ຄວາມໝັ້ນໃຈດ້ານວັດທະນະທຳເປັນກຳລັງແຮງຂັ້ນພື້ນຖານທີ່ໜັກແໜ້ນ ແລະ ຍືນຍົງໃນການພັດທະນາຂອງປະເທດໜຶ່ງ ແລະ ຊົນຊາດໜຶ່ງ, ຈາກນັ້ນ, ຄວາມໝັ້ນໃຈດ້ານວັດທະນະທຳຂອງຈີນກໍມີສ່ວນພົວພັນຢ່າງໃກ້ຊິດກັບວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊາດຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນເຄີຍກ່າວເນັ້ນວ່າ, ໃນຍຸກໃໝ່ຕ້ອງຊຸກຍູ້ສົ່ງເສີມວັດທະນະທຳຈີນໃຫ້ມີການຫັນປ່ຽນ ແລະ ການຂະຫຍາຍຕົວແບບປະດິດສ້າງໃໝ່. ໃນດ້ານນີ້, ທ່ານສີຈິ້ນຜິງເອງໄດ້ເປັນແບບຢ່າງໃນການນຳໜ້າປະຕິບັດຕົວຈິງ. ໃນເວລາກ່າວຄຳເຫັນທີ່ສຳຄັນຫຼາຍເທື່ອ ແລະ ບົດຄວາມຕ່າງໆ, ເຊິ່ງບໍ່ວ່າຈະເປັນບັນຫາສຳຄັນກ່ຽວກັບການປົກຄອງບໍລິຫານປະເທດ, ຫຼືວ່າບັນຍາຍຫຼັກການ ທັດສະນະ ແລະ ຫຼັກໝັ້ນຂອງຈີນໃນເວທີສາກົນ, ຫຼືລົມກັບພະນັກງານ ແລະ ປະຊາຊົນຢູ່ຮາກຖານຢ່າງເປີດອົກເປີດໃຈ, ທ່ານສີຈິ້ນຜິງຈະຍົກເອົາປະໂຫຍກພົ້ນເດັ່ນໃນປື້ມຕຳລາອະມະຕະໃນສະໄໝບູຮານຈີນມາເວົ້າ, ເຊິ່ງບໍ່ພຽງແຕ່ໄດ້ບັນລະຍາຍຢ່າງຈະແຈ້ງ ແລະ ຖືກຕ້ອງກ່ຽວກັບຫົວກະທິຂອງວັດທະນະທຳອັນເປັນມູນເຊື້ອທີ່ສຳຄັນ ແລະ ດີງາມຂອງຊາດຈີນເຫຼົ່ານີ້, ທັງໄດ້ເພີ່ມສີສັນຍຸກໃໝ່, ໂດຍສ່ອງແສງເຖິງລັດສະໝີແຫ່ງແນວຄິດໃນຍຸກໃໝ່. ສຳລັບປະໂຫຍກອະມະຕະເຫຼົ່ານີ້, ປະສົມປະສານກັບຄວາມເວົ້າແບບລຽບງ່າຍໃກ້ຊິດກັບປະຊາຊົນຂອງທ່ານສີຈິ້ນຜິງ, ເຮັດໃຫ້ອັກສອນໃນຕຳລາບູຮານຈີນມີຊີວິດຊີວາເພີ່ມຂຶ້ນ.
ປະຈຸບັນ, ຢູ່ຈີນພວມປະຕິບັດຕາມແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ ເຊິ່ງສະເໜີໂດຍທ່ານສີຈິ້ນຜິງ, ນີ້ສ່ອງແສງໃຫ້ເຫັນເຖິງຄວາມຮັກແພງອັນເລິກເຊິ່ງຂອງທ່ານສີຈິ້ນຜິງຕໍ່ກັບປະຊາຊົນ, ກໍເປັນພື້ນຖານທິດສະດີຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ນັ້ນຢ່າງເຕັມສ່ວນ.
ພາຍໃຕ້ຫົວຂໍ້ລວມທີ່ວ່າ “ເພື່ອປະຊາຊົນ” ນີ້, ທ່ານສີຈິ້ນຜິງເຄີຍມີຄຳເຫັນສຳຄັນຫຍັງແດ່? ໃນຄຳເຫັນເຫຼົ່ານີ້ໄດ້ນຳໃຊ້ປະໂຫຍກໃນຕຳລາອະມະຕະຫຍັງແດ່? ໄດ້ສະແດງໃຫ້ເຫັນຫຼັກການບໍລິຫານປະເທດ ແລະ ຈິດໃຈວັດທະນະທຳຫຍັງແດ່? ທ່ານສີຈິ້ນຜິງໄດ້ປະຕິບັດຕົວຈິງແນວໃດເພື່ອສະແຫວງຫາການສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ?
ປະຈຸບັນ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ກ້າວເຂົ້າສູ່ຍຸກໃໝ່. ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ມີຈຸດພິເສດພົ້ນເດັ່ນຢ່າງໜຶ່ງ, ຄື ຊ່າງຖອດຖອນເອົາພູມປັນຍາ ແລະ ບົດຮຽນທີ່ດີດ້ານການປົກຄອງບໍລິຫານປະເທດຈາກວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊາດຈີນ. ບໍ່ລືມແຫຼ່ງກຳເນີດຈຶ່ງຈະປະດິດສ້າງອະນາຄົດອັນສົດໃສໄດ້, ຊ່າງສືບທອດມູນເຊື້ອອັນດີງາມຈຶ່ງຈະສາມາດປະດິດສ້າງໃໝ່ເປັນຢ່າງດີກວ່າເກົ່າ. ໃນວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຊາດຈີນ, ກໍມີຄຳບັນຍາຍທີ່ໂດດເດັ່ນກ່ຽວກັບ ຫົວຂໍ້“ເພື່ອປະຊາຊົນ” ທ່ານສີຈິ້ນຜິງຮູ້ຈັກດີ ທັງໄດ້ຍົກເອົາມາເວົ້າເລື້ອຍໆ, ສິ່ງສຳຄັນກວ່ານັ້ນຄື ໄດ້ມີການເສີມຂະຫຍາຍຢ່າງມີຫົວຄິດປະດິດສ້າງ.
ຕົວຢ່າງວ່າ, ຄວາມມຸ່ງຫວັງຂອງປະຊາຊົນຕໍ່ຊີວິດການເປັນຢູ່ອັນດີງາມ, ກໍເປັນເປົ້າໝາຍສູ້ຊົນຂອງພວກເຮົາ. ນີ້ຄືຄຳໃຫ້ສຳພາດຕໍ່ສື່ມວນຊົນຈີນ ແລະ ຕ່າງປະເທດເມື່ອທ່ານສີຈິ້ນຜິງຮັບເລືອກຕັ້ງເປັນເຂລາທິການໃຫຍ່ສູນກາງພັກກອມມູນິດຈີນໃນວັນທີ 15 ພະຈິກ ປີ 2012.
ນີ້ຄືຄຳໃຫ້ສຳພາດຕໍ່ສື່ມວນຊົນຈີນ ແລະ ຕ່າງປະເທດເມື່ອທ່ານສີຈິ້ນຜິງຮັບເລືອກຕັ້ງເປັນເຂລາທິການໃຫຍ່ສູນກາງພັກກອມມູນິດຈີນໃນວັນທີ 15 ພະຈິກ ປີ 2012
ໃນບົດລາຍງານກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ, ຄຳວ່າ “ປະຊາຊົນ” ໄດ້ປະກົດຂຶ້ນ 203 ເທື່ອ. ທ່ານສີຈິ້ນຜິງເປັນຫ່ວງນຳປະຊາຊົນຜູ້ທຸກຍາກຢູ່ສະເໝີ, ການເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກເປັນພາລະກິດທີ່ທ່ານຍຶດໝັ້ນປະຕິບັດຢ່າງສະເໝີຕົ້ນສະເໝີປາຍ. ຄຳບັນຍາຍຕ່າງໆກ່ຽວກັບຫົວຂໍ້ “ເພື່ອປະຊາຊົນ” ຂອງທ່ານສີຈິ້ນຜິງ ລວມເຂົ້າກັນແລ້ວກໍເປັນແນວຄິດພັດທະນາທີ່ຖືປະຊາຊົນເປັນໃຈກາງ. ແນວຄິດນີ້ມີເນື້ອໃນອຸດົມສົມບູນ, ຈຸດສຳຄັນມີຫຼາຍດ້ານດັ່ງນີ້, ຄື: ໜຶ່ງ,ຄຳທີ່ວ່າ ເພື່ອປະຊາຊົນ ມີຄວາມໝາຍຫຍັງ? ສອງ, ເປັນຫຍັງຈຶ່ງຕ້ອງ ເພື່ອປະຊາຊົນ? ສາມ, ເຮັດແນວໃດຈຶ່ງສົມກັບຄຳວ່າ “ເພື່ອປະຊາຊົນ”? ຕໍ່ໄປ ມາຟັງຄວາມເຫັນຂອງທ່ານສີຈິ້ນຜິງນຳກັນເລີຍ.
ເຈີ້ງປານຊຽວ ໃນລາຊະວົງຊິ່ງ, ມີຊື່ສຽງໂດ່ງດັງໃນນາມເປັນນັກແຕ້ມ ແລະ ນັກວັນນະຄະດີ, ເປັນເຈົ້າເມືອງຢູ່ເມືອງຟ້ານແຂວງເຮີນານ ແລະ ເມືອງເຫວີຍແຂວງສ່ານຕົ່ງເປັນເວລາຫຼາຍປີ. ລາວໃຫ້ຄວາມສຳຄັນສູງຕໍ່ການພັດທະນາກະສິກຳ ປູກມອນລ້ຽງມ້ອນ, ສະໜັບສະໜູນຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ, ບໍ່ມີເອກະສານຄ້າງຢູ່ເທິງໂຕະ, ບໍ່ມີການກະທຳໃຫ້ສິນບົນ ຫຼື ກິນສິນບົນ,ມີຄວາມປອດໃສຂາວສະອາດ, ໄດ້ຮັບຄວາມເຄົາລົບຮັກ ແລະ ສະໜັບສະໜູນຢ່າງຫຼວງຫຼາຍຈາກປະຊາຊົນ. ລາວເຄີຍແຕ່ງບົດກະວີວ່າ “ນອນຟັງສຽງລົມພັດໄມ້ໄຜ່ຢູ່ສຳນັກງານ, ສົງໄສເປັນສຽງຮ້ອງທຸກຂອງປະຊາຊົນ. ຂຸນນາງເມືອງນ້ອຍໆແບບເຮົາ, ເຖິງຈະເປັນກິ່ງໜຶ່ງໃບດຽວກໍສະເທືອນໝົດໃຈເຮົາ.” ບົດກະວີນີ້ໄດ້ສືບທອດກັນມາ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງຈົນມາເຖິງປັດຈຸບັນ ເຊິ່ງສະແດງໃຫ້ເຫັນເຖິງຈິດໃຈຮັກແພງປະຊາຊົນ.
ທ່ານຜູ້ຟັງ, ທີ່ຟັງມານັ້ນແມ່ນຄວາມເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມຊີວິດການເມືອງປະຊາທິປະໄຕຂອງຄະນະປະຈຳຄະນະພັກເມືອງລານຄາວແຂວງເຮີນານເມື່ອວັນທີ 9 ພຶດສະພາ ປີ 2014. ໃນການປະກອບຄຳເຫັນຄັ້ງນີ້, ທ່ານສີຈິ້ນຜິງໄດ້ຍົກເອົາບົດກະວີບົດໜຶ່ງຂອງເຈີ້ງປານຊຽວໃນລາຊະວົງຊິ່ງ. ເຊິ່ງບົດກະວີນີ້ເປັນບົດໜຶ່ງທີ່ທ່ານສີຈິ້ນຜິງມັກທີ່ສຸດ, ແລະເຄີຍຍົກມາເວົ້າໃນຫຼາຍກາລະໂອກາດ.
ເຈີ້ງປານຊຽວເປັນນັກກະວີ ນັກປາດ ແລະ ນັກແຕ້ມຮູບທີ່ມີຊື່ສຽງໃນສະໄໝລາຊະວົງຊິ່ງ. ບົດກະວີທີ່ທ່ານສີຈິ້ນຜິງຍົກມາເວົ້ານີ້, ແມ່ນເຈີ້ງປານຊຽວແຕ່ງຂຶ້ນໃນເວລາດຳລົງຕຳແໜ່ງເຈົ້າເມືອງເມືອງເວີຍແຂວງສ່ານຕົ່ງ. ຫົວຂໍ້ຂອງບົດກະວີນີ້ເປັນຫົວຂໍ້ຍາວແດ່, ຄື “ເວີຍຊ້ຽນຊູຈົ່ງ ຮວ້າຈູ ເຊີງ ນຽນໂປ ປ່າວຕ້າຈົ່ງເສີງໂຄ້” ໃນພາສາລາວແປວ່າ “ແຕ້ມຮູບໄມ້ໄຜ່ໃນສຳນັກງານເມືອງເວີຍເພື່ອມອບໃຫ້ ລຸງປີປ່າວຄົ້ວຕ້າຈົ່ງເສີງ”.
ເມືອງເວີຍເປັນບ່ອນທີ່ເຈີ້ງປານຊຽວເຮັດວຽກ, ເປັນເມືອງເວີຍຟ່າງແຂວງສ່ານຕົ່ງໃນປະຈຸບັນ. ສຳນັກງານ ກໍຄື ບ່ອນເຮັດວຽກຂອງເຈົ້າເມືອງ. “ແຕ້ມຮູບໄມ້ໄຜ່”, ເພາະວ່າເຈີ້ງປານຊຽວເປັນນັກແຕ້ມທີ່ມີຊື່ສຽງ, ແລະນິຍົມແຕ້ມຮູບໄມ້ໄຜ່, ສະນັ້ນ, ລາວກໍໄດ້ແຕ້ມຮູບ “ລົມພັດໄມ້ໄຜ່”ແຜ່ນໜຶ່ງ, ທັງຂຽນບົດກະວີບົດໜຶ່ງຢູ່ເທິງຮູບແຕ້ມດັ່ງກ່າວ, ເຊິ່ງບົດກະວີແບບນີ້ໃນສະໄໝບູຮານເອີ້ນວ່າ ກະວີປະກອບຮູບແຕ້ມ. ຄຳວ່າ “ໜຽນໂປ” ແປວ່າ “ລຸງປີ” ມີ 2 ຄວາມໝາຍ, ເຊິ່ງຄວາມໝາຍທີ 1ຄື, ລຸ້ນພໍ່ຂອງຄົນທີ່ເສັງໄດ້ໃນການສອບເສັງຄັດເລືອກຂຸນນາງຂອງພະລາຊະສຳນັກໃນປີດຽວກັນ; ຄວາມໝາຍທີ 2 ຄື, ຜູ້ໃຫຍ່ລຸ້ນພໍ່ຂອງຕົນທີ່ເສັງໄດ້ “ຈິ້ນຊື້” ໝາຍເຖິງ: ເປັນລະດັບສູງສຸດໃນການສອບເສັງດັ່ງກ່າວໃນເມື່ອກ່ອນ, ສຳລັບຜູ້ທີ່ເສັງໄດ້ໃນປີດຽວກັນຮ່ວມກັບຜູ້ໃຫຍ່ລຸ້ນພໍ່ນັ້ນ ກໍເອີ້ນເປັນ “ໜຽນໂປ” ເຊັ່ນກັນ. “ປ່າວ” ແມ່ນນາມສະກຸນຂອງຂຸນນາງຜູ້ນີ້, “ຕ້າ” ເປັນຄຳເອີ້ນທີ່ສະແດງຄວາມເຄົາລົບນັບຖື, “ຈົ່ງເສີງ” ເປັນຊື່ຕຳແໜ່ງ,ເປັນຂຸນນາງປະເພດ “ສຸນຟູ” ເທົ່າກັບເຈົ້າແຂວງໃນລາຊະວົງຊິ່ງເທົ່າກັບລະດັບເຈົ້າແຂວງໃນປະຈຸບັນ. ຕົວໜັງສືສຸດທ້າຍ “ໂຄ້” ເປັນຊື່ຂອງລາວ. ສະນັ້ນ, ເຈີ້ງປານຊຽວໄດ້ຂຽນບົດກະວີນີ້ໃຫ້ແກ່ປ່າວໂຄ້. ໃນບົດກະວີຂຽນວ່າ: “ນອນຟັງສຽງລົມພັດໄມ້ໄຜ່ຢູ່ສຳນັກງານ, ສົງໄສເປັນສຽງຮ້ອງທຸກຂອງປະຊາຊົນ”, ໂດຍພັນລະນາວ່າຜູ້ຂຽນພັກຜ່ອນຢູ່ໃນສຳນັກງານອົງການປົກຄອງເມືອງ, ໄດ້ຍິນສຽງທີ່ລົມພັດຕົ້ນໄມ້ໄຜ່, ແຕ່ສົງໄສສຽງນັ້ນແມ່ນສຽງຮ້ອງທຸກຂອງປະຊາຊົນ. ແລະ 2 ປະໂຫຍກສຸດທ້າຍ “ຂຸນນາງເມືອງນ້ອຍໆແບບເຮົາ, ເຖິງຈະເປັນກິ່ງໜຶ່ງໃບດຽວກໍສະເທືອນໝົດໃຈເຮົາ” ເຊິ່ງມີຄວາມໝາຍວ່າ ຕົ້ນໄມ້ໄຜ່ຢູ່ນອກ, ບໍ່ວ່າກິ່ງງ່າໃດ ຫຼື ໃບໄມ້ໃດກໍຕາມ, ລ້ວນແຕ່ກະທົບກະເທືອນຈິດໃຈຂອງເຮົາ.
ໃນເວລາທີ່ເຈີ້ງປານຊຽວຂຽນບົດກະວີນີ້, ຢູ່ເມືອງເວີຍກຳລັງເກີດໄພທຳມະຊາດຢ່າງໜັກໜ່ວງ. ເຮັດແນວໃດຈຶ່ງຈະສາມາດແກ້ໄຂບັນຫາການດຳລົງຊີວິດຂອງຜູ້ປະສົບໄພໃນເວລານັ້ນ? ເພິ່ນໄດ້ສົ່ງເສີມການກໍ່ສ້າງພື້ນຖານໂຄງລ່າງ, ເຮັດໃຫ້ປະຊາຊົນ ແລະ ຜູ້ປະສົບໄພເຂົ້າຮ່ວມວຽກງານການກໍ່ສ້າງ. ຜູ້ໃດໄປເຮັດວຽກ, ກໍຈະເບີກຄ່າແຮງງານໃຫ້ ທັງລ້ຽງເຂົ້າພ້ອມ, ເຊິ່ງໄດ້ແກ້ໄຂບັນຫາເຂົ້າກິນຂອງຜູ້ປະສົບໄພ. ເຈີ້ງປານຊຽວຂຽນບົດກະວີນີ້ ໂດຍສະແດງໃຫ້ເຫັນຈິດໃຈຮັກແພງປະຊາຊົນຢ່າງເລິກເຊິ່ງທີ່ສຸດ.
ຄຳເຫັນ
0