ວັນທີ 8 ກຸມພານີ້, ທ່ານ ເຕໂດຣສ ອັດຮາໂນມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ຫຼື WHO ກ່າວວ່າ: ອົງການຕົນບໍ່ພຽງແຕ່ພວມພະຍາຍາມສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເທົ່ານັ້ນ, ແຕ່ຍັງຕໍ່ສູ້ກັບມືຍຸຍົງສົ່ງເສີມທາງອິນເຕີເນັດ(Web hyper) ແລະ ຜູ້ໂຄສະນາຊວນເຊື່ອຕໍ່ຖ້ອຍຄຳທີ່ວ່າເປັນ “ເຫດການທີ່ມີກົນອຸບາຍ” ທີ່ໄດ້ເຜີຍແຜ່ຂ່າວຜິດພາດ, ທໍາລາຍການຮັບມືກັບສະພາບການແຜ່ລະບາດຂອງພະຍາດອີກດ້ວຍ. ທ່ານກ່າວເນັ້ນວ່າ: ຂ່າວທີ່ຜິດພາດໄດ້ເຮັດໃຫ້ວຽກງານຂອງພະນັກງານສາທາລະນະສຸກປະສົບຄວາມຫຍຸ້ງຍາກຫຼາຍກວ່າເກົ່າ, ຍັງໄດ້ຫັນເຫຄວາມສົນໃຈຂອງຜູ້ຕັດສິນນະໂຍບາຍອີກ, ເປັນການສ້າງຄວາມວຸ້ນວາຍໃຫ້ແກ່ສັງຄົມ, ສ້າງຄວາມຫວາດຫວັ່ນໃຫ້ຄົນທົ່ວໄປ. ສະນັ້ນ, ອົງການຕົນພວມສ້າງຕັ້ງທີມເປີດເຜີຍເລື່ອງຄວາມເປັນຈິງທີມຫນຶ່ງ ເພື່ອສະກັດກັ້ນການເຜີຍແຜ່ຂ່າວຜິດພາດ. ທ່າທີດັ່ງກ່າວກໍ່ຄືມາດຕະການທີ່ກ່ຽວຂ້ອງຂອງອົງການອະນາໄມໂລກ ໄດ້ມີຄວາມຫມາຍສໍາຄັນຕໍ່ການສະກັດກັ້ນການເຜີຍແຜ່ຂ່າວລືແລະສະກັດກັ້ນບໍ່ໃຫ້ມີກໍາລັງບໍ່ເປັນການສ້າງສັນລົບກວນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃຫມ່.
ຫຼັງຈາກເກີດການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ຈີນບໍ່ພຽງແຕ່ສາມາດຄົ້ນຄວ້າແລະຈໍາແນກເຊື້ອຈຸລະໂລກໄດ້ໃນເວລາສັ້ນເປັນການສ້າງສະຖິຕິໃຫມ່ ແລະ ໄດ້ແຈ້ງລຳດັບແຊນຂອງເຊື້ອຈຸລະໂລກດັ່ງກ່າວໃຫ້ອົງການອະນາໄມໂລກແລະປະເທດອື່ນໆຊາບຢ່າງເປັນເຈົ້າການ ແລະທັນການ, ທັງແຈ້ງສະພາບການແຜ່ລະບາດຂອງພະຍາດຕໍ່ພາຍນອກຢ່າງເປີດເຜີຍແລະໂປ່ງໃສ, ຂະນະດຽວກັນກໍ່ໄດ້ໃຊ້ມາດຕະການແບບຂາດຕົວເພື່ອສະກັດກັ້ນບໍ່ໃຫ້ພະຍາດແຜ່ລະບາດຂະຫຍາຍວົງກວ້າງອອກ ເຊິ່ງໄດ້ຮັບການຢືນຢັນແລະການສະຫນັບສະຫນູນໂດຍທົ່ວໄປຈາກປະຊາໂຄມໂລກ. ແຕ່ວ່າ, ນັກການເມືອງ ແລະ ສື່ມວນຊົນຂອງບາງປະເທດຕາເວັນຕົກໄດ້ປັ້ນຂ່າວເທັດຂຶ້ນເລື້ອຍໆ, ຍິ່ງກວ່ານັ້ນຍັງໄດ້ຕັ້ງໃຈກໍ່ເລື່ອງຂຶ້ນວ່າ ເປັນ “ເຫດການທີ່ມີກົນອຸບາຍ”, ໃສ່ຮ່າຍປ້າຍສີແລະກ່າວໂຈມຕີຕໍ່ຈີນ, ໄດ້ສ້າງຄວາມຢ້ານກົວຮຸນແຮງຂຶ້ນຕື່ມ, ລ່ວງລໍ້າສິດແລະຜົນປະໂຫຍດຂອງຊາວຈີນຕ່າງດ້າວກໍຄືບຸກຄົນເຊື້ອສາຍປະເທດອາຊີ, ທັງເປັນການລົບກວນຢ່າງໜັກໜ່ວງຕໍ່ການຮ່ວມມືສາກົນໃນການສະກັດກັ້ນການແຜ່ລະບາດຂອງພະຍາດອີກດ້ວຍ.
ເຊື້ອພະຍາດແມ່ນສັດຕູຮ່ວມກັນຂອງມວນມະນຸດ. ຈີນໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມທີ່ຮອບດ້ານທີ່ສຸດແລະເຄັ່ງຄັດທີ່ສຸດ, ບໍ່ພຽງແຕ່ແມ່ນເພື່ອປ້ອງກັນປະຊາຊົນຂອງປະເທດຕົນເທົ່ານັ້ນ, ຫາກຍັງເພື່ອປ້ອງກັນປະຊາຊົນປະເທດຕ່າງໆໃນໂລກອີກດ້ວຍ.
ຄຳເຫັນ
0