ພາຍຫຼັງເກີດການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ປະລິມານຄວາມຕ້ອງການອຸປະກອນປ້ອງກັນພະຍາດ ເຊັ່ນ: ຜ້າປິດປາກ ແລະອື່ນໆເພີ່ມຂຶ້ນຢ່າງຫຼວງຫຼາຍ. ປັດຈຸບັນນີ້, ພະນັກງານທຸກຄົນຂອງວິສາຫະກິດຜະລິດຜ້າປິດປາກແຂວງຈ່ຽງຊີ່ລ້ວນແຕ່ໄດ້ກັບມາເຂົ້າການ, ເຮັດວຽກເກີນໂມງ, ອອກແຮງຜະລິດຜ້າປິດປາກ ແລະອຸປະກອນປ້ອງກັນພະຍາດອື່ນໆ ເພື່ອຮັບປະກັນການສະໜອງໃຫ້ຕະຫຼາດ. ພະນັກງານຫຼາຍຄົນກ່າວວ່າ: ຖ້າພວກເຮົາຜະລິດຜ້າປິດປາກເພີມຂຶ້ນກໍຈະສາມາດຫຼຸດຄວາມສ່ຽງຂອງການຕິດເຊື້ອພະຍາດໃຫ້ຄົນທັງຫຼາຍຫຼຸດນ້ອຍຖອຍລົງ.
ຄຳເຫັນ
0