覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ສ້າງ​ປະ​ເທດ​ໃຫ້ຈະ​ເລີນ​ເຂັ້ມ​ແຂງ​ດ້ວຍ​ສິນ​ທຳ 1

2020-02-09 14:50:51 cri


 

ວັດ​ທະ​ນະ​ທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ສຸດ​ຕໍ່​ເລື່ອງ​ການ​ສ້າງ​ຄຸນ​ສົມ​ບັດໃຫ້​ຕົນ​ເອງ. ຢູ່​ຈີນ, ເມື່ອ​ເວົ້າ​ເຖິງ​ເລື່ອງ​ການ​ຄັດ​ເລືອກ​ຄົນ​ແລະ​ການ​ໃຊ້​ຄົນ ຕ້ອງ​ເປັນ​ຄົນ​ທີ່​ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ມີ​ຄຸນ​ສົມ​ບັດ, ໃນ​ນັ້ນ, ຄຸນ​ສົມ​ບັດ​ຕ້ອງ​ໄປ​ກ່ອນ. ບໍ່​ວ່າ​ຈະ​ເປັນ​ສ່ວນ​ບຸກ​ຄົນ, ຄອບ​ຄົວຫຼື​ປະ​ເທດ, ຕ້ອງ​ເປັນ​ດັ່ງ​ຄຳ​ບູຮານ​ທີ່ວ່າ ຄົນ​ທີ່​ມີ​ຄຸນ​ສົມ​ບັດ ບໍ່​ມີ​ຄວາມ​ໂດດ​ດ່ຽວ​ປ່ຽວ​ພອຍ ແນ່ນອນ​ຕ້ອງ​ມີ​ຄົນ​ທີ່​ມີ​ອຸ​ດົມ​ການ​ດຽວ​ກັນ ເຂົ້າ​ມາ​ໃກ້​ເປັນ​ໝູ່.​ຕໍ່​ໄປຈະ​ອະ​ທິ​ບາຍ ສຳ​ນວນ​ອະ​ມະ​ຕະ​ໃນ​ຕຳ​ລາ​ບູ​ຮານ​ຈີນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຍົກ​ໃຫ້​ເຫັນ​ໃນ​ເວ​ລາ​ຊີ້​ແຈງ​ທັດ​ສະ​ນະທີ່ສຳ​ຄັນ​ຕ່າງໆ​ນັ້ນ​ເພື່ອ​ເຂົ້າ​ໃຈ​ແລະ​ເຊື່ອມ​ຊຶມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ທັດ​ນະ​ນະ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ສ້າງ​ຄຸນ​ສົມ​ບັດ​ໃຫ້​ຕົນ​ເອງ​ໃນ​ຍຸກ​ໃໝ່.
 

ທ່ານ​ສີ​ຈິ້​ນ​ຜິງ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ສ້າງ​ຄຸນ​ສົມ​ບັດ, ຄັນ​ຊັ້ນ, ຄວນ​ສ້າງ​ຄຸນ​ສົມ​ບັດ​ຫຍັງ​ແດ່? ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ໄວ້​ວ່າ: ຄ່າ​ນິ​ຍົມ​ແກນ​ກາງ​​ສັງ​ຄົມ​ນິ​ຍົມ​ຄື: ຮັ່ງ​ມີ​ເຂັ້ມ​ແຂງ、​ປະ​ຊາ​ທິ​ປະ​ໄຕ、​ສີ​ວິ​ໄລ、​ກົມ​ກຽວ​ປອງດອງ,​ເສ​ລີ​ພາບ、​ສະ​ເໝີ​ພາບ、​ຍຸ​ຕິ​ທຳ、​ລະ​ບຽບ​ກົດ​ໝາຍ,​ຮັກ​ຊາດ、​ຈັນ​ຍາ​ບັນ、​ ​ຊື່​ສັດ、​​ເປັນ​ມິດ。​​ທີ່​ຈິງ​ແລ້ວ, ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ​ກໍ​ເປັນ​ຄຸນ​ສົມ​ບັດ​ຢ່າງ​ໜຶ່ງ ເຊິ່ງ​ເປັນ​ຄຸນ​ສົມ​ບັດ​ຂອງ​ຕົນ​ເອງ ທັງ​ເປັນ​ຄຸ​ນ​ສົມ​ບັດ​ໃຫຍ່ ຄື​ຄຸນ​ສົມ​ບັດ​ທາງ​ສັງ​ຄົມ​ແລະ​ສິນ​ທຳ​ຂອງ​ຊາດ. ຄັນ​ຊັ້ນ, ເຮົາ​ຄວນ​ສ້າງ​ຄຸນ​ສົມ​ບັດ​ແນວ​ໃດ? ທ່ານ​ສີ​ຈິ້​ຜິງ​ເຄີຍ​ກ່າວ​ໄວ້​ວ່າ: “ຄວນ​ເລີ່ມ​ຕົ້ນ​ຈາກ​ຕົນ​ເອງ,​ເລີ່ມ​ຕົ້ນຈາ​ກສິ່ງ​ອ້ອມ​ໂຕ, ເຮັດ​ຈາກ​ສິ່ງ​ນ້ອຍໆ, ສະ​ສົມເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ,ຝຶກ​ຝົນຫຼໍ່ຫຼອມ​ສ້າງ​ໃຫ້​ເປັນ​ແນວ​ຄິດ​ທີ່​ດີ ຄຸນ​ສົມ​ບັດ​ທີ່​ດີ.”
 

ກ່ຽວ​ກັບ​ຄຳ​ວ່າ ເປັນ​ຫຍັງ​ຈິ່ງ​ຕ້ອງ​ສ້າງ​ຄຸນ​ສົມ​ບັດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ວ່າ: “​ໂກວ​ອູ​ເຕີ​ປູ້​ຊິງ,ເຢີນ​ອູ​ເຕີ​ປູ້​ລີ້” ແປ​ວ່າ “ຊາດ​ໃດ​ໜຶ່ງ​​ຖ້າບໍ່​ມີ​ສິນ​ທຳ​ກໍ​ຈະ​ບໍ່​ມີ​ຄວາມ​ຈະ​ເລີນ,ຄົນ​ໃດ​ໜຶ່ງ​​ຖ້າບໍ່​ມີ​ຄຸນ​ສົມ​ບັດ​ກໍ​ຈະ​ບໍ່​ສາ​ມາດ​ຍືນ​ຍົງ​ຄົງ​ຕົວ​ໃນ​ສັງ​ຄົມ​ໄດ້” ຄຳ​ວ່າ “ຊາດ​ໃດ​ໜຶ່ງ​​ຖ້າບໍ່​ມີ​ສິນ​ທຳ​ກໍ​ຈະ​ບໍ່​ມີ​ຄວາມ​ຈະ​ເລີນ” ກໍ​ໝາຍ​ຄວາມ​ວ່າ ​ສິນ​ທຳ​ມີ​ຄຸນ​ຄ່າ​ແລະ​ຄວາ​ມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທດ​ໜຶ່ງ,​ຊົນຊາດ​ໜຶ່ງ​ແລະ​ສັງ​ຄົມ​ໜຶ່ງ. ພວກ​ເຮົາ​ຮູ້​​ດີ​ແລ້ວ​ວ່າ ໃນ​ປະ​ເທດ​ໃດ​ໜຶ່ງ,ຊົນ​ຊາດ​ໃດ​ໜຶ່ງ​ແລະ​ສັງ​ຄົມ​ໃດ​ໜຶ່ງຈະ​ມີ​ຄ່າ​ນິ​ຍົມ​ແລະ​ທັດ​ສະ​ນະ​ຄຸນ​ຄ່າ​ທີ່​ແຕກ​ຕ່າງ​ກັນຫຼາກຫຼາຍ​ຮູບ​ແບບ, ບາງ​ຢ່າງ​ຈົນ​ ຂັດ​ແຍ້ງ​ກັນ​ແລະ​ປະ​ທັນ​ກັນ, ຕົວ​ຢ່າງ​ເຊັ່ນ ທັດ​ສະ​ນະ​ຄວາມ​ຮັກ, ທັດ​ສະ​ນະ​ເງິນ​ຄຳ​ເຫຼົ່າ​ນີ້​ເປັນ​ຕົ້ນ. ແຕ່​ວ່າ ສັງ​ຄົມ​ໜຶ່ງ​ຢາກ​ມີ​ສະ​ຖຽນ​ລະ​ພາບ,ມີ​ຄວາມ​ກົມ​ກຽວ​ປອງດອງ​ແລະ​ມີ​ການ​ພັດ​ທະ​ນາ ກໍ​ຕ້ອງ​ມີ​ຄ່າ​ນິ​ຍົມ​ແກນ​ກາງ​ຮ່ວມ​ຢ່າງ​ໜຶ່ງ. ​ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ວ່າ: “ຖ້າ​ວ່າ ຊົນ​ຊາດ​ໜຶ່ງ,ປະ​ເທດ​ໜຶ່ງ​ຫາກ​ບໍ່​ມີ​ຄ່າ​ນິ​ຍົມ​ແກນ​ກາງ​ຮ່ວມ, ຕ່າງ​ຄົນ​ຕ່າງ​ຖື​ຄ່າ​ນິ​ຍົມ​ໃຜ​ລາວ, ການ​ປະ​ພຶດ​ຕົວ​ບໍ່​ມີຫຼັກ​ອ້າງ​ອີງ, ດັ່ງ​ນັ້ນ, ຊົນ​ຊາດ​ນີ້​ແລະ​ປະ​ເທດ​ນີ້​ກໍຈະ​ບໍ່​ສາ​ມາດ​ກ້າວ​ເດີນ​ໄປ​ ໜ້າ​ໄດ້​ແນ່ນອນ.”
 

“ເຢີນ​ອູ​ເຕີ​ປູ້​ລີ້” ໝາຍຄວາມ​ວ່າ ຄົນໃດ​ໜຶ່ງ​ຖ້າ​ບໍ່​ມີ​ຄຸນ​ສົມ​ບັດ​ກໍ​ຈະ​ບໍ່​ສາ​ມາດ​ຍືນ​ຍົງ​ຄົງ​ຕົວ​ໃນ​ສັງ​ຄົມ​ໄດ້, ໂດຍ​ໄດ້​ເນັ້ນ​ວ່າ ຄຸນ​ສົມ​ບັດ​ມີ​ຄຸນ​ຄ່າ​ແລະ​ຄວາ​ມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ຄົນ​ໜຶ່ງ. ໃນ​ປີ 2004, ໄລ​ຍະ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ແຂວງ​ເຈີ້​ຈ່ຽງ, ທ່ານ​ກໍ​ໄດ້​ ​ຊີ້​ແຈງ​ຢ່າງ​ເລິກ​ເຊິ່ງ​ທີ່​ສຸດ​ຕໍ່​ກັບ​ບັນ​ຫາ​ນີ້, ​ທ່ານ​ກ່າວ​ວ່າ: “​ເຢິນ​ເອີ​ອູ​ເຕີ ສິງ​ຈື່​ປູ້ຢວນ” ແປ​ວ່າ ຄົນ​ທີ່​ບໍ່​ມີ​ຄຸນ​ສົມ​ບັດ​ຈະ​ບໍ່​ສາ​ມາດ​ໄປ​ໄກ​ໄດ້. ​ໝາຍ​ຄວາມ​ວ່າ ຄົນ​ຄົນ​ໜຶ່ງ​ຫາກ​ບໍ່​ມີ​ຄຸນ​ທາດ​ຄຸນ​ສົມ​ບັດ​ທີ່​ດີ​ແລະ​ແນວ​ຄິດ​ທີ່​ດີ, ເຖິງ​ຈະ​ມີ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ແລະ​ກວ້າງ​ໄກ​ກໍ​ຕ​າມ ກໍ​ ຍາກ​ທີ່​ຈະ​ເປັນ​ຜູ້​ທີ່​ສາ​ມາດ​ແບກ​ຫາບ​ພາ​ລະ​ໜ້າ​ທີ່​ສ້າງ​ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່ໄດ້. ຄົນ​ບູ​ຮານ​ຈີນ​ກໍເນັ້ນ “ 3 ອະ​ມະ​ຕະ “ຄື “ສ້າງ​ຄຸນ​ສົມ​ບັດ, ສ້າງ​ຄຸນ​ງາມ​ຄວາມ​ດີ​ແລະ​ສ້າງ​ທິດ​ສະ​ດີ”. ຈາກ​ນີ້​ສາ​ມາ​ດ​ເຫັນ​ໄດ້​ວ່າ: ກາ​ນ​ສ້າງ​ຄຸນ​ສົມ​ບັດ​ແມ່ນ​ຢູ່​ໃນ​ອັນ​ດັບ​ໜຶ່ງ, ເຊິ່ງ​ເປັນ​ການ​ເນັ້ນ​ໜັກ​ວ່າ ຄຸນ​ສົມ​ບັດ​ມີ​ບົດ​ບາດ​ພື້ນ​ຖານ​ທີ່​ເປັນ​ປະ​ຖົມ​ປັດ​ໄຈ​ໃນ​ການ​ເຮັດ​ວຽກ​ແລະ​ການ​ຮຽນ​ຄວາມ​ຮູ້. ສ່ວນ​ຄຳ​ວ່າ “​ໂກວ​ອູ​ເຕີ​ປູ້​ຊິງ,ເຢີນ​ອູ​ເຕີ​ປູ້​ລີ້” ແປ​ວ່າ “ຊາດ​ໃດ​ໜຶ່ງ​​ຖ້າບໍ່​ມີ​ສິນ​ທຳ​ກໍ​ຈະ​ບໍ່​ມີ​ຄວາມ​ຈະ​ເລີນ,ຄົນ​ໃດ​ໜຶ່ງ​​ຖ້າບໍ່​ມີ​ຄຸນ​ສົມ​ບັດ​ກໍ​ຈະ​ບໍ່​ສາ​ມາດ​ຍືນ​ຍົງ​ຄົງ​ຕົວ​ໃນ​ສັງ​ຄົມ​ໄດ້” ທ່ານ​ສີ​ຈິ້ນ​ຜິງ​ຍັງ​ມີ​ຄຳ​ຊີ້​ແຈງ​ທີ່​ໜ້າ​ປະ​ທັບ​ໃຈ​ຄື:
 

  “ແຕ່​ລະ​ຍຸກ​ສະ​ໄໝ​ຕ່າງ​ກໍ​ມີ​ຈິດ​ໃຈ​ຂອງ​ຍຸກ​ນັ້ນ, ແຕ່​ລະ​ຍຸກ​ສະ​ໄໝ​ຕ່າງ​ກໍ​ມີ​ທັດ​ສະ​ນະ​ຄຸນ​ຄ່າ​ຂອງ​ຍຸກ​ນັ້ນ. ປະ​ເທດ​ໜຶ່ງ​ມີ​ສີ່ຫຼັກ​ການ​ຈະ​ລິ​ຍະ​ທຳຄື ມະ​ລະ​ຍາດ, ຍຸ​ຕິ​ທຳ, ຄວາມ​ປອດ​ໃສ​ຂາວ​ສະ​ອາດ ແລ​ະ ​ຮູ້​ຈັກລະ​ອາຍ, ຖ້າ​ວ່າ ສີ່ຫຼັກ​ການ​​ຈະ​ລິ​ຍະ​ທຳ ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ, ປະ​ເທດ​ນັ້ນ​ກໍ​ຈະ​ດັບ​ສູນ. ນີ້​ຄື ຄວາມ​ຮັບ​ຮູ້​ຂອງ​ບັນ​ພະ​ບຸ​ລຸດ​ຊົນ​ຊາດ​ຈີນ​ທີ່​ມີ​ຕໍ່​ຄ່າ​ນິ​ຍົມ​ແກນ​ກາງ​ໃນ​ສະ​ໄໝ​ບູ​ຮານ. ຢູ່​ຈີນ​ປັດ​ຈຸ​ບັນ, ຊາດ​ເຮົາ​ແລະ​ປະ​ເທດ​ເຮົາ​ຄວນ​ຍຶດ​ຖື​ແລະ​ຮັກ​ສາ​ຄ່າ​ນິ​ຍົມ​ແກນ​ກາງ​ແບບໃດ? ບັນ​ຫາ​ນີ້​ເປັນ​ບັນ​ຫາ​ທິດ​ສະ​ດີ ທັງ​ເປັນ​ບັນ​ຫາ​ກ່ຽວ​ກັບ​ ​ພຶດ​ຕິ​ກຳ​ຕົວ​ຈິງ.ພວກ​ເຮົາ​ສະ​ເໜີ​ໃຫ້​ສົ່ງ​ເສີມ ຮັ່ງ​ມີ​ເຂັ້ມ​ແຂງ、​ປະ​ຊາ​ທິ​ປະ​ໄຕ、​ສີ​ວິ​ໄລ、​ກົມ​ກຽວ​ປອງດອງ,​ເສ​ລີ​ພາບ、​ສະ​ເໝີ​ພາບ、​ຍຸ​ຕິ​ທຳ、​ລະ​ບຽບ​ກົດ​ໝາຍ,​ຮັກ​ຊາດ、​ຈັນ​ຍາ​ບັນ、​ ​ຊື່​ສັດ、​​ເປັນ​ມິດ, ສົ່ງ​ເສີມ​ໃຫ້​ຕັ້ງ​ໜ້າ​ອົບ​ຮົມ​ບົ່ມ​ສອນ​ແລະ​ປະ​ຕິ​ບັດ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ. ໃນ​ນີ້, ຮັ່ງ​ມີ​ເຂັ້ມ​ແຂງ、​ປະ​ຊາ​ທິ​ປະ​ໄຕ、​ສີ​ວິ​ໄລ、​ກົມ​ກຽວ​ປອງດອງ ເປັນ​ຄວາມ​ຮຽກ​ຮ້ອງ​ດ້ານ​ຄຸນ​ຄ່າ​ລະ​ດັບ​ຊາດ, ເສ​ລີ​ພາບ、​ສະ​ເໝີ​ພາບ、​ຍຸ​ຕິ​ທຳ、​ລະ​ບຽບ​ກົດ​ໝາຍ ເປັນ​ຄວາມ​ຮຽກ​ຮ້ອງ​ດ້ານ​ຄຸ່ນ​ຄ່າ​ລະ​ດັບ​ສັງ​ຄົມ; ​ຮັກ​ຊາດ、​ຈັນ​ຍາ​ບັນ、​ ​ຊື່​ສັດ、​​ເປັນ​ມິດ ເປັນ​ຄວາມ​ຮຽກ​ຮ້ອງ​ດ້ານ​ຄຸນ​ຄ່າ​ລະ​ດັບ​ພົນ​ລະ​ເມືອງ. ​ຄວາມ​ຈິງ​ແລ້ວ, ບົດສະຫຼຸບ​ນີ້ໄດ້​ໃຫ້​ຄຳ​ຕອບ​ຕໍ່​ກັບ​ບັນ​ຫາ​ສຳ​ຄັນ​ອັນ​ໜຶ່ງ​ຄື ພວກ​ເຮົາ​ຄວນ​ສ້າງ​ປະ​ເທດ​ແບບ​ໃດ? ສ້າງ​ສັງ​ຄົມ​ແບບ​ໃດ? ແລະ​ຄວນ​ບຳ​ລຸງ​ກໍ່​ສ້າງ​ພົນ​ລ​ະ​ເມືອງ​ແບບ​ໃດ?  ”
 

图片默认标题_fororder_guowudebuxing1
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມ​ຢາມ​ແລະ​ໂອ້​ລົມ​ສົນ​ທະ​ນາ​ກັບ​ນັກ​ສຶກ​ສາ​ແລ​ະ​ຄູ​ອາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໃນ​ວັນ​ທີ 4 ພຶດ​ສະ​ພາປີ 2014. 
 

​​ນີ້​ຄືຄຳ​ເວົ້າ​ວັກ​ໜຶ່ງ​ທີ່​ຄັດ​ຈາກ​​ການປະ​ກອບ​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ກ່າວ​ໃນ​ໂອ​ກາດ​ໂອ້​ລົມ​ສົນ​ທະ​ນາ​ກັບ​ນັກ​ສຶກ​ສາ​ແລ​ະ​ຄູ​ອາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໃນ​ວັນ​ທີ 4 ພຶດ​ສະ​ພາ ທີ່​ເປັນ​ວັນ​ຊາວ​ໜຸ່ມ​ຂອງ​ຈີນ​ເມື່ອປີ 2014. ໃນ​ຄວາມ​ເວົ້າ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ລະ​ຍາຍ​ໂດຍ​ຍົກ​ເອົາ​ຄຳ​ບູ​ຮານ​ຂອງ​ຈີນ​ຄື “ຊື້​ເວີຍ​ປູ້​ຈ່າງ,ໂກວ​ໜາຍ​ເມ້​ວາງ”  ເຊິ່ງ​ຄຳ​ນີ້​ບັນ​ທຶກ​ໄວ້​ໃນ​ປຶ້ມກວນ​ຈື ເຊິ່ງ​ເປັນ​ຕຳ​ລາ​ອະ​ມະ​ຕະ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ບູ​ຮານ​ຈີນ, ຄຳ​ວ່າ 四维 ກໍ​ໝາຍ​ເຖິງ 4 ຫຼັກ​ການ​ໃຫຍ່​ໃນ​ການ​ບໍ​ລິ​ຫານປະ​ເທດ ຄື ມະ​ລະ​ຍາດ, ຍຸ​ຕິ​ທຳ, ຄວາມ​ປອດ​ໃສ​ຂາວ​ສະ​ອາດ ແລ​ະ​ ​ຮູ້​​ຈັກລະ​ອາຍ, ໃນ​ນີ້, ມາ​ລະ​ຍາດ ກໍ​ໝາຍ​ເຖິງຫຼັກ​ການ​ກົດ​ໝາຍ​ແລະ​ຈະ​ລິ​ຍະ​ທຳ​ທີ່​ຄົນ​ໃນ​ສັງ​ຄົມ​ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຮ່ວມ​ກັນ. ຄຳ​ວ່າ ຍຸ​ຕິ​ທຳ ກໍ​ໝາຍ​ເຖິງ ​ຄວາມ​ທ່ຽງທຳ,ຄວາມ​ເປັນ​ທຳ, ເປັນຫຼັກ​ການ​ຈະ​ລິ​ຍະ​ທຳ ທັງ​ເປັນ​ພື້ນ​ຖານ​ຂອງ​ຄຸນ​ສົມ​ບັດ. ໃນ​ປຶ້ມກວນ​ຈື,  ຄຳ​ວ່າ ຍຸ​ຕິ​ທຳ ຍັງ​ມີ​ຄວາມ​ໝາຍວ່າ ​ອ່ອນ​ນ້ອມຖ່ອມ​ຕົວ​ແລະ​ເສຍ​ສະຫຼະ, ໝາຍ​ຄວາມ​ວ່າ ຈະ​ສະ​ກັດ​ກັ້ນ​​ຕັນ​ຫາ​ຂອງ​ຕົວ​ເອງ ເພື່ອມອບ​ໂອ​ກາດ​ໃຫ້​ຜູ້​ອື່ນຫຼາຍກວ່າ​ເກົ່າ. ຄຳ​ວ່າ ປອດ​ໃສ​ຂາວ​ສະ​ອ​າດ ກໍ​ໝາຍ​ເຖິງ ຍຸ​ຕິ​ທຳ, ບໍ​ລິ​ສຸດ,ບໍ່​ອວດ​ອົ່ງ​ທະ​ນົງ​ຕົວ, ບໍ່​ໂລບ​ມາກ​ໂລ​ພາ, ບໍ່​ປິດ​ບັງ​ສິ່ງ​ອັບ​ປະ​ມຸງ​ຄຸນ​ແລະ​ຊົ່ວ​ຮ້າຍ​ທຸກ​ຢ່າງ, ເປັນ​ທີ່​ປອດ​ໂປ່ງ​,ຍຸ​ຕິ​ທຳແລະ​ຊື່​ກົງ. ຄຳ​ວ່າ ​ຮູ້​​ຈັກລະ​ອາຍ ກໍ​ເຂົ້າ​ໃຈ​ໄດ້​ງ່າຍ ກໍ​ໝາຍ​ຄວາມ​ວ່າ ຄວນ​ມີ​ຄວາມ​ຮູ້​ສຶກ​ລະ​ອາຍ,ບໍ່​ຄວນ​ປ່ອຍ​ປະ​ໃຫ້​ກະ​ທຳ​ຄວາມ​ຊົ່ວຮ້າຍ. ເມື່ອ​ໃດ​ຂາດ 4 ຫຼັກ​ການ​ໃຫຍ່​ນີ້​ໄປ​ແລ້ວ, ປະ​ເທດ​ກໍ​ຈະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ. ຫາກ​ເມື່ອ​ໃດ 4 ຫຼັກ​ການ​ໃຫຍ່​ນີ້​ຖືກ​ຍົກ​ເລີກ​ໄປ​ໝົດ, ປະ​ເທດ​ກໍ​ອາດ​ຈະ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບການ​ທີ່​ຈະ​ຖືກດັບ​ສູນ. ອັນ​ນີ້​ລະ ຄື​ຄວາມ​ໝາຍ​ເດີມ​ຂອງ​ຄຳ​ວ່າ“ຊື້​ເວີຍ​ປູ້​ຈ່າງ,ໂກວ​ໜາຍ​ເມ້​ວາງ” ແປ​ວ່າ ຖ້າ​ວ່າ ສີ່ຫຼັກ​ການ​​ຈະ​ລິ​ຍະ​ທຳ ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ, ປະ​ເທດ​ນັ້ນ​ກໍ​ຈະ​ດັບ​ສູນ.
 

ແຕ່​ລະ​ຍຸກ​ສະ​ໄໝ​ຕ່າງ​ກໍ​ມີ​ຄ່າ​ນິ​ຍົມ​ຂອງ​ຍຸກ​ສະ​ໄໝ​ນັ້ນ​ເອງ. ມະ​ລະ​ຍາດ, ຍຸ​ຕິ​ທຳ, ຄວາມ​ປອດ​ໃສ​ຂາວ​ສະ​ອາດ ແລ​ະ ​ຮູ້​​ຈັກລະ​ອາຍ ຄື ຄ່າ​ນິ​ຍົມ​ທີ່​ສະ​ໄໝ​ບູ​ຮານ​ຈີນ​ປະ​ຕິ​ບັດ​ໂດຍ​ທົ່ວ​ໄປ. ເວົ້າ​ເຖິງ​ທຸກ​ມື້​ນີ້​ແລ້ວ, ການ​ເຄົາ​ລົບ​ນັບ​ຖື​ລະ​ບຽບ​ການ​ທາງ​ສັງ​ຄົມ,ຍຶດ​ໝັ້ນ​ຄວາມ​ຍຸ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ, ຮູ້​​ຈັກລະ​ອາຍ​ແລະ​​ກະ​ທຳ​ໃນ​ສິ່ງ​ທີ່​ດີ,ເຮັດ​ບຸນ​​ກຸ​ສົນ, ປອດ​ໃສ​ຂາວ​ສະ​ອາດປະ​ຕິ​ບັດ​ໜ້າ​ທີ່​ເພື່​ອ​ຜົນ​ປະ​ໂຫຍດສ່ວນ​ລວມ, ເມື່ອ​ເຮັດ​ໄດ້​ແນວ​ນີ້, ກໍ​ຖື​ວ່າ​ເປັນ​ສິ່ງ​ຮັບ​ປະ​ກັນ​ຂັ້ນ​ພື້ນ​ຖານ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຮັ່ງ​ມີ​ເຂັ້ມ​ແຂງ​ແລະ​ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ປອດ​ໄພ.

ຄຳ​ເຫັນ

0