ຈີນມີຄຳບູຮານທີ່ວ່າ: ເວີຍເຈີ້ງຈື່ຕ້າວຢີຊຸ້ນມີນຊິນເວີຍເປີນ, ແປວ່າ ເຫດຜົນໃນການບໍລິຫານບ້ານເມືອງ ສຳຄັນທີ່ສຸດແມ່ນເອົາໃຈໃສ່ຕໍ່ຄວາມມຸ້ງມາດປາຖະໜາຂອງປະຊາຊົນ. ໝາຍຄວາມວ່າ: ຢາກໄດ້ການອູ້ມຊູແລະການສະໜັບສະໜູນຈາກປະຊາຊົນ ກໍຕ້ອງໄດ້ຮັບຄວາມເຫຼືອມໃສສັດທາຈາກປະຊາຊົນຢ່າງເດັດຂາດ.ຄວາມເຫຼືອມໃສສັດທາຂອງປະຊາຊົນເປັນສິ່ງສຳຄັນທີ່ໃຫຍ່ທີ່ສຸດ ຂອງການເມືອງ. ຄວາມເຫຼື້ອມໃສສັດທາຂອງປະຊາຊົນເປັນປັດໄຈຕັດສິນຊີ້ຂາດຄວາມເປັນຄວາມຕາຍແລະຍືນຍົງຄົງຕົວຂອງພັກກຳອຳນາດ.
ທ່ານສີຈິ້ນຜິງມີທັດສະນະ ກ່ຽວກັບຄວາມເຫຼື້ອມໃສສັດທາຂອງປະຊາຊົນວ່າ:
“ນ້ຳສາມາດເດີນເຮືອໄດ້ ແລະກໍສາມາດເຮັດໃຫ້ເຮືອຫຼົ້ມໄດ້” ພວກເຮົາຕ້ອງຈື່ຈຳເຫດຜົນນີ້ໃຫ້ດີ,ເວລາໃດກໍບໍ່ຄວນຫຼົງລືມຢ່າງເດັດຂາດ. ປະຊາຊົນູຄືຟ້າ,ປະຊາຊົນຄືແຜ່ນດິນ. ເມື່ອລືມປະຊາຊົນກໍຖືວ່າເປັນການຫ່າງເຫີນຈາກປະຊາຊົນ, ພວກເຮົາກໍຈະກາຍເປັນນ້ຳທີ່ບໍ່ມີແຫຼ່ງກຳເນີດ, ເປັນໄມ້ທີ່ບໍ່ມີຮາກເຫງົາ, ກໍຈະບໍ່ສາມາດປະສົບຜົນສຳເລັດໄດ້ຈັກຢ່າງ. ພວກເຮົາຕ້ອງຍຶດໝັ້ນແນວທາງປະຊາຊົນຂອງພັກ, ຮັກສາສາຍພົວພັນແບບກາຍອິນຊີລະຫວ່າງພັກກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຮັບເອົາການຕຳໜິຕິຕຽນແລະການຕິດຕາມກວດກາຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ. ຫ່ວງໃຍຄວາມທຸກສຸກຂອງປະຊາຊົນຢູ່ສະເໝີ,ຄົ້ນຄິດນະໂຍບາຍເພື່ອສ້າງຄວາມຮັ່ງມີໃຫ້ປະຊາຊົນຢູ່ສະເໝີ. ເຮັດໃຫ້ພັກເຮົາໄດ້ຮັບຄວາມໄວ້ເນື້ອເຊື່ອໃຈແລະການອູ້ມຊູຈາກປະຊາຊົນຕະຫຼອດໄປ, ເຮັດໃຫ້ພາລະກິດຂອງພວກເຮົາມີພະລັງແຮງຊຸກດັນທີ່ບໍ່ເຫືອດແຫ້ງຈັກເທື່ອ.
ພິທີສະເຫຼີມສະຫຼອງໄຊຊະນະແຫ່ງການເດີນທັບທາງໄກຂອງກອງທັບແດງຄົບຮອບ 80 ປີ ທີ່ຈັດຂຶ້ນໃນວັນທີ 21 ຕຸລາ 2016
ຄວາມເວົ້າຂອງທ່ານສີຈິ້ນຜິງທີ່ກ່າວໃນພິທີສະເຫຼີມສະຫຼອງໄຊຊະນະແຫ່ງການເດີນທັບທາງໄກຂອງກອງທັບແດງຄົບຮອບ 80 ປີ ທີ່ຈັດຂຶ້ນໃນວັນທີ 21 ຕຸລາ 2016. ການເດີນທັບຂອງກອງທັບແດງສາມາດຍາດໄດ້ໄຊຊະນະຢ່າງຍິ່ງໃຫຍ່ກໍເປັນຍ້ອນອາໄສປະຊາຊົນ; ທຸກມື້ນີ້,ຈີນກຳລັງກ້າວເດີນບົນເສັ້ນທາງເດີນທັບທາງໄກຍຸກໃໝ່ເພື່ອສ້າງສາພັດທະນາປະເທດຊາດນັ້ນ ກໍຍັງຕ້ອງອາໄສປະຊາຊົນຄືເກົ່າ ເພາະວ່າ ພື້ນຖານແມ່ນຢູ່ນຳປະຊາຊົນ, ພະລັງແຮງແມ່ນຢູ່ນຳປະຊາຊົນ, ປະເທດຊາດຈະມີຄວາມຈະເລີນຫຼືຊຸດໂຊມກໍຊີ້ຂາດຢູ່ນຳປະຊາຊົນທັງນັ້ນ.
ໃນຄຳເວົ້າຂອງທ່ານສີຈິ້ນຜິງວັກດັ່ງກ່າວ, ເພິ່ນໄດ້ຍົກເອົາຄຳບູຮານຄຳໜຶ່ງມາກ່າວໃນການປະກອບຄຳເຫັນຄື : “ນ້ຳສາມາດເດີນເຮືອໄດ້ ແລະກໍສາມາດເຮັດໃຫ້ເຮືອຫຼົ້ມໄດ້” ຄຳນີ້ໄດ້ປາກົດຕົວເປັນຄັ້ງທຳອິດໃນຕຳລາບູຮານຈີນທີ່ຊື່ວ່າ “ສຸນຈື ວາງຈື້”ທີ່ຮຽບຮຽງໂດຍ ຊຸນຈື ນັກວັນນະຄະດີແລະນັກການເມືອງທີ່ມີຊື່ສຽງໃນທ້າຍສະໄໝຈ້ານກົກ(ກ່ອນຄສ ປີ313-ກ່ອນຄສປີ 238), ເຊິ່ງຄຳນີ້ ໝາຍຄວາມວ່າ: ກະສັດກໍປຽບເໝືອນ ເຮືອ, ປະຊາຊົນປຽບເໝືອນນ້ຳ, ນ້ຳສາມາດຮອງຮັບເຮືອ ແຕ່ກໍສາມາດເຮັດໃຫ້ເຮືອຫຼົ້ມໄດ້ເຊັ່ນກັນ.
ຄວາມຈິງແລ້ວ, ສຸນຈື ປຽບທຽບເອົາການພົວພັນລະຫວ່າງກະສັດກັບປະຊາຊົນເປັນການພົວພັນລະຫວ່າງນ້ຳກັບເຮືອນັ້ນກໍໄດ້ສ່ອງແສງໃຫ້ເຫັນແນວຄິດທີ່ຖືປະຊາຊົນເປັນຫຼັກ, ຄື ປະຊາຊົນມີຄວາມສຳຄັນຫຼາຍ. ປະຊາຊົນເປັນພື້ນຖານແຫ່ງການປົກຄອງຂອງຊາດໜຶ່ງ, ເຊິ່ງການປຽບທຽບດັ່ງກ່າວກໍມີຊີວິດຊີວາຫຼາຍແລະເຮັດໃຫ້ເຂົ້າໃຈໄດ້ງ່າຍ. ໃນຂະບວນການສັບປ່ຽນກັນຂອງລາຊະວົງຕ່າງໆໃນປະຫວັດສາດຈີນ, ຂໍຍົກຕົວຢ່າງໜຶ່ງໃຫ້ເຂົ້າໃຈວ່າ: ນ້ຳຈະບັນຮອງຮັບແລະເຮັດໃຫ້ເຮືອຫຼົ້ມໄດ້ຄືແນວໃດ?ຕົວຢ່າງ: ໃນສະໄໝລາຊະວົງສຸຍ (ປີຄສ 581——ປີຄສ 618)ໃນສະໄໝທີ່ເຈົ້າຊີວິດສຸຍຢາງຄອງອຳນາດ, ເຈົ້າຊີວິດອົງນີ້ໄດ້ສຸມໃສ່ການບຸກເບີກຂະຫຍາຍອານາເຂດ ໂດຍໄດ້ກໍ່ສົງຄາມຫຼາຍຄັ້ງ, ໄດ້ບັງຄັບເກນທະຫານ,ແຮງງານແລະທຸ້ມເທຊັບສິນຢ່າງຫຼວງຫຼາຍ ເຊິ່ງສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນຢ່າງໜັກໜ່ວງ. ໃນເວລານັ້ນ, ຄວາມຄຽດແຄ້ນໂມໂຫຂອງປະຊາຊົນປຽບເໝືອນນ້ຳທ້ອນໂຮມກັນເທື່ອລະຢອດຈົນກາຍເປັນຟອງນ້ຳໃຫຍ່, ໃນທີ່ສຸດ,ຟ້ອງນ້ຳໃຫຍ່ແຫ່ງຄວາມຄຽດແຄ້ນໂມໂຫດັ່ງກ່າວໄດ້ໂຄ່ນລົ້ມອຳນາດຂອງລາຊະວົງສຸຍໃຫ້ພັງທະລາຍລົງ.
ພາຍຫຼັງລາຊະວົງສຸຍດັບສູນແລ້ວ, ລາຊະວົງຖັງ (ປີຄສ 618-ປີຄສ907)ໄດ້ສ້າງຕັ້ງຂຶ້ນ. ພາຍຫຼັງເຈົ້າຈັກກະພັດຖັງທ້າຍຈົ່ງຂຶ້ນຄອງລາຊະບັນລັງແລ້ວ, ເນື່ອງຈາກໄດ້ເຫັນກັບຕາກັບຂະບວນການຄວາມຈະເລີນແລະການດັບສູນຂອງລາຊະວົງສຸຍ ກໍຄືຂະບວນການ ສົງຄາມຊາວກະສິກອນທີ່ໂຄ່ນລົ້ມອຳນາດລາຊະວົງສຸຍ ໂດຍສາມາດຮັບຮູ້ເຖິງຄວາມສຳຄັນຂອງຊົນຊັ້ນຊາວກະສິກອນທີ່ມີຕໍ່ຄວາມໝັ້ນຄົງດ້ານການປົກຄອງຂອງລະບອບລາຊະທິປະໄຕ, ສະນັ້ນ, ເຈົ້າຈັກກະພັດຖັງທ້າຍຈົ່ງຈິ່ງອີງໃສ່ປະຫວັດສາດຂອງເຈົ້າຊີວິດສຸຍຢາງເປັນບົດຮຽນດ້ານລົບມາເຕືອນໃຈຕົນເອງກໍຄືຂຸນນາງທັງຫຼາຍຢູ່ສະເໝີ. ເພື່ອສະຫຼຸບບົດຮຽນດ້ານລົບຈາກການຖືກດັບສູນຂອງລາຊະວົງສຸຍ, ດັດແກ້ຂໍ້ບົກຜ່ອງດ້ານການປົກຄອງຂອງລາຊະວົງສຸຍ ແລະປັບປຸງນະໂຍບາຍການປົກຄອງຂອງລາຊະວົງຕົນ ໂດຍປະຕິບັດການປະຢັດມັດທະຍັດຢ່າງເຂັ້ມງວດໃນທົ່ວປະເທດ,ຮຳບາດແຜສົງຄາມໂດຍຫຼຸດຜ່ອນການເກນເອົາກຳລັງຄົນອອກແຮງງານແລະຫຼຸດຜ່ອນການເກັບສ່ວຍສາອາກອນ ເພື່ອໃຫ້ປະຊາຊົນມີເວລາທຳມາຫາກິນຢ່າງສະຫງົບແລະຟື້ນຟູການຜະລິດ, ເພື່ອຜ່ອນຄາຍຄວາມຂັດແຍ່ງລະຫວ່າງຊົນຊັ້ນ,ເຮັດໃຫ້ສັງຄົມມີສະຖຽນລະພາບແລະຄວາມເປັນລະບຽບຮຽບຮ້ອຍ ທັງຟື້ນຟູເສດຖະກິດ.
ໃນໄລຍະການປົກຄອງຂອງເຈົ້າຈັກກະພັດຖັງທ້າຍຈົ່ງ ຄືແຕ່ປີຄສ 626ຫາປີຄສ 649, ເຊິ່ງເອີ້ນວ່າ ລາຊະການ “ເຈິ່ນກ່ວນ”ສະໄໝນັ້ນ, ທົ່ວສັງຄົມປະກົດມີຄວາມສະຫງົບສັນຕິປອງດອງກົມກຽວ. ຕາມປຶ້ມປະຫວັດສາດບັນທຶກໄວ້ວ່າ: ລາຊະວົງຖັງໃນເວລານັ້ນ, ການເດີນທາງມີຄວາມປອດໄພດີ, ຢູ່ຕາມທາງບໍ່ມີປະກົດການລັດປຸ້ນຈີ້ຊິງຊັບ. ໃນຄຸກສ່ວນຫຼາຍເປົ່າຫວ່າງ,ບໍ່ມີນັກໂທດ, ບໍ່ມີຄົນກະທຳຜິດກົດໝາຍ. ຢູ່ຕາມທົ່ງນາທົ່ງຫຍ້າເຕັມໄປດ້ວຍງົວ,ຄວາຍ, ແກະ,ແບ້. ເວລາປະຊາຊົນອອກຈາກເຮືອນໄປບໍ່ຈຳເປັນຕ້ອງປິດປະຕູ. ເນື່ອງຈາກວ່າ ຊາວກະສິກອນໄດ້ຮັບຜົນເກັບກ່ຽວອຸດົມສົມບູນເປັນຫຼາຍປີລຽນຕິດ, ສະບຽງອາຫານໃນຕະຫຼາດຂາຍດ້ວຍລາຄາຖືກທີ່ສຸດ. ຕອນອອກເຮືອນເດີນທາງໄກຢູ່ນອກ, ບໍ່ຈຳເປັນຕ້ອງຖືສະບຽງອາຫານໄປນຳ, ເພາະສາມາດຊື້ອາຫານຕາມກາງທາງໄດ້ຢ່າງສະບາຍ. ສ່ວນຜູ້ສັນຈອນ,ຜູ້ເດີນທາງເມື່ອຍ່າງຜ່ານບ້ານໃດບ້ານໜຶ່ງ, ແນ່ນອນຊາວບ້ານກໍຈະຕ້ອນຮັບເປັນຢ່າງດີ, ຕອນລາໄປຍັງມອບອາຫານ ແຫ້ງໃຫ້ຕື່ມອີກຊ້ຳ. ນີ້ຄືໄລຍະຈະເລີນຮຸ່ງເຮືອງຂອງລາຊະວົງຖັງທີ່ຖືກເອີ້ນວ່າ ຍຸກຄຳຂອງລັດຊະການເຈິ່ນກ່ວນ.
ຄວາມຈິງແລ້ວ, ຖ້າເບິ່ງຈາກກຳລັງແຮງສັງລວມຂອງຊາດແລ້ວ, ລາຊະວົງຖັງບໍ່ໄດ້ເຂັ້ມແຂງເປັນພິເສດດອກ, ເຊິ່ງບໍ່ໄດ້ເຂັ້ມແຂງທໍ່ທ້າຍສະໄໝລາຊະວົງສຸຍ. ແຕ່ວ່າ ໃນສະໄໝ ຍຸກຄຳຂອງລັດຊະການເຈິ່ນກ່ວນ ເປັນສະໄໝທີ່ກົມກຽວປອງດອງ,ສະຫງົບປອດໄພແລະດີງາມ. ໃນສະໄໝນັ້ນ, ປະຊາຊົນກໍປຽບເໝືອນນ້ຳທະເລທີ່ສະຫງົບຢູ່ໃຕ້ທ້ອງຟ້າສີຄາມ ເຊິ່ງໄດ້ຮອງຮັບເຮືອໃຫຍ່ຄືລາຊະວົງຖັງເດີນໄປທາງໜ້າ. ດັ່ງຄຳບູຮານທີ່ພວກເຮົາເວົ້າມື້ກີ້ວ່າ “ນ້ຳສາມາດເດີນເຮືອໄດ້ ແລະກໍສາມາດເຮັດໃຫ້ເຮືອຫຼົ້ມໄດ້” ປະຊາຊົນຄົນໜຶ່ງສອງຄົນມີກຳລັງແຮງນ້ອຍໆ. ແຕ່ເມື່ອເຂົາເຈົ້າເຕົ້ມໂຮມສາມັກຄີເຂົ້າກັນແລ້ວກໍຈະກາຍເປັນກຳລັງແຮງທີ່ສາມາດຕັດສິນຊີ້ຂາດຄວາມຈະເລີນຫຼືຄວາມຊຸດໂຊມ,ຄວາມຍືນຍົງໂຄງຕົວຂອງປະເທດໄດ້.
ດັ່ງຄຳບູຮານຈີນທີ່ວ່າ “ນ້ຳສາມາດເດີນເຮືອໄດ້ ແລະກໍສາມາດເຮັດໃຫ້ເຮືອຫຼົ້ມໄດ້”,ໃນເມື່ອພະລັງແຮງຂອງນ້ຳໃຫຍ່ຫຼວງປານນີ້, ຜູ້ປົກຄອງບໍລິຫານບ້ານເມືອງກໍຄວນຮູ້ນຳໃຊ້ພະລັງແຮງແນວນີ້, ຄວນປະຕິບັດນະໂຍບາຍບໍລິຫານຕາມຄວາມເມດຕາ.
ເວົ້າສຳລັບຈີນໃນທຸກມື້ນີ້, ຈຸດປະສົງພື້ນຖານຂອງພັກກອມມູນິດຈີນຄືຮັບໃຊ້ປະຊາຊົນຢ່າງສຸດໃຈ, ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີງາມ, ຄວນຊຳນານໃນການແກ້ໄຂຄວາມອຶດອັ້ນຕັນໃຈຂອງປະຊາຊົນ, ຊຳນານໃນການສະແຫວງຫາຜົນປະໂຫຍດໃຫ້ແກ່ປະຊາຊົນ. ມີພຽງແຕ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງເທົ່ານັ້ນ, ລັດຈິ່ງຈະໄດ້ຮັບຄວາມເຫຼື້ອມໃສສັດທາຈາກປະຊາຊົນໄດ້. ດ້ວຍເຫດນີ້, ທ່ານສີຈິ້ນຜິງຈິ່ງຊີ້ອອກວ່າ: ຖືເອົາການເພີ່ມຄວາມສົມບູນພູນສຸກຂອງປະຊາຊົນ ແລະຊຸກຍູ້ສົ່ງເສີມການພັດທະນາຮອບດ້ານຂອງປະຊາຊົນເປັນຈຸດເລີ່ມຕົ້ນແລະຈຸດໝາຍໃນການພັດທະນາ. ໝາຍຄວາມວ່າ: ຕ້ອງພິຊິດໃຈປະຊາຊົນແລະໄດ້ຮັບຄວາມເຫຼື້ອມໃສສັດທາຈາກປະຊາຊົນດ້ວຍການອຸທິດທີ່ຈິງໃຈແລະການກະທຳຕົວຈິງ. ການທີ່ປະຊາຊົນໃຫ້ການຍອມຮັບເປັນການຍ້ອງຍໍທີ່ສູງທີ່ສຸດ, ຄວາມເຊື່ອໝັ້ນຂອງປະຊາຊົນເປັນການສະໜັບສະໜູນທີ່ໃຫຍ່ທີ່ສຸດ.
ຄຳເຫັນ
0