吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານສີ​ຈິ້ນ​ຜິ​ງຢ້ຽມຢາມ​ປະຊາຊົນ​ຢູ່​ຂັ້ນ​ຮາກ​ຖານ​ກ່ອນບຸນ​ກຸດ​ຈີນ​ປີ 2017

2020-01-23 18:42:16 cri

 

图片默认标题_fororder_张家口3

ຢູ່​ບ້ານ​ເຕີ​ເຊີ້ງ​ຕາ​ແສງ​ສຽວ​ເອີ​ໄທ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຢ້ຽມຢາມ​ເຮືອນ​ຂອງ​ຜູ້​ທຸກ​ຍາກ

 

 “ສິ່ງສຳຄັນທີ່​ສຸດ​ໃນ​ການ​ບໍລິຫານ​ປະ​ເທດ​ແມ່ນ​ໃຫ້​ປະຊາຊົນ​ມີ​ຄວາມສະຫງົບ​ສຸກ, ​​ວິທີ​ການ​ທີ່​ຈະ​ເຮັດໃຫ້​ປະຊາຊົນ​ມີ​ຄວາມສະຫງົບ​ສຸກ​ຄື​ຕ້ອງ​ຮັບ​ຮູ້​ທຸກ​ສຸກຂອງ​ປະຊາຊົນ” ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ຄຳ​ອວຍພອນ​ປີ​ໃໝ່​ 2016 ວ່າ: ການ​ສ້າງ​ສັງຄົມ​ທີ່ອີ່ມ​ໜຳ​ສຳລານ​​ໃຫ້​ສຳ​ເລັດຢ່າງ​ຮອບດ້ານ, ປະຊາ​ຊົນ 1,3 ຕື້​ຄົນ​ຕ້ອງ​ຈັບ​ມືຖື​ແຂນກັນກ້າວ​ໄປ​ໜ້າ, ການ​ໃຫ້​ຜູ້​ທຸກ​ຍາກຢູ່​ຊົນນະບົດຫຼາຍ​ສິບ​ລ້າ​ນ ຄົນ​ມີ​ຊີ​ວິດ​ການ​ເປັນຢູ່ດີ​ຂຶ້ນ​ແມ່ນ​ເລື່ອງ​ທີ່​​ຂ້າພະ​ເຈົ້າມີ​ຄວາມ​ເປັນ​ຫ່ວງ.” ປະຊາຊົນຜູ້​ທຸກ​ຍາກ​ແມ່ນ​ກຸ່ມ​ຄົນ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ ​ແລະ​​​ເຂດ​ທຸກ​ຍາກ​ແມ່ນດິນ​ແດນ​ທີ່​ທ່ານ​ໄປ​ຢ້ຽມຢາມ​ຫຼາຍ​ທີ່​ສຸດກ່ອນ​ບຸນ​ກຸດ​ຈີນ​.

 

​ກ່ອນບຸນ​ກຸດ​ຈີນ​ປີ 2017 ​ໃກ້ຈະໝູນວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາ​ທິການ​ໃຫຍ່ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດຈີນ, ປະທານ​ປະ​ເທດ​ຈີນ, ປະທານ​ຄະນະກຳມະການ​ການ​ທະຫານ​ສູນ​ກາງ​ຈີນໄດ້​ເດີນທາງ​ເຖິງນະຄອນ​ຈ່າງ​ເຈ່ຍ​ໂຂ​ແຂວງ​ເຮີ​ເປີ​ຍ ​ເພື່ອ​ຢ້ຽມຢາມ​ຖາມ​ຂ່າວ​ປະຊາຊົນ​ ​ແລະ​ພະນັກງານ​ຂັ້ນຮາກ​ຖານ, ສຳ​ຫຼວດກວດ​ເບິ່ງ​ວຽກ​ງານ​ບັ້ນ​ລົບ​ລ້າງ​ຄວາມທຸກ​ຍາກ ​ແລະ​ສົ່ງ​ຄວາມ​ອວຍພອນ​ປີ​ໃໝ່ອັນ​ປ​ະ​ເສີດ​ໃຫ້​ປະຊາຊົນ​ບັນດາ​​ເຜົ່າ​ໃນ​ທົ່ວ​ປະ​ເທດ.

 

图片默认标题_fororder_张家口5

 

​ໃນ​ຕອນ​ເຊົ້າ​ວັນ​ທີ 24 ມັງກອນ​ປີ 2017, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຂີ່ລົດ​ໄປເຖິງ​​ເຂດ​ຊົນນະບົດ​ຂອງເມືອງ​ຈ່າງ​ເປີ​ຍ​ໃຊ້​ເວລາ​ເດີນທາງ​ຫຼາຍ​ກວ່າ 1 ຊົ່ວ​ໂມງ.

 

ຢູ່​ບ້ານ​ເຕີ​ເຊີ້ງ​ຕາ​ແສງ​ສຽວ​ເອີ​ໄທ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຢ້ຽມຢາມ​ເຮືອນ​ຂອງ​ຜູ້​ທຸກ​ຍາກຄື​ທ່ານ​ຊູຍວັ້ນ, ທ່ານຊູ​ຍຊີ​ໄຫ ​ແລະທ່ານຊູ​ຍ​ໄຫ​ເຊີງ. ທ່ານ​ໄດ້​​ສຳ​ຫຼວດກວດເບິ່ງ​ສະພາບ​ເຮືອນ​ຊານ​ລານ​​ແປ້ນ, ອຸປະກອນຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່ ​ແລະ​ເຂົ້າຂອງ​ເຄື່ອງ​ໃຊ້​ທີ່​ກະກຽມ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ, ຊອກ​ຮູ້ລາຍ​ຮັບ​ລາຍ​ຈ່າຍຂອງແ​ຕ່ລະ​ຄອບຄົວ, ຖາມ​​ເຖິງສະພາບ​ການຈັດ​ຕັ້ງ​ປະຕິບັດມາດ​ຕະການ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ​ແລະ​ຄວາມ​ຫຍຸ້ງຍາກ​ຕົວ​ຈິງ​ໃນ​ເວ​ລາ​ນັ້ນ.

 

ຢູ່​​ເຮືອນ​ຂອງ​ຊູ​ຍ​ໄຫ​ເຊີງ, ທ່ານ​ສີ​ຈິ້ນ​ຜິ​ງກ່າວຢ່າງ​ຈິງ​ໃຈ​ວ່າ: ຂ້າພະ​ເຈົ້າ​ຄິ​ດ ວ່າ​​ເດີ່ນ​ບ້ານ​ຍັງ​ເກ້ງ​ກ້າງບໍ່​ເປັນ​ລະບຽບ​ປານ​ໃດ. ​ເມື່ອ​ຮັບ​ຮູ້ວ່າບ້ານ​ນີ້​ພວມມີ​ແຜນການ​ສ້າງ​ຊົນ​ນະ​ບົດ​ທີ່​ສວຍ​ງາມ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ເໜີ​ວ່າ:

 

 “​ເຂດ​ຊີວິດ​ການ​ເປັນ​ຢູ່, ​ເຂດ​ການ​ຜະລິດ ​ແລະ​ເຂດ​ລ້ຽງສັດ​ຕ້ອງ​ຈັດ​ວາງ​ຢ່າງ​​ເໝາະ​ສົມ,​ ​ສ່ວນ​ຫ້ອງ​ນ້ຳ​ກໍຕ້ອງ​ອອກ​ແບບ​ຕາມ​ຫຼັກ​ວິທະຍາສາດ, ​ເລື່ອງ​ເຫຼົ່າ​ນີ້​ຄວນ​ປຶກສາ​ຫາລື​ກັນຕື່ມ​ອີກ. ບໍ່​ພຽງ​ແຕ່ວາງ​ແຜນຕາມ​ຫຼັກ​ວິທະຍາສາດ​ເທົ່າ​ນັ້ນ, ຍັງ​ຕ້ອງ​ເຄົາລົບ​ຄວາມ​ເຫັນ​ຂອງ​ປະຊາຊົນ​ອີກ​ດ້ວຍ, ​ໃຫ້​ປະຊາຊົນ​ເລືອກ ​ແລະ​ເຜີຍ​ແຜ່ ​ແລະ​ບອກ​ຕໍ່ໆ​ກັນ​ໄປ.”

 

图片默认标题_fororder_张家口2

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຈັດການ​ພົບ​ປະ​ໂອ້​ລົມກັບ​ພະນັກງານທ້ອງ​ຖິ່ນ ​ແລະ​ຊາວບ້ານ

 

ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຈັດການ​ພົບ​ປະ​ໂອ້​ລົມກັບ​ພະນັກງານທ້ອງ​ຖິ່ນ ​ແລະ​ຊາວບ້ານ. ​ເມື່ອ​ໄດ້​ຮັບ​ຮູ້​ສະພາບລະອຽດ​ກ່ຽວ​ກັບ​ວຽກ​ງານ​​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​​ແລ້ວ, ທ່ານ​ກ່າວ​ເນັ້ນ​ວ່າ: ການລົບ​ລ້າງ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ແລະ​ບັນລຸ​ຄວາມ​ຮັ່ງມີ​ຮ່ວມ​ກັນ​ແມ່ນ​ຄວາມ​ຮຽກຮ້ອງຕ້ອງການອັນ​ຈຳ​ເປັນຂອງ​ສັງຄົມ​ນິຍົມ, ​ແມ່ນ​ເປົ້າ​ໝາຍ​ສູ້​ຊົນ​ຢ່າງໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູນິດ​ຈີນ. ການ​ສູ້​ຊົນ​ຍາດ​ເອົາ​ໄຊຊະນະບັ້ນ​ລົບ​ລ້າງ​ຄວາມທຸກ​ຍາກ​ແມ່ນ​ໜ້າ​ທີ່​ພື້ນຖານ​ຂອງ​ການ​ສ້າງສັງຄົມທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ.

 

“ປັດຈຸບັນ​ນີ້, ພວກ​ເຮົາ​​ໄດ້ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ, ພວກ​ເຮົາ​ມີ​ໜ່ວຍ​ງານ​ ​ແລະ​ພະນັກງານການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ. ​ທັງ​ໝົດເຫຼົ່າ​ນີ້​ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ໃຫ້​ມີ​ປະສິດທິ​ຜົນ, ​ສາມາດເສີມ​ຂະຫຍາຍ​ບົດບາດ​ໄດ້, ບໍ່​ແມ່ນ​​ເຮັດ​​ໄດ້​ແຕ່​ຮູບ​ການ​ແຕ່​ບໍ່​ມີ​ຜົນສຳ​ເລັດ​ຕົວ​ຈິງ, ຕ້ອງ​ເຮັດ​ແທ້​ທຳ​ຈິງ. ສູນ​ກາງ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່ວຽກ​ງານ​ການ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ​ແລະຈັດ​ເຂົ້າ​ໄວ້​ໃນ​ແຜນການ​ວຽກ​ງານ​ທີ່​ສຳຄັນ​ພໍ​ສົມຄວນ​ຂອງ​ຂ້າພະ​ເຈົ້າ, ສະ​ນັ້ນ, ​ການ​ນຳ​ຂັ້ນ​ຕ່າງໆ​ແຮ່ງຕ້ອງ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ດີ. ​​ໃນ​ການ​ບັນລຸ​ເປົ້າ​ໝາຍ​ການ​ສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ​ໃນ​ປີ 2020, ການ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ໜ້າ​ທີ່​ພື້ນຖານ. ຄວາມ​ມຸ້ງ​ຫວັງ​ຢາກ​ມີຊີວິດ​ການ​ເປັນຢູ່​ທີ່​ດີ​ຂອງ​ປະຊາຊົນ​ແມ່ນ​ເປົ້າໝາຍ​ສູ້​ຊົນ​ຂອງ​ພັກ​ກອມ​ມູນິດ​ຈີນ. ປັດຈຸບັນ, ພວກ​ເຮົາ​ມີ​ຄວາມ​ຕັດສິນ​ໃຈ, ມີ​ເປົ້າ​ໝາຍ, ມີ​ມາດ​ຕະການລະອຽດແລ້ວ, ​ສິ່ງທີ່​ສຳຄັນທີ່​ສຸດ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຮູບ​ປະ​ທຳ.”

 

图片默认标题_fororder_张家口1

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຖ້າ​ຢາກ​ລົບ​ລ້າງ​ຄວາມທຸກ​ຍາກ, ບໍ່​ແມ່ນ​ເຮັດ​ໝົດ​ທຸກ​ຢ່າງ, ​ແຕ່​ຄວນ​ສຸມ​ໃສ່ “​​ເປົ້າ​ໝາຍ​ທີ່​ຖືກຕ້ອງ", ​ເຮັດ​ໃຫ້​ເປົ້າໝາຍ, ຂະ​ແໜງ​ການ, ວິທີ ​ແລະ​ປະສິດທິ​ຜົນ​ຂອງ​ການ​ຫຼຸດຜ່ອນຄວາມທຸກ​ຍາກ​​ຖືກຕ້ອງ​ຕາມ​ເປົ້າ​ໝາຍທີ່​ແນ່ນອນ. ຄວນ​ເພີ່ມ​ທະວີ​ການ​ກໍ່ສ້າງ​ອົງການ​ຈັດ​ຕັ້ງ​ຂັ້ນຮາກ​ຖານ​ຢູ່ຊົນນະບົດ, ​ໃຫ້​ຄະນະ​ພັກ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ປ້ອມ​ດ້ານ​ໜ້າ​ ​ແລະ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການນຳພາ​ປະຊາຊົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະສ້າງ​ຄວາມ​ຮັ່ງມີຂຶ້ນ, ​ແກ້​ໄຂ​ບັນຫາ​ຂອງ​ຊາວບ້ານ​​ໃຫ້​ໄດ້​ດີ.

 

图片默认标题_fororder_张家口4

​ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ຄຳອວຍພອນ​​ປີ​ໃໝ່​ບຸນ​ກຸດ​ຈີນໃຫ້ປະຊາຊົນຈົ່ງ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ຜາ​ສຸກ ​ແລະນັບ​ມື້​ນັບ​ດີ​ຂຶ້ນ

 

​ກ່ອນ​ອຳ​ລາ, ຊາວບ້ານ​ກໍ​ເຂົ້າ​ມາ​ທັກ​ທາຍ ​ແລະ​ກ່າວ​ຄຳ​ອວຍພອນ​ໃຫ້​ທ່ານ​ສີ​ຈິ້ນ​ຜິ​ງ, ທ່ານ​ກໍ​ກ່າວ​ຄຳອວຍພອນ​​ປີ​ໃໝ່​ບຸນ​ກຸດ​ຈີນໃຫ້ປະຊາຊົນຈົ່ງ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ຜາ​ສຸກ ​ແລະນັບ​ມື້​ນັບ​ດີ​ຂຶ້ນ.

 

 “ສະບາຍດີ! ​​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນວຽນ​ມາ​ເຖິງ​, ປີ​ລະກາ​ໃກ້​ຈະ​ມາ​ເຖິງ​ແລ້ວ, ຂ້າພະ​ເຈົ້າມາ​ຢ້ຽມຢາມ ​ແລະ​ສົ່ງ​ຄຳ​ອວຍພອນ​ໃຫ້​ທຸກ​ທ່ານ ກໍ​ຄືປະຊາຊົນ​ບັນດາ​​ເຜົ່າ​ໃນ​ທົ່ວ​ປະ​ເທດ! ​ໂຊກ​ດີ​ປີ​ໃໝ່! ​ແລະ​ອວຍພອນ​ໃຫ້​ປະ​ເທດຈີນ​ພວກ​ເຮົາ​ຈົ່ງ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ບັນດາ​ເຜົ່າມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ​ມີ​ຄວາມ​ຜາ​ສຸກຫຼາຍ​ຂຶ້ນ ປີ​ໃໝ່​ປີ​ລະກາ​ທຸກທ່ານ​ມີ​​ໂຊກ​ໃຫຍ່​ໄຊ​ງາມ!”

 

​ໃນ​ຕອນ​ບ່າຍມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຈັດກອງ​ປະຊຸມ​ສົນທະນາ ​ເຊິ່ງ​ໄດ້​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ແຂວງ​ເຮີ​ເປີຍ ​ແລະ​ນະຄອນ​ຈ່າງ​ເຈ່ຍ​ໂຂ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ​ເພື່ອ​ກຳຈັດ​ການ​ຜະລິດ​ທີ່​ເຫຼືອ​ເຟືອ​ເກີນຄວາມ​ຕ້ອງການ​ກໍຄ້າຍຄື​ກັບການ​ລ່ອງ​ເຮືອ​ທວນ​ກະ​ແສ​ນ້ຳ​ໄຫຼ ຖ້າ​ບໍ່​ກ້າວ​ໄປ​ໜ້າ​ເຮືອ​ກໍ​ຈະ​ໄຫຼ​ລົງ. ຕ້ອງ​ຊອກ​ຫາ​ຈຸດ​ອ່ອນຂອງ​ວຽກ​ງານ, ​ເພື່ອຮັບປະກັນການ​ລົບ​ລ້າງການ​ຜະລິດ​ທີ່ຫຼ້າ​ຫຼັງ, ຢຸດຕິ​ການ​ດຳ​ເນີນ​ງານ​ຂອງ​ວິ​ສາ​ຫະກິດຜີ​ດິບ ຫຼື​ວິ​ສາ​ຫະກິດ​ທີ່​ໄຮ້​ປະສິດທິ​ຜົນ, ຫ້າມ​ການ​ກະທຳ​ທີ່​ເປັນ​ການ​ປອມ​ແປງ ​ແລະ​ຫຼອກ​ລວງ, ຫ້າມ​ວິ​ສາ​ຫະກິດ​ທີ່​ຜະລິດ​ເກີນ​ຄວາມ​ຕ້ອງການ​ທີ່​ໄດ້​ຮັບ​ການ​ຊຳລະ​ໄປ​ແລ້ວ​ນັ້ນ ບໍ່​ໃຫ້​ກັບ​ຄືນ​ມາ​ຜະລິດ​ອີກ. ປິດ​ກິດຈະການ​ຂອງ​ວິ​ສາ​ຫະກິດ​ທີ່​ຜະລິດ​ຫຼ້າ​ຫຼັງ​ຢ່າງ​ເດັດຂາດ ​ແລະ​ບໍ່​ອະນຸຍາດ​ໃຫ້​ສ້າງ​ໂຄງການ​ໃໝ່​ມາ​ປ່ຽນ​ແທນ​ອີກ, ​ແລະ​ຫ້າມ​ສ້າງ​ໂຄງການ​ໃໝ່​​ທີ່ຜິດ​ກົດໝາຍ​ຜິດ​ລະບຽບ​ການ.

 

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ຊີ້​ໃຫ້​ເຫັນ​ວ່າ: ​ເມື່ອ​ໃກ້​ຈະສຳ​​ເລັດ​ໜ້າ​ທີ່​ໃນ​ບັ້ນ​ລົບ​ລ້າງ​ຄວາມທຸກ​ຍາກ​ຈະ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ຫຍ້ງຍາກ​ຫຼາຍ​ຂຶ້ນ. ຕ້ອງ​ຖື​​ເອົາການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ຖືກຕ້ອງ​ຕາມ​ເປົ້າ​ໝາຍທີ່​ແນ່ນອນ ​ແລະ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກຢ່າງ​ຖືກຕ້ອງ​ຕາມ​ເປົ້າ​ໝາຍ​ເປັນວຽກ​ງານ​ຕົ້ນຕໍ, ປະຕິບັດ​ນະ​ໂຍບາຍ​ຕາມ​ແຕ່ລະ​ປະ​ເພດ, ​ເຮັດ​ແທ້​ທຳ​ຈິງ, ຮັບປະກັນ​ໃຫ້​ຜູ້​ທຸກ​ຍາກ​ສາມາດ​ບັນລຸ​ການ​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ຕາມ​ເວລາ​ກຳນົດ. ຄະນະ​ພັກ ​ແລະ​ອົງການ​ປົກຄອງທຸກ​ຂັ້ນຄວນ​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ດັ່ງກ່າວ, ຮັບ​ປະກັນ​​ໃຫ້ວຽກ​ງານ​ທຸກ​ຢ່າງ​ຕ້ອງ​ມີ​ຜູ້ຮັບຜິດ​ຊອບ​ການຈັດ​ຕັ້ງ​ປະຕິບັດ ​ແລະ​ຮັບປະກັນ​ໃຫ້​ຜູ້​ທຸກ​ຍາກ​ສາມາດ​ບັນລຸ​​ເປົ້າ​ໝາຍການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ຕາມ​ເວລາ​ກຳນົດ, ຫ້າມ​ບໍ່​ໃຫ້​ມີ​ປາກົດການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແບບ​ຈອມ​ປອມ ​ແລະ​ລາຍງານ​ຕົວ​​ເລກ​ປອມ.

ຄຳ​ເຫັນ

0