ເປັນຫຍັງພວກເຮົາຕ້ອງບຳລຸງສ້າງຄວາມສົມບັດ, ນີ້ເປັນຍ້ອນວ່າຄຸນສົມບັດເປັນກຳລັງທາງຈິດໃຈທີ່ເຂັ້ມແຂງທີ່ສຸດ. ປະຈຸບັນຢູ່ປະເທດຈີນ, ທຸກໆປີຈະມີກິດຈະກຳຕ່າງໆ, ເຊັ່ນ: ປະກວດແບບຢ່າງຄຸນສົມບັດລະດັບຊາດ, ປະກວດບຸກຄົນທີ່ປະທັບໃຈຊາວຈີນ, ແລະກິດຈະກຳອື່ນໆອີກ, ໃນຄວາມເປັນຈິງແລ້ວກໍມີຈຸດປະສົງເພີ່ມກຳລັງຈິງໃຈທີ່ເຂັ້ມແຂງຂອງຄຸນນະທຳແບບນີ້ໃຫ້ຝັງເລິກສູ່ສັງຄົມ ແລະ ຈິດໃຈຂອງປະຊາຊົນ. ໃນຊີວິດປະຈຳວັນຂອງພວກເຮົາ, ກໍສາມາດສຳຜັດກັບກຳລັງແບບນີ້ຈາກຄົນທຳມະດາ, ແລະ ຈະຮຽນຮູ້ ແລະ ບຳລຸງສ້າງກຳລັງເຂັ້ມແຂງແບບນີ້ເຊັ່ນກັນ.
ອາຈານຜູ້ໜຶ່ງ ຊື່ ຫຼີປາວກົວ, ເປັນສາສະດາຈານຂອງມະຫາວິທະຍາໄລກະສິກຳເຮີເປີຍ, ເປັນຜູ້ທີ່ມີຜົນງານ ແລະ ຄວາມສາມາດສູງສົມຄວນໃນດ້ານການຄົ້ນຄວ້າວິຊາການ. ອາຈານຫຼີປາວກົວໄດ້ຍຶດໝັ້ນທາດແທ້ ແລະ ທິດທາງທີ່ຄົ້ນຄວ້າວິຊາການເພື່ອຜົນປະໂຫຍດຂອງປະຊາຊົນ. ເພິ່ນເຄີຍລົງເລິກສູ່ເຂດພູໄທ້ຮາງ, ຈັດເອົາຄວາມຕ້ອງການຂອງຊາວກະສິກອນເປັນຫົວຂໍ້ຄົ້ນຄວ້າທາງວິດທະຍາສາດຂອງຕົນ, ໂດຍນຳໃຊ້ຜົນການຄົ້ນຄວ້າຂອງຕົນ, ຊ່ວຍເຫຼືອເຂດພູໄທ້ຮາງເຮັດໃຫ້ຜົນການຜະລິດກະສິກຳເພີ່ມຂຶ້ນ 3,5 ຕື້ຢວນ, ເຊິ່ງນຳພາປະຊາຊົນທ້ອງຖິ່ນບຸກເບີກເສັ້ນທາງສາຍໃໝ່ໃນການຫຼຸດຜ່ອນຄວາມທຸກຍາກທີ່ເສດຖະກິດສັງຄົມກັບ ສິ່ງແວດລ້ອມທຳມະຊາດພັດທະນາໄປພ້ອມກັນ. ທ່ານສີຈິ້ນຜິງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສູງຕໍ່ຜົນງານຂອງອາຈານຫຼີປາວກົວ, ໂດຍຍ້ອງຍໍວ່າ ເພິ່ນເປັນ “ອີກົ່ງຍຸກໃໝ່ຢູ່ພູໄທ້ຮາງ”.
ດັ່ງນັ້ນຢູ່ປະເທດຈີນໃນປະຈຸບັນທີ່ເປັນປະເທດສັງຄົມນິຍົມ, ຄວນສ້າງຄຸນສົມບັດແນວໃດ? ທ່ານສີຈິ້ນຜິງກ່າວວ່າ:“ປື້ມຕຳລາບູຮານຈີນ “ຫຼີຈີ້ ຕ້າເຊ”ລະບຸໄວ້ວ່າ: “ຕ້າເຊຈື່ຕ້າວ, ໄຈ້ມິງມິງເຕີ, ໄຈ້ຊິ່ນມິນ, ໄຈ້ຈືອີຈື້ຊ້ານ”. (ເຊິ່ງມີຄວາມໝາຍວ່າ, ຈຸດປະສົງຂອງການສຶກສາ, ຂຶ້ນຢູ່ກັບການສົ່ງເສີມຄຸນສົມບັດທີ່ສູງສົ່ງ, ຮັກແພງປະຊາຊົນ, ແລະ ບັນລຸຄຸນນະທຳຍອດຍິ່ງ.) ແຕ່ສະໄໝບູຮານມາຮອດປະຈຸບັນນີ້, ທັງຈີນ ແລະ ຕ່າງປະເທດມີແນວຄິດ ແລະ ທິດສະດີຢ່າງຫຼາກຫຼາຍ ແລະ ແຕກຕ່າງກັນກ່ຽວກັບການສຶກສາ ແລະ ການດຳເນີນວຽກງານການສຶກສາ, ແຕ່ມີຢ່າງໜຶ່ງເປັນຄວາມເຫັນທີ່ເປັນເອກະພາບກັນ, ນັ້ນກໍຄື ການສຶກສາຕ້ອງບຳລຸງສ້າງຜູ້ທີ່ສອດຄ່ອງກັບຄວາມຕ້ອງການໃນການພັດທະນາສັງຄົມເວົ້າລວມ, ເວົ້າສະເພາະ ຕ້ອງບຳລຸງສ້າງຄົນທີ່ສອດຄ່ອງກັບຄວາມຕ້ອງການໃນການພັດທະນາສັງຄົມ, ສະສົມຄວາມຮູ້, ສືບທອດວັດທະນະທຳ, ການຍືນຍົງຄົງຕົວຂອງປະເທດ ແລະ ການໝູນເດີນຂອງລະບອບລະບຽບການ. ສະນັ້ນ, ທຸກໆປະເທດໃນໂລກໃນແຕ່ລະຍຸກສະໄໝລ້ວນແຕ່ສຸມໃສ່ການບຳລຸງສ້າງຊັບພະຍາກອນມະນຸດຕາມຄວາມຕ້ອງການດ້ານການເມືອງຂອງຕົນ. ມະຫາວິທະຍາໄລລະດັບສຸດຍອດໃນໂລກລ້ວນແຕ່ເຕີບໃຫຍ່ເຂັ້ມແຂງຂຶ້ນໃນຂະບວນການຮັບໃຊ້ການພັດທະນາຂອງປະເທດຕົນ. ການສຶກສາສັງຄົມນິຍົມຂອງຈີນກໍມີຈຸດປະສົງເພື່ອບຳລຸງສ້າງຜູ້ກໍ່ສ້າງ ແລະ ສືບທອດພາລະກິດສັງຄົມນິຍົມຂອງຈີນ. ນີ້ແມ່ນຄວາມເຫັນຂອງທ່ານສີຈິ້ນຜິງໃນເວລາໂອ້ລົມກັບອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລປັກກິ່ງເມື່ອວັນທີ 2 ພຶດສະພາປີ 2018.
ທ່ານສີຈິ້ນຜິງໂອ້ລົມກັບອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລປັກກິ່ງເມື່ອວັນທີ 2 ພຶດສະພາປີ 2018.
ໃນນັ້ນ ປະໂຫຍກທີ່ວ່າ “ຕ້າເຊຈື່ຕ້າວ, ໄຈ້ມິງມິງເຕີ, ໄຈ້ຊິ່ນມິນ, ໄຈ້ຈືອີຈື້ຊ້ານ”. ເປັນໂຄງຮ່າງພື້ນຖານຂອງປື້ມຕຳລາ “ຫຼີຈີ້ ຕ້າເຊ”(ເຊິ່ງມີຄວາມໝາຍວ່າ, ຈຸດປະສົງຂອງການສຶກສາ, ຂຶ້ນຢູ່ກັບການສົ່ງເສີມຄຸນສົມບັດທີ່ສູງສົ່ງ, ຮັກແພງປະຊາຊົນ, ແລະ ບັນລຸຄຸນນະທຳຍອດຍິ່ງ.) ຄຳທີ່ວ່າ “ມິງເຕີ” ໝາຍເຖິງຄຸນສົມບັດທີ່ສູງສົ່ງ, ສຳລັບ ຄຳທີ່ວ່າ “ມິງມິງເຕີ” ,“ມິງ”ໂຕທຳອິດ ແມ່ນຄຳກິລິຍາ, ໝາຍເຖິງສະແດງໃຫ້ເຫັນ ແລະ ສົ່ງເສີມ, ສະນັ້ນ “ມິງມິງເຕີ” ໝາຍເຖິງສົ່ງເສີມຄຸນສົມບັດທີ່ສູງສົ່ງ. ສຳລັບຄຳທີ່ວ່າ “ຊິ່ນມີນ” ໝາຍເຖິງຕ້ອງເຜີຍແຜ່ຄຸນສົມບັດທີ່ສະຫວ່າງສະໄຫວ ແລະ ດີງາມແບບນີ້ຢູ່ທ່າມກາງປະຊາຊົນໂດຍທົ່ວໄປ, ລົບລ້າງແນວຄິດຫຼ້າຫຼັງງົມງວາຍ, ບັນດານສະຕິປັນຍາ, ແລ້ວພ້ອມກັນບັນລຸເຖິງຄຸນນະທຳລະດັບສູງສຸດໃນທົ່ວສັງຄົມ, ນັ້ນກໍຄື “ຈືອີຈື້ຊ້ານ”.
ທ່ານສີ່ຢວນ ນັກກະວິຜູ້ຮັກຊາດທີ່ມີຊື່ສຽງຂອງຈີນ, ເຊິ່ງເປັນຄົນແຄວ້ນສູສະໄໝຈ້ານກົກ (ກ່ອນຄສປີ 475-ກ່ອນຄສປີ221), ກໍເຄີຍປະຕິບັດໜ້າທີ່ບຳລຸງສ້າງຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດຂອງແຄວ້ນຕົນ. ຢູ່ປະເທດຈີນ, ປະຊາຊົນມັກປຽບທຽບຄູອາຈານເປັນຄົນສວນທີ່ດຸໝັ່ນຂະຫຍັນພຽນ, ແລະປຽບທຽບນັກຮຽນນັກສຶກສາຊາວໜຸ່ມເຍົາວະຊົນເປັນດອກໄມ້ໃນສວນ. ຄຳປຽບທຽບດັ່ງກ່າວກໍແມ່ນທ່ານສີ່ຢວນເປັນຜູ້ຄິດແຕ່ງອອກມາ. ທ່ານເຄີຍປຽບທຽບລູກສິດຊາວໜຸ່ມຂອງຕົນເປັນດອກໄມ້ຫອມ ແລະ ຫຍ້າຫອມທີ່ເຕີບໃຫຍ່ ເບັ່ງບານໃນສວນດອກໄມ້. ແລະປຽບທຽບຕົນເອງເປັນຄົນສວນທີ່ດຸໝັ່ນ, ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍໃນສວນດອກໄມ້. ຄວາມມຸ່ງຫວັງສູງສຸດຂອງທ່ານກໍແມ່ນຫວັງວ່າດອກໄມ້ເຫຼົ່ານີ້ເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງ ແລະກາຍເປັນກຳລັງຫຼັກແຫຼ່ງຂອງປະເທດຊາດ. ຖ້າມີຊາວໜຸ່ມທີ່ມີທັງຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດສູງສົ່ງຢ່າງຫຼວງຫຼາຍແລ້ວ, ກໍບໍ່ຕ້ອກັງວົນວ່າ ປະເທດຊາດຕົນຈະບໍ່ມີອະນາຄົດທີ່ສົດໃສ.
ທີ່ກ່າວມານັ້ນແມ່ນເວົ້າເຖິງການບຳລຸງສ້າງຄຸນສົມບັດໃນການສຶກສາອົບຮົມຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດໃຫ້ແກ່ປະເທດຊາດ, ໃນອີກດ້ານໜຶ່ງ, ສຳລັບການບຳລຸງສ້າງຜູ້ດີເດັ່ນໃນແຕ່ລະຄອບຄົວແລ້ວ, …. ກໍຢາກເລົ່າເລື່ອງລາວເລື່ອງໜຶ່ງສູ່ທ່ານຟັງ.
ທ່ານສູ່ຊື້ເປັນນັກວັນນະຄະດີທີ່ມີຊື່ສຽງໃນລາຊະວົງຊົ້ງເໜືອ(ປີຄສ960-1127). ໃນຕອນເປັນເດັກ, ແມ່ຂອງທ່ານສູ່ຊື້ກໍໄດ້ສອນຄວາມຮູ້ໃຫ້ອ້າຍນ້ອງສອງຄົນຂອງທ່ານສູ່ຊື້ດ້ວຍຕົນເອງ. ມື້ໜຶ່ງ, ແມ່ຂອງທ່ານສູ່ຊື້ອ່ານເຖິງປະຫວັດສາດຂອງລາຊະວົງຮັ້ນຕາເວັນອອກ(ປີຄສ25-220), ໄດ້ຫາຍໃຈຍາວດ້ວຍຄວາມດູດດື່ມ. ໃນຂະນະນັ້ນ, ສູ່ຊື້ທີ່ຢືນຢູ່ທາງຂ້າງກໍຖາມວ່າ, ແມ່, ຖ້າລູກຢາກກາຍເປັນຄົນຄືແບບທ່ານຟ້ານພາງ, ແມ່ເຫັນດີບໍ່? ແມ່ເລີຍອັດປື້ມໄວ້ ແລະເວົ້າວ່າ, ຖ້າວ່າລູກຕັ້ງອຸດົມການກາຍເປັນຄົນຄືແບບທ່ານຟ້ານພາງ, ຄັນຊັ້ນແມ່ເປັນຄົນຄືແບບແມ່ຂອງລາວບໍ່ໄດ້ຫວະ!
ອີງຕາມການບັນທຶກຂອງ “ປະຫວັດສາດໂຮ້ຮັ້ນ ຊີວະປະຫວັດຟ້ານພາງ”, ທ່ານຟ້ານພາງເປັນເສນາອາມາດຜູ້ໜຶ່ງທີ່ມີຄວາມປອດໃສຂາວສະອາດທີ່ສຸດໃນລາຊະວົງຮັ້ນຕາເວັນອອກ, ແຕ່ໃນສະໄໝນັ້ນ, ການເມືອງມືດມົນ, ປັນຍາຊົນຜູ້ຊື່ສັດຖືກທຳຮ້າຍສັງຫານຢ່າງຫຼວງຫຼາຍ. ທ່ານຟ້ານພາງບໍ່ຢາກສ້າງຜົນກະທົບຕໍ່ຜູ້ອື່ນ, ເລີຍຕົກລົງໄປມອບຕົວ. ໃນເວລາອຳລາຈາກແມ່, ລາວເວົ້າວ່າ, ລູກອະກະຕັນຍູ, ເຖິງຈະເສຍສະຫຼະເພື່ອຄວາມເປັນທຳຢ່າງສອດຄ່ອງກັບຄວາມປາຖະໜາ, ລູກບໍ່ໄດ້ກິນແໜງແຄງໃຈແມ່ນແຕ່ໜ້ອຍດຽວກໍຕາມ, ແຕ່ລູກຮູ້ສຶກເສຍດາຍຢ່າງດຽວຄື ບໍ່ສາມາດເບິ່ງແຍງຢູ່ຂ້າງແມ່ອີກແລ້ວ. ໃນເວລານັ້ນ, ແມ່ຂອງທ່ານຟ້ານພາງເວົ້າດ້ວຍຄວາມອົງອາດກ້າຫານວ່າ, ລູກໄດ້ເລືອກໄປເຮັດສິ່ງຄືວິລະບຸລຸດທີ່ແທ້ຈິງໃນປະຫວັດສາດ, ການກະທຳຂອງລູກເປັນຕາເຄົາລົບນັບຖື, ເຖິງຈະເສຍສະຫຼະໄປ, ກໍບໍ່ມີຫຍັງທີ່ຈະເສຍດາຍເລີຍ.
ນີ້ກໍຄືການສົນທະນາລະຫວ່າງທ່ານຟ້ານພາງກັບແມ່, ເຊິ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງອຸດົມການຂອງທ່ານສູ່ຊື້ມາແຕ່ຍັງນ້ອຍເທົ່ານັ້ນ, ຍັງໄດ້ສະແດງໃຫ້ເຫັນເຖິງ ຈິດໃຈກ້າຫານ ແລະ ສະຕິປັນຍາຂອງແມ່ສູ່ຊື້ອີກດ້ວຍ.
ສະນັ້ນຈຶ່ງສາມາດເວົ້າວ່າ, “ຕ້າເຊຈື່ຕ້າວ, ໄຈ້ມິງມິງເຕີ, ໄຈ້ຊິ່ນມິນ, ໄຈ້ຈືອີຈື້ຊ້ານ”. ນີ້ບໍ່ພຽງແຕ່ເປັນເປົ້າໝາຍຂອງຜູ້ທີ່ມີຄຸນສົມບັດໃນສະໄໝບູຮານຂອງຈີນເທົ່ານັ້ນ, ໃນຊູ່ມື້ນີ້ ການສຶກສາ ແລະ ສັງຄົມຂອງພວກເຮົາຍັງຮຽກຮ້ອງໃຫ້ບຳລຸງສ້າງຄົນດີທີ່ມີຄຸນສົມບັດສູງສົ່ງແບບນີ້.
ຄຳເຫັນ
0