黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ພວກ​ເຮົາ​​ໄດ້ມາ​ເຕົ້າ​ໂຮມ​ກັນ​ຢູ່​​ນີ້ຢ່າງ​ກ້າ​ຫານ

2020-01-29 17:25:16 cri

ພາຍຫຼັງ​ໄດ້​ປິດ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ກັບ​ພາຍນອກເປັນ​ການ​ຊົ່ວ​ຄາວ​ແລ້ວ, ນະ​ຄອນ​ອູ​ຮັ້ນ​ທີ່​​ຈະ​ເລີນ ແລະ ມີ​ຄວາມ​ຄຶກຄັກໄດ້​ກາຍ​ເປັນ​ເມືອງ​ເປົ່າ​ທັນ​ທີ. ຄັນ​ຊັ້ນ. ນະ​ຄອນ​ອູ​ຮັ້ນ​ຫຼັງ 24 ໂມງ, ຈະ​ເປັນ​ຄື​ແນວ​ໃດ? ຈະ​ມີ​ບ່ອນ​ໃດ​ແດ່ ທີ່​ຍັງ​ມີ​ແສງ​ໄຟ​ຮຸ່ງ​ສະ​ແຫວ່າງ​ຄື​ເກົ່າ?

ບ່ອນທຳ​ອິດ​ຢູ່​ນະ​ຄອນ​ອູ​ຮັ້ນ​ຕອນຫຼັງ 24 ໂມງ, ນັກ​ຂ່າວສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູງ​ກາງ​ຈີນ ຫຼື CMG ​ໄດ້​ໄປ​ເຖິງ​ສະ​ຖານ​ທີ່​ກໍ່​ສ້າງ​ໂຮງ​ໝໍ​ເຫຼີຍ​ເສິນ​ຊ່ານ.

​ກຳ​ມະ​ກອນກໍ່​ສ້າງ​ທັງຫຼາຍ​ກຳ​ລັງ​ອຸດ​ທິ​ກຳ​ລັງ ແລະ ເຫື່ອ​ແຮງ​ຂອງ​ຕົນ ເພື່ອ​ຮ່ວມ​ກັນ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຢ້ານ​ກົວ​ແຕ່​ຢ່າງ​ໃດ ແລະ ເຂົ້າ​ໄປ​ດຳ​ເນີນ​ການ​ກໍ່​ສ້າງ​ຢູ່​ນະ​ຄອນ​ອູ​ຮັ້ນ​ຈາກ​ບ້ານ​ເກີດ​ເມືອງ​ນອນຂອງ​ຕົນ.

ຄຳ​ເຫັນ

0