吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີແສງແຫ່ງຍຸກ

2020-02-07 16:36:15 cri

 

ເມີ້ງ​ຈື ບຸກ​ຄົນ​ຕົວ​ແທນ​ທີ່​ສຳ​ຄັນ​ຜູ້​ໜຶ່ງ​ຂອງ​ແນວ​ຄິດ​ປັນ​ຊະ​ຍາ​ຂົງ​ຈື້ ໄດ້ກ່າວ​ວ່າ: ​ເມື່ອ​ທຽບ​ໃສ່ຄຳ​ສັ່ງ​ດຳ​ລັດ​ທີ່​ດີ​ແລ້ວ, ການ​ສຶກ​ສາ​ທີ່​ດີສາ​ມາດ​ພິ​ຊິດ​ໃຈ​ປະ​ຊາ​ຊົນ​ໄດ້​ງ່າຍກວ່າ. ຄັນ​ຊັ້ນ, ການ​ອົບ​ຮົມ​ບົ່ມ​ສອນ​ຈິດ​ໃຈ​ປະ​ຊາ​ຊົນຈະ​ສອນ​ຫຍັງ​ແດ່? ​ນັ້ນ​ກໍ​ຄື​ອົບ​ຮົມ​ບົ່ມ​ສອນ​ຈິດ​ໃຈ​ປະ​ຊາ​ຊົນ​ໃຫ້​ມີ​ຄຸນ​ທາດ​ຄຸນ​ສົມ​ບັດ,ສອນ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເມດ​ຕາ,ໃຫ້​ຮັບ​ຮູ້​ກຽດ​ສະ​ຫງ່າ​ແລະ​ຄວາມ​ອັບ​ອາຍ, ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຊື່​ສັດ, ມີ​ຄວາມ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ ແລະ​ ​ຮູ້ຈະ​ລິ​ຍະ​ທຳ.  ​ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ:

 

“ການ​ສ້າງ​ຄຸນ​ສົມ​ບັດ, ​ຄວນ​ຕັ້ງ​ອຸ​ດົມ​ການ​ທີ່​ສູງ​ສົ່ງ​ກວ້າງ​ໄກ ຍັງ​ຄວນ​​ປະ​ຕິ​ບັດ​ໃຫ້​ຕິດ​ແທດ​ກັບສະ​ພາບ​ຄວາມ​ເປັນ​ຈິງ, ຄວນ​ຕັ້ງ​ອຸ​ດົມ​ການ​ທີ່​ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ​ແລະ​ຮັບ​ໃຊ້​ປະ​ຊາ​ຊົນ, ນີ້​ຄື ຄຸນ​ສົມ​ບັດ​ທີ່​ຍິ່ງ​ໃຫຍ່, ສ້າງ​ຄຸນ​ສົມ​ບັດ​ທີ່​ຍິ່ງ​ໃຫຍ່​ຈິ່ງ​ຈະ​ສາ​ມາດ​ສ້າງ​ຜົນ​ງານ​ທີ່​ຍິ່ງ​ໃຫຍ່​ໃຫ້​ສຳ​ເລັດ​ໄດ້. ຂະ​ນະ​ດຽວ​ກັນ​ຍັງ​ຕ້ອງ​ເລີ່ມ​ຕົ້ນ​ຈາກ​ການ​ເຮັດ​​​ສິ່ງເລັກນ້ອຍ​ໃຫ້​ດີ​ແລະ​ບໍ​ລິ​ຫານ​ສິ່ງ​ປີ​ຍ່ອຍ​ດ້ານມະ​ລະ​ຍາດ​ໃຫ້​ດີ,  “​ເມື່ອພົບ​ຄວາມ​ດີ​,​ກໍ​ຈະປະ​ຕິ​ບັດ​ໄປ​ນຳ, ເມື່ອ​ມີ​ຄວາມ​ຜິດ​ກໍ​ຈະ​ແກ້​ທັນ​ທີ” ສ້າງ​ຄຸນ​ສົມ​ບັດທາງ​ສັງ​ຄົມ ​ແລະ​​ຄຸນ​ສົມ​ບັດຕົນ​ເອງຢ່າງໜັກ​ແໜ້ນ, ຮຽນ​ຮູ້​ການ​ອອກ​ແຮງ​ງານ, ຮຽນ​ຮູ້​ຄວາມ​ດຸ​ໝັ່ນ ​ແລະ​​ການປະ​ຢັດ, ຮຽ​ນ​ຮູ້​ການ​ຮູ້​ບຸນ​ຄຸນ, ຮຽນ​ຮູ້​ການ​ຊ່ວຍ​ເຫຼືອ​ຜູ້​ອື່ນ,ຮຽນ​ຮູ້​ຄວາມຄ່ຽ​ມ​ຄົມ​ອ່ອນ​ນ້ອມຖ່ອມ​ຕົວ,ຮຽນ​ຮູ້​ຄວາມ​ໂອບ​ອ້ອມ​ອາ​ລີ,ຮຽ​ນ​ຮູ້​ການ​ສຳຫຼວດ​ຕົນ​ເອງ, ແລະ​ເຂັ້ມ​ງວດ​ຕໍ່​ຕົວ​ເອງ.

 

ດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ ​ປັດ​ຈຸ​ບັນ,ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ, ເມື່ອ​ໄດ້​ພັດ​ທະ​ນາ​ຄື​ແນວ​ນີ້ແລ້ວ, ​ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ຢູ່​ບົນ​ເວ​ທີ​ສາ​ກົນ​ຕ້ອງ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບຫຼາຍກວ່າ​ເກົ່າ, ດັ່ງ​ນັ້ນ, ການ​ອົບ​ຮົມ​ບົ່ມ​ສອນ​ຈິດ​ໃຈ​ປະ​ຊາ​ຊົນ​ເປັນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ​ຍິ່ງ​ຂຶ້ນ. ໃນ​ທຸກ​ມື້​ນີ້, ການ​ທີ່ອີງ​ໃສ່​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ, ການ​ອົບ​ຮົມ​ບົ່ມ​ສອນ​ແລະ​ປະ​ຕິ​ບັດ​ຕາມຄ່າ​ນິ​ຍົມ​ແກນ​ກາງ​​ສັງ​ຄົມ​ນິ​ຍົມ ​ເຊິ່ງເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ອົບ​ຮົມ​ບົ່ມ​ສອນ​ຈິດ​ໃຈ​ປະ​ຊາ​ຊົນ​ໃຫ້​ມີ​ຄຸນ​ສົມ​ບັດ​ໃນ​ຍຸກ​ໃໝ່.

 

图片默认标题_fororder_3b

 

图片默认标题_fororder_3a

ທ່ານ​ສີ​ຈິ້ນ​ຜິງກ່າວ​ໃນ​ໂອ​ກາດ​ພົບ​ປະ​ໂອ້​ລົມ​ກັບ​ນັກ​ສຶກ​ສາ​ແລະ​ຄູ​ອາ​ຈານມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ເມື່ອ​ວັນ​ທີ 4 ພຶດ​ສະ​ພາ​ປີ2014

 

ຄຳ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງກ່າວ​ໃນ​ໂອ​ກາດ​ພົບ​ປະ​ໂອ້​ລົມ​ກັບ​ນັກ​ສຶກ​ສາ​ແລະ​ຄູ​ອາ​ຈານມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ ເມື່ອ​ວັນ​ທີ 4 ພຶດ​ສະ​ພາ​ປີ2014. ໃນ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ເອົາ​ສຳ​ນວນ​ອະ​ມະ​ຕະ​ໃນ​ຕຳ​ລາ​ບູ​ຮານ​ຈີນ ຄືຄຳ​ວ່າ “ຈ້ຽນ​ຊ້ານ​ເຈີ​ຊຽນ ໂຢ​ໂກວ​ເຈີ​ກາຍ”​ ແປ​ວ່າ: “​ເມື່ອພົບ​ຄວາມ​ດີ​,​ກໍ​ຈະປະ​ຕິ​ບັດ​ໄປ​ນຳ, ເມື່ອ​ມີ​ຄວາມ​ຜິດ​ກໍ​ຈະ​ແກ້​ທັນ​ທີ” ຄຳ​ນີ້​ໄດ້​ບັນ​ທຶກ​ໄວ້​ໃນ​ ປຶ້ມ “ໂຈ່ວ​ຢີ້” ເຊິ່ງ​ໄດ້​ຄັດ​ຈາກ​ຄຳ​ເດີມ​ທີ່​ວ່າ  “ຈຸ່ນ​ຈື​ຢີ ຈ້ຽນ​ຊ້ານ​ເຈີ​ຊຽນ ໂຢ​ໂກວ​ເຈີ​ກາຍ” ແປ​ວ່າ “ຜູ້​ທີ່​ມີ​ຄຸນ​ສົມ​ບັດ ​ເມື່ອພົບ​ຄວາມ​ດີ​,​ກໍ​ຈະປະ​ຕິ​ບັດ​ໄປ​ນຳ, ເມື່ອ​ມີ​ຄວາມ​ຜິດ​ກໍ​ຈະ​ແກ້​ທັນ​ທີ”, ​ນີ້​ໄດ້​ໝາຍ​ເຖິງ​ເຫດ​ຜົນ​ຂອງ​ການ​ສ້າງ​ຄຸ​ນ​ສົມ​ບັດ​ໃຫ້​ຕົນ​ເອງ, ຄື ຄົນ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈິ່ງ​ຈະ​ເປັນ​ຄົນ​ທີ່​ດີກວ່າ​ເກົ່າ. ເວົ້າ​ໃນ​​ທຸກ​ມື້​ນີ້ກໍ​ຄື ເຮັດ​ແນວ​ໃດ​ຈິ່ງ​ຈະ​ເປັນ​ພົນ​ລະ​ເມືອງ​ທີ່​ດີ? ສິ່ງ​ທີ່​ຄວນ​ເຮັດ​ກໍ​ຄື ເມື່ອ​ເຮົາ​ສັງ​ເກດ​ເຫັນ​ວ່າ ຕົນ​ເອງ​ດ້ອຍກວ່າ​ຜູ້​ອື່ນ​​ຢູ່ບ່ອນ​ໃດ​ແລະ​ບ່ອນ​ໃດ​ທີ່​ຜູ້​ອື່ນ​ເດັ່ນ​ກວ່າ​ເຮົາ, ເຮົາ​ກໍ​ຄວນ​ຮ່ຳ​ຮຽນ​ນຳເຂົາ ໂດຍ​ພະ​ຍາ​ຍາມ​ຫຍັບ​ມໍ່​ເຂົ້າ​ໃກ້​ສິ່ງ​ທີ່​ດີກວ່າ​ນັ້ນ​ໃຫ້ຫຼາຍ​ຂຶ້ນ, ນັ້ນ​ກໍ​ຄື “ຈ້ຽນ​ຊ້ານ​ເຈີ​ຊຽນ”  ແປ​ວ່າ ​ເມື່ອພົບ​ຄວາມ​ດີ​,​ກໍ​ຈະປະ​ຕິ​ບັດ​ໄປ​ນຳ. ອີກ​ຢ່າງ, ເມື່ອ​ເຮົາ​ສັງ​ເກດ​ເຫັນ​ວ່າ ມີ​ສິ່ງ​ໃດ​ທີ່​ເຮົາ​ເຮັດ​ຜິດ, ມີ​ສິ່ງ​ໃດ​ທີ່​ເຮັດ​ບໍ່​ໄດ້​ດີເທົ່າ​ທີ່ຄວນ, ເຮົາ​ຄວນ​ເຮັດ​ແນວ​ໃດ? ເຮົາ​ກໍ​ຕ້ອງ​ດັດ​ແປງ​ແນ່ນອນ, ບໍ່​ຄວນ​ຢ້ານ​ການ​ດັດ​ແປງ​ຄວາມ​ຜິດ ຄື​ດັ່ງ​ຄຳ​ທີ່​ວ່າ “ຈ້ຽນ​ຊ້ານ​ເຈີ​ຊຽນ ໂຢ​ໂກວ​ເຈີ​ກາຍ”​ແປ​ວ່າ: “​ເມື່ອພົບ​ຄວາມ​ດີ​,​ກໍ​ຈະປະ​ຕິ​ບັດ​ໄປ​ນຳ, ເມື່ອ​ມີ​ຄວາມ​ຜິດ​ກໍ​ຈະ​ແກ້​ທັນ​ທີ” ເມື່ອ​ເຮັດ​ແນວ​ນັ້ນ​ຈິ່ງ​ຈະ​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ຈິ່ງ​ຈະ​ສາ​ມາດ​ເປັນຜູ້​ທີ່​ມີ​ຄຸນ​ສົມ​ບັດ. ຄັນ​ເວົ້າ​ສະ​ເພາະ​ປັດ​ຈຸ​ບັນ​ກໍ​ແມ່ນ ເມື່ອ​ເຮັດ​ແນວ​ນັ້ນ​ເຮົາ​ຈິ່ງ​ສາ​ມາດ​ກາຍ​ເປັນ​ພົນ​ລະ​ເມືອງ​ທີ່​ໄດ້​ມາດ​ຕະ​ຖານ​ແລະ​ເປັນ​ພົນ​ລະ​ເມືອງ​ທີ່​ດີກວ່າ​ເກົ່າ.

 

ສະຫຼຸບ​ແລ້ວ, ຄຳ​ວ່າ “ຈ້ຽນ​ຊ້ານ​ເຈີ​ຊຽນ ໂຢ​ໂກວ​ເຈີ​ກາຍ”​ ຍັງ​ສາ​ມາດ​ອະ​ທິ​ບາຍ​ໃຫ້​ເປັນ​ຄວາມ​ໝາຍ 3 ດ້ານ ຄື

 

ໜຶ່ງ: ພວກ​ເຮົາ​ຕ້ອງ​ຍຶດ​ຖື​ຈິດ​ໃຈ​ທີ່​ສະ​ແຫວງ​ຫາ​ຄວາມ​ກ້າວ​ໜ້າ​ແລະ​ບໍ່ຄວນພໍ​ໃຈ​ນຳ​ຕົວ​ເອງຕະຫຼອດ​ໄປ. ບໍ່​ວ່າ​ຈະ​ເປັນ “ຈ້ຽນ​ຊ້ານ​ເຈີ​ຊຽນ”,​ເມື່ອພົບ​ຄວາມ​ດີ​,​ກໍ​ຈະປະ​ຕິ​ບັດ​ໄປ​ນຳ,ກໍ​ຄື  “ໂຢ​ໂກວ​ເຈີ​ກາຍ”​ ເມື່ອ​ມີ​ຄວາມ​ຜິດ​ກໍ​ຈະ​ແກ້​ທັນ​ທີ” ລ້ວນ​ແຕ່​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ມີ​ຄວາມ​ກ້າວ​ໜ້າ,ເຮົາ​ຕ້ອງ​ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ດີກວ່າ​ເກົ່າ,ຈົບ​ງາມກວ່າ​ເກົ່າ.

 

ຄວາມ​ໝາຍ ອັນ​ທີສອງ ຄື ທຸກໆ​ຄົນ​ຕ້ອງ​ຝຶກ​ຝົນ​ຕົນ​ເອງ​ດ້ວຍ​ຄວາມ​ມາ​ນະ​ອົດ​ທົນ​ເພື່ອ​ສຳຫຼວດ​ຕົນ​ເອງ, ປັດ​ຊະ​ຍາ​ຂົງ​ຈື​ສົ່ງ​ເສີມ​ໃຫ້ “ອູ​ຢື້​ຊ່ານ​ສິ້ງ​ອູ​ເຊີນ” ແປ​ວ່າ ແຕ່​ລະ​ມື້​ເຮົາ​ໄດ້​ສຳຫຼວດ​ຕົນ​ເອງຫຼາຍ​ເທື່ອ, ໃນ​ນີ້ ຄຳ​ວ່າ “​ສິ້ງ” ກໍ​ໝາຍ​ຄວາມ​ວ່າ ສຳຫຼວດກວດ​ກາ​ຕົນ​ເອງ. ເມື່ອ​ເຮົາ​ສຳຫຼວດ​ຕົນ​ເອງ​ຢູ່​ສະ​ເໝີ​ຈິ່ງ​ຈະ​ມີ​ຄວາມ​ກ້າວ​ໜ້າ​ໄດ້​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຄວາມ​ໝາຍ​ອັນ​ທີ 3 ກໍ​ຄື: “ຈ້ຽນ​ຊ້ານ​ເຈີ​ຊຽນ”,ໝາຍ​ຄວາມ​ວ່າ ເມື່ອ​ເຮົາ​ສັງ​ເກດ​ເຫັນ​ຄົນ​ທີ່​ດີກວ່າ​ເຮົາຫຼື​ສິ່ງ​ທີ່​ດີກວ່າ, ເຮົາ​ຄວນ​ຄົ້ນ​ຄຶດ​ວ່າ ຕ້ອງປະ​ຕິ​ບັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ໄດ້​ແບບ​ທີ່​ເຮົາເຫັນ​ຜູ້​ອື່ນ​ທີ່​ມີ​ທັງ​ຄວາມ​​ຮູ້​ຄວາມສາ​ມາດ​ແລະ​ມີ​ຄຸນ​ສົມ​ບັດ,ກໍ​ຖື​ເພິ່ນ​ເປັນ​ແບບ​ຢ່າງ​ໃນ​ການ​ຮ່ຳ​ຮຽນ​ໃຫ້​ທ່ວງ​ທັນ​ເພິ່ນ. ສະ​ນັ້ນ,ພວກ​ເຮົາ​ສາ​ມາດ​ສັງ​ເກດ​ເຫັນ​ວ່າ  ​ບັນ​ດານັກ​ຮຽນ​ຮູ້​ປັນ​ຊາ​ຊົນ​ທີ່​ດີ​ເດັ່ນ​ທີ່​ສຸດ​ໃນ​ສະ​ໄໝ​ບູ​ຮານ​ຈີນ​ນັ້ນ, ເຂົາ​ເຈົ້າ​ສາ​ມາດ​ຮ່ຳ​ຮຽນ​ຈາກ​ການ​ອ່ານ​ໜັງ​ສື​ໂດຍ​ເຊື່ອມ​ຊຶມ​ເອົາ​ຄວາມ​ຮູ້​ເຂົ້າ​ໃນ​ກະ​ດູກ​ແລະ​ສາຍ​ເລືອດ​ຂອງ​ຕົນ​ໄດ້ ແລະ​ສາ​ມາດ​ນຳ​​ເອົາ​ຄວາມ​ຮູ້ເຫດ​ຜົນ​ທີ່​ຕົນ​ຮຽນ​ມາ​ຈາກ​ປຶ້ມ​ນັ້ນ​ນຳ​ໃຊ້​ໃນ​ການ​ປ​ະ​ພຶດ​ຕົວ​ຈິງ ທັງ​ສົ່ງ​ຜົນ​ສະ​ທ້ອນ​ທີ່​ດີ​ໃຫ້​ແກ່​ສັງ​ຄົມ. ເຂົາ​ເຈົ້າ​ຊ່າງ​ສຳຫຼວດ​ຕົນ​ເອງ​ທີ່​ສຸດ​,ກ້າ​ດັດ​ແປງ​ຄວາມ​ຜິດ​ຂອງ​ຕົນ, ສາ​ມາດ​ນຳ​ເອົາ​ຄວາມ​ຮູ້​ທິດ​ສະ​ດີ​ປະ​ສົມ​ປະ​ສານ​​ເຂົ້າ​ໃນການ​ປະ​ພຶດ​ຕົວ​ຈິງ ເພື່ອ​ຝຶກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ສັງ​ຄົມ​ທຸກ​ມື້​ນີ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ດ້ານ​ວັດ​ຖຸ​ແລະ​ດ້ານ​ຄວາມ​ຮູ້, ພວກ​ເຮົາ​​ຄວນພາກ​ພູມ​ໃຈ​ທີ່​​ສາ​ມາດ​​ລື່ນຄົນ​ບູ​ຮານ​ຢ່າງຫຼວງຫຼາຍ ເພາະ​ວ່າ ໃນ​ດ້ານ​ເຫຼົ່າ​ນີ້​ພວກ​ເຮົາ​ເກັ່ງ​ກວ່າ​ຄົນ​ບູ​ຮານຫຼາຍ. ແຕ່​ວ່າ​ໃນ​ດ້ານ​ຈິດ​ໃຈ, ທິດ​ທາງ​ທີ່​ຄົນ​ບູ​ຮານ​ຊີ້ບອກ​ໃຫ້​ມີ​ຄວາມ​ກ້າວ​ໜ້າ​ເຫຼົ່າ​ນີ້ແມ່ນ​ຄວນຖອດ​ຖອນ​ເປັນ​ບົດ​ຮຽ​ນ ທັງ​ເປັນ​ບົດ​ຮຽນ​ທີ່​ບໍ່​ມີ​ເທື່ອ​ໃດ​ວ່າ​ຈະ​ຫຼ້າຫຼັງ​ຍຸກ​ສະ​ໄໝ​.

 

ຖ້າ​ວ່າ​ພວກ​ເຮົາ​ຊ່າງ​ສຳຫຼວດ​ຕົນ​ເອງ​ແລະ​ກ້າ​ດັດ​ແປງ​ຄວາມ​ຜິດ, ພວກ​ເຮົາ​ກໍ​ຈະ​ກາຍ​ເປັນ​ຄົນ​ທີ່​ມີ​ຄຸນ​ສົມ​ບັດ.ຄົນ​ເຮົາ​ປາ​ຖະ​ໜາແລະ​ສະ​ແຫວງ​ຫາ​ຊີ​ວິດ​ທີ່​ດີ​ງາມ​ແລະ​ຊີ​ວິດ​ທີ່​ມີ​ຄຸນ​ສົມ​ບັດ​ນັ້ນ​ບໍ່​ວ່າ​ໃນ​ສະ​ໄໝ​ບູ​ຮານ​ກໍ​ຄື​ໃນ​ທຸກ​ມື້​ນີ້ ມັນ​ເປັນ​ເອ​ກະ​ພາບ​ກັນ.ກໍ​ຄື​ດັ່ງ​ຄຳ​ບູ​ຮານ​ກ່າວວ່າ: ຄຸນ​ສຸມ​ບັດ​ບໍ່​ໄດ້​ໄກ​ຈາກ​ຄົນ​ເຮົາ, ຫາກ​ເປັນ​ຄົນ​ທີ່​ມີ​ຄຸນ​ສົມ​ບັດ​ແລ້ວ​ແນ່ນອນ​ຕ້ອງ​ມີ​ຄົນ​​​ທີ່​ມີ​ອຸ​ດົມ​ການ​ດຽວ​ກັນ​​ເຂົ້າ​ມາໃກ້ເປັນ​ໝູ່.

 

ຈີນໃນ​​ປັດ​ຈຸ​ບັນ, ການ​ອົບ​ຮົມ​ບົ່ມ​ສອນ​ຈິດ​ໃຈ​ປະ​ຊາ​ຊົນ​ກໍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ໂດດ​ເດັ່ນ​ໃນ​ການ​ອົບ​ຮົມ​ບົ່ມ​ສອນ​ແລະ​ການ​ປະ​ຕິ​ບັດ​ຕາມ ຄ່າ​ນິ​ຍົມ​ແກນ​ກາງ​​ສັງ​ຄົມ​ນິ​ຍົມ: ຮັ່ງ​ມີ​ເຂັ້ມ​ແຂງ、​ປະ​ຊາ​ທິ​ປະ​ໄຕ、​ສີ​ວິ​ໄລ、​ກົມ​ກຽວ​ປອງດອງ,​ເສ​ລີ​ພາບ、​ສະ​ເໝີ​ພາບ、​ຍຸ​ຕິ​ທຳ、​ລະ​ບຽບ​ກົດ​ໝາຍ,​ຮັກ​ຊາດ、​ຈັນ​ຍາ​ບັນ、​ ​ຊື່​ສັດ、​​ເປັນ​ມິດ.

 

图片默认标题_fororder_3e

 

图片默认标题_fororder_3d

 

图片默认标题_fororder_3c

ກ່ອນ​ວັນ​ເດັກ​ນ້ອຍ​ສາ​ກົນ 1 ມິ​ຖຸ​ນາ 2014 ໃກ້​ຈະ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ປະ​ຖົມ​ຊົ​ນ​ເຜົ່າ​ເມືອງ​ໄຮ​ຕ້ຽນ​ນະ​ຄອນຫຼວງ​ປັກ​ກິ່ງ​

 

ກ່ອນ​ວັນ​ເດັກ​ນ້ອຍ​ສາ​ກົນ 1 ມິ​ຖຸ​ນາ 2014 ໃກ້​ຈະ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ປະ​ຖົມ​ຊົ​ນ​ເຜົ່າ​ເມືອງ​ໄຮ​ຕ້ຽນ​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ໄດ້​ໂອ້​ລົມ​ແລະ​ແລກ​ປ່ຽນ​ກັບ​ຄູ​ແລະ​ນັກ​ຮຽນ​ກ່ຽວ​ກັບ​ການ​ອົ​ບ​ຮົມ​ບົ່ມ​ສອນ​ແລະ​ປະ​ຕິ​ບັດ​ຕາມ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ​ມາ​ແຕ່​ນ້ອຍ​ຢ່າງ​ຕັ້ງ​ໜ້າ. ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ສີ​​ຈິ້ນ​ຜິງ​ໄດ້​ສະ​ເໜີ​ວ່າ ຢາກ​ອົບ​ຮົມ​ບົ່ມ​ສອນ​ແລະ​ປະ​ຕິ​ບັດ​ຕາມ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ ກໍ​ຕ້ອງ​ຈົດ​ຈຳ​ຄຳ​ວ່າ “ຈື່​ຈຳ​ຄວາມ​ຮຽກ​ຮ້ອງ,ຕັ້ງ​ແບບ​ຢ່າງ​ໃນ​ໃຈ,ເຮັດ​ມາ​ແຕ່​ນ້ອຍ​ແລະ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ.” ສຸດ​ທ້າຍ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ວ່າ: ການ​ບົ່ມ​ສ້າງ​ຄຸນ​ສົມ​ບັດ​ນ້ອຍ​ສາ​ມາດ​ສ້າງ​ຕົວ​ໃຫ້​ເປັນ​ຄົນ​ທີ່​ມີ​ຄຸນ​ສົມ​ບັດ​ໃຫຍ່, ຄວນ​ຈາ​ລຶກ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ​ໄວ້​ໃນ​ໃຈ​ຢ່າງ​ໜັກ​ແໜ້ນ​ເພື່ອ​ຫວ່ານ​ແນວ​​ພັນແຫ່ງ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ​ຢູ່​ໃນ​ໃຈ​ຂອງ​ນັກ​ຮຽນ​ເພື່ອ​ໃຫ້​ເກີດ​ຮາກ,ແຕກດອກ​ອອກ​ຜົນ.

 

ຄຳ​ວ່າ ຄຸນ​ສົມ​ບັດ ມັນ​ມີ​ຄຸນ​ສົມ​ບັດໃຫຍ່​ແລະ​​ຄຸນ​ສົມ​ບັດນ້ອງ, ສ່ວນ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ​ກໍ​ເປັນ​ຄຸນ​ສົມ​ບັດ​ຢ່າງ​ໜຶ່ງ ເຊິ່ງ​ເປັນ​ຄຸນ​ສົມ​ບັດ​ຂອງ​ຕົນ​ເອງ ທັງ​ເປັນ​ຄຸ​ນ​ສົມ​ບັດ​ທາງ​ສັງ​ຄົມ​ແລະ​ສິນ​ທຳຂອງ​ຊາດ. ເວົ້າ​ສຳ​ລັບ​ປະ​ເທດ​ໜຶ່ງຫຼື​ຊົນ​ຊາດ​ໜຶ່ງ​ແລ້ວ, ພະ​ລັງ​ແຮງ​ທີ່​ຍືນ​ຍົງ​ທີ່​ສຸດ,ກວ້າງ​ຂວາງ​ທີ່​ສຸດ​ແລະ​ເລິກ​ເຊິ່ງ​ທີ່​ສຸດ​ໄດ້​ແກ່​ຄ່າ​ນິ​ຍົມ​ແກນ​ກາງ​ທີ່​ທົ່ວ​ປວງ​ຊົນ​ຍອມ​ຮັບ,ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຮ່ວມ​ກັນ.

 

ຄຳ​ເຫັນ

0