赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອູ​ຮັ້ນ ສູ້​ສູ້!

2020-01-31 14:56:07 cri



ປະ​ຈຸ​ບັນ ທົ່ວ​ປະ​ເທດ​ຈີນ​ກຳ​ລັງ​ເກີດ​ມີ​ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຢ່າງ​ຮ້າຍ​ແຮງ, ເມືອງ​ອູ​ຮັ້ນ​ໃນ​ຖາ​ນະ​ເປັນ​ເມືອງ​ທີ່​ເກີດ​ມີ​ພະ​ຍາດນີ້​ອອກ​ມາ​ກ່ອນ​ເມືອງ​ອື່ນ​ໃນ​ທົ່ວ​ປະ​ເທດ​ຈີນ
ໄດ້ນຳ​ໃຊ້​ມາດ​ຕະ​ການ​ປົກ​ປ້ອງ​ແລະ​ຄວບ​ຄຸມ​ຫຼາຍ​ຢ່າງ, ເພື່ອ​ຮັບ​ປະ​ກັນ​ໃຫ້​ພາກ​ສ່ວນ​ຕ່າງໆ​ຈະ​ໄດ້​ຮັບ​ການ​ປ້ອງ​ກັນ​ເປັນ​ຢ່າງ​ດີ. ໄລ​ຍະ​ນີ້ ຍັງ​ມີ​ນັກ​ສຶກ​ສາ​ລາວ 30 ຄົນ​ກຳ​ລັງ​ດຳ​ລົງ​ຊີ​ວິດ​ຢູ່​ອູ​ຮັ້ນ, ໂດຍ​ຢູ່​ຕໍ່​ໜ້າ​ສະ​ພາບ
ພະຍາດທີ່ຮ້າຍແຮງແບບນີ້ ເຂົາເຈົ້າບໍ່ໄດ້​ຢ້ານ​ກົວ, ໄດ້​ຮັກ​ສາ​ການ​ຮຽນ​ແລະ​ໃຊ້​ຊີ​ວິດ​ຢ່າງ​ເປັນ​ປົກ​ກະ​ຕິ​ຕາມ​ການ​ຊີ້​ນຳ​ຂອງ​ທາງ​ໂຮງ​ຮຽນ, ທຸກ​ຄົນ​ເຂົາ​ເຈົ້າ​ສະ​ບາຍ​ດີ​ຢູ່, ແລະ​ທັງ​ໄດ້​ໃຫ້​ກຳ​ລັງ​ໃຈ​ແກ່​ເມືອງ​ອູ​ຮັ້ນ ແລະ
ແກ່ປະເທດຈີນ, ຂໍໃຫ້ເລື່ອງຮ້າຍນີ້ຈົ່ງຜ່ານພົ້ນໄປໂດຍໄວ! ອູ​ຮ້ານ ສູ້​ສູ້!

ຄຳ​ເຫັນ

0