ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ໂດຍອີງຕາມຮູບແບບຂອງໂຮງໝໍສ້ຽວຖ່າງຊານຂອງປັກກິ່ງທີ່ສ້າງຂຶ້ນໃນໄລຍະເກີດພະຍາດຊາສ໊ເມື່ອປີ 2003 ເມືອງອູຮ້ານຈະສ້າງໂຮງໝໍສະເພາະຮັບປິ່ນປົວພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່. ເຊິ່ງໂຮງໝໍແຫ່ງໃໝ່ນີ້ຈະສ້າງສຳເລັດໃນວັນທີ 3 ກຸມພານີ້.
ຕ
າມຮູ້ວ່າ, ໂຮງໝໍທີ່ສ້າງໃໝ່ນັ້ນມີເນື້ອທີ່ກວ້າງ 2 ໝື່ນ 5 ພັນຕາແມັດ, ຈະຕັ້ງຕຽງນ້ອນໃຫ້ຄົນເຈັບ 1000 ຕຽງ.
ນັບແຕ່ເວລາ 22 ໂມງຂອງວັນທີ 23 ເປັນຕົ້ນມາ ລົດດຸດດິນຫຼາຍຮ້ອຍຄັນໄດ້ຈາກແຫ່ງຕ່າງໆທົ່ວເມືອງແລ່ນໄປຮອດບ່ອນກໍ່ສ້າງ ເພື່ອເຂົ້າຮ່ວມການກໍ່ສ້າງໂຄງການດັ່ງກ່າວ.
ເມື່ອໄດ້ດຳເນີນການກໍ່ສ້າງເປັນເວລາໜຶ່ງມື້ ນັບມາຮອດເວລາ 20 ໂມງຂອງວັນທີ 24 ໂຄງການດັ່ງກ່າວໄດ້ເຮັດດິນຮາບທີ່ມີເນື້ອທີ່ກວ້າງ 5 ໝື່ນຕາແມັດ, ເທົ່າກໍ່ເນື້ອທີ່ຂອງສະໜາມເຕະບານ 7 ສະໜາມ, ຂຸດດິນ 1 ແສນ 5 ໝື່ນກ້ອນແມັດອອກມາ.
ຜູ້ຮັບຜິດຊອບໂຄງການດັ່ງກ່າວແນະນຳໃຫ້ຮູ້ວ່າ, ວັນທີ 25 ນີ້ ຈະເລີ່ມດຳເນີນການກໍ່ສ້າງຕຶກອາຄານຫຼັກ ເຊິ່ງຕະຫຼອດໄລຍພກໍ່ສ້າງໂຄງການນີ້ ຈະແບ່ງເປັນສອງທິມງານພັດປ່ຽນກັນເຮັດວຽກຕະຫຼອດ 24 ຊົ່ວໂມງ, ຈະມີຜູ້ກໍ່ສ້າງ 1500 ຄົນແລະອຸປະກອນກົນຈັກ 280 ເຄື່ອງເຮັດວຽກຮ່ວມກັນໃນໄລຍະດຽວກັນ.
ຄຳເຫັນ
0