赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ 2020 ສະ​ໜອງ​ອາ​ຫານ​ຕາ​ທີ່​ສວຍ​ງາມ​ໃຫ້​ແກ່​ຜູ້​ຊົມ​ທົ່ວ​ໂລກ

2020-01-25 14:43:00 cri

 

ວັນ​ທີ 24 ມັງ​ກອນນີ້​ແມ່ນ​ວັນ​ສິ້ນ​ປີ​ເກົ່າ​ຕາມ​ຈັນ​ຕະ​ຄະ​ຕິ​ຂອງ​ຈີນ. ຕອນ​ແລງມື້​ດຽວ​ກັນ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາ​ບ​ສູນ​ກາງ​ຈີນໄດ້​ຈັດ​ງານ​ລາ​ຕີ​ສະ​ຫຼອງບຸນກຸດ​ຈີນ 2020 ດ້ວຍ​ເຕັກ​ນິກໃໝ່​ຫຼາຍ​ຢ່າງ​ເຊັ່ນ 5G ​ໂດຼນ​ແລະ​ອື່ນໆ ອັນ​ໄດ້​ນຳ​ເອົາ​ອາ​ຫານ​ຕາ​ທີ່​ປະ​ສົມ​ປະ​ສານ​ດ້ວຍ​ເຕັກ​ນິກ​ກ້າວ​ໜ້າ​ທັນ​ສະ​ໄໝ​ແລະ​ວັດ​ທະ​ນະ​ທຳ​ຫຼາກ​ຫຼາຍ​ສີ​ສັນມາ​ໃຫ້​ຜູ້​ຊົມ​ໃນ​ທົ່ວ​ໂລກ

ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເປັນ​ຜູ້​ຈັດ​ຂຶ້ນ​ປີ​ນີ້​ມີ​ການ​ສະ​ແດງ​ເປັນ​ເວ​ລາ 4 ຊົ່ວ​ໂມງ​ປາຍ ລວມ​ມີ​ລາຍ​ການ​ຮ້ອງ​ເພງ, ການ​ເຕັ້ນ​ແລະ​ຟ້ອນ, ການ​ຫຼິ້ນກົນ, ກາຍ​ຍະ​ສິນ, ງິ້ວ​ທ້ອງ​ຖີ່ນ​ຕ່າງໆ​ແລະ​ລະ​ຄອນ​ຕະ​ຫຼົກ ເຊິ່ງ​ສະ​ທ້ອນ​ໃຫ້​ເຫັນ​ຍຸກ​ສະ​ໄໝໃໝ່ ແລະ​​ສັງ​ຄົມໃນ​ປະ​ຈຸ​ບັນ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງຕໍ່​ຄອບ​ຄົວ, ຕໍ່​ບ້ານ​ເກີດ​ເມືອງນອນ, ແລະ​ສັນ​ລະ​ເສີນ​ປະ​ຊາ​ຊົນ​ກໍ່​ຄື​ປະ​ເທດ​ຊາດ​ ເຊິ່ງ​ລາຍ​ການ​ທີ່​ມີ​ ຫລາກຫລາຍສີສີທີ່ປະສົມປະສານປະເພນີດັ້ງເດີມແລະຍຸກສະໄຫມ, ກາຍ​ເປັນ​ອາ​ຫານ​ວັດ​ທະ​ນະ​ທຳ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ. ເພື່ອຕໍ່ຕ້ານພະຍາດອັກ ເສບປອດຈາກຈຸລະໂລກສາຍພັນໃໝ່, ງານລາຕີສະຫຼອງບຸນກຸດຈີນປີນີ້ ໄດ້ຈັດໃຫ້ມີລາຍການສເພາະ ເພື່ອໃຫ້ກຳລັງໃຈສະໜັບສະໜູນອູຮ້ານ.

ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ປີນີ້ ໄດ້​ຈັດ​ໃຫ້​ມີ​ເວ​ທີ​ສະ​ແດງ​ສາມ​ຊັ້ນ, ປະ​ກອບ​ດ້ວຍ​ສາກ​ແລະ​ຈໍ​ໂທ​ລະ​ພາບ​ຮູບ​ວົງ​ຈອນ 360 ອົງ​ສາ, ເຮັດ​ໃຫ້​ຜູ້​ຊົມ​ຈະ​ໄດ້​ເຫັນ​ພາບ 3 ມິ​ຕິຢ່າງ​ງົດ​ງາມ. ພ້ອມ​ກັນ​ນັ້ນ, ມະ​ນຸດ​ກົນ​ຈັກແລະ​ໂດຼນ​ໄດ້​ເຂົ້າ​ຮ່ວມ​ການ​ຖ່າຍ​ທອດ​ສົດ​ດ້ວຍ​ເຕັກ​ນິກ VR ເຊິ່ງ​ເຕັກ​ນິກໃໝ່​ຫຼາຍ​ຢ່າງ​ເຮັດ​ໃຫ້​ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ປີນີ້​ເຕັມ​ໄປ​ດ້ວຍນະວະຕະກຳ ທີ່ໂດດເດັ່ນ.

ນອກຈາກເວທີສະແດງຢູ່ປັກກິ່ງແລ້ວ ປີນີ້ຍັງຈັດເວທີສະແດງຢູ່ເມືອງ ເຈິ້ງໂຈວ ແຂວງເຫີໜານ ພາກກາງຂອງຈີນ ແລະ ເຂດອ່າວໃຫຍ່ກວາງຕຸງ-ຮົງກົງ-ມາກາວຈະສະແດງໃຫ້ເຫັນສິນລະປະທ້ອງຖີ່ນທີ່ມີເອກະລັກພິ ເສດ, ງານລາຕີປີນີ້ຍັງໄດ້ອອກອາກາດຜ່ານທາງຫຼາຍສື່ເຮັດໃຫ້ປະເທດ ຕ່າງໆສາມາດໄດ້ຊົມການຖ່າຍທອດສົດຜ່ານທາງໂທລະພາບແລະອິນ ເຕີແນັດພ້ອມກັນ.

ປີນີ້ ສະຖານີວິທະຍຸໂທລະພາບສູນກາງຈີນຍັງຈະຜະລິດຮູບເງົາສາລະ ຄະດີກ່ຽວກັບງານລາຕີສະຫຼອງບຸນກຸດຈີນ 2020 ແລະຈະອອກອາກາດ ຜ່ານອົງການສື່ມວນຊົນ 500 ກວ່າອົງການຂອງ 170 ກວ່າປະເທດ ເຊັ່ນ ລາວ, ສິງກະໂປ, ມາເລເຊຍ, ໄທ, ອາເມລິກາ, ອັງກິດ, ຍີ່ປຸ່ນ, ຣັດເຊຍ, ເບຼຊິນ, ອາຣາບີຊາອຸດິດ ແລະ ສາຍຢູ່ໂຮງສາຍຮູບເງົາຂອງ 20 ກວ່າປະ ເທດ.

ງານລາຕີສະຫຼອງບຸນກຸດຈີນເລີ່ມມີຂຶ້ນແຕ່ປີ 1983 ເປັນຕົ້ນມາ ເປັນ ງານສະແດງສິນລະປະທີ່​ຍິ່ງ​ໃຫຍ່​ອາ​ລັງ​ການ ທີ່ຈັດຂຶ້ນໃນຄ່ຳຄືນວັນ ສິ້ນປີເກົ່າຕາມຈັນທະຄະຕິຈີນ. ຕະຫຼອດໄລຍະ 30 ປີມາ, ງານລາຕີນີ້ໄດ້ ກາຍເປັນລາຍການໂທລະພາບທີ່ປະຊາຊົນຈີນທັງປວງຕ້ອງເບິ່ງໃນມື້ສົ່ງ ທ້າຍປີ​ເກົ່າ ແລະໄດ້ຖືກບັນທຶກເຂົ້າສະຖິຕິໂລກປື້ມ​ກິນເນັສ.ໃນມື້ສົ່ງທ້າຍ ປີເກົ່າ, ທຸກຄອບຄົວເຕົ້າໂຮມກັນ, ຫໍ່ເຂົ້າ​ໜົມກ້ຽວ, ເບິ່ງງານລາຕີສະຫຼອງ ກຸດຈີນ, ກິນເຂົ້າແລງ​ທີ່​ມີ​ຄວາມ​ສຸກ​ມ່ວນ​ຊື່ນ​ນຳ​ກັນ ແລະ​ມອບ​ຊອງອັງ ເປົ່າໃຫ້ເດັກນ້ອຍໄດ້ກາຍເປັນປະເພນີຍາມບຸນທີ່ສຳຄັນຂອງຈີນແລ້ວ.

ຄຳ​ເຫັນ

0