吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີແສງແຫ່ງຍຸກ

2020-02-07 16:21:10 cri

 

ໃນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອມາ​ແຕ່​ສະ​ໄໝ​ບູ​ຮານໂດຍ​ສະ​ເພາະ​ແມ່ນ​ໃນ​ວັດ​ທະ​ນະ​ທຳ​ປັດ​ຊະ​ຍາ​ຂົງ​ຈືໄດ້​ເນັ້ນ​ ຄຳ​ວ່າ “ ເຢີນ” ແປ​ວ່າ “ເມດ​ຕາ” ຕະຫຼອດ​ມາ. ​ຄຳ​ວ່າ  “ ເຢີນ” ຫຼື “ເມດ​ຕາ” ​ກໍ​ໝາຍ​ເຖິງ ຮັກ​ຄົນ, ​ສະ​ນັ້ນ ຈຶ່ງ​ສາ​ມາດສະຫຼຸບ​ຄວາມ​ໝາຍ​ວ່າ ຜູ້​ປົກ​ຄອງ​ຮັກ​ແພງ​ເອົາ​ໃຈ​ໃສ່​ປະ​ຊາ​ຊົນ ກໍ​ຄື​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ສາຍ​ພົວ​ພັນ​ກົມ​ກຽວ​ປອງດອງ​ລະ​ຫວ່າງ​ຄົນ​ກັບ​ຄົນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ມະ​ນຸດ. ດ້ວຍ​ເຫດ​ນີ້, ໃນ​ເວ​ລາ​ດົນ​ນານ​ 2 000 ກວ່າ​ປີ​ຜ່ານ​ມາ, ແນວ​ຄິດ “ເມດ​ຕາ” ແລະ​ແນວ​ຄິດ​ການ​ປົກ​ຄອງ​ດ້ວຍ​ຄວາມ​ເມດ​ຕາໃນ​ວັດ​ທະ​ນະ​ທຳ​ປັດ​ຊະ​ຍາ​ຂົງ​ຈື ໄດ້​ກາຍ​ເປັນ​ປັດ​ໄຈ​ທີ່​ດີ​ເດັ່ນ​ໃນ​ວັດ​ທະ​ນະ​ທຳ​ການ​ເມືອງ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ.

 

ຈົນ​ມາ​ເຖິງ​ປັດ​ຈຸ​ບັນ, ໃນ​ແນວ​ຄິດ​ບໍ​ລິ​ຫານ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ສຳ​ລັບ​ແນວ​ຄິດ​ການ​ປົກ​ຄອງ​ດ້ວຍ​ຄວາມ​ເມດ​ຕາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຈີນ​ນັ້ນ ກໍ​ໄດ້​ມີ​ການ​ຫັນ​ປ່ຽນ​ແລະ​ຂະ​ຫຍາຍ​ຕົວ​ຢ່າງ​ມີ​ການ​ປະ​ດິດ​ສ້າງຫຼາຍ​ຢ່າງ. ສະ​ນັ້ນ, ຫົວ​ຂໍ້​ຂອງ​ລາຍ​ການ​ພາກ​ນີ້​ຈະ​ປິ່ນ​ອ້ອມກັບ​ຄຳ​ວ່າ “ການ​ປົກ​ຄອງ​ດ້ວຍ​ຄວາມ​ເມດ​ຕາ”

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ຕ່າງໆ, ຜ່ານ​ຈາກ​ການ​ເຊື່ອມ​ຊຶມ​ບົດ​ປາ​ໄສ​ສຳ​ຄັນ​ຕ່າງ​ໆ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໂດຍ​ປະ​ສານ​ສົມ​ທົບ​ກັບ​ວັດ​ທະ​ນະ​ທຳ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຈີນ,ສາ​ມາດ​ສະຫຼຸບ​ໄດ້​ຂໍ້​ຄິດ 3 ຂໍ້​ຄື

ໜຶ່ງ: ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ

ສອງ: ​ອົບ​ຮົມ​ບົ່ມ​ສອນ​ຈິດໃຈ​ປະ​ຊາ​ຊົນ

ສາມ: ໄດ້​ຮັບ​ຄວາມ​ເຫຼືອມ​ໃສ​ສັດ​ທາ​​ຈາກ​ປະ​ຊາ​ຊົນກ່ຽວ​ກັບ​ບັນ​ຫາ​ທີ​ໜຶ່ງ ຄື ການ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

 

ອຸ​ດົມ​ການ​ແຕ່​ຫົວ​ທີ​ແລະ​ພາ​ລະ​ກຳ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ກໍ​ຄື​ສະ​ແຫວງ​ຫາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ, ສະ​ແຫວງ​ຫາ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ແລະ​ມີ​ຄວາມ​ສຸກ. ແນ່ນອນ​ແລ້ວ, ການ​ທີ່​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ແລະ​ມີ​ຄວາມ​ຜາ​ສຸກ​ນັ້ນ ເດັດ​ຂາດ​ຈະ​ບໍ່​ເປັນ​ຄຳ​ເວົ້າ​ລ້າໆ, ແຕ່​ຄວນ​ສະ​ແດງ​ໃຫ້​ເຫັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຕົວ​ຈິງ​ທີ່​ປະ​ຊາ​ຊົນ​ສົນ​ໃຈ​ທີ່​ສຸດ ແລະ​ສະ​ແດງ​ໃຫ້​ເຫັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ການ,ນະ​ໂຍ​ບາຍ,ກົດ​ໝາຍ​ກົດ​ລະ​ບຽບ​ໃຫ້​ເປັນ​ຮູບ​ປະ​ທຳແລະ​ໃຫ້​ມີ​ປະ​ສິດ​ທິ​ຜົນ. ເວົ້າ​ລວມ​ແລ້ວ​ກໍ​ຄື​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຢ່າງຫຼວງຫຼາຍ​ຍິ່ງໆ​ຂຶ້ນ, ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​ໄດ້​ຮັບ​ຜົນ​ປະ​ໂຫຍດ,ຮູ້​ສຶກ​ມີ​ຄວາມ​ຜາ​ສຸກ​ ແລະ​ຮູ້​ສຶກມີ​ຄວາມ​ປອດ​ໄພ ຫຼາຍ​ຂຶ້ນກວ່າ​ເກົ່າ. ຄັນ​ຊັ້ນ, ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,ມາ​ຟັງ​ຄວາມ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ນຳ​ກັນ​ເລີຍ.

 

“​ການບໍ​ລິ​ຫານ​ບ້ານ​ເມືອງ​ມີຫຼັກ​ການ, ສິ່ງ​ສຳ​ຄັນ​ທີ່​ສຸດ​ຄື​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ.ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ ມັນ​ບໍ່​ແມ່ນ​ນິ​ຍາມ​ທີ່​ເປັນນາມ​ມະ​ທຳ​​ແລະ​ເລິກ​ລັບ​,ເຂົ້າ​ໃຈ​ຍາກ. ບໍ່​ຄວນ​ເວົ້າແຕ່​ປາກ​ລ້າໆແລະ​ຢຸດ​ຈຶ້ງ​ຢູ່​ແຕ່​​ດ້ານແນວ​ຄິດ​ເທົ່າ​ນັ້ນ, ແຕ່​ຄວນ​ສະ​ແດງ​ໃຫ້​ເຫັນ​ໃນ​ທຸກ​ຂອດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ຕ້ອງ​ຍຶດ​ໝັ້ນ​ຖາ​ນະ​ຕົ້ນ​ຕໍ​ຂອງ​ປະ​ຊ​າ​ຊົນ”, ຕອບ​ສະ​ໜອງກັບ​ຄວາມ​ມຸ້ງ​​ຫວັງຂອງ​ປະ​ຊາ​ຊົນຕໍ່​ຊີ​ວິດ​ທີ່​ດີ​ງາມ. ບັນ​ລຸ​ເປົ້າ​ໝາຍເພື່ອ​ໃຫ້​ປະ​ຊາ​ຊົນ​ອັນ​ໄພ​ສານ​ທີ່​ສຸດ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ ທັງ​ປົກ​ປັກ​ຮັກ​ສາ​ແລະ​ເສີມ​ຂະ​ຫຍາຍ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ເຂົາ​ເຈົ້າ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້​ຢ່າງ​ບໍ່​ຢຸດ​ຢັ້ງ ຕ້ອງບັນ​ລຸ​ເປົ້າ​ໝາຍ​ ​ການ​ພັດ​ທະ​ນາ​ເພື່ອ​ປະ​ຊາ​ຊົນ, ການ​ພັດ​ທະ​ນາ​ແມ່ນ​ອາ​ໄສ​ປະ​ຊາ​ຊົນ​ແລະ​ໃຫ້​ປະ​ຊາ​ຊົນ​ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ນັ້ນ​ໃຫ້ໄດ້​ຢ່າງ​ສຳ​ເລັດ​ຜົນ.

 

​ທີ່​ຟັງ​ມາ​ນັ້ນ ແມ່ນ​ຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ກ່າວ​ໃນ​ການ​ສຳ​ມະ​ນາ​ພາຍ​​ໃຕ້​ຫົວ​ຂໍ້​ເຊື່ອມ​ຊຶມ​ແລະ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 5 ສະ​ໄ​ໝ​ທີ 18 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສຳ​ລັບ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ແຂວງ​ແລະ​ກະ​ຊວງ​ເມື່ອ​ວັນ​ທີ 18 ມັງ​ກອນ 2016.

 

图片默认标题_fororder_1

 

图片默认标题_fororder_1b

ທ່ານ​ສີ​ຈິ້ນ​ຜິງ​​ກ່າວ​ໃນ​ການ​ສຳ​ມະ​ນາ​ພາຍ​​ໃຕ້​ຫົວ​ຂໍ້​ເຊື່ອມ​ຊຶມ​ແລະ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 5 ສະ​ໄ​ໝ​ທີ 18 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສຳ​ລັບ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ແຂວງ​ແລະ​ກະ​ຊວງ​ເມື່ອ​ວັນ​ທີ 18 ມັງ​ກອນ 2016

 

ໃນ​ຄວາມ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ເອົາ​ສຳ​ນວນ​ອະ​ມະ​ຕະ​ໃນ​ຕຳ​ລາ​ບູ​ຮານ​ຂອງ​ຈີນ​ຄື “ຈື້​ໂກວ​ໂຢ​ສາງ, ເອີ​ລີ້​ມິນ​ເວີຍ​ເປີນ”​ຄຳ​ນີ້​ບັນ​ທຶກ​ໄວ້​ໃນ​ປຶ້ມ  “ຮ​ວາຍ​ນານ​ຈື ຮັ້ນ​ລຸນ​ຊຸ້ນ” ທີ່​ຮຽບ​ຮຽງ​ແລະ​ປະ​ດິດ​ຄິດ​ແຕ່ງ​ໂດຍ ລິວ​ອ່ານ ​ນັກ​ວັນ​ນະ​ຄະ​ດີ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຮັ້ນ​ຕາ​ເວັນ​ຕົກ (ກ່ອນ​ຄ​ສ ປີ202—​ຄ​ສ​ປີ 8) ເຊິ່ງ​ປະ​ໂຫຍກ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ວ່າ : ການບໍ​ລິ​ຫານ​ບ້ານ​ເມືອງ​ມີຫຼັກ​ການ, ສິ່ງ​ສຳ​ຄັນ​ທີ່​ສຸດ​ຄື​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ. ເປັນ​ປະ​ໂຫຍດ​ຕໍ່​ປະ​ຊາ​ຊົນ ກໍ​ໝາຍ​ຄວາມ​ວ່າ ຕ້ອງ​ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ.

 

ຕົວ​ຢ່າງ​ເຊັ່ນ: ປຶ້ມ “ສື​ຈີ່”​ແປ​ວ່າ “ບັນ​ທຶກ​ປະ​ຫວັດ​ສາດ” ແລະ​ປຶ້ມ  “ຈ້ານ​ໂກວເຊີ້” ແປ​ວ່າ ຍຸ​ທະ​ວິ​ທີ​ຈ້ານ​ກົກ ​ເຊິ່ງ​ໄດ້​ປະ​ດິດ​ຄິດ​ແຕ່ງ​ຂຶ້ນ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຮັ້ນ​ຕາ​ເວັນ​ຕົກ, ເມື່ອ​ກ່າວ​ເຖິງເລື່ອງ​ລາວ​ຂອງ​ເຈົ້າ​ຊີ​ວິດ​ອູ​ລິງ ຂອງ​ແຄວ້ນ​ຈ້າວ​ທີ່​ນຳ​ເຂົ້າ​ຊຸດ​ຕ່າງ​ເຜົ່າ​ແລະ​ເຕັກ​ນິກການ​ຍິງ​ທະ​ນູ,​ຂີ່​ມ້າ ເຂົ້າ​ສູ່​ແຄວ້ນ​ຕົນ​ນັ້ນ​ກໍ​ໄດ້​ນຳ​ໃຊ້​ປະ​ໂຫຍກ​ດັ່ງ​ກ່າວ​ຄື  “ຈື້​ໂກວ​ໂຢ​ສາງ, ເອີ​ລີ້​ມິນ​ເວີຍ​ເປີນ, ເຈີ້ງ​ຈ້ຽວ​ໂຢວ​ຈິ່ງ ເອີ ລິ້ງ​ສິງ​ເວີຍ​ຊາງ ”ແປ​ວ່າ ການບໍ​ລິ​ຫານ​ບ້ານ​ເມືອງ​ມີຫຼັກ​ການ, ສິ່ງ​ສຳ​ຄັນ​ທີ່​ສຸດ​ຄື​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ. ການ​ອົບ​ຮົມ​ບົ່ມ​ສອນ​ຈິດໃຈດ້ານ​ການ​ເມືອງ​ທີ່​ມີ​ຫຼັກ​ການ, ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຄຳ​ສັ່ງ​ຂອງ​ລັດ​ໄດ້​ຮັບ​ການ​ປະ​ຕິ​ບັດ. ເລື່ອງ​ລາວ​ນີ້​ມັນ​ເປັນ​ແນວ​ນີ້: ​ໃນ​ແຄວ້ນ​ຕ່າງໆ​ຂອງ​ຈີນ​ໃນ​ສະ​ໄໝ​ນັ້ນ, ແຄວ້ນ​ຈ້າວ ເປັນ​ແຄວ້ນ​ໜຶ່ງ​ທີ່​ຢູ່​​ຕິດກັບ​ພາກ​ເໜືອ, ຢູ່​ພາກ​ເໜືອ​ກໍ​ໝາ​ຍ​ຄວາມ​ວ່າ ປະ​ຊາ​ຊົນ​ແຄວ້ນ​ນີ້​ໄດ້ດຳ​ລົງ​ຊີ​ວິດ​ແບບ​ສະຫຼັບ​ຊັບ​ຊ້ອນ​ກັບ​ຊົນ​ເຜົ່າ​ລ້ຽງ​ສັດ​ແບບ​ເຄື່ອນ​ທີ່​ຕາມ​ທົ່ງ​ຫຍ້າ. ເຜົ່າ​ລ້ຽງ​ສັດ​ແບບ​ເຄື່ອນ​ທີ່​ແມ່ນ​ຊົນ​ເຜົ່າ​​ທີ່​ມີ​ຄວາມ​ຊຳ​ນານ​ໃນ​ການຂີ່​ມ້າ, ສະ​ນັ້ນ, ກອງ​ທັບ​ຂອງ​ເຂົາ​ເຈົ້າ​ຈິ່ງ​ເຄື່ອນ​ໄຫວ​ໄດ້​​ດ້ວຍໄຫວ​ພິບ​ວ່ອງ​ໄວ​ທີ່​ສຸດ. ສະ​ນັ້ນ, ໃນ​ເວ​ລາ​ທີ່​ປະ​ຊາ​ຊົນ​ແຄວ້ນ​ຈ້າວ​ດຳ​ລົງ​ຊີ​ວິດ​ແບບ​ອາ​ໄສ​ຢູ່​ຢ່າງ​ສະຫຼັບ​ຊັບ​ຊ້ອນ​ກັບ​ເຜົ່າ​ລ້ຽງ​ສັດ​ແບບ​ເຄື່ອນ​ທີ່​ນັ້ນ​ກໍ​ເສຍ​ປຽບ​ເລື້ອຍໆ. ພາຍ​ຫຼັງ​ປະ​ສົບ​ກັບ​ຄວາມ​ປະ​ລາ​ໄຊ​ເລື້ອຍ​ໆ​ໃນ​ການ​ຕໍ່​ສູ້​ກັບ​ເຜົ່າ​ລ້ຽງ​ສັດ​ແບບ​ເຄື່ອນ​ທີ່​ແລ້ວ, ເຈົ້າ​ຊີ​ວິດ​ອູ​ລິງ​ແຄວ້ນ​ຈ້າວ​ກໍ​ເລີຍ​ຕັດ​ສິນ​ໃຈ​ນຳ​ເຂົ້າ​ເຕັກ​ນິກ​ຂີ່​ມ້າ​ແລະ​ເຕັກ​ນິກ​ຍິງ​ທະ​ນູ​ເພື່ອ​ກໍ່​ສ້າງກອງ​ທະ​ຫານ​ມ້າ​ຂອງ​​ຕົນ.

 

​ໃນ​ນີ້ ຄຳ​ວ່າ​ນຳ​ເຂົ້າ​ເຕັກ​ນິກ​ການ​ຂີ່​ມ້າ​ແລະ​ຍິງ​ທະ​ນູ ກໍ​ໝາຍ​ຄວາມ​ວ່າ ທະ​ຫານ​ຂອງ​ແຄວ້ນ​ຈ້າວ​ຕ້ອງ​ຮຽນ​ຂີ່​ມ້າ. ເວົ້າ​ເລື່ອງ​ຂີ່​ມ້າ​ຄັນ​ຢູ່​ໃນ​ປັດ​ຈຸ​ບັນ​ຄື​ວ່າ​ເປັນ​ເລື່ອງ​ງ່າຍ​ທີ່​ສຸດ. ແຕ່​ວ່າ​ໃນ​ສະ​ໄໝ​ນັ້ນ,ມັນ​ເປັນ​ເຕັກ​ນິກ​ສຳ​ຄັນ​ທີ່​ສຸດ​ທີ່​ຕ້ອງ​ນຳ​ເຂົ້າ​ແທ້ໆ.

 

ເມື່ອ​ນຳ​ເຂົ້າ​ເຕັກ​ນິກ​ຂີ່​ມ້າ​ແລ້ວ, ກໍ​ໝາຍ​ຄວາມ​ວ່າ ຊຸດ​ທະ​ຫານ​ມ້າ​ກໍ​ຕ້ອງ​ປ່ຽນ​ໝົດ. ເວົ້າ​ສຳ​ລັບຊົນ​ເຜົ່າ​ທີ່​ຢູ່​ພາກ​ກາງ​ຈີນ​ແລ້ວ, ມັນ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ບໍ່​ວ່າ​ໃນ​ດ້ານ​ວັດ​ທະ​ນະ​ທຳ​ກໍ​ຄື​ດ້ານ​ຈິດ​ໃຈ.

 

ແຕ່​ວ່າ ​ເຈົ້າ​ຊີ​ວິດ​ອູ​ລິງ​ຄິດ​ແລ້ວ​ຄິດ​ອີກ ໃນ​ທີ່​ສຸດ​ກໍ​ໄດ້​ຕັດ​ສິນ​ໃຈ​ໂດຍ​ຄຳ​ນຶງວ່າ “​ການບໍ​ລິ​ຫານ​ບ້ານ​ເມືອງ​ມີຫຼັກ​ການ, ສິ່ງ​ສຳ​ຄັນ​ທີ່​ສຸດ​ຄື​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ.” ໃນເມື່ອ​​​ການ​ນຳ​ເຂົ້າຊຸດ​ຕ່າງ​ເຜົ່າ​ແລະ​ວິ​ທີ​ການ​ຂີ່​ມ້າ,ຍິງ​ທະ​ນູ ເປັນ​ສິ່ງ​ທີ່​ສາ​ມາດ​ປົກ​ປ້ອງ​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແຄວ້ນ​ຈ້າວ​, ມັນ​ເປັນ​ສິ່ງ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ປະ​ຊາ​ຊົນ, ຄັນ​ຊັ້ນ ​ເຖິງ​ຈະ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາ​ນາ​ກໍ​ຕາມ​ກໍ​ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້. ຈາກ​ນີ້, ຂະ​ບວນ​ການ​ນຸ່ງ​ຊຸດ​ຕ່າງ​ເຜົ່າ​ແລະຮຽນ​ເຕັກ​ນິກ​ຂີ່​ມ້າ​ແລະ​ຍິງ​ທະ​ນູ​ ທີ່​ລິ​ເລີ່ມ​ສົ່ງ​ເສີມ​ໂດຍ​ເຈົ້າ​ຊີ​ວິດ​ອູ​ລິງ​ຈິ່ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ຂະ​ບວດ​ຟົດ​ຟື້ນ​ໃນ​ທົ່ວ​ແຄວ້ນ​ຈ້າວ ເຊິ່ງ​ເຮັດ​ໃຫ້​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ແຄວ້ນ​ຈ້າວ​ຂະ​ຫຍາຍ​ຕົວແລະ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

 

“​ການບໍ​ລິ​ຫານ​ບ້ານ​ເມືອງ​ມີຫຼັກ​ການ, ສິ່ງ​ສຳ​ຄັນ​ທີ່​ສຸດ​ຄື​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ.” ເປັນ​ເຫດ​ຜົນ​ທີ່​ງ່າຍ​ທີ່​ສຸດ. ແຕ່​ເມື່ອ​ເບິ່ງ​ໃນ​ດ້ານປະ​ຫວັດ​ສາດ​ແລ້ວ, ​ຢາກ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ຢ່າງ​ແທ້​ຈິງ​ນັ້ນ​ຫາກ​ບໍ່​ແມ່ນ​ເລື່ອງ​ງ່າຍ. ຄື​ດັ່ງ​ທີ່​ພວກ​ເຮົາ​ໄດ້​ເລົ່າ​ເລື່ອງ​ໃນ​ມື້​ກີ້​ຫັ້ນ​ລະ, ຢາກ​ໃຫ້​ທະ​ຫານ​ມ້າ​ຮຽນ​ຮູ້​ການ​ສູ້​ຮົບ​ເທິງຫຼັງ​ມ້າ​ມັນ​ເປັນ​ສິ່ງ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ປະ​ຊາ​ຊົນ​ແທ້. ແຕ່​ວ່າ ການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ສະ​ໄໝ​ນັ້ນ​ພັດ​ຕ້ອງ​ປະ​ສົບ​ຄວາມ​ສ່ຽງ​ແນ່ນອນ. ເວົ້າ​ຮອດ​ນີ້​ກໍ​ຄິດ​ພໍ້​ທຸກ​ມື້​ນີ້​ທີ່​ຈີນ​​ປະ​ຕິ​ບັດ​ນະ​ໂຍ​ບາຍລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ, ພວກ​ເຮົາ​ໄດ້​ເວົ້າ​ຕະຫຼອດ​ວ່າ ມັນ​ເປັນ​ການ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ປຽບ​ເໝືອນ​ການຂ້າມ​ແກ້ງ​​ສ່ຽງອັນ​ຕະ​ລາຍ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຢາກ​ເຮັດ​ສິ່ງ​ທີ່​ເປັນ​ປະ​ໂຫຍດ​ແກ່​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ​ນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ແທ້ໆ.

 

ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ວ່າ:  ການ​ເຮັດ​ໃຫ້​ປະ​ຊ​າ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ ເດັດ​ຂາດ​ມັນ​ບໍ່​ແມ່ນ​ຄຳ​ເວົ້າ​ທີ່​ເປັນ​ພຽງ​ຮູບ​ປະ​ທຳ​ເທົ່າ​ນັ້ນ, ແຕ່​ຕ້ອງ​ເຮັດ​ແທ້​ທຳ​ຈິງ​ດ້​ວຍ​ຄວາມ​ມຸ້ງ​ໝັ້ນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຈຶ່ງ​ຈະ​ສຳ​ເລັດ​ຜົນ​ໄດ້.

 

ຄຳ​ເຫັນ

0