັກງານສົ່ງເຄື່ອງດ່ວນທີ່ຍັງຄົງເຮັດວຽກຢູ່. ການຄ້າເອເລັກໂຕຼນິກຢູ່ປະເທດຈີນໄດ້ພັດທະນາຢ່າງວ່ອງໄວ, ສະນັ້ນການເຮັດວຽກ ແລະ ການດຳລົງຊີວິດຂອງເກືອບໝົດທຸກຄົນລ້ວນແຕ່ມີສ່ວນພົວພັນຢ່າງໃກ້ຊິດກັບເລື່ອງນີ້. ພະນັກງານສົ່ງເຄື່ອງດ່ວນທີ່ຟ້າວຟັ່ງສົ່ງເຄື່ອງໄດ້ຂັບລົດແລ່ນໄປມາຕາມຖະໜົນຫົນທາງ, ເປັນກຸ່ມຄົນຜູ້ປະກອບອາຊີບທີ່ທຳມະດາ.
ໃນເວລານັ້ນ, ພະນັກງານສົ່ງເຄື່ອງດ່ວນກຳລັງກຽມຈະອອກໄປສົ່ງເຄື່ອງ, ແຕ່ໄດ້ເຫັນທ່ານສີຈິ້ນຜິງປະກົດຕົວຂຶ້ນຢູ່ທາງໜ້າຢ່າງບໍ່ເຄີຍນຶກເຄີຍຝັນມາກ່ອນ, ຈຶ່ງຮູ້ສຶກປະຫຼາດໃຈ ແລະ ຕື່ນເຕັ້ນດີໃຈທີ່ສຸດ. ທ້າວລິວໂຄ້ ພະນັກງານສົ່ງເຄື່ອງດ່ວນກ່າວຫວນຄືນວ່າ: ຕອນນີ້ຍັງຮູ້ສຶກປະຫຼາດໃຈຫຼາຍ, ບໍ່ເຄີຍຄາດຄິດວ່າທ່ານເລຂາທິການໃຫຍ່ຈະມາຢາມພະນັກງານສົ່ງເຄື່ອງແບບພວກເຮົາ.
ທ່ານສີຈິ້ນຜິງ: ແວ່ມາອວຍພອນບຸນກຸດຈີນໃຫ້ພວກເຈົ້າເດີ້! ຫຍຸ້ງວຽກຫຼາຍບໍ່?
ພະນັກງານສົ່ງເຄື່ອງດ່ວນ: ບໍ່ປານໃດ.
ທ່ານສີຈິ້ນຜິງ: ດຽວນີ້ພວກເຈົ້າອາໄສຢູ່ໃສ?
ພະນັກງານສົ່ງເຄື່ອງດ່ວນ:ເຊົ່າເຮືອນຢູ່, ຢູ່ແຖວນອກທາງວົງວຽນທີ2.
ທ່ານສີຈິ້ນຜິງ: ກໍໄກຢູ່ໄດ໋ເນາະ, ຍາມບຸນກຸດຈີນບໍ່ເມືອຢາມບ້ານຫວະ?
ພະນັກງານສົ່ງເຄື່ອງດ່ວນ: ຮອດມື້ແຮມ 15 ຄ່ຳມື້ສົ່ງທ້າຍປີເກົ່າແລ້ວຈຶ່ງເມືອ.
ທ່ານສີຈິ້ນຜິງ: ຂ້າພະເຈົ້າມາຢາມພວກເຈົ້າ, ເຫັນພວກເຈົ້າຫ້າວຫັນປານຝູງເຜີ້ງນ້ອຍ, ບິນໄປມາ ແຂ່ງແດດແຂ່ງຝົນ, ເຮັດວຽກບໍ່ແມ່ນງ່າຍ, ສະນັ້ນຈຶ່ງຢາກມາຢາມພວກເຈົ້າເປັນພິເສດ! ແລະຜ່ານພວກເຈົ້າຂໍຝາກຄວາມອວຍພອນບຸນກຸດຈີນໄປຍັງຜູ້ປະກອບອາຊີບສົ່ງເຄື່ອງດ່ວນ 3 ລ້ານຄົນໃນທົ່ວປະເທດທີ່ເຮັດວຽກຢ່າງດຸໝັ່ນ. ຖ້າໃນຍາມພັກບຸນກຸດຈີນຫາກສາມາດເມືອຢາມບ້ານໄດ້, ຂ້າພະເຈົ້າກໍຫວັງວ່າພວກເຈົ້າ ເມືອຢາມບ້ານ ແລະ ເຕົ້າໂຮມຄວາມອົບອຸ່ນກັບຄອບຄົວ. ໂຊກດີປີໃໝ່ກຸດຈີນເດີ້!
ຊອກຮູ້ສະພາບການຕົວຈິງຂອງປະຊາຊົນ, ຖາມທຸກສຸກຂອງປະຊາຊົນ. ເມື່ອຮອດມື້ບຸນສຳຄັນຕ່າງໆທຸກເທື່ອ, ທ່ານສີຈິ້ນຜິງກໍໃຫ້ຄວາມສຳຄັນຢູ່ສະເໝີ ແລະ ຄິດຮອດຄິດເຖິງປະຊາຊົນຫຼາຍທີ່ສຸດ. ຈາກການກະທຳເລັກໆນ້ອຍໆເຫຼົ່ານີ້, ພວກເຮົາໄດ້ເຫັນເຖິງຈິດໃຈໃກ້ຊິດຕິດແທດກັບປະຊາຊົນ ຮັກແພງປະຊາຊົນ ແລະ ເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງຂອງຜູ້ນຳທ່ານນີ້.
ຄຳເຫັນ
0