ກອງປະຊຸມສຸດຍອດສະຫະພາບອາຝຣິກາຄັ້ງທີ 33 ຕົກລົງຈະຈັດຂຶ້ນຢູ່ນະຄອນຫຼວງອາດິສອາເບບາປະເທດເອທີໂອປີ ໃນວັນທີ 9 ກຸມພານີ້. ກ່ອນຈະຈັດກອງປະຊຸມ, ທ່ານໂທມັສ ເຄວຊີ ຄວາຕີ, ຮອງປະທານຄະນະກຳມະການສະຫະພາບອາຝຣິກາໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ໂດຍໄດ້ຕີລາຄາຢ່າງສູງຕໍ່ລັດຖະບານຈີນທີ່ໄດ້ທຳຄວາມພະຍາຍາມເພື່ອຕໍ່ຕ້ານພະຍາດອັກເສບປອດໄວຣັສໂຄໂຣນາ, ທ່ານກ່າວວ່າ, ສະຫະພາບອາຝຣິກາຈະພະຍາຍາມສຸດຂີດເພື່ອສະໜັບສະໜູນອ້າຍເອື້ອຍນ້ອງຈີນຕ້ານພະຍາດອັກເສບປອດໄວຣັສໂຄໂຣນາໃຫ້ໄດ້ຮັບໄຊຊະນະ.
ທ່ານຄວາຕີຍັງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າໃຫ້ແກ່ທະວີບອາຝຣິກາ, ແລະກ່າວວ່າ, ສະຫະພາບອາຝຣິກາຍິນດີສືບຕໍ່ດຳເນີນການຮ່ວມມືກັບຈີນໃນຫຼາຍຂົງເຂດ.
ຄຳເຫັນ
0