ທ່ານສີຈິ້ນຜິງ ມີຈິດໃຈເພື່ອປະຊາຊົນຢ່າງເລິກເຊິ່ງ, ພວກເຮົາສາມາດຮູ້ສຶກເຖິງຈິດໃຈຂອງທ່ານຈາກຄຳເວົ້າແລະສາຍຕາຂອງທ່ານ. ຈິດໃຈເພື່ອປະຊາຊົນຢ່າງສຸດຊຶ້ງແນວນີ້ມັນເກີດມາຈາກໃສ? ທ່ານສີຈິ້ນຜິງມັກຈະຫວນຄືນເຖິງຕອນເວລາທີ່ເປັນໄວໜຸ່ມປັນຊາຊົນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່ ເປັນເວລາ 7 ປີຢູ່ສະເໝີ, ທ່ານເຄີຍເວົ້າວ່າ: ຢ່າເບິ່ງຂ້າມບ້ານຫຼຽງເຈ່ຍເຫີ, ເພາະມັນເປັນບ່ອນທີ່ມີພູມປັນຍາຫຼາຍ.
ຄຳວ່າ ພູມເປັນຍາທີ່ທ່ານສີຈິ້ນຜິງເວົ້າມານັ້ນແມ່ນຫຍັງກັນແທ້? ຜູ້ທີ່ສອນພູມປັນຍາໃຫ້ທ່ານນັ້ນແມ່ນໃຜ? ຈິດໃຈເພື່ອປະຊາຊົນຂອງທ່ານສີຈິ້ນຜິງມັນມີສ່ວນພົວພັນຫຍັງແດ່ກັບບ້ານຫຼຽງເຈ່ຍເຫີ?
ກ່ອນອື່ນ, ຄຳວ່າ “ເພື່ອປະຊຮຊົນ”ມີຄວາມໝາຍແນວໃດ? “ເພື່ອປະຊາຊົນ”ກໍໝາຍຄວາມວ່າ: ຕ້ອງຫ່ວງໃຍເຖິງຄວາມທຸກສຸກຂອງປະຊາຊົນຢູ່ສະເໝີ ໂດຍຖືປະຊາຊົນເປັນໃຈກາງ.
ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຢູ່ບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງໄດ້ກ່າວວ່າ: ໃນຕະຫຼອດຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າເຫັນວ່າ ຜູ້ທີ່ໃຫ້ຄວາມຊ່ວຍເຫຼືອແກ່ຕົນຫຼາຍທີ່ສຸດກໍຄື ໜຶ່ງແມ່ນ ນັກປະຕິວັດລຸ້ນອາວຸໂສ,ສອງແມ່ນ ປະຊາຊົນທີ່ເປັນຄົນບ້ານດຽວກັນຢູ່ພາກເໜືອແຂວງສ້ານຊີ່ຂອງຂ້າພະເຈົ້າ.
ວັນທີ 13 ກຸມພາ ປີ 2015, ທ່ານສີຈິ້ນຜິງໄດ້ເມື່ອຢາມພໍ່ແມ່ປະຊາຊົນບ້ານຫຼຽງເຈ່ຍເຫີເມືອງຢຽນຊວນ ແຂວງສ້ານຊີ່, ທ່ານໄດ້ເວົ້າວ່າ : ຕອນນັ້ນ, ຂ້າພະເຈົ້າໄດ້ອອກຈາກບ້ານຫຼຽງເຈ່ຍເຫີໄປ, ເຖິງຈະໄດ້ຈາກໄປກໍຕາມ, ແຕ່ຂ້າພະເຈົ້າໄດ້ຝາກຈິດໃຈຂອງຕົນໄວ້ຢູ່ແຫ່ງນັ້ນແລ້ວ. ຕອນນັ້ນ ຂ້າພະເຈົ້າກໍຄິດວ່າ: ໃນຕໍ່ໜ້າ,ຫາກມີເງື່ອນໄຂ,ມີໂອກາດ,ຂ້າພະເຈົ້າຕ້ອງເຮັດວຽກຈຳນວນໜຶ່ງທີ່ເປັນເລື່ອງດີເພື່ອປະຊາຊົນ.
ໃນປີ 1974, ສະຫາຍສີຈິ້ນຜິງໄດ້ນຳພາຊາວບ້ານສ້າງອ່າງແກັສຊີວະພາບຢູ່ບ້ານຫຼຽງເຈ່ຍເຫີ ຖືວ່າເປັນແຫ່ງທຳອິດຂອງແຂວງສ້ານຊີ່ໃນເວລານັ້ນ. ຕໍ່ມາ, ໄດ້ສ້າງອ່າງແກັສຊີວະພາບອີກ 42 ແຫ່ງຕາມລຳດັບ ເຊິ່ງໄດ້ແກ້ໄຂບັນຫາຫຍຸ້ງຍາກໃນດ້ານແສງສະຫວ່າງແລະການແຕ່ງຢູ່ຄົວກິນໃຫ້ແກ່ພໍ່ແມ່ປະຊາຊົນທ້ອງຖິ່ນນັ້ນ. ການສ້າງອ່າງແກັສຊີວະພາບໄດ້ຮັບປະສິດທິຜົນທີ່ດີ ແລະໄດ້ຮັບສຽງຕອບຮັບທີ່ດີຈາກປະຊາຊົນທັງຫຼາຍ. ນີ້ຄື ໜຶ່ງໃນເລື່ອງດີຕ່າງໆທີ່ສະຫາຍສີຈິ້ນຜິງໄດ້ເຮັດເພື່ອປະຊາຊົນທ້ອງຖິ່ນ. ຄັນຊັ້ນ, ທ່ານສີຈິ້ນຜິງກັບບ້ານຫຼຽງເຈ່ຍເຫີມີສ່ວນພົວພັນອັນສຳຄັນຄືແນວໃດ? ຍັງມີເລື່ອງລາວພ້ອມລາຍລະອຽດຫຍັງແດ່ທີ່ເຮັດໃຫ້ຄົນຈື່ບໍ່ລືມ? ສຳລັບບັນຫາເຫຼົ່ານີ້, ສາມາດເວົ້າໄດ້ວ່າ, ພໍ່ແມ່ຊາວບ້ານຫຼຽງເຈ່ຍເຫີມີສິດອອກຄຳເຫັນຫຼາຍທີ່ສຸດ.
ພໍ່ຕູ້ ຈ່ຽງເວີ້ຍຜາງ ເປັນຊາວບ້ານຫຼຽງເຈ່ຍເຫີ, ໃນເວລາທີ່ທ່ານສີຈິ້ນຜິງລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີໃນທ້າຍຊຸມປີ 1960 ນັ້ນ, ມີເວລາເກືອບປີໜຶ່ງ, ທ່ານສີຈິ້ນຜິງໄດ້ກິນເຂົ້ານຳກັນໃນເຮືອນພໍ່ຕູ້ຈ່າງເວີ້ຍຜາງ. ຕອນນັ້ນ, ໄວໜຸ່ມປັນຍາຊົນປັກກິ່ງທີ່ໄປລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີໄດ້ສະບຽງອາຫານ 20 ກິໂລຕໍ່ຄົນຕໍ່ເດືອນ, ສ່ວນສະບຽງອາຫານຂອງທ່ານສີຈິ້ນຜິງກໍວາງໄວ້ຢູ່ເຮືອນພໍ່ຕູ້ຈ່າງເວີ້ຍຜາງ ເພື່ອກິນເຂົ້າຮ່ວມກັບຄອບຄົວເພິ່ນ ເຊິ່ງໄດ້ກິນເຂົ້າຮ່ວມກັນໃນເຮືອນພໍ່ຕູ້ຈ່າງເວີ້ຍຜາງເປັນເວລາເກືອບປີໜຶ່ງຈົນຮອດປີ 1975 ທີ່ທ່ານອອກຈາກບ້ນໄປເພື່ອໄປຮຽນຕໍ່ຢູ່ມະຫາວິທະຍາໄລຊິງຮວາທີ່ນະຄອນຫຼວງປັກກິ່ງ.
ພໍ່ຕູ້ຈ່າງເວີ້ຍຜາງຫວນຄືນວ່າ: ເນື່ອງຈາກວ່າ ຕອນສະຫາຍສີຈິ້ນຜິງເປັນເລຂາຄະນະພັກບ້ານຫຼຽງເຈ່ຍເຫີໃນເວລານັ້ນ, ເພິ່ນໄດ້ເຮັດເລື່ອງດີຢ່າງຫຼວງຫຼາຍ ທີ່ໄດ້ສ້າງຄວາມຜາສຸກໃຫ້ແກ່ຊາວກະສິກອນທັງຫຼາຍ, ດ້ວຍເຫດນີ້, ຕອນທີ່ທ່ານສີຈິ້ນຜິງໄປຮຽນຢູ່ມະຫາວິທະຍາໄລຊິງຮວາ, ຊາວບ້ານຕ່າງກໍຮູ້ສຶກຄ້ອຍໃຈຫຼາຍ, ຊາວບ້ານໝົດທຸກຄົນກໍໄດ້ໄປສົ່ງເພິ່ນ.
ຈ່າງເວີ້ຍຜາງເປັນໜຶ່ງໃນຊາວບ້ານຮ່ວມກັບໄວໜຸ່ມຫຼາຍຄົນທີ່ສົ່ງທ່ານສີຈິ້ນຜິງໄປເມືອງຢຽນຊວນ, ເຂົາເຈົ້າທັງໝົດ 14 ຄົນໄດ້ປະກອບສ່ວນເງິນຄົນລະໜ້ອຍລວມແລ້ວໄດ້ 5 ຢວນປາຍ ເພື່ອຈ້າງຊ່າງຖ່າຍຮູບຮ່ວມໃບໜຶ່ງຢູ່ໃນຮ້ານຖ່າຍຮູບຂອງເມືອງ.
ປີ 2015, ທ່ານສີຈິ້ນຜິງໄດ້ເມືອຢາມບ້ານຫຼຽງເຈ່ຍເຫີ. ເມື່ອມາບເຫັນຈ່າງເວີ້ຍຜາງ, ທ່ານສີຈິ້ນຜິງກໍຖາມດ້ວຍຄວາມເອົາໃຈໃສ່ວ່າ : ເຈົ້າມີລາຍໄດ້ຈາກໃສ? ຈ່າງເວີ້ຍຜາງກໍຕອບວ່າ “ດຽວນີ້ ຂ້ອຍມີສວນປູກໝາກໄມ້ປະມານ 0,7 ຮັກຕາ, ລາຍໄດ້ຂ້ອຍມາຈາກສວນໝາກໄມ້ແຫຼະ.”ທ່ານສີຈິ້ນຜິງເວົ້າຢອກວ່າ: “ໂອ, ຈ່າງເວີ້ຍຜາງ ,ຄັນຊັ້ນ ເຈົ້າກໍລ້ຳລວຍແລ້ວຕິ໋? ຊັ້ນພວກເຮົາໄປເບິ່ງສວນໝາກໄມ້ຂອງເຈົ້າເທາະ.” ຈ່າງເວີ້ຍຜາງເວົ້າດ້ວຍຄວາມດູດດື່ມວ່າ: “ທຽບໃສ່ແຕ່ກ່ອນແລ້ວ, ເພິ່ນບໍ່ໄດ້ປ່ຽນແປງຫຍັງເລີຍ, ເຖິງວ່າອາຫານບໍ່ດີກໍຕາມ, ແຕ່ເພິ່ນກໍກິນແຊບ, ເຖິງຈະເປັນພໍ່ແມ່ປະຊາຊົນຜູ້ທຸກຍາກແນວໃດກໍຕາມ, ເພິ່ນກໍບໍ່ເຄີຍດູຖູກ,ບໍ່ເຄີຍຖືວ່າ ໃຜສູງຫຼືໃຜຕ່ຳ ກໍເຄົາລົບນັບຖືເທົ່າທຽມກັນໝົດ. ມາຮອດດຽວນີ້ ເພິ່ນກໍຍັງຄືເກົ່າ,ບໍ່ເຄີຍປ່ຽນແປງຕະຫຼອດມາ.”
ທ່ານສີຈິ້ນຜິງມີການພົວພັນຢ່າງແໜ້ນແຟ້ນເລິກເຊິ່ງກັບບ້ານຫຼຽງເຈ່ຍເຫີແບບນີ້, ຈິ່ງໄດ້ສ້າງພື້ນຖານໃຫ້ແກ່ທ່ານໃນການສ້າງແນວຄິດພັດທະນາໂດຍຖືປະຊາຊົນເປັນໃຈກາງ. ຈົນມາເຖິງປັດຈຸບັນ, ທ່ານຍັງມີສາຍພົວພັນແບບກາຍອິນຊີກັບພໍ່ແມ່ປະຊາຊົນແລະຊາວບ້ານຫຼຽງເຈ່ຍເຫີຢ່າງສະເໝີຕົ້ນສະເໝີປາຍມາໂດຍຕະຫຼອດ.
ເວລາຜ່ານໄປ 40 ກວ່າປີແລ້ວ, ບໍ່ວ່າຈະເປັນເລຂາຄະນະພັກບ້ານຫຼຽເຈ່ຍເຫີ ຫຼືເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ຜູ້ນຳປະເທດຈີນ, ຈິດໃຈຂອງສະຫາຍສີຈິ້ນຜິງກໍບໍ່ໄດ້ປ່ຽນແປງຫຍັງ, ເພິ່ນເປັນລູກຂອງເຂດດິນເຫຼືອງຢ່າງສະເໝີຕົ້ນສະເໝີປາຍ. ຄັນຊັ້ນ, ກ່ຽວກັບແນວຄິດການພັດທະນາໂດຍຖືປະຊາຊົນເປັນໃຈກາງ, ທ່ານສີຈິ້ນຜິງຍັງມີທັດສະນະສຳຄັນຫຍັງແດ່?
ທ່ານສີຈິ້ນຜິງກ່າວຢູ່ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຄົບຮອບ 65 ປີ ທີ່ຈັດຂຶ້ນເມື່ອວັນທີ 21 ກັນຍາປີ 2014
“ອຳນາດການປົກຄອງຈະມີຄວາມຈະເລີນຮຸ່ງເຮືອງ ແມ່ນຂຶ້ນຢູ່ກັບການເອົາໃຈໃສ່ຄວາມມຸ້ງມາດປາຖະໜາຂອງປະຊາຊົນ, ອຳນາດການປົກຄອງຈະຫຼົ້ມເຫຼວ,ກໍຈະເປັນຍ້ອນຂັດກັບຄວາມມຸ້ງມາດປາຖະໜາຂອງປະຊາຊົນ” ອະນາຄົດແລະຊາຕາກຳຂອງພັກການເມືອງໜຶ່ງ, ອຳນາດການປົກຄອງໜຶ່ງໃນທີ່ສຸດກໍຖືກຕັດສິນຊີ້ຂາດຢູ່ກັບວ່າ ຈະໄດ້ຮັບຄວາມເຫຼື້ອມໃສສັດທາຈາກປະຊາຊົນຫຼືບໍ?
ຄຳເວົ້າດັ່ງກ່າວແມ່ນທ່ານສີຈິ້ນຜິງກ່າວຢູ່ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຄົບຮອບ 65 ປີ ທີ່ຈັດຂຶ້ນເມື່ອວັນທີ 21 ກັນຍາປີ 2014, ໃນຄວາມເວົ້າດັ່ງກ່າວນີ້, ທ່ານໄດ້ຍົກເອົາສຳນວນອະມະຕະຈາກຕຳລາບູຮານຂອງຈີນຄື “ອຳນາດການປົກຄອງຈະມີຄວາມຈະເລີນຮຸ່ງເຮືອງ ແມ່ນຂຶ້ນຢູ່ກັບການເອົາໃຈໃສ່ຄວາມມຸ້ງມາດປາຖະໜາຂອງປະຊາຊົນ, ອຳນາດການປົກຄອງຈະຫຼົ້ມເຫຼວ,ກໍຈະເປັນຍ້ອນຂັດກັບຄວາມມຸ້ງມາດປາຖະໜາຂອງປະຊາຊົນ”.
ສອງປະໂຫຍກດັ່ງກ່າວແມ່ນມາຈາກບົດ “ຊື້ຊຸ້ນ”ເຊິ່ງເປັນບົດຄວາມໜຶ່ງທີ່ບັນທຶກໄວ້ໃນປຶ້ມ “ກວນຈື ມູ້ມິນ”, ປຶ້ມ “ກວນຈື” ເປັນປຶ້ມລວບລວມບົດຄວາມແລະສຳນວນທີ່ກ່ຽວຂ້ອງກັບກວນຈື ນັກການເມືອງແລະນັກການທະຫານທີ່ມີຊື່ສຽງໃນສະໄໝຊຽນສິນ ຄື ແຕ່ຍຸກຫີນເກົ່າຮອດກ່ອນຄສປີ221. ສອງປະໂຫຍກດັ່ງກ່າວເຊິ່ງເປັນເຫດຜົນທີ່ກວນຈືບັນຍາຍໃນບົດຄວາມດັ່ງກ່າວນັ້ນ, ນັກຮຽນຮູ້ປັນຍາຊົນຫຼາຍໆຄົນໃນສະໄໝບູຮານຈຈີນຕ່າງກໍຮູ້ດີ ໂດຍສະເພາະແມ່ນຂຸນນາງທີ່ຢູ່ຮັ້ນຮາກຖານຈຳນວນໜຶ່ງ ຕ່າງກໍຮູ້ເຫດຜົນນີ້. ຕົວຢ່າງ, ໃນປຶ້ມ “ໂຮ້ຮັ້ນຊູ ປະຫວັດຖົງຮຸຍ”ໄດ້ບັນທຶກໄວ້ວ່າ: ໃນສະໄໝທ້າຍລາຊະວົງຮັ້ນຕາເວັນອອກ (ປີຄສ 25-ປີຄສ 220), ມີຂຸນນາງຜູ້ໜຶ່ງຊື່ວ່າ ຖົງຮຸຍ, ເພິ່ນໄດ້ຮັບການມອບໝາຍໃຫ້ດຳລົງຕຳແໜ່ງເປັນເຈົ້າເມືອງເມືອງປູ້ສີ, ໃນປຶ້ມປະຫວັດຖົງຮຸຍໄດ້ລະບຸວ່າ: “ແດນໜຶ່ງສະຫງົບ, ຄຸກເປົ້າຫວ່າງຫຼາຍປີ” ໝາຍຄວາມວ່າ, ໃນຄຸກຕ່າງໆຂອງເມືອງໜຶ່ງ,ບໍ່ໄດ້ກັກຂັງນັກໂທດມາຫຼາຍປີລຽນຕິດ ເຊິ່ງປາກົດການນີ້ຖືວ່າເຫັນໜ້ອຍທີ່ສຸດໃນສະໄໝບູຮານຈີນ. ນີ້ໄດ້ສະແດງໃຫ້ເຫັນວ່າ ຖົງຮຸຍ ສາມາດບໍລິຫານເມືອງຕົນໃຫ້ມີຄວາມສະຫງົບປອດໄພໄດ້ເປັນຢ່າງດີ. ບໍ່ພຽງແຕ່ເທົ່ານັ້ນ, ໃນໄລຍະທີ່ ຖົງຮຸຍ ດຳລົງຕຳແໜ່ງເປັນເຈົ້າເມືອງປູ້ສີ, ໄດ້ປະສົບບັນຫາຫຍຸ້ງຍາກໜັກໜ່ວງອັນໜຶ່ງ ຄື ໃນເມືອງມີເສືອຫຼາຍໂພດຈົນກາຍເປັນໄພຂົ່ມຂູ່ເຖິງຄວາມສະຫງົບໃນສັງຄົມ. ພາຍຫຼັງ ຖົງຮຸຍ ຂຶ້ນດຳລົງຕຳແໜ່ງເປັນເຈົ້າເມືອງແລ້ວ, ເພິ່ນກໍຄົ້ນຫາວິທີໄລ່ເສືອເຂົ້າໄປໃນປ່າໄດ້ສຳເລັດຜົນ ເຊິ່ງເຮັດໃຫ້ເມືອງດັ່ງກ່າວມີຄວາມສະຫງົບແລະມີສະຖຽນລະພາບໂດຍໄວ.
ສຳລັບຄຸນງາມຄວາມດີຂອງຖົງຮຸຍ, ຟານເຢ້ ນັກປະພັນປຶ້ມ “ໂຮ້ຮັ້ນຊູ” ໄດ້ຂຽນຄຳຍ້ອງຍໍວ່າ: “ຜູ້ປົກຄອງໄດ້ໃຈປະຊາຊົນ, ຄອບຄົວເປັນພັນເປັນໝື່ນພາກັນຫຼິ້ນດົນຕີດ້ວຍຄວາມເບີກບານມ່ວນຊື່ນ”ໝາຍຄວາມວ່າ: ຂຸນນາງຜູ້ດີຈະໄດ້ຄວາມເຄົາລົບຮັກແລະການອູ້ມຊູສະໜັບສະໜູນຈາກພໍ່ແມ່ປະຊາຊົນ, ຄອບຄົວເປັນພັນເປັນໝື່ນກໍພາກັນດີໃຈມ່ວນຊື່ນຫາອັນປຽບບໍ່ໄດ້. ຈາກນັ້ນເຫັນໄດ້ວ່າ: ອຳນາດການປົກຄອງຈະມີຄວາມຈະເລີນຫຼືຊຸດໂຊມແມ່ນຂຶ້ນຢູ່ກັບຄວາມເຫຼື້ອມໃສສັດທາຂອງປະຊາຊົນ, ສ່ວນຄວາມທັດສາຂອງປະຊາຊົນຈະໄປທາງໃດແມ່ນຂຶ້ນຢູ່ກັບການກະທຳຂອງຂຸນນາງ.
ສິ່ງທີ່ຂຸນນາງໃນສະໄໝບູຮານສາມາດເຮັດໄດ້ນັ້ນ, ພະນັກງານການນຳຂອງພວກເຮົາໃນທຸກມື້ນີ້ກໍຕ້ອງເຮັດໄດ້. ສະນັ້ນ, ທ່ານສີຈິ້ນຜິງໄດ້ມີຄວາມຮຽກຮ້ອງຕໍ່ຄະນະພັກແລະອົງການປົກຄອງທຸກຂັ້ນວ່າ ຕ້ອງຖືການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນເປັນຜົນງານການເມືອງທີ່ໃຫຍ່ທີ່ສຸດ,ເອົາໃຈໃສ່ແກ້ໄຂບັນຫາຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະແກ້ໄຂບັນຫາເຄັ່ງຮ້ອນທີ່ປະຊາຊົນຕ້ອງການໂດຍດ່ວນ.
ຄຳເຫັນ
0