ຄວາມເວົ້າຂອງທ່ານສີຈິ້ນຜິງທີ່ໄດ້ຍົກເອົາສຳນວນອະມະຕະໃນຕຳລາບູຮານຂອງຈີນຄື “ຈື້ໂກວໂຢສາງ, ເອີລີ້ມິນເວີຍເປີນ”ຄຳນີ້ບັນທຶກໄວ້ໃນປຶ້ມ “ຮວາຍນານຈື ຮັ້ນລຸນຊຸ້ນ” ທີ່ຮຽບຮຽງແລະປະດິດຄິດແຕ່ງໂດຍ ລິວອ່ານ ນັກວັນນະຄະດີທີ່ມີຊື່ສຽງໃນສະໄໝລາຊະວົງຮັ້ນຕາເວັນຕົກ (ກ່ອນ ຄສ ປີ 202-ຄສປີ 8) ເຊິ່ງຄຳນີ້ ມີຄວາມໝາຍວ່າ “ການບໍລິຫານບ້ານເມືອງມີຫຼັກການ, ສິ່ງສຳຄັນທີ່ສຸດຄືສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.” ເຖິງວ່າ ສຳນວນດັ່ງກ່າວເປັນປະໂຫຍກສັ້ນໆ, ແຕ່ຄັນຢາກປະຕິບັດໃຫ້ເປັນຮູບປະທຳ ພວກເຮົາຕ້ອງທຳຄວາມພະຍາຍາມຢ່າງຫຼວງຫຼາຍຈິ່ງຈະເຮັດສຳເລັດໄດ້. ເພາະວ່າ ການເວົ້າເປັນພັນເປັນໝື່ນຄຳຫຼືເວົ້າແຕ່ປາກລ້າໆ ບໍ່ທໍ່ເຮັດແທ້ທຳຈິງໃຫ້ ປະຊາຊົນໄດ້ເຫັນຜົນຕົວຈິງ, ມີພຽງແຕ່ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຕົວຈິງຫຼາຍຂຶ້ນກວ່າເກົ່າ,ຈຶ່ງຈະໄດ້ຮັບການອູ້ມຊູສະໜັບສະໜູນຈາກປະຊາຊົນ.
ນອກນີ້ ຍັງມີອີກສຳນວນ ໜຶ່ງຄື “ເຈີ້ງຈ້ຽວໂຢວຈິ່ງ ເອີ ລິ້ງສິງເວີຍຊາງ ”ແປວ່າ ການອົບຮົມບົ່ມສອນຈິດໃຈດ້ານການເມືອງທີ່ມີຫຼັກການ, ສິ່ງສຳຄັນທີ່ສຸດແມ່ນຄຳສັ່ງຂອງລັດໄດ້ຮັບການປະຕິບັດ. ເວົ້າລວມແລ້ວກໍແມ່ນຕ້ອງມີການປະຕິບັດຕົວຈິງ. ແຕ່ໃນຂະນະດຽວກັນກໍໄດ້ເນັ້ນໜັກປະຖົມປັດໄຈອັນໜຶ່ງຄື ກ່ອນທີ່ຈະອອກຄຳສັ່ງທຸກປະການ, ລັດຕ້ອງພິຈາລະນາຢ່າງເຕັມສ່ວນວ່າມັນຕ້ອງເປັນປະໂຫຍດແກ່ປະຊາຊົນ, ທັງຕ້ອງດຳເນີນການສຳຫຼວດຄົ້ນຄວ້າຢ່າງເຕັມທີ່. ທຸກຄຳສັ່ງທີ່ລັດວາງອອກນັ້ນຕ້ອງເປັນຄຳສັ່ງທີ່ສາມາດປະຕິບັດໄດ້ແລະຖືກຕ້ອງຕາມສະພາບຄວາມເປັນຈິງ. ຖ້າວ່າລັດອອກຄຳສັ່ງໃດກໍຈະສາມາດປະຕິບັດຄຳສັ່ງນັ້ນໄດ້, ລັດນີ້ກໍຈະເປັນລັດທີ່ໜ້າເຊື່ອຖືໄດ້.
ຄຳວ່າ “ຈື້ໂກວໂຢສາງ, ເອີລີ້ມິນເວີຍເປີນ” “ການບໍລິຫານບ້ານເມືອງມີຫຼັກການ, ສິ່ງສຳຄັນທີ່ສຸດຄືສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.” ເປັນຄຳສະຫຼຸບຈາກການຖອດຖອນບົດຮຽນແລະສະຕິປັນຍາແຫ່ງການເປັນເຈົ້າໜ້າທີ່ການນຳແລະການບໍລິຫານບ້ານເມືອງຂອງຈີນໃນຫຼາຍພັນປີຜ່ານມາທັງເປັນຫຼັກການສຳຄັນໃນການບໍລິຫານປະເທດຂອງຈີນໃນປັດຈຸບັນ. ພວກເຮົາເຊື່ອໝັ້ນວ່າ ຫົວກະທິຂອງວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງຈີນເຫຼົ່ານີ້ຍັງຄົງມີຄວາມໝາຍສຳຄັນໃນການຖອດຖອນເປັນບົດຮຽນທີ່ດີເພື່ອຊຸກຍູ້ການພັດທະນາຂອງຈີນກໍຄືຂອງໂລກ.
ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ຂີ່ລົດເດີນທາງ 300 ກວ່າກິໂລແມັດໄປເຖິງເມືອງຟູ້ຜິງ ແຂວງເຫີເປີຍ ເພື່ອສຳຫຼວດວຽກງານການພັດທະນາເພື່ອລົບລ້າງຄວາມທຸກຍາກ
ນັບແຕ່ທ່ານສີຈິ້ນຜິງເປັນເຈົ້າໜ້າທີ່ການນຳມາເປັນເວລາຫຼາຍສິບປີຜ່ານມາ, ບັນຫາທີ່ທ່ານທຸ້ມເທເຫື່ອແຮງສະຕິປັນຍາຫຼາຍທີ່ສຸດແລະເອົາໃຈໃສ່ທີ່ສຸດກໍຄືບັນຫາຊີວິການເປັນຢູ່ຂອງປະຊາຊົນ, ສຳລັບຈຸດນີ້, ພວກເຮົາສາມາດເຫັນໄດ້ຈາກເລື່ອງລາວນ້ອຍໆຂອງທ່ານສີຈິ້ນຜິງ. ຕົວຢ່າງເຊັ່ນ: ວັນທີ 29 ທັນວາ ປີ 2012 ເຊິ່ງຫ່າງຈາກບຸນປີໃໝ່ສາກົນ 2013 ຍັງເຫຼືອອີກ 2 ວັນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ຂີ່ລົດເດີນທາງ 300 ກວ່າກິໂລແມັດໄປເຖິງເມືອງຟູ້ຜິງ ແຂວງເຫີເປີຍ ເພື່ອສຳຫຼວດວຽກງານການພັດທະນາເພື່ອລົບລ້າງຄວາມທຸກຍາກ, ທ່ານສີຈິ້ນຜິງໄດ້ຟັງການລາຍງານວຽກງານຂອງແກນນຳຂອງເມືອງ,ນະຄອນແລະແຂວງດັ່ງກ່າວໃນຄືນ ທີ່ເດີນທາງເຖິງນັ້ນ. ເຊົ້າຕໍ່ມາ, ທ່ານສີຈິ້ນຜິງກໍໄດ້ແຂ່ງອາກາດໜາວຈັດເດີນທາງໄປບ້ານທຸກຍາກຫຼາຍບ້ານເພື່ອຢ້ຽມຢາມປະຊາຊົນຜູ້ທຸກຍາກ. ທ່ານໄດ້ຍ່າງເຂົ້າເຮືອນຂອງຜູ້ທຸກຍາກ,ນັ່ງຂັດຕະໝາດຢູ່ເທິງຕຽງໂດຍສອບຖາມປະຊາຊົນດ້ວຍຄວາມເອົາໃຈໃສ່ວ່າ: ປີໜຶ່ງມີລາຍໄດ້ເທົ່າໃດ? ຍາມລະດູໜາວມີຜ້າຫົ່ມນວມບໍ່? ສະບຽງອາຫານກຸ້ມກິນໝົດປີບໍ? ຖ່ານຫີນທີ່ໃຊ້ສ້າງຄວາມອຸ່ນໃນຍາມໜາວພໍໃຊ້ບໍ່? ໂຮງຮຽນຂອງລູກຫຼານຫ່າງໄກຈາກເຮືອນຫຼາຍບໍ? ເມື່ອເຈັບເປັນໄປຫາໝໍມີຄວາມຫຍຸ້ງຍາກບໍ?ເຫຼົ່ານີ້ເປັນຕົ້ນ, ທ່ານສີຈິ້ນຜິງຖາມລະອຽດທີ່ສຸດ.
ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ໄປສຳນັກງານຄະນະກຳມະການບ້ານເພື່ອປຶກສາຫາລືກັບພະນັກງານ,ຊາວບ້ານແລະພະນັກງານປະຈຳບ້ານກ່ຽວກັບວິທີເລັ່ງລັດຊ່ວຍປະຊາຊົນຜູ້ທຸກຍາກຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນ.
ສາມາດເວົ້າໄດ້ວ່າ: ການທີ່ສູ້ຊົນຜ່ານຜ່າເອົາຊະນະບັ້ນລົບລ້າງຄວາມທຸກຍາກຢ່າງເດັດຂາດ ເພື່ອເຮັດໃຫ້ຜູ້ທຸກຍາກກັບເຂດທຸກຍາກພ້ອມພຽງຮຽງໜ້າກັບປະຊາຊົນທົ່ວປະເທດກ້າວເຂົ້າສູ່ສັງຄົມອິ່ມໜຳສຳລານຢ່າງຮອບດ້ານນັ້ນເປັນໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນທີ່ໃຫຍ່ທີ່ສຸດຢູ່ຈີນໃນປັດຈຸບັນ ທັງເປັນໂຄງການທີ່ເປັນປະໂຫຍດຕໍ່ປະຊາຊົນ,ສ້າງຜົນປະໂຫຍດໃຫ້ປະຊາຊົນແລະສ້າງຄວາມຮັ່ງມີໃຫ້ປະຊາຊົນທີ່ໃຫຍ່ທີ່ສຸດຢູ່ຈີນໃນປັດຈຸບັນ. ສ່ວນຂໍກຸນແຈຂອງການສ້າງສັງຄົມອິ່ມໜຳສຳລານໃຫ້ສຳເລັດຮອບດ້ານກໍຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ “ຈະສ້າງສັງຄົມໃຫ້ໄດ້ມາດຕະຖານອິ່ມໜຳສຳລານຫຼືບໍນັ້ນສຳຄັນແມ່ນຕ້ອງເບິ່ງຊີວິດການເປັນຢູ່ຂອງປະຊາຊົນ”
ຈຸດພິເສດ 3 ຂໍ້ຂອງວັດທະນະທຳທີ່ມີມູນເຊື້ອຂອງຈີນຄື:
ໜຶ່ງ: ໃຫ້ຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ
ສອງ: ອົບຮົມບົ່ມສອນຈິດໃຈປະຊາຊົນ
ສາມ: ໄດ້ຮັບຄວາມເຫຼືອມໃສສັດທາຈາກປະຊາຊົນ
ທີ່ກ່າວມາຂ້າງນັ້ນກໍແມ່ນກ່ຽວກັບຂໍ້ທີໜຶ່ງ ຄື ໃຫ້ຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ຕໍ່ໄປ ມາຮູ້ຈັກກັບຂໍ້ທີ 2 ຄື: ອົບຮົມບົ່ມສອນຈິດໃຈປະຊາຊົນ.
ເມື່ອເວົ້າເຖິງ ການອົບຮົມບົ່ມສອນຈິດໃຈປະຊາຊົນ, ດວງມະນີກໍຄິດພໍ້ ກວນຈື ນັກຄິດຜູ້ຍິ່ງໃຫຍ່ຂອງຈີນເມື່ອ 2000 ກວ່າປີກ່ອນ. ເພິ່ນເຄີຍມີຄຳຄົມວ່າ: “ຊ່າງລິ້ງສືເອີຈື່ລີເຈ, ຢີ່ສືຈູເອີຈື່ຢົງຢູ” ປະຊາຊົນເມື່ອມີເຂົ້າເຕັມເລົ້າຈິ່ງຈະຮູ້ມາລະຍາດ, ເມື່ອເຂົາກິນອິ່ມນຸ່ງອຸ່ນແລ້ວຈິ່ງຈະຮູ້ເລື່ອງກຽດສະຫງ່າແລະເລື່ອງອັບອາຍ. ເຊິ່ງປະໂຫຍກນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ ຊັບສົມບັດດ້ານວັດຖຸມີຄວາມສຳຄັນຫຼາຍຕໍ່ຄົນຄົນໜຶ່ງ. ຫາກຮຽກຮ້ອງໃຫ້ຄົນໜຶ່ງຕ້ອງມີຄຸນສົມບັດແລະມີມາລະຍາດໃນເມື່ອທີ່ເຂົາກຳລັງອຶດຫິວນັ້ນ ມັນເປັນເລື່ອງທີ່ບໍ່ສົມເຫດສົມຜົນແລະເປັນໄປບໍ່ໄດ້. ແຕ່ວ່າໃນຂະນະດຽວກັນ, ການສະແຫວງຫາຊັບສົມບັດດ້ານວັດຖຸ ບໍ່ຄວນເປັນເປົ້າໝາຍພຽງໜຶ່ງດຽວທີ່ຄົນໜຶ່ງສະແຫວງຫາ,ແລະກໍບໍ່ຄວນເປັນເປົ້າໝາຍຂັ້ນສຸດທາຍ. ດ້ວຍເຫດນີ້, ເວົ້າສຳລັບປະເທດໜຶ່ງແລະລັດຖະບານໜຶ່ງແລ້ວ, ຍັງມີສິ່ງທີ່ສຳຄັນກວ່ານັ້ນສິ່ງໜຶ່ງຕ້ອງເຮັດ ນັ້ນກໍຄືການອົບຮົມບົ່ມສອນຈິດໃຈປະຊາຊົນໃນດ້ານຈະລິຍະທຳ ເພື່ອຍົກສູງຄຸນທາດຄຸນສົມບັດຂອງປະຊາຊົນໂດຍລວມ. ເຊິ່ງແນວຄິດນີ້ແມ່ນມາຈາກປັດຊະຍາຂົງຈື.
ຄວາມຈິງແລ້ວ, ເມີ້ງຈື ທີ່ເປັນໜຶ່ງໃນບັນດາບຸກຄົນຕົວແທນສຳນັກປັດຊະຍາຂົງຈືກໍມີແນວຄິດທີ່ຄ້າຍຄືກັນນີ້. ເມີ້ງຈືເຄີຍກ່າວວ່າ: “ຈິນຢາງຊູຈືຈ້ຽວ ເຊີນຈືຢີຊ້ຽວທີ້ຈື່ຢີ້” ໝາຍຄວາມວ່າ: ເມື່ອປະຊາຊົນຮັ່ງມີຂຶ້ນແລ້ວ, ຕ້ອງສ້າງໂຮງຮຽນປະເພດຕ່າງໆ ເພື່ອອົບຮົມບົ່ມສອນຈິດໃຈປະຊາຊົນໃຫ້ຮູ້ກ່ຽວກັບຈະລິຍະທຳ, ໃຫ້ເຂົາເຈົ້າໄດ້ນຳໄປປະຕິບັດຕົວຈິງໃນການດຳລົງຊີວິດ. ເມີ້ງຈື ຍັງກ່າວວ່າ: ເມື່ອທຽບໃສ່ຄຳສັ່ງດຳລັດທີ່ດີແລ້ວ, ການສຶກສາທີ່ດີສາມາດພິຊິດໃຈປະຊາຊົນໄດ້ງ່າຍກວ່າ.
ຄຳເຫັນ
0