ບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ໄລຍະນີ້ພໍດີເປັນໄລຍະການຂົນສົ່ງຜູ້ໂດຍສານເປັນຈຳນວນຫຼວງຫຼາຍທີ່ສຸດໃນຍາມບຸນກຸດຈີນ, ໄລຍະມໍ່ໆມານີ້, ຫຼາຍເຂດແຄວ້ນຂອງຈີນເຊັ່ນ ນະຄອນອູຮັ້ນແຂວງຫູເປີຍ ໄດ້ເກີດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຫຼື NCOV.ເຊິ່ງພາໃຫ້ປະຊາຊົນທົ່ວປະເທດຈີນມີຄວາມວິຕົກກັງວົນຫຼາຍ.
ນັບມາຮອດເວລາ 24 ໂມງຂອງວັນທີ 21 ມັງກອນນີ້, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໄດ້ຮັບການລາຍງານ ຜູ້ທີ່ຖືກບົ່ງມະຕິເປັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ NCOV ຢູ່ 13 ແຂວງ ເຂດປົກຄອງຕົນເອງ ແລະ ກຳແພງນະຄອນພາຍໃນປະເທດຈີນມີ 440ກໍລະນີ, ມີຜູ້ເສຍຊີວິດ 9 ຄົນ, ໃນນີ້,ມີຜູ້ເສຍຊີວິດເພີ່ມໃໝ່ 3 ກໍລະນີ ເຊິ່ງລ້ວນແຕ່ເກີດຂຶ້ນຢູ່ແຂວງຫູເປີຍ. ຕາມລາຍງານແຈ້ງວ່າ: ມີຜູ້ຖືກບົ່ງມະຕິເປັນພະຍາດເພີ່ມມາໃໝ່ 149 ກໍລະນີ. ນອກນີ້, ຍັງໄດ້ຮັບການລາຍງານຜູ້ທີ່ຖືກບົ່ງມະຕິ 1 ກໍລະນີຢູ່ຍີ່ປຸ່ນ, 3 ກໍລະນີຢູ່ໄທ, ສ.ເກົາຫຼີມີ 1 ກໍລະນີ. ປະຈຸບັນ, ກຳລັງຕິດຕາມຈຳນວນ 2197 ຄົນທີ່ເຄີຍຢູ່ໃກ້ຊິດກັບຜູ້ເປັນພະຍາດ, ໄດ້ຍົກເລີກການເຝົ້າຕິດຕາມອາການ 765ຄົນ, ຍັງມີ 1394 ຄົນກຳລັງເຝົ້າຕິດຕາມອາການຢູ່.
ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ເປັນເຊື້ອພະຍາດສາຍພັນໃໝ່ຊະນິດໜຶ່ງທີ່ບໍ່ເຄີຍພົບພໍ້ໃນຮ່າງກາຍມະນຸດມາກ່ອນ, ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່2019-NCOV ທີ່ເກີດຂຶ້ນໃນຄັ້ງນີ້ກໍເປັນຊະນິດໜຶ່ງໃນຫັ້ນ; ມັນເປັນເຊື້ອCoronavirus ຄ້າຍໆກັບເຊື້ອພະຍາດSARS.
ເຊື້ອ Coronavirus ສາຍພັນໃໝ່ທີ່ປາກົດຂຶ້ນໃນຄັ້ງນີ້ມີສ່ວນກ່ຽວພັນຢ່າງໃກ້ຊິດກັບຕະຫຼາດອາຫານທະເລຮວານານຂອງນະຄອນອູຮັ້ນແຂວງຫູເປີຍ, ຕະຫຼາດແຫ່ງນີ້ໄດ້ຂ້າແລະຈຳໜ່າຍສັດປ່າຈຳນວນຫຼາຍສົມຄວນ. ພາກສ່ວນທີ່ກ່ຽວຂ້ອງຂອງນະຄອນອູຮັ້ນໄດ້ພົບບັນຫານີ້ແລ້ວກໍໄດ້ສັ່ງປິດຕະຫຼາດໂດຍໄວ. ແຕ່ວ່າຫຼັງປິດຕະຫຼາດໄປແລ້ວ, ກໍໄດ້ປາກົດມີຜູ້ຕິດເຊື້ອພະຍາດຕາມໆກັນ. ໃນຂະນະດຽວກັນ, ຢູ່ 4ຫາ5ແຂວງແລະນະຄອນໃນທົ່ວປະເທດຈີນກໍຄືຕ່າງປະເທດລ້ວນແຕ່ໄດ້ພົບກໍລະນີຜູ້ເປັນພະຍາດທີ່ມີອາການຄ້າຍຄືກັບຢູ່ນະຄອນອູຮັ້ນ, ຜູ້ຕິດເຊື້ອພະຍາດເຫຼົ່ານີ້ລ້ວນແຕ່ເຄີຍໄປຫຼືກັບມາຈາກນະຄອນອູຮັ້ນ. ປັດຈຸບັນສາມາດຢືນຢັນໄດ້ວ່າ ເຊື້ອພະຍາດດັ່ງກ່າວສາມາດແຜ່ລະບາດຢ່າງຮ້າຍແຮງແລະມີປາກົດການທີ່ຕິດແປດຈາກຄົນສູ່ຄົນ.
ເມື່ອບໍ່ດົນມານີ້, ທ່ານຈົ່ງນານຊ່ານ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບສະພາບພະຍາດNCOV
ເມື່ອບໍ່ດົນມານີ້, ທ່ານຈົ່ງນານຊ່ານ ບັນດິດຂອງສະຖາບັນວິສະວະກຳຈີນ, ຫົວໜ້າໜ່ວຍຊ່ຽວຊານຂັ້ນສູງຂອງຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ສຳພາດຕໍ່ນັກຂ່າວໂດຍໄດ້ຕອບບັນຫາທີ່ປະຊາຊົນທັງຫຼາຍໃຫ້ຄວາມສົນໃຈຫຼາຍທີ່ສຸດໃນປັດຈຸບັນ. ກ່ຽວກັບວ່າຄວນປ້ອງກັນແລະຄວບຄຸມພະຍາດໃນຄັ້ງນີ້ແນວໃດ, ທ່ານກ່າວວ່າ: ວິທີການປ້ອງກັນແລະຄວບຄຸມພະຍາດທີ່ມີປະສິດທິຜົນທີ່ສຸດໃນປັດຈຸບັນກໍຄື ກວດພົບ,ບົ່ງມະຕິ,ປິ່ນປົວແລະແຍກດ່ຽວຜູ້ຕິດພະຍາດນີ້ໂດຍໄວເທົ່າທີ່ຈະໄວໄດ້, ພວກເຮົາມີຄວາມໝັ້ນໃຈທີ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ນີ້ໄດ້. ເທື່ອນີ້, ຜູ້ຊ່ຽວຊານໃຊ້ເວລາພຽງ 2 ອາທິດກໍສາມາດຢືນຢັນເຖິງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະໄດ້ແຈກຢາຍນ້ຳຢາບົ່ງມະຕິພະຍາດ ເພື່ອໃຫ້ທ້ອງຖິ່ນຕ່າງໆເພີ່ມທະວີການຕິດຕາມກວດກາ,ບວກກັບມີລະບຽບການທີ່ດີໃນການຕິດຕາມຄວບຄຸມແລະແຍກດ່ຽວຜູ້ເປັນພະຍາດ, ເຊື່ອໝັ້ນວ່າ ສະພາບການແຜ່ລະບາດພະຍາດເທື່ອນີ້ຈະບໍ່ສົ່ງຜົນກະທົບຕໍ່ສັງຄົມຢ່າງຮ້າຍແຮງຄືກັນກັບພະຍາດSARSໃນໄລຍະຜ່ານມາ.
ທ່ານຈົ່ງນານຊ່ານກ່າວວ່າ: ເບິ່ງຕາມສະພາບການເກີດພະຍາດຢ່າງກະທັນຫັນໃນປັດຈຸບັນ, ສາມາດເຫັນໄດ້ວ່າ ມັນມີສາເຫດຫຼາຍຢ່າງເຊັ່ນວ່າ: ບາງເທື່ອ,ເພື່ອຮັບຮູ້ພະຍາດໃດໜຶ່ງມັນຕ້ອງໃຊ້ເວລາ,ປັດຈຸບັນມັນສາມາດຖືກກວດພົບໄດ້ຢ່າງວ່ອງໄວສົມຄວນ, ທີ່ຜ່ານມາ, ການຄົ້ນຄວ້າແລະວິນິດໄສພະຍາດຂອງຜູ້ຊ່ຽວຊານຕ້ອງຜ່ານການກວດສອບແລະຢັ້ງຢືນຢ່າງເຂັ້ມງວດຈາກອົງການຂອງລັດຈິ່ງຈະຢັ້ງຢືນໄດ້ວ່າມັນເປັນພະພາດຊະນິດໃດ, ແຕ່ວ່າດຽວນີ້ມີພຽງແຕ່ກວດກາພົບຜົນບວກ 2 ເທື່ອກໍຖືວ່າສາມາດຢັ້ງຢືນໄດ້ໂລດ. ພະຍາດທີ່ເກີດຂຶ້ນໃໝ່ໃນເບື້ອງຕົ້ນຕ້ອງຜ່ານຂະບວນການໃດໜຶ່ງ. ແນ່ນອນ,ເມື່ອທຽບໃສ່ອາການເບື້ອງຕົ້ນຂອງພະຍາດSARS, ພະຍາດອັກເສບປອດຈາກຈຸລະໂລກສາຍພັນໃໝ່ເທື່ອນີ້ມີອາການເບົາສົມຄວນ, ອາການຂອງປອດມັນບໍ່ຄືພະຍາດSARS.
ນອກນີ້, ຜູ້ຊ່ຽວຊານຍັງແນະນຳໃຫ້ຄົນທັງຫຼາຍຄວນຫ່າງເຫີນຈາກແຫຼ່ງກຳເນີດພະຍາດ, ປັດຈຸບັນ,ດີທີ່ສຸດບໍ່ຄວນໄປນະຄອນອູຮັ້ນ, ບໍ່ຄວນໄປບ່ອນທີ່ມີຄົນຄັບຄາໜາແໜ້ນ,ເມື່ອອອກນອກເຮືອນຕ້ອງໃສ່ຜ້າອັດປາກ, ໝັ່ນລ້າງມື,ບໍ່ຄວນກິນສັດປ່າເປັນອາຫານ.
ຄວາມຈິງແລ້ວ, ກ່ອນໜ້ານີ້ 17 ປີ, ເຊື້ອພະຍາດSARSທີ່ເຄີຍກະທົບເຖິງທົ່ວໂລກນັ້ນ, ຕົ້ນກຳເນີດຂອງເຊື້ອພະຍາດກໍຖືກຢັ້ງຢືນວ່າແມ່ນມາຈາກສັດປ່າ ໂດຍບໍ່ມີສ່ວນກ່ຽວຂ້ອງກັບສັດລ້ຽງ.
ປີ 2003,ຂ່າວສານຊິນຮວາລາຍງານວ່າ, ໜ່ວຍສຳຫຼວດແລະຄົ້ນຄວ້າແຫຼ່ງກຳເນີດເຊື້ອ Coronavirusຂອງສັດກະຊວງກະສິກຳຈີນໄດ້ເກັບໂຮມຕົວຢ່າງສັດ 59 ຊະນິດທັງໝົດ 1700 ສະບັບ, ຕົ້ນຕໍປະກອບມີ ສັດລ້ຽງ, ສັດປ່າ, ສັດໃນນ້ຳຊະນິດຕ່າງໆທີ່ມະນຸດເຄີຍສຳຜັດຫຼືອາດໄດ້ສຳຜັດຜ່ານມາ. ຜູ້ຊ່ຽວຊານທັງຫຼາຍໄດ້ກວດພົບແຊນເຊື້ອCoronavirus ພາຍໃນຮ່າງກາຍຂອງສັດປ່າຕ່າງໆເຊັ່ນ ເຈຍ, ລີງ ,ເຫງັນແລະງູ ເປັນຕົ້ນ, ເຊິ່ງການລຽງລຳດັບຂອງແຊນເຊື້ອພະຍາດເຫຼົ່ານີ້ແມ່ນຄືກັນກັບເຊື້ອSARS. ຈາກນີ້, ໜ່ວຍສຳຫຼວດແລະຄົ້ນຄວ້າເຫັນວ່າ ເຊື້ອSARSຫຼື ເຊື້ອCoronavirus ປະເພດSARSອາດຈະຄົງຕົວຢູ່ໃນຮ່າງກາຍຂອງສັດປ່າຈຳນວນໜຶ່ງ.
ພາຍຫຼັງເກີດພະຍາດດັ່ງກ່າວແລ້ວ, ສູນກາງພັກແລະລັດຖະບານຈີນໄດ້ໃຫ້ຄວາມສຳຄັນຢ່າງສູງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ອອກຄຳສັ່ງຊີ້ນຳອັນສຳຄັນວ່າ, ນະຄອນອູຮັ້ນແຂວງຫູເປີຍ ແລະແຫ່ງອື່ນໆໄດ້ເກີດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຕາມໆກັນໃນໄລຍະມໍ່ໆນີ້, ຕ້ອງມີສະຕິລະວັງຕົວແລະໃຫ້ຄວາມສຳຄັນຢ່າງສູງ, ອອກແຮງຈົນສຸດຄວາມສາມາດປະຕິບັດວຽກງານປ້ອງກັນແລະຄວບຄຸມພະຍາດ. ປັດຈຸບັນກຳລັງຢູ່ໃນໄລຍະບຸນກຸດຈີນ, ປະຊາຊົນຈຳນວນຫຼວງຫຼາຍເດີນທາງພາຍໃນຂອບເຂດກວ້າງຂວາງ ຈິ່ງມີຄວາມສຳຄັນແລະເລັ່ງດ່ວນທີ່ສຸດໃນການເຮັດວຽກປ້ອງກັນແລະຄວບຄຸມພະຍາດໃຫ້ດີ. ຄະນະພັກແລະອົງການປົກຄອງທຸກຂັ້ນກໍຄືພາກສ່ວນທີ່ກ່ຽວຂ້ອງຕ້ອງຖືຄວາມປອດໄພດ້ານຊີວິດແລະສຸຂະພາບຂອງປະຊາຊົນໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ, ຕ້ອງວາງແຜນຢ່າງຖີ່ຖ້ວນລະອຽດ,ຈັດຕັ້ງກຳລັງຝ່າຍຕ່າງໆດຳເນີນການປ້ອງກັນແລະຄວບຄຸມພະຍາດດັ່ງກ່າວ, ໃຊ້ມາດຕະການຕົວຈິງທີ່ມີປະສິດທິຜົນເຂົ້າໃນການສະກັດກັ້ນທ່ວງທ່າແຜ່ລະບາດຂອງພະຍາດຢ່າງເດັດຂາດ. ຕ້ອງອອກແຮງປິ່ນປົວຜູ້ຕິດພະຍາດຢ່າງສຸດຄວາມສາມາດ,ສືບຫາສາເຫດຕົວຈິງທີ່ພາໃຫ້ຕິດພະຍາດແລະ ພະຍາດແຜ່ລະບາດນັ້ນໂດຍໄວ, ເພີ່ມທະວີການເຝົ້າຕິດຕາມຜູ້ຕິດພະຍາດ, ປະຕິບັດຕາມຂັ້ນຕອນປິ່ນປົວໃຫ້ຖືກກັບລະບຽບແບບແຜນ. ຕ້ອງແຈ້ງໃຫ້ປະຊາຊົນຮູ້ສະພາບການແຜ່ລະບາດຂອງພະຍາດຢ່າງທັນການ, ລົງເລິກການຮ່ວມມືກັບສາກົນໃນວຽກງານປ້ອງກັນແລະຄວບຄຸມພະຍາດ. ຕ້ອງເພີ່ມທະວີການນຳພາຫາງສຽງດ້ວຍການເພີ່ມທະວີການໂຄສະນາແລະອະທິບາຍມາດຕະການແລະນະໂຍບາຍທີ່ກ່ຽວຂ້ອງ, ປົກປ້ອງສະຖຽນລະພາບທາງສັງຄົມຢ່າງເດັດດ່ຽວ, ຮັບປະກັນໃຫ້ປະຊາຊົນສະຫຼອງບຸນກຸດຈີນດ້ວຍຄວາມສະຫງົບສຸກແລະເປັນງານບຸນສີລິມຸງຄຸນ.
ນອກນີ້, ເພື່ອສູ້ຊົນເອົາຊະນະບັ້ນປ້ອງກັນພະຍາດໃນຄັ້ງນີ້, ອົງການປົກຄອງນະຄອນອູຮັ້ນໄດ້ວາງນະໂຍບາຍວ່າ ລັດຈະຮັບຜິດຊອບຄ່າໃຊ້ຈ່າຍດ້ານການກອບກູ້ແລະປິ່ນປົວຜູ້ເປັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຂອງອູຮັ້ນ. ເມື່ອເປັນແນວນີ້, ຜູ້ເປັນພະຍາດບໍ່ຕ້ອງຈ່າຍຄ່າຫຍັງເລີຍບໍ່ວ່າຈະເປັນການກວດພະຍາດຫຼືນອນປິ່ນປົວຢູ່ໂຮງໝໍ.
ທ່ານຜູ້ຟັງ, ສຸຂະພາບແລະຊີວິດແມ່ນຢູ່ເໜືອທຸກສິ່ງຢ່າງ, ພວກເຮົາທຸກຄົນບໍ່ຄວນປະໝາດ. ນະທີ່ນີ້ ດວງມະນີກໍຂໍເຊີນຊວນໃຫ້ເພື່ອນມິດຜູ້ຟັງລາວທຸກທ່ານຢ່າກິນສັດປ່າເປັນອາຫານ,ກິນຊີ້ນທີ່ປຸງແຕ່ງໃຫ້ສຸກ,ບໍ່ຄວນກິນດິບ, ເພື່ອຫຼີກເວັ້ນບໍ່ໃຫ້ເຊື້ອພະຍາດບຽດບຽນຮ່າງກາຍຄົນເຮົາ. ເອົາລະ,ທ່ານຜູ້ຟັງທີ່ເຄົາລົບ, ລາຍການພາກຈນີ້ຂໍຈົບລົງພຽງເທົ່ານີ້, ພົບກັນໃໝ່ໃນລາຍການໜ້າ, ສະບາຍດີ.
ຄຳເຫັນ
0