ຢູ່ຫໍໄວ້ອາໄລ, ທ່ານສີຈິ້ນຜິງໄດ້ເຂົ້າວາງກະຕ່າດອກໄມ້
ຈາກປີ 2013 ມາຮອດປະຈຸບັນ, ໃນໄລຍະກ່ອນບຸນກຸດຈີນຂອງທຸກປີຈະໝູນວຽນມາເຖິງ, ທ່ານປະທານສີຈິ້ນຜິງຈະໄດ້ເດີນທາງໄປຢ້ຽມຢາມພະນັກງານ ແລະ ປະຊາຊົນຢູ່ຂັ້ນຮາກຖານ.
ແຕ່ວັນທີ 1 ຮອດວັນທີ 3 ກຸມພາ ປີ 2016, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດແຂວງຈ່ຽງຊີ່ເພື່ອຢ້ຽມຢາມພະນັກງານ ປະຊາຊົນອັນໄພສານ ກໍຄືກອງທະຫານປະຈຳແຂວງຈ່ຽງຊີ່, ເພື່ອຢື້ຢາມຖາມຂ່າວ ແລະ ກ່າວອວຍພອນອັນປະເສີດໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດຈົ່ງມີສຸຂະພາບເຂັ້ມແຂງ ແລະ ຢູ່ເຢັນເປັນສຸກ, ອວຍພອນໃຫ້ການປະຕິຮູບມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ແລະສົ່ງຄວາມອວຍພອນບຸນກຸດຈີນຕໍ່ນາຍ ແລະ ພົນທະຫານໃນກອງທັບປົດປ່ອຍປະຊາຊົນຈີນ, ນາຍ ແລະ ພົນຕໍາຫຼວດປະກອບອາວຸດ, ແລະທະຫານລາດກອງໜູນທັງຫຼາຍ.
ບ່ອນທຳອິດທີ່ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມແຂວງຈ່ຽງຊີ່ແມ່ນພູຈິງກ່າງສ່ານ, ນີ້ກໍເປັນຄັ້ງທີ 3 ແລ້ວທີ່ຖັດຈາກປີ 2006 ແລະ ປີ 2008ທີ່ທ່ານສີຈິ້ນຜິງໄປຮອດດິນແດນທີ່ໄດ້ຮັບນາມມະຍົດວ່າ “ແຫຼ່ງກຳເນີດຂອງການປະຕິວັດຈີນ” .
ຕອນເຊົ້າວັນທີ 2 ກຸມພາ ປີ 2016, ຢູ່ເທິງພູຈິງກ່າງສ່ານ ແດດອອກຫຼັງຫິມະຕົກ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສຸສານນັກຮົບປະຕິວັດທີ່ພູຈິງກ່າງສ່ານ. ຢູ່ຫໍໄວ້ອາໄລ, ທ່ານສີຈິ້ນຜິງໄດ້ເຂົ້າວາງກະຕ່າດອກໄມ້ ທັງກົ້ມຫົວສະແດງຄວາມເຄົາລົບ ແລະ ໄວ້ອາໄລເຖິງດວງວິນຍານຂອງນັກຮົບປະຕິວັດ. ຢູ່ໃນອານຸສອນສະຖານ ເຊັ່ນ: ຢູ່ຫ້ອງວາງສະແດງ ແລະ ຫ້ອງລະນຶກເຖິງດວງວິນຍານວິລະຊົນ, ທ່ານສີຈິ້ນຜິງໄດ້ສຸມສາຍຕາເບິ່ງຮູບຖ່າຍຂອງຜູ້ມີຄຸນງາມຄວາມດີຕໍ່ການສະຖາປະນາສປຈີນ ແລະ ວິລະຊົນປະຕິວັດລຸ້ນເກົ່າ, ແລະທ່ານກ່າວຢ່າງຊາບຊຶ້ງວ່າ, ພູຈິງກ່າງສ່ານເປັນພູແຫ່ງການປະຕິວັດ, ພູແຫ່ງການສູ້ຮົບ, ທັງເປັນພູຂອງວິລະຊົນ ແລະ ພູທີ່ມີກຽດສະຫງ່າ, ແຕ່ລະເທື່ອທີ່ຂ້າພະເຈົ້າມາໄວ້ອາໄລຕໍ່ວິລະຊົນປະຕິວັດຢູ່ນີ້, ແນວຄິດຈິດໃຈກໍລຸໂລ່ງໂປ່ງໃສ, ແລະ ຮູ້ສຶກສະເທືອນໃຈ. ເມື່ອຫວນຄືນເຖິງສົງຄາມທີ່ຫຸຍ້ງຍາກລຳບາກໃນໄລຍະຜ່ານມາ, ພວກເຮົາກໍຄວນສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ວິລະຊົນປະຕິວັດ, ພວກເຮົາຈະຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງພວກເພິ່ນໄວ້ໃນໃຈຕະຫຼອດໄປ, ແລະຈະສືບທອດມູນເຊື້ອປະຕິວັດຂອງພວກເພິ່ນຕະຫຼອດໄປ.
ຢູ່ຫ້ອງສະໝຸດເຊີ້ນເຕີໃນອາຄານ 8 ຫຼ່ຽມ ເຊິ່ງແມ່ນເຂດອະນຸສອນສະຖານຂອງການປະຕິວັດ, ທ່ານສີຈິ້ນຜິງ ກັບລູກຫຼານ 6 ຄົນຂອງວິລະຊົນປະຕິວັດ ແລະ ຜູ້ຕາງໜ້າບຸກຄົນທີ່ດີເດັ່ນໄດ້ນັ່ງສົນທະນາກັນອ້ອມເຕົາໄຟ
ຖັດຈາກນັ້ນ, ຢູ່ຫ້ອງສະໝຸດເຊີ້ນເຕີໃນອາຄານ 8 ຫຼ່ຽມ ເຊິ່ງແມ່ນເຂດອະນຸສອນສະຖານຂອງການປະຕິວັດ, ທ່ານສີຈິ້ນຜິງ ກັບລູກຫຼານ 6 ຄົນຂອງວິລະຊົນປະຕິວັດ ແລະ ຜູ້ຕາງໜ້າບຸກຄົນທີ່ດີເດັ່ນໄດ້ນັ່ງສົນທະນາກັນອ້ອມເຕົາໄຟ, ໃນນັ້ນ ທ່ານນາງກົງຊວນເຈີ່ນ ອາຍຸ 93 ປີ ແລະ ທ່ານມາວປີງຮວາ ອາຍຸ 87 ປີ ຜູ້ເປັນແບບຢ່າງຂອງຄຸນນະທຳທົ່ວປະເທດ. ທ່ານສີຈິ້ນຜິງກ່າວວ່າ, ປະຊາຊາດຈີນໃຫ້ການເຄົາລົບວິລະຊົນ ບຳລຸງສ້າງວິລະຊົນ ແລະ ມີວິລະຊົນກຳເນີດເກີດຂຶ້ນໃນທຸກເຊັ່ນຄົນ, ໃນຍຸກສະໄໝທີ່ມີສັນຕິພາບແລ້ວກໍຕ້ອງການ ຈິດໃຈວິລະຊົນເຊັ່ນກັນ. ທ່ານສີຈິ້ິນຜິງກ່າວວ່າ:
ການປະຕິວັດຂອງພວກເຮົາແມ່ນເລີ່ມກ້າວເດີນຈາກສະຖານທີ່ແຫ່ງນີ້, ຈ່ຽງຊີ່ມີມູນເຊື້ອປະຕິວັດ. ເດີນທາງໝື່ນລີ້ ກໍບໍ່ໄດ້ລືມອຸດົມການຕັ້ງແຕ່ຫົວທີຈັກເທື່ອ. ປະຊາຊົນຈີນທຸກເຊັ່ນຄົນກໍບໍ່ຄວນລືມເລື່ອງນີ້.
ໃນເວລາກິດຈະກຳສິ້ນສຸດລົງ, ທ່ານສີຈິ້ນຜິງໄດ້ຍ່າງອອກຈາກຫ້ອງສະໝຸດ ແລະ ລົງຂັ້ນໄດໄປ, ທ່ານໄດ້ຢຶນຢຸດນີ້ງ ແລະ ປິ່ນໜ້າຄືນອີກຄັ້ງໜຶ່ງ, ໂບກມືອຳລາພວກຜູ້ເຖົ້າຜູ້ແກ່ທີ່ຢືນຢູ່ເທິງຂັ້ນໄດ. ຕອນນັ້ນມືກ້ອງໄດ້ບັນທຶກພາບບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນນັ້ນ, ເຊິ່ງຕ່າງກັບຮູບທຸກເທື່ອ, ເພາະເທື່ອນີ້ພວກເຮົາໄດ້ເຫັນຮູບດ້ານຫຼັງຂອງຜູ້ນຳສູງສຸດຂອງຈີນຈາກພາບຖ່າຍຂອງມືກ້ອງທາງການຂອງຈີນ.
ທ່ານສີຈິ້ນຜິງໄດ້ໄປເຂດອະນຸສອນສະຖານ ເຊິ່ງເມື່ອກ່ອນເປັນບ່ອນຈັດກອງປະຊຸມຜູ້ແທນພັກກອມມູນິດຈີນຄັ້ງທຳອິດຢູ່ຕາມຊາຍແດນແຂວງຫູນານກັບແຂວງຈ່ຽງຊີ່, ແລະເຮືອນພັກຂອງທ່ານເໝົາເຈີຕົ່ງຢູ່ອາຄານ 8 ຫຼ່ຽມ, ແລະອື່ນໆ
ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ແຂ່ງຫິມະເພື່ອໄປເຄົາລົບສຸສານນັກຮົບປະຕິວັດພູຈິງກ່າງສ່ານ, ທ່ານໄດ້ໄປເຂດອະນຸສອນສະຖານ ເຊິ່ງເມື່ອກ່ອນເປັນບ່ອນຈັດກອງປະຊຸມຜູ້ແທນພັກກອມມູນິດຈີນຄັ້ງທຳອິດຢູ່ຕາມຊາຍແດນແຂວງຫູນານກັບແຂວງຈ່ຽງຊີ່, ແລະເຮືອນພັກຂອງທ່ານເໝົາເຈີຕົ່ງຢູ່ອາຄານ 8 ຫຼ່ຽມ, ແລະອື່ນໆ. ທ່ານກ່າວເນັ້ນວ່າ, ຕ້ອງສົມທົບກັບເງື່ອນໄຂຂອງຍຸກໃໝ່, ເຮັດໃຫ້ນໍ້າໃຈພູຈິງກ່າງສານເປັ່ງແສງສະຫວ່າງສູ່ຍຸກໃໝ່.
ທ່ານສີຈິ້ນຜິງເຄີຍກ່າວວ່າ: ທັດສະນະກຳອຳນາດຂອງຕົນກໍຄື “ຮັບໃຊ້ປະຊາຊົນ, ແບກຫາບຄວາມຮັບຜິດຊອບຈົນສຸດຄວາມສາມາດ.” ນີ້ກໍສະແດງອອກໃນການເດີນທາງຂອງທ່ານໃນຍາມບຸນກຸດຈີນ. ຍ້ອນມີຝົນແກມຫິມະຕົກຫຼາຍມື້, ເຮັດໃຫ້ເສັ້ນທາງຢູ່ເທິງພູຈິງກ່າງສ່ານໃນລະດູໜາວທັງຊຸ່ມທັງມື່ນ. ຕອນເຊົ້າວັນທີ 2 ກຸມພາ ປີ 2016, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດບ້ານເສີນສ່ານຕາແສງມາວ ຜິງທີ່ຢູ່ເຂດຫ່າງໄກສອກຫຼີກຂອງເຂດພູດອຍ. ບ້ານເສີນສ່ານເປັນບ້ານທຸກຍາກ, ທ່ານສີຈິ້ນ ຜິງສົນໃຈຫຼາຍນຳສະພາບການຫຼຸດຜ່ອນຄວາມທຸກຍາກແບບຖືກຕ້ອງກັບເປົ້າໝາຍທີ່ແນ່ນອນຢູ່ໃນບ້ານນີ້. ຢູ່ເຮືອນຂອງຈ່າງເສີງເຕີທີ່ເປັນຜູ້ທຸກຍາກ, ທ່ານສີຈິ້ນຜິງໄດ້ເຂົ້າໄປເບິ່ງທຸກຫ້ອງ, ແລະລົມກ່ຽວກັບຊີວິດປະຈຳວັນຂອງຄອບຄົວຂອງຈ່າງເສີງເຕີ.
ຢູ່ນີ້ໄດ້ສ້າງຫ້ອງນໍ້າແລ້ວບໍ? ພວກເຈົ້າຍັງເຮັດນາບໍ? ຍັງຢາກເຮັດຫຍັງເພີ່ມຕື່ມບໍຢູ່ຊົນນະບົດນີ້?
ພວກຊາວບ້ານໄດ້ເຕົ້າໂຮມຢູ່ທາງເຂົ້າບ້ານ. ທ່ານສີຈິ້ນຜິງໄດ້ຈັບມືກັບພວກຊາວບ້ານ, ແລະ ກ່າວທັກທາຍ ແລະ ອວຍພອນປີໃໝ່ກຸດຈີນກັບພວກຊາວບ້ານ. ຊາວບ້ານຜູ້ໜຶ່ງເວົ້າດ້ວຍຄວາມຕື່ນເຕັ້ນໃຈວ່າ:
ໄກແສນໄກ, ທ່ານຍັງມາຢາມຮ່ອມພູທຸກຍາກແຫ່ງນີ້, ຖືວ່າເປັນຄວາມໂຊກດີຂອງພວກເຮົາ, ທັງເປັນຄວາມໂຊກດີຂອງປະຊາຊົນຈີນ! ທ່ານເອີ້ຍ ສຸດຍອດເລີຍ! ເປັນເລຂາທິການໃຫຍ່ຜູ້ດີເດັ່ນ!
ບໍ່ລືມເສັ້ນທາງທີ່ເຄີຍຍ່າງຜ່ານມາ, ຍິ່ງຮູ້ເສັ້ນທາງທີ່ຍ່າງໃນປະຈຸບັນ, ທັງຮູ້ດີກັບເສັ້ນທາງໃນອະນາຄົດ. ຢູ່ບົນເສັ້ນທາງທີ່ປະເທດຈີນກ້າວເດີນໄປໜ້າໄປຢ່າງບໍ່ຢຸດຢັ້ງ, ທ່ານສີຈິ້ນຜິງບໍ່ເຄີຍລືມປະຊາຊົນຢູ່ຖານທີ່ໝັ້ນຂອງການປະຕິວັດຈັກເທື່ອ. ທ່ານກ່າວເນັ້ນວ່າ, ໃນການສ້າງສັງຄົມທີ່ອິ່ມໜໍາສຳລານໃຫ້ສຳເລັດຢ່າງຮອບດ້ານນັ້ນ, ຕ້ອງເຮັດໃຫ້ຖານທີ່ໝັ້ນຂອງການປະຕິວັດທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສະຖາປະນາສປຈີນນັ້ນໄດ້ຮັບການພັດທະນາໃຫ້ດີກວ່າເກົ່າ.
ຖານທີ່ໝັ້ນຂອງການປະຕິວັດ ຕ້ອງກ້າວເດີນໄປໜ້າພ້ອມໆກັບຂະບວນການ ສ້າງສັງຄົມທີ່ອິ່ມໜໍາສຳລານໃຫ້ສຳເລັດຢ່າງຮອບດ້ານ, ໜ້ອຍດຽວກໍຂາດບໍ່ໄດ້, ຕ້ອງກ້າວເຂົ້າສູ່ສັງຄົມອິ່ມໜໍາສຳລານຢ່າງພ້ອມພຽງຮຽງກັນ, ຕ້ອງຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍແນ່ນອນ, ຕ້ອງເດີນຕາມເສັ້ນທາງທີ່ຮັ່ງມີຮ່ວມກັນ, ຕ້ອງສືບຕໍ່ດຳເນີນວຽກງານລົບລ້າງຄວາມທຸກຍາກໃຫ້ໄດ້ດີ, ພັກ ແລະ ລັດຖະບານຈະຊ່ວຍພວກທ່ານໃຫ້ໄດ້.
ທ່ານສີຈິ້ນຜິງໄດ້ໄປຮອດເຂດຊຸມຊົນກວ່າງມິງ ເຂດຖະໜົນເພີງເຈ່ຍຊຽວ ນະຄອນນານຊ່າງ
ຢູ່ສະຖານທີ່ສຸດທ້າຍໃນການເດີນທາງຢ້ຽມຢາມແຂວງຈ່ຽງຊີ່, ທ່ານສີຈິ້ນຜິງໄດ້ຢ້ຽມຢາມປະຊາຊົນຂັ້ນຮາກຖານທີ່ສຸດອີກແຫ່ງໜຶ່ງ. ທ່ານໄດ້ໄປຮອດເຂດຊຸມຊົນກວ່າງມິງ ເຂດຖະໜົນເພີງເຈ່ຍຊຽວ ນະຄອນນານຊ່າງ. ຢູ່ຕາມສະໜາມຫຼວງ, ປະຊາຊົນພວມເບິ່ງຊົມການຝຶກຊ້ອມການເຊີດສິງໂຕ ແລະ ກອງໂຄມໄຟ. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ຝູງຊົນ, ກ່າວທັກທາຍ ແລະ ສົ່ງຄວາມອວຍພອນບຸນກຸດຈີນປີວອກ:
ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ຝູງຊົນ, ກ່າວທັກທາຍ ແລະ ສົ່ງຄວາມອວຍພອນບຸນກຸດຈີນປີວອກ
ເມື່ອເຫັນບັນຍາກາດທີ່ອົບອຸ່ນ ແລະ ເບີກບານມ່ວນຊື່ນໃນບຸນກຸດຈີນ, ຂ້າພະເຈົ້າຮູ້ສຶກສະອອນໃຈໃຈຫຼາຍ. ຄວາມສຸກຂອງປະຊາຊົນກໍແມ່ນເປົ້າໝາຍສູ້ຊົນຂອງພວກເຮົາ. ບຸນກຸດຈີນປີວອກໃກ້ຈະໝູນວຽນມາເຖິງ, ຫວັງວ່າປະຊາຊົນຈີນໄດ້ຫຼິ້ນບຸນຢ່າງມີຄວາມສຸກ ມີຄວາມສະຫງົບ ແລະ ມ່ວນຊື່ນ.ສິ່ງທີ່ປະຊາຊົນສົນໃຈກໍເປັນສິ່ງທີ່ພວກເຮົາເອົາໃຈໃສ່, ຈະຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການອັນໃໝ່ທີ່ປະຊາຊົນສະເໜີນັ້ນຢ່າງບໍ່ຢຸດຢັ້ງ. ເພື່ອໃຫ້ມີຄວາມດີງາມ ປອງດອງ, ກົມກຽວ ແລະ ສິວິໄລ, ພວກເຮົາຕ້ອງກ້າວເດີນໄປສູ່ເປົ້າໝາຍສູ້ຊົນ2 ເຫດການສຳຄັນຮ້ອຍປີທີ່ຍິ່ງໃຫຍ່ສະຫງ່າງາມ, ຮ່ວມກັນສູ້ຊົນຜ່ານຜ່າເພື່ອບັນລຸຄວາມໃຝ່ຝັນທີ່ຈີນຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊາດ ກໍຄືຄວາມໃຝ່ຝັນແຫ່ງຄວາມຜາສຸກຂອງແຕ່ລະຄອບຄົວ! ຂໍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບເຂັ້ມແຂງ, ຄອບຄົວມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ, ແລະ ໂຊກດີປີໃໝ່ປີວອກ!”
ຄຳເຫັນ
0