吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີແສງແຫ່ງຍຸກ: ກິ່ງໜຶ່ງໃບດຽວກໍສະເທືອນໝົດໃຈເຮົາ 3

2020-02-07 16:00:19 cri

 

ເປັນ​ຫຍັງ​ຕ້ອງ​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​? ​ເພາະວ່າ “​​ອຳນາດ​ການ​ປົກ​ຄອງ​ຈະ​ມີຄວາມ​ຈະ​ເລີ​ນ​​ຂຶ້ນ​ຢູ່​ກັບການ​ເອົາ​ໃຈ​ໃສ່​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງປະຊາຊົນ”, ສະ​ນັ້ນ​ຕ້ອງ​ຖື​ການ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ເປັນ​ຜົນງານ​ການ​ບໍລິຫານ​ໃຫຍ່​ທີ່​ສຸດ. ​ເມື່ອ​ເວົ້າ​ເຖິງ​ການ​ຖື​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ເປັນ​ເປົ້າ​ໝາຍ​ຂອງ​ຕົນ ​ແລະ ຕິດ​ພັນ​ກັບ​​ຈິດ​ໃຈປະຊາຊົນ​ຢ່າງ​ໃກ້ຊິດ​ນັ້ນ, ວິລະ​ກຳ​ຂອງສະຫາຍ​ຈ່ຽວອີ້​ລູ້ ອະດີດ​ເລຂາ​ຄະນະ​ພັກ​ເມືອງ​ລານ​ຄາວ​ແຂວງ​ເຮີ​ນານ​ຈີນ​ເປັນ​ແບບຢ່າງ​ທີ່​ພົ້ນ​ເດັ່ນ ​ແລະ ໜ້າປະ​ທັບ​ໃຈ​ທີ່​ສຸດ.

 

​ແຕ່​ເດືອນ​ທັນວາ​ປີ 1962 ຫາ​ປີ 1964, ​ເມືອງ​ລານ​ຄາວ​ໄດ້​ປະສົບ​ໄພ​ນໍ້າ​ຖ້ວມ, ​ໄພ​ພາຍຸ​ຊາຍ, ​ແລະ ດິນ​ດັ່ງ, ສະຫາ​ຍຈ່ຽວອີ້ລູ້ຍຶດໝັ້ນ​ສາມັກຄີ​ຮ່ວມ​ກັບ​ພະນັກງານ ​ແລະ ປະຊາຊົນ​ທົ່ວ​ເມືອງ​ລານ​ຄາວ, ສູ້​ຊົນ​ກັບ​ໄພ​ທຳ​ມະ​ຊາດ​ທີ່​ໜັກໜ່ວງ​ຢ່າງ​ເຂັ້ມ​ແຂງ​ກ້າຫານ, ​ເພື່ອ​ຫັນປ່ຽນ​ໂສມ​ໜ້າ​ຂອງ​ເມືອງ​ລານ​ຄາວ. ​ໃນ​ເວລາ​ນັ້ນ, ສະຫາ​ຍຈ່ຽວອີ້ລູ້​ເປັນ​ພະຍາດ​ມະ​ເຮັງ​ຕັບ, ​ແຕ່​ຍັງ​ອົດທົນ​ຕໍ່​ຄວາມ​ເຈັບ​ປວດ​ທີ່​ຮຸນ​ແຮງ ​ແລະ ຍຶດໝັ້ນ​ເຮັດ​ວຽກ​ຕໍ່. ກ່ອນ​ການ​ເສຍ​ຊີວິດ, ​ເພິ່ນ​ມີ​ຄຳ​ຮຽກຮ້ອງ​ແຕ່ຢ່າງ​ດຽວ, ຄື: “ຫຼັງ​ຈາກ​ຂ້າພະ​ເຈົ້າເສຍ​ຊີວິດ​ແລ້ວ ​ຊ່ວຍສົ່ງ​ສົບ​ຂອງຂ້າພະ​ເຈົ້າ​ກັບ​ຄືນ​ສູ່​ເມືອງ​ລານ​ຄາວ ​ແລະ ຝັງ​ຢູ່​ເທິງ​​ໂນນ​ຊາຍ​ເດີ້. ເພາະ​ວ່າຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ບໍ່​ທັນ​ສາມາດ​ບຳບັດ​ໂນນ​ຊາຍ​​ໄດ້ຊ້ຳ, ຫຼັງ​ຈາກ​ເສຍ​ຊີ​ວິດ​ໄປ​ແລ້ວ​ກໍ​ຕ້ອງ​​ການເປັນ​ສັກ​ຂິພິຍານ​ເພື່ອ​ເບິ່ງ​ບັນດາ​ສະຫາຍ​ບຳບັດ​ໂນນ​ຊາຍ​ໃຫ້​ໄດ້.”

 

​ສາມາດ​ເວົ້າ​ໄດ້​ວ່າ,ປະຊາຊົນ​ຈີນ​ເກືອບ​ໝົດ​ທຸກ​ຄອບຄົວ​ໄດ້​ຮັບ​ຮູ້ເລື່ອງ​ວິລະ​ກຳ​ຂອງ ສະຫາ​ຍຈ່ຽວອີ້ລູ້​ໂດຍທົ່ວ​ໄປ. ​ໃນ​ເວລາ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າ​ເຖິງ​​ຈຸດ​ປະສົງ​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ກຳ​ອຳນາດ​ເພື່ອ​ປະຊາຊົນ​, ຖື​ປະຊາຊົນ​ຢູ່​ຖານະ​ສູງ​ສຸດ ​ແລະ ຖື​ປະຊາຊົນ​ເປັນ​ໃຈກາງ​ນັ້ນ, ກໍ​ໄດ້​ກ່າວ​ເຖິງ ສະຫາ​ຍຈ່ຽວອີ້ລູ້​ຕັ້ງ​ຫຼາຍ​ເທື່ອ. ປີ 1990, ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ເລຂາ​ຄະນະ​ພັກ​ນະຄອນ​ຟູ​ໂຈ່, ​ເຄີຍ​ຂຽນ​ບົດ​ກະວີ​ບົດ​ໜຶ່ງທີ່​ມີ​ຫົວ​​ເລື່ອງ​ວ່າ “ນ້ຽນນູຈ່ຽວ-​ໄວ້ອາ​ໄລ​ຈ່ຽວອີ້​ລູ້”. ​ໃນ​ນັ້ນ​ມີ​ປະ​ໂຫຍ​ກໜຶ່ງ​ລະບຸ​ວ່າ “ຕອນ​ມີ​ຊີວິດ​ຢູ່​ກັບ​ໂ​ນນ​ຊາຍ, ຕອນ​ເສຍ​​ຊີ​ວິດໄປ​ກໍ​ຢູ່​ກັບ​ໂນນ​ຊາຍ”, “​ເປັນ​ເຈົ້າ​ໜ້າ​ທີ່ການ​ນຳ​ວາລະ​ໜຶ່ງ, ​ແຕ່​ກໍ​ໄດ້ສ້າງ​ຄວາມ​ຜາ​ສຸກ​ໃຫ້​​ແກ່​ທ້ອງ​ຖິ່ນ​ທີ່​ຕົນ​ບໍລິຫານ”, ​ເຊິ່ງສະ​ແດງ​ໃຫ້​​ເຫັນ​ເຖິງ​ຈຸດປະສົງ​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ.

 

ວັນ​ທີ 7 ກຸມພາ ປີ 1966, ສຳນັກ​ຂ່າວສານ​ຊິນ​ຮວາ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງວ່າ​ “ຈ່ຽວອີ້​ລູ້ - ​ແບບຢ່າງ​ຂອງ​ເລຂາ​ຄະນະ​ພັກ​ເມືອງ” ​ທີ່​ຂຽນ​ໂດຍ​ທ່ານ​ມູ້​ຊິ່ງ. ​ໃນ​ເວລາ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ນັກຮຽນ​ມັດທະຍົມ​ປີ 1, ຕອນ​ອາຈານ​ທີ່ສອນ​ວິ​ຊາການ​ເມືອງ-ແນວ​ຄິດ​ອ່ານ​ບົດ​ນີ້​ໃນ​ໂມງ​ຮຽນ, ຮູ້ສຶກ​​ສະ​ເທືອນ​ໃຈ​ຈົນ​ສະອຶກ​ສະ​ອຶ້ນ ຫຼາຍ​ເທື່ອ. ນັກຮຽນ​ທັງຫຼາຍ​​ກໍ​ນໍ້າຕາ​ໄຫຼອອກມາ​ໂດຍ​ບໍ່​ຮູ້​ສຶກ​ໂຕ.

 

ຈິດ​ໃຈ​ຂອງ ສະຫາ​ຍຈ່ຽວອີ້ລູ້, ​ໄດ້​​ມີ​ອິດ​ທິ​ພົນ​ຢ່າງ​ເລິກ​ເຊິ່ງຕໍ່​ທ່ານ​ສີ​ຈິ້ນ​ຜິງ. ​ໃນ​ເວລາ​ທ່ານ​ສີ​ຈິ້ນ​ຜິ​ງ​ເຮັດ​ວຽກຢູ່​ແຂວງ​ເຈີ້​ຈ່ຽງ, ​ເຄີຍ​ໃຊ້​​ນາມ​ປາກກາ​ວ່າ “​ເຈີ​ຊິ່ນ”, ລົງ​ພິມ​ບົດ​ວິຈານ​ສັ້ນ 232 ​ບົດ, ​​ໂດຍ​ຕອບ​ຄຳ​ຖາມ​ທີ່​ປະຊາຊົນ​ສົນ​ໃຈ​ທີ່​ສຸດ. ທ່ານ​ຍັງ​ເຄີຍ​ກ່າວ​ວ່າ, ຖື​ການ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ເປັນ​ຜົນງານ​ການ​ບໍລິຫານ​​ໃຫຍ່​ທີ່​ສຸດ, ຖື​ບັນຫາ​ທີ່​ປະຊາຊົນ​​ເປັນ​ຫ່ວງ​ຢ່າງ​ຮີບ​ຮ້ອນ​ນັ້ນ​ເປັນ​ວຽກ​ງານ​ຮີບ​ດ່ວນ​ຂອງ​ຕົນ, ຄົ້ນ​ຄິດ​ບັນຫາ​ທີ່​ປະຊາຊົນ​ສົນ​ໃຈ. ສະ​ນັ້ນ​ບາງ​ພາກສ່ວນ​ສະ​ເໜີ​ວ່າ, ລົງມື​ເຮັດ​ໃນ​ທັນທີ; ບາງ​ພາກສ່ວນ​ສະ​ເໜີ​ວ່າ, ຕ້ອງ​ແລ່ນ​ເທື່ອ​ດຽວ, ​​ເຂົ້າ​ປະຕູ​ດຽວ. ​ເຮັດ​ໃຫ້​ປະຊາຊົນ​ແລ່ນ​ໜ້ອຍ, ພະນັກງານ​ເຮັດ​ວຽກ​ຫຼາຍ, ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​​ພໍ​ໃຈ, ​ໄວ້​ວາງ​ໃຈ ​ແລ​ະ ສະບາຍ​ໃຈ.

 

图片默认标题_fororder_3

ວັນ​ທີ 7 ມີນາ​ປີ 2018, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເຂົ້າ​ຮ່ວມ​ການ​ປືກສາ​ຫາລື​ຂອງ​ຄະນະ​ຜູ້​ແທນ​ແຂວງ​ກວາງຕຸ້ງ​ໃນ​ກອງ​ປ​ະຊຸມ​ຄັ້ງ​ທີ 1 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ສະ​ໄໝ​ທີ 13

 

ວັນ​ທີ 7 ມີນາ​ປີ 2018, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເຂົ້າ​ຮ່ວມ​ການ​ປືກສາ​ຫາລື​ຂອງ​ຄະນະ​ຜູ້​ແທນ​ແຂວງ​ກວາງຕຸ້ງ​ໃນ​ກອງ​ປ​ະຊຸມ​ຄັ້ງ​ທີ 1 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ສະ​ໄໝ​ທີ 13 ​​ໂດຍ​ກ່າວ​ເນັ້ນ​ວ່າ, ພັກ​ກອມ​ມູນິດ​ຕ້ອງ​ສະ​ແຫວ​ງຫາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ. ປະຊາຊົນ​ຮູ້ສຶກ​ບໍ່​ມີ​ຄວາມສຸກ ບໍ່​ດີ​ໃຈ ​ແລະ ບໍ່ພໍ​ໃຈ​ໃນ​ດ້ານ​ໃດ, ພວກ​ເຮົາ​ກໍ​ຕ້ອງ​ທຳ​ຄວາມ​ພະຍາຍາມ​ໃນ​ດ້ານ​ນັ້ນ, ຊອກ​ຫາ​ທຸກ​ວິທີ​ເພື່ອ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ໃຫ້​ແກ່​ປະຊາຊົນ.

 

ດັ່ງ​ນັ້ນ​ພວກ​ເຮົາ​ເຫັນ​​ໄດ້​ວ່າ, ດ້ານ​ໜຶ່ງ​​ຖື​ການ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ເປັນ​ຜົນງານ​ການ​ບໍລິຫານໃຫຍ່​ທີ່​ສຸດ, ອີກ​ດ້ານ​ໜຶ່ງ​ກໍ​ຄື ຊອກ​ຫາ​ທຸກ​ວິທີ​ເພື່ອ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ໃຫ້​ແກ່​ປະຊາຊົນ, ​ທັງນີ້​ກໍ​ຄື​ແນວ​ຄິດການ​ພັດທະນາ​ຂອງ​ຊາວ​ພັກ​ກອມ​ມູນິດ​ຈີນ​ທີ່​ຖື​ປະຊາຊົນ​ເປັນ​ໃຈກາງ, ກໍ​ເປັນ​ຫຼັກ​ໝັ້ນ ​ແລະ ຈິດ​ໃຈ​ເພື່ອ​ປະຊາຊົນ​ຂອງ​ຊາວ​ພັກ​ກອມ​ມູນິດ​ຈີນ. ຄວາມ​ຮູ້ສຶກ​ໄດ້​ຮັບ​ຜົນ​ປະ​ໂຫຍດ ຄວາມ​ຮູ້ສຶກ​ມີ​ຄວາມ​ຜາ​ສຸກ ​ແລະ ຄວາມ​ຮູ້ສຶກ​ປອດ​ໄພ​ຂອງ​ປະຊາຊົນ​ເປັນ​ມາດຕະຖານ​ສູງ​ສຸດ​ໃນ​ການກວດ​ສອບ​ຜົນ​ໄດ້​ຜົນ​ເສຍ ​​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ.

 

ຄັນ​ຊັ້ນ, ​ແນວ​ຄິດ​ການ​ພັດທະນາ​ທີ່​ຖື​ປະຊາຊົນ​ເປັນ​ໃຈກາງ​ແບບ​ນີ້, ​ເຮັດ​ແນວ​ໃດ​ຈຶ່ງ​​ຈະສາມາດ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​​ເປັນ​ຮູບ​ປະ​ທຳ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ພວກ​ເຮົາ?

 

 “ລີ້​ມິນ​ຈື່​ຊື້, ຊື່​ຟ້າ​ປີ້​ຊິ່ງ; ລີ້​ມິນ​ຈື່​ຊື້, ຮາວ​ໂມ້​ປີ້​ຊຸ້ຍ”, ນີ້​ໝາຍ​ຄວາມ​ວ່າ“ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ປະຊາຊົນ, ​ເຖິງ​ຈະ​ເປັນ​​ສິ່ງເລັກ​ໜ້ອຍກໍ​ຕາມ​ກໍ​ຕ້ອງ​​ປະ​ຕິ​ບັດ; ສິ່ງ​ທີ່​​ເປັນ​ຜົນ​ຮ້າຍ​​ແກ່​ປະຊາຊົນ, ​ເຖິງ​ຈະເປັນ​ສິ່ງ​ເລັກ​ໜ້ອຍ​ກໍ​ຕ​າມ​ກໍ​ຕ້ອງ​ກຳຈັດ​ໃຫ້​ໄດ້”. ປະຫວັດສາດ​ແມ່ນ​ປະຊາຊົນ​ເປັນ​ຜູ້​ບັນທຶກ​ໄວ້, ຜົນສຳ​ເລັດ​ທຸກ​ຢ່າງ​​ທີ່​ໄດ້​ມາ​ແມ່ນ​ມາ​ຈາກ​ປະຊາຊົນ. ຂໍ​ແຕ່​ພວກ​ເຮົາ​ເຂົ້າ​ເຖິງ​ຈິດ​ໃຈ​ປະຊາຊົນ, ອາ​ໄສ​ປະຊາຊົນ​ຢ່າງ​​ແໜ້ນແຟ້ນ, ກໍ​ຈະ​ໄດ້​ຮັບ​ກຳລັງ​ແຮງ​ທີ່​ບໍ່​ມີ​ວັນ​ເຫືອດ​ແຫ້ງ, ຜ່ານ​ຜ່າ​ຟ້າ​ຝົນ​ລົມ​ແດງ, ບຸກບືນ​ກ້າວ​ໄປ​ໜ້າ​ຢ່າງ​ກ້າຫານ.

 

​ ທ່ານ​ສີ​ຈິ້ນຜິ​ງ​ໄດ້​ຍົກ​​ເອົາ​ສຳ​ນວນຈາກ​ຕຳລາ​ບູຮານ, ຄື: “ລີ້​ມິນ​ຈື່​ຊື້, ຊື່​ຟ້າ​ປີ້​ຊິ່ງ; ລີ້​ມິນ​ຈື່​ຊື້, ຮາວ​ໂມ້​ປີ້​ຊຸ້ຍ”. ​ເຊິ່ງມີ​ຕົວ​ໜັງສື “ລີ້” ສອງ​ຕົວ, ​ຕ່າງ​ກໍ​ໝາຍ​ເຖິງ ​“​ເປັນ​ປະ​ໂຫຍ​ດ” ​ແລະ “​ເປັນ​ຜົນ​ຮ້າຍ”, ​​ເຊິ່ງ​ໃນ 2 ກໍລະນີ​ທີ່​ແຕກ​ຕ່າງ​ກັນ, ກໍ​ຕ້ອງ​ມີ​ວິທີ​​ເຮັດ​ທີ່​ແຕກ​ຕ່າງ​ກັນ​ໝົດ​ເຊັ່ນ​ກັນ.

 

2 ປະ​ໂຫຍ​ກ​ດັ່ງ​ກ່າວ​ມາ​ຈາກ​ປື້​ມຂອງ​ທ່ານ​ວ້ານຊື່​ຕ້າ ນັກ​ປາດ​ຕຳ​ລາ​ປັດ​ຊະ​ຍາ​ຂົງ​ຈື​ທີ່​ອະ​ມະ​ຕະ​ທີ່​ມີ​ຊື່​ສຽງ​ຂອງ​ລາຊະວົງ​ຊິ່ງ. ທ່ານ​ວ້ານຊື່​ຕ້າ​​ມີ​ຜົນງານ​ປື້​ມໜຶ່ງ ຊື່ວ່າ “​ໂຈ່​ກ່ວນປ້ຽນ​ເຟີ່ຍ” ​ແປ​ວ່າ “ຈຳ​ແນ​ກຂໍ້​ຜິດພາດ​ໃນ​ປື້​ມລະບຽບ​ການ​​ເຈົ້າ​ໜ້າ​ທີ່​ລາຊະວົງ​ໂຈ່”, ​ໃນ​ນັ້ນ​ມີພາກ​ໜຶ່ງ​ໄດ້​​ເວົ້າ​ເຖິງ 2 ປະ​ໂຫຍ​ກດັ່ງກ່າວ. ຄື “ລີ້​ມິນ​ຈື່​ຊື້, ຊື່​ຟ້າ​ປີ້​ຊິ່ງ; ລີ້​ມິນ​ຈື່​ຊື້, ຮາວ​ໂມ້​ປີ້​ຊຸ້ຍ”, “ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ປະຊາຊົນ, ​ເຖິງ​ຈະ​ເປັນ​ສິ່ງ​ເລັກ​ໜ້ອຍກໍ​​ຕາມ​ກໍຕ້ອງປະ​ຕິ​ບັດ; ສິ່ງ​ທີ່​ເປັນ​ຜົນ​ຮ້າຍ​​ແກ່​ປະຊາຊົນ, ​ເຖິງ​ຈະ​ເປັນ​ສິ່ງເລັກ​ໜ້ອຍ​ກໍ​​ຕາມ​ກໍຕ້ອງ​ກຳຈັດ​ໃຫ້​ໄດ້”. ສະ​ນັ້ນ, ຕ້ອງປະຕິບັດ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ປະຊາຊົນ, ​ແລະ​ກຳຈັດ​ສິ່ງ​ທີ່​ເປັນ​ຜົນ​ຮ້າຍ​​ແກ່​ປະຊາຊົນ.

 

​ໃນ​ປະຫວັດສາດ​ຂອງ​ຈີນ​ຍັງ​ມີ​ເລື່ອງ​ລາວໜຶ່ງ​ທີ່​ມີ​ຊື່​ສຽງ​ເປັນ​ການ​ຢືນຢັນ​ຕໍ່​ທັດສະນະ​ດັ່ງກ່າວ. ​ພະ​ເອກ​ໃນ​ເລື່ອງ​ນີ້​ຊື່ວ່າ ລິວ​ຊົງ, ທັງ​ມີ​ນາມ​ມະ​ຍົດ​ວ່າ “​ເຈົ້າ​ຄອງ​ນະ​ຄອນໜຶ່ງ​ຫຼຽນ”. ລິວ​ຊົງ​ເປັນ​ຂຸນ​ນາງ​ຜູ້​ໜຶ່ງ, ຕອນ​​ເພິ່ນ​ດຳລົງ​ຕຳ​ແໜ່​ງ ​ເພິ່ນ​ມີ​ຄວາມຮັກ​ແພງ​ປະຊາຊົນ​ຫຼາຍ​ທີ່​ສຸດ. ສຳລັບ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ປະຊາຊົນ ​ເພິ່ນ​ຈະ​ປະຕິບັດ​ທັງ​ໝົດ, ສຳລັບ​ສິ່ງ​ທີ່​ເປັນ​ຜົນ​ຮ້າຍ​​ແກ່​ປະຊາຊົນ​ນັ້ນ, ​ເພິ່ນ​ກໍ​​ໄດ້​ກຳຈັດ​ໄປ​ໝົດ, ສະ​ນັ້ນ​ເພິ່ນ​ຈຶ່ງ​​ໄດ້​ຮັບ​ຄວາມ​ເຄົາ​ລົບ​ຮັກ​ແພງ ​ແລະ ​ໄດ້​ຮັບການ​ສະ​ໜັບສະ​ໜູນ​ຈາກ​ປະຊາຊົນ​ທ້ອງ​ຖີ່​ນ. ຕອນ​ເພິ່ນ​ດຳລົງ​ຕຳ​ແໜ່​ງ​ເຈົ້າ​ຄອງ​ນະ​ຄອນ​ຄວ້າຍຈີ່, ຍ້ອນ​ມີ​ຜົນງານ​ທີ່​ພົ້ນ​ເດັ່ນ ​ຈຶ່ງ​ໄດ້​ເລື່ອນຕຳ​ແໜ່​ງ​ໄປ​ເປັນ​​ຂຸນນ​າງຢູ່​​ລາ​ຊະ​ສຳ​ນັກ. ​ເມື່ອຮູ້​ຂ່າວ​ນີ້​ແລ້ວ, ​ຜູ້​​ເຖົ້າ​ຫ້າ​ຫົກ​ຄົນໄດ້​ເອົາ​ເງິນຫຼຽນ​ຜູ້​ລະ 100 ຫຼຽນ​ມາ​ໃຫ້​ເພິ່ນ.

 

ຜູ້​​ເຖົ້າ​ເຫຼົ່າ​ນີ້​ພົບ​ລິວ​ຊົງ​ແລ້ວ​ເວົ້າ​ວ່າ, ​ໃນ​ເມື່ອ​ກ່ອນ,​ຂຸນ​ນາງມາ​ຮອດ​ບ່ອນ​ນີ້​ແລ້ວ​ຍິນ​ແຕ່​ສຽງ​ໝາ​ເຫົ່າ​ໃນ​ກາງຄືນ​ຈົນ​ໝົດ​ຄືນ​ກໍ​ມີ. ​ຍ້ອນ​ຫຍັງ? ຍ້ອນ​ວ່າ​ຂຸນ​ນາງ ​ຈະ​ລໍຖ້າຮອດ​ສະ​ເພາະ​ແຕ່ຕອນ​ກາງ​ຄືນ​ທີ່​ປະຊາຊົນ​ພັກ​ຢູ່​ເຮືອນ, ​ເພື່ອ​ໄປ​ເກັບ​ພາສີ​ອາກອນ​ ​ແລະ ​ເງິນ​ຄ່າ​ຕ່າງໆ​ນຳ​ປະຊາຊົນ. ​ໃນ​ຜ່ານ​ມາ​ທີ່​ຂຸນ​ນາງຜູ້​ອື່ນ​ເປັນ​ຜູ້​ປົກຄອງ​ຢູ່​ນີ້, ​ໄດ້​ຍິນ​ສຽງ​ໝາ​ເຫົ່າ​ໝົດ​ຄືນ, ດຽວ​ນີ້​ທ່ານ​ເປັນ​​ຂຸນ​ນາງ​​ຢູ່​ນີ້​ມາ​ຫຼາຍ​ປີ, ແຕ່ບໍ່​ໄດ້​ຍິນ​ສຽງ​ໝາ​ເຫົ່າ​ໃນ​ກາງຄືນ​ແລ້ວ, ຖື​ວ່າ​ພາ​ລະ​ຂອງ​ປະຊາຊົນ​ຫຼຸດຜ່ອນ​ລົງ​ຢ່າງຫຼວງ​ຫຼາຍ. ບາດ​ນີ້​ທ່ານ​ຈະລາ​ໄປ​ແລ້ວ, ພວກ​ເຮົາຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນຢ່າງ​ຍິ່ງ, ເຖິງວ່າ​ຈະ​ບໍ່​ສາ​ມາດຮັກສາ​ທ່ານ​ຢູ່​ບ່ອນ​ເກົ່າ​ໄດ້ກໍ​ຕາມ, ​ແຕ່ກໍ​ຂໍ​ສະ​ແດງ​ນໍ້າ​ໃຈ​ໜ້ອຍ​ໜຶ່ງ.

 

ລິວ​ຊົງ​ຮູ້ສຶກ​​ຕື້​ນ​ຕັນ​ໃຈ​ຫຼາຍ, ​ແລະ​ເວົ້າ​ວ່າ​, ຖ້າ​ບໍ່​ຮັບ​​ກໍຈະ​ເສຍ​ນໍ້າ​ໃຈ​ຂອງ​ບັນດາ​ທ່ານ, ຖ້າ​ຮັບ​ກໍ​ບໍ່​ສາມາດ​ຮັບ​ໄດ້​ຫຼາຍ​ປານ​ນີ້​. ​ຄັນ​ຊັ້ນ, ຂ້າພະ​ເຈົ້າ​ຂໍ​ຮັບ​ເອົາ​ຫຼຽນ​ໜຶ່ງ​ເດີ້. ນີ້​ກໍ​ຄືທ່ານ​ລິວ​ຊົງ ທີ່​ຖືກ​ເອີ້ນ​ວ່າ “​ເຈົ້າ​ຄອງ​​ນະ​ຄອນຫຼຽນ​ໜຶ່ງ”, ​​ເຊິ່ງ​ເປັນ​ບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ​ຂອງ​ຈີນ. ​ເຊິ່ງ​ເງິນໜຶ່ງຫຼຽນ​ນີ້, ​ໄດ້​ສ່ອງ​ແສງ​ເຖິງ​ເຫື່ອ​ແຮງ​ຈິດ​ໃຈ​ ແລະ​ສະ​ຕິ​ປັນ​ຍາ​ທີ່​ຊອກ​ຫາ​ທຸກ​ວິທີ​​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ; ເງິນໜຶ່ງ​ຫຼຽນ​ນີ້, ທຸ້ມ​ເທ​ເຫື່ອ​​ແຮງ​ຈິດ​ໃຈ, ລົບ​ລ້າງ​ປະກົດ​ການ​ທີ່​​ຂຸນ​ນາງຜູ້​ໂຫດຮ້າຍ​ກົດ​ຂີ່​ຂູດຮີດ​ປະຊາຊົນ​ຢ່າງ​ຮ້າຍ​ແຮງ; ​ເງິນໜຶ່ງຫຼຽນນີ້, ກໍ​ປຽບ​ເໝືອນ​ຊັບ​ສິນ​ເງິນ​ຄຳ​ເປັນ​ພັນ​ເປັນ​ໝື່ນຢ່າງ​ລໍ້າ​ຄ່າ.

 

ປະຫວັດສາດ​​ເໝືອນ​ກັບ​ແວ່ນ​ແຍງ, ພວກ​ເຮົາ​ຄວນ​ຖອດ​ຖອນ​ບົດຮຽນ​ຈາກ​ປະຫວັດສາດ. ​ເວົ້າ​ສຳລັບ​ປະ​ເທດ​ໜຶ່ງ​ແລ້ວ, ປະ​ຊາ​ຊົນ​ອັນ​ໄພສານ, ​ເຊິ່ງລວມທັງນັກຮຽນ​ນັກ​ສຶກສາ, ​ໂດຍ​ສະ​ເພາະ​ແມ່ນພະ​ນັກ​ງານ​ທີ່​ເປັນ​ສະມາຊິກ​ພັກ, ຄວນລົງ​ເລິກ​​ຊອກ​ຮູ້​ຮ່ຳຮຽນ​ຮູ້​ປະຫວັດສາດ​ເພື່ອຖອດ​ຖອນ​ເອົາ​ສະຕິ​ປັນຍາ ​ແລະ ບົດຮຽນ​ດ້ານ​ການ​ບໍລິຫານປະ​ເທດ, ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ ​ແລະ ດີກ​ວ່າ​ເກົ່າ​ເຂົ້າ​ສູ່​ພາລະກິດ​ສ້າງສາ​ພັດທະນາ​ສັງຄົມ ​ແລະ ປະ​ເທດ​ຊາດ.

 

ຄຳ​ເຫັນ

0