ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເນັ້ນໜັກໃນກອງປະຊຸມສຳຄັນຄັ້ງໜຶ່ງວ່າ, ເມື່ອການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໄດ້ມາຮອດເວລາອັນຄັບຂັນ, ຍິ່ງຕ້ອງປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດດ້ວຍກົດໝາຍ ແລະ ທ່ານກໍໄດ້ສະເໜີຄວາມຮຽກຮ້ອງຕ້ອງການທີ່ລະອຽດ. ຂໍ້ອະນຸມານແລະວິນິດໄສດັ່ງກ່າວຂອງທ່ານສີຈິ້ນຜິງໄດ້ສ່ອງແສງໃຫ້ເຫັນເຖິງແນວຄິດຈິດໃຈຂອງພັກກຳອຳນາດຂອງຈີນໃນການຍຶດໝັ້ນການປົກຄອງດ້ວຍກົດໝາຍ ແລະ ສາມາດໃຫ້ການຄ້ຳປະກັນທີ່ເຂັ້ມແຂງຕໍ່ການປົກຄອງດ້ວຍກົດໝາຍໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ.
ພາຍຫຼັງເກີດສະພາບການແຜ່ລະບາດຂອງພະຍາດແລ້ວ, ຈີນໄດ້ຈັດເອົາການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ເຂົ້າໃນບັນຊີລາຍຊື່ຄຸຸ້ມຄອງພະຍາດຕິດຕໍ່ຕາມກົດໝາຍ ຈາກນັ້ນ, ມີ 31 ແຂວງ, ເຂດປົກຄອງຕົນເອງຂອງຈີນແຜ່ນດິນໃຫຍ່ ໄດ້ປະຕິບັດກົນໄກຮັບມືສຸກເສີນເຫດການສາທາລະນະສຸກອັນດັບໜຶ່ງຢ່າງຮອບດ້ານ; ໄດ້ຈັດຕັ້ງປະຕິບັດຫຼັກການຮັບປິ່ນປົວຜູ້ຕ້ອງສົງໄສເປັນພະຍາດ ແລະ ຜູ້ເປັນພະຍາດ ຈົນສຸດຄວາມສາມາດຢ່າງຮອບດ້ານ, ຈົນລົງໂທດ ແລະ ປົດຕຳແໜ່ງຂອງເຈົ້າໜ້າທີ່ລັດຖະບານຈຳນວນໜຶ່ງທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນຕາມກົດໝາຍ ແລະ ມາດຕະການເຂັ້ມງວດອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈການປົກຄອງດ້ວຍກົດໝາຍໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໃນຄັ້ງນີ້ຢ່າງເຕັມທີ່.
ປັດຈຸບັນນີ້, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດພວມຢູ່ໃນໄລຍະທີ່ສຳຄັນທີ່ສຸດ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຕາມຫຼັກວິທະຍາສາດດ້ວຍກົດໝາຍແລະຄວາມເປັນລະບຽບ ແມ່ນມີຄວາມສຳຄັນທີ່ສຸດ. ຈີນຈະຊຸກຍູ້ການກໍ່ສ້າງການປົກຄອງດ້ວຍກົດໝາຍໃນການຮັບມືແລະແກ້ໄຂເຫດການສຸກເສີນທີ່ສຳຄັນ ເຊິ່ງບໍ່ພຽງແຕ່ມີຜົນດີຕໍ່ການສ້າງກຳແພງສະກັດກັ້ນຄວາມສ່ຽງແລະສິ່ງທ້າທາຍເທົ່ານັ້ນ, ຫາກຍັງມີຜົນດີຕໍ່ການຊຸກຍູ້ທ່າແຮງດ້ານລະບອບການເມືອງຂອງຈີນໃຫ້ຫັນເປັນປະສິດທິພາບການປົກຄອງ ເພື່ອເປັນການຄ້ຳປະກັນທີ່ເຂັ້ມແຂງໃຫ້ແກ່ການຊຸກຍູ້ໃຫ້ເສດຖະກິດແລະສັງຄົມຂອງຈີນມີການພັດທະນາຢ່າງໜັກແໜ້ນ ແລະ ຖາວອນ.
ຄຳເຫັນ
0