蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕອນ​ທີ່​ໄຂ້​ຫວັດ​ໃຫຍ່ H1N1 ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ, ມີໃຜບໍ່​ທີ່​ໄດ້ຕ້ານ​ອາ​ເມ​ຣິ​ກາ​?

2020-02-10 09:59:08 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານມາ​ຣີ​ໂອ ກາ​ໂວ​ໂລ ຄົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອີ​ຕາ​ລີ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ຈີນ​ເກືອບ 20 ​ປີ​ໄດ້​ພິມ​ບົດ​ຄວາມພາດ​ຫົວ​ຂໍ້: “​ທ່ານ​ທັງຫຼາຍ, ຢູ່​ນີ້​ມີ​ບາງ​ສິ່ງ​ບາງ​ຢ່າງ​ໄດ້ຜິດ​ກັນ​: ປຽບ​ທຽບ​ເຊື້ອ​ພະ​ຍາໄຂ້​ຫວັດ​ໃຫຍ່ H1N1 ທີ່ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ໃນ​ປີ 2009 ແລະ ເຊື້ອ​ພະ​ຍາດ​ໂຄ​ໂລ​ນາ​ທີ່​ແຜ່​ລະ​ບາດ​ຢູ່​ຈີນ​ໃນ​ປີ 2020” ລົງ​ສື່​ສັງ​ຄົມ​ອອນ​ລາຍ ເຊິ່​ງໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຊາວ​ເນັດທັງຫຼາຍ.

ບົດ​ຄວາມ​ລະ​ບຸ​ວ່າ, ປັດ​ຈຸ​ບັນ, ຈີນ​ພວມ​ຢູ່​ໃນ​ໄລ​ຍະ​ຕ້ານ​ກັບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ໂຄ​ໂລ​ນາ​ສາຍ​ພັນ​ໃໝ່​ທີ່​ສຳ​ຄັນ, ແຕ່​ສຽງ​​ເຫີ່​ກັນກີດ​ກັນ​ຈີນ​ຢູ່​ຕ່າງ​ປະ​ເທດ​ພັດມີຂຶ້ນ​ເລື້ອຍໆ, ເຮັດ​ໃຫ້​ຄົນ​ຮູ້​ສຶກ​ຜິດ​ຫວັງ​ແທ້. ທ່ານ​ມາ​ຣີ​ໂອ​ໄດ້​ມີ​ຄຳເຫັນ​ທີ່​ດີ​ຂອງ​ຕົນ​ຕໍ່​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ຫາງ​ສຽງ​ຕາ​ເວັນ​ຕົກ. ພໍ​ເລີ່ມ​ຕົ້​ນ​ບົດ​ຄວາມ, ທ່ານ​ມາ​ຣີ​ໂອ​ກໍ​ໄດ້​ຍົກ​ເອົາ​ຕົວ​ເລກ​ຕ່າງໆ ເພື່ອ​ໃຫ້​ຄົນ​ທັງຫຼາຍ​ຫວນ​ຄືນໄຂ້​ຫວັດ​ໃຫຍ່ H1N1 ທີ່ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ໃນ​ປີ 2009.

​ປີ 2009, ໄຂ້​ຫວັດ​ໃຫຍ່ H1N1 ໄດ້​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາຢ່າງ​ຮ້າຍ​ແຮງ ເຊິ່ງ​ຖືກ​ຖື​ວ່າ​ເປັນ​ເຫດ​ການ​ສຸກ​ເສີນ​​ໃນສາ​ກົນ ແລະ ຖືກ​ກຳ​ນົດ​ເປັນ​ພະ​ຍາດ​ຕິດ​ຕໍ່​ລັກ​ສະ​ນະ​ທົ່ວ​ໂລກ, ​ເປັນ​ເຫດ​ເຮັດ​ໃຫ້ 60 ກວ່າ​ລ້ານ​ຄົນ​ຕິດ​ເຊື້ອ​ພະ​ຍາດ, ​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ 18.449 ຄົນ. ແຕ່​ຜູ້​ຕິດ​ເຊື້ອ​ພະ​ຍາດ ແລະ ຜູ້​ເສຍ​ຊີ​ວິດ​ໃນໄຂ້​ຫວັດ​ໃຫຍ່​​ທີ່​ໄດ້​ແຜ່​ລະ​ບາດ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຄັ້ງ​ນັ້ນ ຫຼາຍກວ່າ​ຕົວ​ເລກ​ດັ່ງ​ກ່າວ​ຢ່າງຫຼວງຫຼາຍ: ອີງ​ຕາມ​ສະ​ຖິ​ຕິ​ສຸດ​ທ້າຍ​ໃນ​ປີ 2012 ຂອງ​ສູນປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດອາ​ເມ​ຣິ​ກາ ຫຼື CDC ​, ໄຂ້​ຫວັດ​ໃຫຍ່ H1N1 ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດເກືອບ 3 ແສ​ນ​ຄົນ. ໂດ​ຍ​ຜະ​ເຊີນ​ໜ້າ​ກັບສະພາບ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ທີ່​ຂ້​ຽວ​ຂາດ, ອາ​ເມ​ຣິ​ກາ​ໄດ້​ໃຊ້​ເວ​ລາ 6 ເດືອນ​ຈິ່ງ​ປະ​ກາດ​ພາ​ວະ​ສຸກ​ເສີນ​ໃນ​ຂອບ​ເຂດທົ່ວ​ປະ​ເທດ. ຂະ​ນ​ະ​ດຽວ​ກັນ, ປະ​ຊາ​ຄົມ​ໂລກ​ບໍ່​ໄດ້​ກ່າວ​ໂຈມ​ຕີ​ອາ​ເມ​ຣິ​ກາ ຫຼື​ ມີ​ຫາງ​ສຽງ​ຕ້ານ​ອາ​ເມ​ຣິ​ກາ​ຍ້ອນ​ເຫດການ​ດັ່ງກ່າວ.

ເມື່ອ​ປຽບ​ທຽບ​ກັນ​ແລ້ວ, ຈີນ​ໄດ້​ຕັ້ງ​ໜ້າ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່ ຫາກ​ຍັງ​ຖືກຫຼາຍ​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ໂຈມ​ຕີ ເຊິ່ງ​ເຮັດ​ໃຫ້​ທ່ານ​ມາ​ຣີ​ໂອ​ບໍ່​ສະ​ບາຍ​ໃຈ​ທີ່​ສຸດ. ທ່ານ​ວິ​ເຄາະ​ວ່າ: ດັ່ງ​ທີ່​ຂ້ອຍ​ເວົ້າມານັ້ນ, ບັນ​ດາ​ທ່ານ, ເລື່ອງ​ນີ້​ມັນ​ບໍ່​ຖືກຕ້ອງ. ຂ້ອຍ​ເຫັນ​ຕາ​ເວັນ​ຕົກ​ກ່າວ​​ໂຈມ​ຕີ​ລັດ​ຖະ​ບານ​ຈີນ​ດ້ວຍ​ເຈດຕະນາ​ຮ້າຍ, ​ຕຳໜິ​ຈີນ​ຈົງ​ໃຈ​ປິດ​ບັງ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ. ແຕ່​ວ່າ, ບໍ່​ວ່າ​ພະ​ຍາດ​ໄດ້​ລະ​ບາດ​ຢູ່​ປະ​ເທດ​ໃດ, ປະ​ເທດ​ນັ້ນ​ກໍ​ລ້ວນ​ແຕ່​ຈະ​ປາ​ກົດ​ມີ​ສະ​ພາບ​ການ​ແບບ​ນີ້. ບົດ​ລາຍ​ງານ​ຂອງ CDC ອາ​ເມ​ຣິ​ກາ​ກໍ​​ເປັນ​ການ​ຢືນຢັນ​ເລື່ອງ​ນີ້​ຢ່າ​ງ​ຈະ​ແຈ້ງມາ​ແລ້ວ.

ຕົວ​ເລກຜູ່​ຕິດ​ເຊື້ອ​ພະ​ຍາດ​ໃນ​ການ​ແຜ່​ລະ​ບາດຂອງໄຂ້​ຫວັດ​ໃຫຍ່ H1N1 ຢູ່​ອາ​ເມ​ຣິ​ກາ​​ໄດ້ຖືກ​ປະ​ເມີນ​ຕ່ຳ​ຢ່າງຫຼວງຫຼາຍ, ຈົນ​ເວລາ​ຜ່ານ​ໄປ 3 ປີ​ແລ້ວ​ຈຶ່ງ​ປະກາດ​ອີກ​ຄັ້ງ​ໃໝ່. ຍ້ອນ​ວ່າ, ບັນ​ດາ​ທ່ານ​​ເພື່ອນ​ມິດທີ່​ຮັກ​ແພງ, ນີ້​ກໍ​ຄື​ລັກ​ສະ​ນະ​ພິ​ເສດ​ຂອງ​​ແຜ່​ລະບາດ​ຢ່າງ​ຮ້າຍ​​ແຮງຂອງເຊື້ອ​ພະ​ຍາດ​ແບບ​ນີ້, ບໍ່​ວ່າ​ຢູ່​ປະ​ເທດ​ໃດ​ກໍ​ຄື​ກັນ​ໝົດ. ຍ້ອນ​ວ່າ​ກຳ​ລັງ​ຄົນ​ຈະ​ບໍ່​ພຽງ​ພໍ​ໂດຍຕະຫຼອດ, ສານ​ບົ່ງມະຕິພະຍາດ​ວ່ອງ​ໄວ​​ກໍ​ບໍ່​ພຽງ​ພໍ​ໂດຍ​ຕະຫຼອດ​, ຢາ ແລະ ຜະ​ລິດ​ຕະ​ພັນ​ປິ່ນ​ປົວພະຍາດ​ກໍ​ຈະ​ບໍ່​ພຽງ​ພໍ​ໂດຍ​ຕະຫຼອດ​ເຊັ່ນ​ກັນ.

ຈີນ​ບໍ່​ໄດ້​ປິດ​ບັງ​ຄວາມ​ຫຍຸ້ງ​ຍາກ​ເຫຼົ່າ​ນີ້, ສື່ມວນ​ຊົນຈີນ​ໄດ້​ລາຍ​ງານທຸກ​ມື້ ​ແລະ ຄົນ​ທັງຫຼາຍ​ກໍຮູ້​ດີ​. ສິ່ງ​ເຫຼົ່າ​ນີ້​ເປັນ​ຄວາມ​ຈິງ​ໝົດ, ບໍ່​ແມ່ນ​ຄວາມ​ບົກ​ຜ່ອງ​ສະ​ເພາະ​ແຕ່​ລະ​ບົບ​ສ​າ​ທາ​ລະ​ນະ​ສຸກ ຫຼື ​ລັດ​ຖະ​ບານ​​ຈີນ​ເທົ່ານັ້ນ​.

​ໃນມື້​ທີ່​ລົງ​ພິມ​ບົດ​ຄວາມ​ດັ່ງ​ກ່າວ, ທ່ານ​ມາ​ຣີ​ໂອ​ໄດ້​ສົນໃຈ​ວ່າ, ອັງ​ກິດ​ກໍ​ໄດ້​ຮຽນ​ແບບ​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ ​ໂດຍ​ເຕືອນ​ໃຫ້​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ໜີ​ອອກ​ຈາກ​ຈີນ, ທ່ານ​ໄດ້​ຕັ້ງ​ຂໍ້​ຊັກ​ຖາມຫຼາຍ​ຂໍ້​ຕໍ່​ການ​ກະ​ທຳ​ຂອງລັດ​ຖະ​ບານອັງກິດ​ແບບ​ນີ້​. ປີ​ເກີດໄຂ້​ຫວັດ​ໃຫຍ່ H1N1 ຢູ່​ອາ​ເມ​ຣິ​ກາ, ປະ​ເທດ​ອື່ນ​ໄດ້ກະທຳ​ຕໍ່​ອາ​ເມຣິກາ​ແບບ​ດຽວ​ກັນ​ບໍ່? ບໍ່!

ວັນ​ທີ 5 ກຸ​ມ​ພາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ສົນ​ໃຈ​ວ່າ, ພາຍຫຼັງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​​ໄດ້​ເຕືອນ​ໃຫ້​ພົນ​ລະ​ເມືອງ​ອາ​ເມ​ຣິ​ກາໜີ​ອອກ​ຈາກ​ຈີນ​ແລ້ວ, ສະ​ຖານ​ທູດ​ອັງ​ກິດ​ກໍ​ໄດ້​ມີ​ຂໍ້​ສະ​ເໜີ​ຕໍ່​ພົນ​ລະ​ເມືອງປະ​ເທດ​ຕົນ​ເຊັ່ນ​ກັນ.

ປີ 2009, ຄົນ​ອັງ​ກິດ​ທີ່​ຢູ່​ອາ​ເມ​ຣິ​ກາ​ໄດ້​ຮັບ​ແຈ້ງ​ການ​ຈາກ​ອັງ​ກິດຫຼື​ບໍ່​ເພື່ອ​ເຕືອນ​ໃຫ້ໜີ​ອອກ​ຈາກ​ອາ​ເມ​ຣິ​ກາ​? ບໍ່​!

ບັນ​ດາ​ປະ​ເທດ​ໃນ​ໂລກ​ໄດ້​ສະ​ເໜີ​ໃຫ້​ພວກ​ເຮົາ​ແຍກ​ດ່ຽວ​ອາ​ເມ​ຣິ​ກາຫຼື​ບໍ່? ປິດ​ຊາຍ​ແດນ​ອາ​ເມ​ຣິ​ກາຫຼື​ບໍ່!? ບໍ່​ມີ!

ຄົນ​ອາ​ເມ​ຣິ​ກາ​ຄື​ກັນ​ກັບ​ຄົນ​ຈີນ​ໃນ​ປັດ​ຈຸ​ບັນຫຼື​ບໍ, ກາຍ​ເປັນ​ເປົ້າ​ໝາຍ​ກ່າວ​ໂຈມ​ຕີ​ຍ້ອນ​ຫາງ​ສຽງ​ຕໍ່​ຕ້ານ? ບໍ່​ມີ.

ທີ່​ຈິງ​ແລ້ວ, ການຕອບ​​ໂຕ້​ຢ່າງວ່ອງ​ໄວ​ຂອງ​ຈີນ​ເປັນ​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍຫຼາຍ.

ທ່ານ​ມາ​ຣີ​ໂອ​ເຫັນ​ວ່າ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ອູ​ຮັ້ນ​ບໍ່​ໄດ້​ເຮັດ​ວຽກ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ໃຫ້​ດີ​ໃນ​ໄລ​ຍະ​ຕົ້ນ, ຈຸດນີ້​ຄວນ​ຖືກ​ຕຳໜິ. ແຕ່​ມາດຕະການ​ຕອບ​ໂຕ້ຂອງ​ລັດ​ຖະ​ບານ​ຈີນ​​ແມ່ນວ່ອງ​ໄວ​ທີ່​ສຸດ​ໃນ​ໂລກ ເຊິ່ງມີຫຼາຍປະ​ເທດ​​ປຽບ​ມຽບ​ບໍ່​ໄດ້.

ຖ້າ​ຍ້ອນ​ວ່າ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ບໍ່​ສາມາດ​ປະ​ຕິ​ບັດໜ້າ​ທີ່​ເປັນ​ຢ່າງ​ດີ, ເລີຍ​ປະ​ຕິ​ເສດ​ລະ​ບົບ​ການ​ເມືອງ​ຂອງ​ທົ່ວ​ປະ​ເທດໝົດ, ນີ້ຈະເປັນ​ເລື່ອງ​ທີ່​ຜິດ​ພາດ.

ຜູ້​ຂຽນ​ເຫັນ​ກັບ​ຕາ​ວ່າ, ຢູ່​ຈີນທີ່​ພວມ​ກ້າວ​ເຂົ້າ​ສູ່ໄລ​ຍະ​ບຸນ​ກຸດ​ຈີນ ແລະ ຄົ​ນ​ຈີນ​ກັບ​ບ້ານ​ເກີດ​ເພື່ອ​ສະຫຼອງບຸນ​ເປັນ​ຈຳ​ນວນຫຼວງຫຼາຍ, ຈີນ​ເຮັດ​ຈັ່ງ​ໃດຈິ່ງ​ສາ​ມາດ​ເຂົ້າ​ສູ່​ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ພາຍ​ໃນ​ບໍ່​ເທົ່າ​ໃດ​ວັນ, ຫຼາຍ​ແຂວງ​ແລະ​ກຳ​ແພງ​ນະ​ຄອນ​ຂອງ​ຈີນ​ໄດ້​​ເລີ່ມ​ປະຕິບັດກົນ​ໄກ​ຮັບ​ມືກັບ​​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ສຳ​ຄັນ​ລະ​ດັບ​ໜຶ່ງ, ໄດ້​ສ້າງ​ໂຮງ​ໝໍ​ຂຶ້ນສອງ​ແຫ່ງ​ພາຍ​ໃນ​ເວລາ 10 ວັນ, ຈາກ​ຕົວ​ເມືອງ​ຮອດ​ຊົນ​ນະ​ບົດ, ປະ​ຊາ​ຊົນ​ຈີນ​ໄດ້​ແຍກ​ດ່ຽວ​ຢູ່​ເຮືອນ​ດ້ວຍ​ຕົນ​ເອງ​ ແລະ​ອື່ນໆ.

ທ່ານ​ເຫັນ​ວ່າ, ປັດ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ເອງ​ກຳລັງ​ຢູ່​ຈີນ, ທຸກ​ສິ່ງ​ທຸກ​ຢ່າງ​ກໍໄດ້​ເຫັນ​ກັບ​ຕາ, ບໍ່​ວ່າ​ຈະ​ສັງ​ເກດ​ຈາກ​ດ້ານ​ໃດ, ລ້ວນ​ແຕ່​ເປັນ​ເລື່ອງ​​ທີ່ເຫຼືອ​ເຊື່ອ.

ພວກ​ເຮົາອົດ​ບໍ່​ໄດ້​ຕ້ອງຮູ້ສຶກໜ້າ​ອັດສະຈັນ​ຕໍ່​ການ​ຕອບ​ໂຕ້​ຢ່າງ​ຕັ້ງ​ໜ້າ​ໃນ​ຂອບ​ເຂດກວ້​າງ​ຂວາງ​ຂອງ​ຈີນ, ອຳ​ນາດ​ການ​ປົກ​ຄອງ​ລະ​ດັບ​ແຂວງ​ໄດ້​ຈຳ​ກັດ​ການ​ສັນຈ​ອນ​ຂອງ​ປະ​ຊາ​ກອນ​, ຈຳ​ກັດ​ການ​ຄົມ​ມະ​ນາ​ຄົມຂົນ​ສົ່ງ​ ແລະ ຈຳ​ກັດ​ການ​ເຄື່ອນ​ໄຫວ​ທາງ​ເສດ​ຖະ​ກິດໃນ​ໄລ​ຍະ​ໜຶ່ງ, ບວກ​ກັບ​ພົນ​ລະ​ເມືອງ​ຈີນ 1,3 ຕື້​ຄົນສະ​ໝັກ​ໃຈ​ປະ​ສົມ​ປະ​ສານກັນດ້ວຍຈິດ​ໃຈ​ຮັບ​ຜິດ​ຊອບ​ສູງ, ​ເຂົາ​ເຈົ້າສ່ວນຫຼາຍ​ໄດ້​ພັກ​ຢູ່​ເຮືອນ​ຢ່າງ​ໃຈ​ເຢັນເປັນ​ໄລ​ຍະຫຼາຍ​ສັບ​ປະ​ດາ ​ແລະ​ລໍ​ຖ້າ​ເຊື້ອ​ພະ​ຍາດ​ສູນ​ຫາຍ​ໄປ.

ການ​ຕອ​ບ​ໂຕ້​ຄື​ບົດ​ຮຽນ​ໃນ​ຕຳ​ລາ​ແບບ​ນີ້ ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ປະ​ຊາ​ຄົມ​ໂລກ. ຄົນ​ທັງຫຼາຍ​ເຫັນ​ວ່າ, ການ​ຕອບ​ໂຕ້​ທີ່​ອັດ​ສະ​ຈັນ​ແບບ​ນີ້​ໄດ້​ສ້າງ​ມາດ​ຕະ​ຖານ​ໃໝ່​ຢ່າງ​ໜຶ່ງໃຫ້​ທຸກ​ປະ​ເທດ​ທີ່​ອາດ​ຈະ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ອະນາຄົດ.

ຄວນຢຸດ​ເຊົາ​ແລ້ວ, ການ​ກ່າວ​ໂຈມ​ຕີ​ ແລະ ໃສ່​ຮ້າຍ​ປ້າຍ​ສີ​ດ້ວຍ​ເຈດ​ຕະນາ​ຮ້າຍ​ແບບ​ນີ້!

 

 

ຄຳ​ເຫັນ

0