ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ປະເທດຈີນເນັ້ນບັນຫາກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນໃນລະດັບສູງ, ໂດຍເນັ້ນວ່າຕ້ອງເອົາໃຈໃສ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕ້ອງປະຕິບັດນະໂຍບາຍທີ່ເປັນປະໂຫຍດຕໍ່ປະຊາຊົນ, ເຮັດໃຫ້ປະຊາຊົນຮູ້ສຶກມີຄວາມສຸກ. ພ້ອມກັນນັ້ນ, ປະເທດຈີນໃນປະຈຸບັນກໍໄດ້ເນັ້ນການພັດທະນາເຕັກໂນໂລຊີໄຮເທັກເຊັ່ນກັນ. ຄັນຊັ້ນ, ຜົນການພັດທະນາດ້ານວິທະຍາສາດເຕັກໂນໂລຊີເຫຼົ່ານີ້, ນອກຈາກຈະເຮັດໃຫ້ພວກເຮົາຮູ້ສຶກພາກພູມໃຈແລ້ວ, ຍັງມີການພົວພັນຫຍັງແດ່ກັບຊີວິດການເປັນຢູ່ຂອງພວກເຮົາ?
ໃນຄວາມເປັນຈິງແລ້ວ, ບັນຫາກ່ຽວກັບການພົວພັນລະຫວ່າງວິທະຍາສາດເຕັກໂນໂລຊີນີ້ກັບຊີວິດການເປັນຢູ່ຂອງປະຊາຊົນ, ເມື່ອຫຼາຍປີກ່ອນ ໃນເວລາທີ່ຈີນສົ່ງດາວທຽມສຳຫຼວດທາງໄກ ແລະ ດາວທຽມໂທລະຄົມ, ບາງຄົນກໍໄດ້ຕັ້ງຄຳຖາມວ່າ, ການສົ່ງດາວທຽມຊິກ່ຽວພັນກັບຊີວິດປະຈຳວັນແນວໃດ? ໃນຄວາມເປັນຈິງແລ້ວ, ຊີວິດປະຈຳວັນຂອງພວກເຮົາທຸກຄົນລ້ວນແຕ່ປາສະຈາກວິທະຍາສາດເຕັກໂນໂລຊີບໍ່ໄດ້. ຕົວຢ່າງວ່າຢູ່ປະເທດຈີນ, ໄດ້ນຳໃຊ້ໄຮເທັກຫຼາຍຢ່າງ, ເຊັ່ນ: ໂທລະສັບມືຖືແບບສະມັດ, ລະບົບກວດໜ້າຄົນ, ລົດຖີບສາທາລະນະ, ລົດໄຟຟ້າ, ລົດໄຟຄວາມໄວສູງ ແລະອື່ນໆອີກ, ເຊິ່ງລ້ວນແຕ່ເປັນໝາກຜົນແຫ່ງການພັດທະນາໄຮເທັກ. ຢູ່ປະເທດລາວກໍເຊັ່ນກັນ, ການສົ່ງດາວທຽມໂທລະຄົມ LAO-SAT 1, ສາມາດເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບນະໂຍບາຍມາດຕະການຕ່າງໆຂອງລັດຖະບານໄປສູ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ທັງມີຜົນດີຕໍ່ການພັດທະນາການສຶກສາທາງໄກ, ນອກນີ້, ປະຊາຊົນລາວຈະໄດ້ເບິ່ງຊົມລາຍການໂທລະພາບ ແລະ ຮັບຮູ້ຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ, ທັງໝົດເຫຼົ່ານີ້ລ້ວນແຕ່ເປັນປະໂຫຍດທີ່ມາຈາກການພັດທະນາຂອງໄຮເທັກ. ສະນັ້ນ, ການພັດທະນາໄຮເທັກ ບໍ່ຄວນເບິ່ງໃນສະເພາະແຕ່ປະຈຸບັນ, ແຕ່ຕ້ອງມີສາຍຕາເບິ່ງກວ້າງມອງໄກ, ເພາະຄຽງຄູ່ກັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ແນ່ນອນແລ້ວມັນຈະມີການພົວພັນຢ່າງໃກ້ຊິດກັບຊີວິດການເປັນຢູ່ຂອງພວກເຮົາ.
ຖ້າຢາກໄດ້ຮັບການສະໜັບສະໜູນຂອງປະຊາຊົນ, ກໍຕ້ອງປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ. ເມື່ອຫຼາຍປີກ່ອນ, ທ່ານສີຈິ້ນຜິງເຮັດວຽກຢູ່ຮາກຖານ, ກໍໄດ້ໃຊ້ການກະທຳຕົວຈິງຂອງຕົນ, ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກປະຊາຊົນຢ່າງກວ້າງຂວາງ. ໃນໄລຍະທີ່ເຮັດວຽກຢູ່ບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງໄດ້ໄປປະຈຳຢູ່ບ້ານຈ້າວເຈ່ຍເຫີເປັນເວລາ 8 ເດືອນ, ໂດຍຮັບຜິດຊອບວຽກງານການບໍລິຫານປະຈຳວັນຂອງບ້ານ, ພ້ອມກັນນັ້ນຍັງຮ່ວມກັບຊາວບ້ານໄປກໍ່ຝາຍດິນ, ສ້າງນາຂັ້ນໄດ, ແລະ ປູກໄມ້ສ້າງປ່າ, ເຊິ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ປະຊາຊົນທ້ອງຖິ່ນ.
ທ່ານສີຈິ້ນຜິງໄດ້ໄປປະຈຳຢູ່ບ້ານຈ້າວເຈ່ຍເຫີເມືອງຢຽນຊ່ວນນະຄອນຢຽນອ່ານແຂວງສ້ານຊີ່ຈີນ
ລຸງກ່າວເຊີ່ງຈື້ຂອງບ້ານຈ້າວເຈ່ຍເຫີເມືອງຢຽນຊ່ວນນະຄອນຢຽນອ່ານແຂວງສ້ານຊີ່ຈີນເວົ້າວ່າ, ຈົນຮອດປະຈຸບັນ, ປະຊາຊົນຂອງບ້ານຈ້າວເຈ່ຍເຫີຍັງມັກເວົ້າເຖິງເລື່ອງລາວຂອງທ່ານສີຈິ້ນຜິງ ບ່າວປັກກິ່ງຜູ້ດີເດັ່ນໃນເວລານັ້ນ.
ເລື່ອງນີ້ຄືດັ່ງນີ້: ໃນບ້ານຈ້າວເຈ່ຍເຫີມີຜູ້ເຖົ້າຜູ້ໜຶ່ງຊື່ ເຟີງຈຸ້ນເຕີ ມີອາຍຸ 70 ກວ່າປີ, ເພິ່ນໄດ້ປູກໃບຢາຢູ່ໃນດິນນາຂອງຕົນ. ຮອດຍາມເກັບກ່ຽວເພິ່ນໄດ້ມ້ຽນໃບຢາໃສ່ເທິງລົດແລະລາກແກ່ດ້ວຍຕົນເອງ. ໃນເວລາທີ່ເພິ່ນຮູ້ສຶກອິດເມື່ອຍ, ພໍດີມີຜູ້ບ່າວຜູ້ໜຶ່ງມາຈາກທາງຫຼັງ. ຜູ້ບ່າວເວົ້າວ່າ, ລຸງ, ຫຼານຊິລາກຊ່ວຍ. ແລະຮັບເອົາລົດຈາກກຳມືຂອງລຸງເຟີງຈຸ້ນເຕີ ແລ້ວລາກຕໍ່ໄປເລີຍ.
ສອງຄົນລາກລົດຄ່ອຍໆຍ່າງໄປທາງໜ້າ, ລຸງເຟີງຈຸ້ນເຕີຖາມວ່າ, ລຸງຍັງບໍ່ຮູ້ຫຼານແມ່ນໃຜເນາະ? ຜູ້ບ່າວຕອບວ່າ, ຫຼານຊື່ສີຈິ້ນຜິງ, ເປັນໄວໜຸ່ມປັນຍາຊົນລົງຮາກຖານ. ລຸງເຟີງຈຸ້ນເຕີເວົ້າວ່າ, ນາມສະກຸນ ສີນີ້ບໍ່ຄ່ອຍເຫັນຫຼາຍປານໃດ, ເຄີຍຍິນແຕ່ທ່ານສີຈົ້ງຊຸ່ນທີ່ເຄີຍເຮັດການປະຕິວັດຮ່ວມກັນກັບທ່ານລິວຈື້ຕ່ານຢູ່ພາກເໜືອແຂວງສ້ານຊີ່. ຜູ້ບ່າວເລີຍຕອບວ່າ, ທ່ານສີຈົ້ງຊຸ່ນກໍຄືພໍ່ຂອງຫຼານ, ຫຼານເປັນລູກເພິ່ນ. ລຸງເຟີງຈຸ້ນເຕີຟັງແລ້ວເວົ້າວ່າ, ຫຼານເປັນຜູ້ບ່າວທີ່ດີເດັ່ນ.
ປະຊາຊົນຈີນມີນິດໄສຊື່ສັດລຽບງ່າຍ, ໃນສະໄໝນັ້ນ, ຂໍແຕ່ເຮັດວຽກເພື່ອປະຊາຊົນຢ່າງຈິງໃຈ, ກໍຈະໄດ້ຮັບຄວາມຊົມເຊີຍສູງສຸດຈາກປະຊາຊົນ. ສຳລັບການຕີລາຄາສູງສຸດນີ້, ມັກສະຫຼຸບເປັນຄຳສັບແບບງ່າຍໆ, ນັ້ນກໍຄື: ດີ. ຜູ້ບ່າວທີ່ດີ ກໍເປັນການຕີລາຄາແບບລຽບງ່າຍຂອງປະຊາຊົນຕໍ່ທ່ານສີຈິ້ນຜິງ. ແນ່ນອນ, ກໍເປັນການຕີລາຄາລະດັບສູງສຸດ.
ບໍ່ວ່າທ່ານສີຈິ້ນຜິງໄປຮອດບ່ອນໃດ, ກໍມີປະຊາຊົນຈຳນວນຫຼວງຫຼາຍຮັກແພງ ແລະ ສະໜັບສະໜູນທ່ານ, ແລະ ຍິນດີເຮັດວຽກຮ່ວມກັບທ່ານ. ເພາະວ່າ ທ່ານສີຈິ້ນຜິງເອົາໃຈໃສ່ຜົນປະໂຫຍດຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຈຶ່ງໄດ້ຖືກຍອມຮັບ ແລະ ການສະໜັບສະໜູນຈາກປະຊາຊົນ. ຈົນຮອດປະຈຸບັນ, ທ່ານສີຈິ້ນຜິງຍັງຍຶດໝັ້ນເຮັດແທ້ທຳຈິງເພື່ອຜົນປະໂຫຍດຂອງປະຊາຊົນ.
ທ່ານສີຈິ້ນຜິງກ່າວວ່າ, ພວກເຮົາຕ້ອງຖືເອົາການທີ່ປະຊາຊົນສະໜັບສະໜູນຫຼືບໍ່,ເຫັນດີຫຼືບໍ່, ດີໃຈຫຼືບໍ່ ແລະ ຍອມຮັບຫຼືບໍ່ນັ້ນ, ເປັນມາດຕະຖານພື້ນຖານໃນການກວດສອບຜົນໄດ້ຜົນເສຍທັງໝົດໃນການເຮັດວຽກ. ຄັນຊັ້ນໃນຊູ່ມື້ນີ້, ພວກເຮົາຄວນເຮັດແນວໃດຈຶ່ງສາມາດຜ່ານການກວດສອບແບບນີ້ເດ?
ຢູ່ຈີນມີສຸພາສິດປະໂຫຍກໜຶ່ງ ຄື “ຈິ່ນເປີ່ຍ ຢິນເປີ່ຍ ປູ້ຣູລາວໄບຊິ້ນ ເຕິ ໂຄເປີ່ຍ, ຈິ່ນຈຽງ ຢິນຈຽງ ປີປູຊ້າງ ລາວໄບຊິ້ນ ເຕິ ຄວ່າຈຽງ”, ເຊິ່ງແປວ່າ ຂັນຄຳຂັນເງິນບໍ່ທໍ່ຄວາມຊົມເຊີຍຂອງປະຊາຊົນ, ຫຼຽນຄຳຫຼຽນເງິນບໍ່ທໍ່ຄວາມຍ້ອງຍໍຂອງປະຊາຊົນ. ຢູ່ລະຫວ່າງຟ້າກັບດິນມີຊິງ, ປະຊາຊົນກໍເໝືອນກັບລູກຕຸ້ມຊິງ. ຢູ່ປະເທດຈີນ, ຜົນປະໂຫຍດຂອງປະຊາຊົນຢູ່ເໜືອທຸກຢ່າງ, ຄວາມມຸ່ງຫວັງຂອງປະຊາຊົນກໍເປັນເປົ້າໝາຍສູ້ຊົນຂອງພັກກອມມູນິດຈີນ, ລັດຖະບານຈະທຳຄວາມພະຍາຍາມສຸດຂີດເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.
ໃນຄຳປາໄສ ແລະບົດຄວາມຂອງທ່ານສີຈິ້ນຜິງ ເຄີຍກ່າວເຖິງແນວຄິດຄົນບູຮານກ່ຽວກັບການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນນັ້ນເລື້ອຍ, ຕົວຢ່າງວ່າ “ການບໍລິຫານບ້ານເມືອງມີຫຼັກການ ສິ່ງສຳຄັນທີ່ສຸດຄືສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ”. ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ນຳປະຊາຊົນຢູ່ສະເໝີ, ໃນບົດລາຍງານກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນເຄີຍກ່າວເຖິງຄຳທີ່ວ່າ “ປະຊາຊົນ” ຕັ້ງ 203 ເທື່ອ, ເຊິ່ງສະແດງໃຫ້ເຫັນວ່າ ໃນໃຈຂອງທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຕໍ່ປະຊາຊົນຫຼາຍຊ່ຳໃດ.
ຄຳເຫັນ
0