徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ເປັນ​ທາງ​ການ ສະ​​ຫະ​ພາບ​ເອີ​ຣົບມີ​ສະ​ມາ​ຊິກຫຼຸດ​ລົງ​ເປັນ​ຄັ້ງ​ໃນ​ປະ​ຫວັດ​ສາດ

2020-02-01 16:02:55 cri

图片默认标题_fororder_1125517502_15805129056861n

ຕາມ​ຂ່າວCRI: ໃນ​ເວ​ລາ 11 ໂມງ​ຕອນ​ແລງວັນ​ທີ 31 ມັງ​ກອນ​ນີ້ຕາມ​ເວ​ລາ​ນະ​ຄອນ​ຫຼວງ​ລອນດອນ, ອັງ​ກິດ​ໄດ້​ຖອນ​ອອກ​ຈາກ​ເອີ​ຣົບ​ຢ່າງ​ເປັນ​ທາງ​ການ, ໄດ້​ສິ້ນ​ສຸດ​ຖາ​ນະ​ທີ່​ເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ເປັນ​ເວ​ລາ 47 ປີ.

图片默认标题_fororder_1125517502_15805129057101n

 

图片默认标题_fororder_1125517502_15805145614921n

ໃນ​ຕອນ​ແລງ​ມື້​ດຽວ​ກັນ, ທ່ານໂບ​ຣິ​ສ ໂຈນ​ຊົນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ເນັ້ນ​ໃນ​ເວ​ລາ​ກ່າວ​ປາ​ຖະ​ກະ​ຖາ​ຕໍ່​ທົ່ວ​ປະ​ເທດ​ວ່າ, ອັງ​ກິດ​ຈະ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ແຫ່ງ​ຊາດໃນ​ຂະ​ນະ​ທີ່​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ.

图片默认标题_fororder_1125517502_15805153032911n

图片默认标题_fororder_1125517502_15805153032891n

ທ່ານ​ເຮ​ເຣ​ມີ ໂຄ​ບີນ, ຜູ້​ນຳ​ພັກ​ກຳ​ມະ​ກອນ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ອັງ​ກິດ​ຮຽກ​ຮ້ອງ​ໃຫ້​ອັງ​ກິດ​ບໍ່​ຄວນ “ປິດ​ປະ​ຕູ​ອັດ​ຕັນ” ຫຼັງ​ຈາກ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ.

图片默认标题_fororder_1125517502_15805310218681n

图片默认标题_fororder_1125517502_15805129057561n

ຢູ່​ສະ​ໜາມ​ຫຼວງ​ປາ​ລຽມ​ເມັນ​ດ໌ parliament ນະ​ຄອນ​ຫຼວງ​ລອນດອນ, ຜູ້​ສະ​ໜັບ​ສະ​ໜູນ​ອັງ​ກິດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ໄດ້ຊູ​ທຸງແລະຮ້ອງ​​ຄຳ​ຂວັນເພື່ອອຳ​ລາ​ຈາກສະ​ຫະ​ພາບ​ເອີ​ຣົບ.

图片默认标题_fororder_1125517502_15805310218721n

ນັບ​ແຕ່​ເວ​ລາ 23 ໂມງ​ວັນ​ທີ 31 ມັງ​ກອນ​ນີ້ເປັນ​ຕົ້ນ​ໄປ, ອັງ​ກິດ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ເຂົ້າ​ສູ່​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ການ​ຖອນ​ອອກ​ຈ​າກ​ສະ​ຫະ​ພາບ​ເອີ​ຣົບ, ​ເຊິ່ງອັງ​ກິດ​ເສຍ​ຄຸນ​ວຸດ​ທິ​ເປັນ​ປະ​ເທດ​ສະ​ມາ​ຊິກ​​ສະ​ຫະ​ພາບ​ເອີ​ຣົບ​, ແຕ່​ຍັງ​ຕ້ອງ​ເຄົາ​ລົບ​​ກົດ​ລະ​ບຽບ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ຈ່າຍ​ຄ່າ​ງົບ​ປະ​ມານ​ຂອງ​ສະ​ຫະ​ພາບ​ເອີ​ຣົບ. ຕາມ​ການ​ຈັດ​ວາງ​ໃນ​ປັດ​ຈຸ​ບັນ​ນີ້, ໄລ​ຍະ​ຂ້າມ​ຜ່ານຈະ​ສິ້ນ​ສຸດ​ລົງ​ໃນ​ທ້​າຍ​ປີ​ນີ້. ​ຢູ່ໃນ​ໄລ​ຍະ​ນີ້, ສອງ​ຝ່າຍ​ຈະ​ເຈ​ລະ​ຈາ​ກັນກ່ຽວ​ກັບການ​ພົວ​ພັນ​ການ​ຄ້າ​ໃນ​ອະ​ນາ​ຄົດ.

图片默认标题_fororder_1125517502_15805310218751n

ພາຍ​ຫຼັງ​ອັງ​ກິ​ດ​ຖອນ​ຕົວອອກ​, ສະ​ຫະ​ພາບ​ເອີ​ຣົບ​ຍັງ​ມີ 27 ປະ​ເທດ​ສະ​ມາ​ຊິກ.

图片默认标题_fororder_1125517502_15805310218731n

ຄຳ​ເຫັນ

0