ວັນທີ 5 ກຸມພານີ້ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ. ທ່ານສີຈິ້ນຜິງກ່າວວ່າ, ຈີນມີຄວາມໝັ້ນໃຈແລະມີຄວາມສາມາດໃນການເອົາຊະນະບັ້ນປ້ອງກັນ,ຄວບຄຸມແລະສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່. ທ່ານຮຸນແຊນກ່າວວ່າ ຕົນຕັດສິນໃຈເດີນທາງມາຈີນໃນພາວະອັນພິເສດຄືແນວນີ້ກໍເພື່ອສະແດງໃຫ້ເຫັນວ່າ ລັດຖະບານແລະປະຊາຊົນກຳປູເຈຍອອກແຮງສະໜັບສະໜູນປະຊາຊົນແລະລັດຖະບານຈີນໃນການຕ້ານກັບພະຍາດ. ກຳປູເຈຍຈະສືບຕໍ່ດຳເນີນການຮ່ວມມືແລະການໄປມາຫາສູ່ກັນກັບຈີນຢ່າງເປັນປົກກະຕິ ໂດຍຈະສຸມໃສ່ຮ່ວມກັນກັບຈີນ ສ້າງຄູ່ຮ່ວມຊາຕາກຳກຳປູເຈຍ-ຈີນ.
ທ່ານສີຈິ້ນຜິງກ່າວວ່າ: ປັດຈຸບັນ, ລັດຖະບານແລະປະຊາຊົນຈີນກຳລັງສຸມທຸກຄວາມພະຍາຍາມຕ້ານກັບການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່. ຄວາມຫຍຸ້ງຍາກລຳບາກພິສູດນ້ຳໃຈຄົນ. ໃນພາວະອັນພິເສດໃນລັກສະນະນີ້, ປະຊາຊົນກຳປູເຈຍຍັງຢືນຢູ່ຄຽງຂ້າງພວກເຮົາ. ເຈົ້າຊີວິດໂນໂລດົມ ສີຫາໂມນີ ແລະພະລາຊີນີໂນໂລດົມ ມຸນີນຽດ ສີຫານຸ ໄດ້ສະແດງຄວາມເຫັນໃຈແລະການສະໜັບສະໜູນຕໍ່ພວກເຮົາເປັນການພິເສດ, ທ່ານນາຍົກກໍໄດ້ກ່າວຢືນຢັນວ່າຈະສະໜັບສະໜູນຈີນຢ່າງແຂງແຮງມາຫຼາຍເທື່ອ, ສະເພາະມື້ນີ້ ທ່ານໄດ້ເດີນທາງມາຢ້ຽມຢາມຈີນໂດຍສະເພາະ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຈີນ-ກຳປູເຈຍທີ່ໝັ້ນແກ່ນໂດຍບໍ່ສາມາດຕັດແຍກອອກຈາກກັນໄດ້ ທັງໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຮ່ວມສຸກຮ່ວມທຸກເພື່ອຜ່ານຜ່າຄວາມຫຍຸ້ງຍາກ ເຊິ່ງເປັນເນື້ອໃນຈິດໃຈແກນກາງຂອງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ. ຈີນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເລື່ອງນີ້.
ທ່ານຮຸນແຊນກ່າວວ່າ: ໃນເວລາທີ່ຈີນປະສົບຄວາມຫຍຸ້ງຍາກລຳບາກ, ປະຊາຊົນກຳປູເຈຍພ້ອມຢືນຢູ່ຄຽງຂ້າປະຊາຊົນຈີນຢ່າງເດັດດ່ຽວໜຽວແໜ້ນ. ຂອບໃຈຈີນທີ່ເອົາໃຈໃສ່ຮັບປະກັນຊີວິດການເປັນຢູ່ແລະສຸຂະພາບຂອງພົນລະເມືອງກຳປູເຈຍທີ່ຢູ່ຈີນ. ຂ້າພະເຈົ້າຫວັງຈະໃຊ້ໂອກາດການຢ້ຽມຢາມຈີນຄັ້ງນີ້ເພື່ອເພີ່ມກຳລັງໃຈໃຫ້ແກ່ເຂົາເຈົ້າ. ເມື່ອຜະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດ, ບາງປະເທດໄດ້ໃຊ້ມາດຕະການຈຳກັດຢ່າງເຂັ້ມງວດເຊິ່ງເປັນສິ່ງທີ່ບໍ່ຄວນເຮັດ, ສິ່ງທີ່ຮ້າຍແຮງກວ່າພະຍາດນັ້ນແມ່ນຄວາມແຕກຕື່ນນັ້ນເອງ. ກຳປູເຈຍຈະສືບຕໍ່ດຳເນີນການຮ່ວມມືແລະການໄປມາຫາສູ່ກັນກັບຈີນຕາມປົກກະຕິ ເພື່ອສຸມໃສ່ຮ່ວມກັນກັບຈີນ ສ້າງຄູ່ຮ່ວມຊາຕາກຳກຳປູເຈຍ-ຈີນໃຫ້ແໜ້ນແຟ້ນ.
ຄຳເຫັນ
0