赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານທູດຈີນປະຈໍາລາວຕ້ອນຮັບອົງ​ການ​ຕ່າງໆເຂົ້າອວຍພອນປີໃໝ່

2020-01-25 13:07:10 cri

图片默认标题_fororder_504052183
 

      ຕາມຂ່າວCRI: ຕອນເຊົ້າວັນທີ 25 ມັງກອນ 2020ນີ້, ທີ່ສະຖານທູດຈີນປະຈໍາລາວ ຫຼາຍອົງການຈັດຕັ້ງຊາວຈີນ​ທີ່​ປະ​ຈຳ​ຢູ່​ລາວ ພ້ອມດ້ວຍຊາວ ເຊື້ອສາຍຈີນທີ່ມາດໍາເນີນວຽກງານຕ່າງໆຢູ່ທີ່ ປະເທດລາວ ໄດ້ເຂົ້າມາອວຍພອນ ເນື່ອງໃນໂອກາດປີໃໝ່ຈີນ ເຊິ່ງກໍຖືວ່າເປັນການໃຫ້ ກໍາລັງໃຈໃນການປະຕິ ບັດວຽກງານຂອງທ່ານ ຈ່ຽງຈ່າຍຕົງ ເອກອັກຄະລັດຖະທູດຈີນປະຈໍາລາວ ກໍຄືສະຖານທູດຈີນປະຈໍາລາວ.

ໃນໂອກາດດັ່ງກ່າວສະຖານທູດຈີນໄດ້ໃຫ້ກຽດຕ້ອນຮັບອົງການຈັດຕັ້ງຈີນຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈຕໍ່ອົງການຈັດຕັ້ງຈີນ ແລະ ຂໍອວຍພອນໃຫ້ຊາວຈີນທົ່ວປະເທດແລະຊາວຈີນທຸກຄົນທີ່ອາໄສຢູ່ລາວຈົ່ງມີສຸກຂະພາບເຂັ້ມແຂງ, ສົມຫວັງທຸກປະການ ແລະອວຍພອນໃຫ້ ວຽກງານ ຂອງອົງການຈັດຕັ້ງຊາວຈີນຕ່າງໆຈົ່ງປະສົບຜົນສຳເລັດນັບມື້ນັບກ້າວໜ້າ. ພ້ອມດຽວກັນນັ້ນ ກໍມີການສະແດງສິລະປະ ເຊິ່ງເປັນບັນຍາກາດທີ່ມ່ວນຊື່ນ ແລະຄຶກຄື້ນ ດ້ວຍການສະແດງຂອງສະມາຊິກໄວໜຸ່ມເຍົາວະຊົນຊາວຈີນ ຂອງຄະນະເຊີດສິງທີ່ຂຶ້ນກັບສະມາຄົມຈີນນະຄອນຫຼວງວຽງຈັນ ພວກ ເຂົາເຈົ້າໄດ້ນຸ່ງຖືຊຸດປີໃໝ່ຈີນຢ່າງສວຍງາມ ແລະໄດ້ສະແດງການເຊີດສິງ, ກັງຟູ, ຟ້ອນຕໍ່ສູ້ດາບ ແລະລາຍການອື່ນໆຢ່າງເປັນຕາໜ້າສົນໃຈ.

图片默认标题_fororder_573585385

图片默认标题_fororder_573897703

图片默认标题_fororder_1800407177


 

ຄຳ​ເຫັນ

0