黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິສາຫະກິດຈີນມີຄວາມໝັ້ນ​ໃຈ​ທີ່​ຈະເອົາຊະນະສິ່ງທ້າທາຍແລະພັດທະນາຢ່າງຕໍ່ເນື່ອງ

2020-02-11 14:48:27 cri

ໃນສອງມື້ມານີ້, ວິສາຫະກິດຈີນເລີ່ມຟື້ນຟູການຜະລິດ​ເປັນ​ການ​ໃຫຍ່. ລັດຖະບານຈີນໄດ້ອອກປະກາດແຈ້ງການເປັນພິເສດ ​ໂດຍເນັ້ນໜັກວ່າຕ້ອງເພີ່ມທະວີການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ຕາມຫຼັກວິທະຍາສາດຢ່າງແທ້ຈິງ, ເຮັດໃຫ້ວິສາຫະກິດສາມາດຟື້ນຟູການຜະລິດຢ່າງມີລະບຽບ.
ວິສາຫະກິດແມ່ນໂຄງປະກອບສຳຄັນຂອງເສດຖະກິດ, ການເຮັດແນວໃດເຮັດໃຫ້ການແຜ່ລະບາດຂອງພະຍາດມີຜົນກະທົບໜ້ອຍທີ່ສຸດຕໍ່ວິສາຫະກິດ ໄດ້ກາຍເປັນສິ່ງ​ທີ່​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງຂອງເສດຖະກິດຈີນໃນປັດຈຸບັນ. ໃນຂະນະທີ່ເຮັດວຽກການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໃຫ້ດີ, ວິສາຫະກິດປະເພດຕ່າງໆຂອງຈີນພວມ​ຟື້ນ​ຟູການຜະລິດດ້ວຍ​ສະຕິປັນຍາຂອງຕົນ. ຂະນະ​ດຽວ​ກັນ, ລັດຖະບານຈີນກໍນຳໃຊ້ນະໂຍບາປັບປຸງດ້ານມະຫາພາກຢ່າງ​ເຕັມທີ່, ສຸມກຳລັງຢ່າງສຸດຂີດເພື່ອສະໜັບສະໜູນວິສາຫະກິດຕ່າງໆ​ໃນ​ການຟື້ນຟູການຜະລິດ.

ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດ, ວິສາຫະກິດຈີນມີຄວາມ​ໝັ້ນໃຈ​ໃນ​ການຕ້ານ​ກັບ​ຜົນກະທົບແລະສືບຕໍ່ພັດທະນາ ກໍຍ້ອນວ່າມີການຄ້ຳຊູຈາກພື້ນຖານເສດຖະກິດທີ່ດີ. ຈີນມີທ່າແຮງຕ່າງໆເຊັ່ນ: ມີຕະຫຼາດໃຫຍ່ກວມປະຊາກອນ 1,4 ຕື້ຄົນ, ມີຕ່ອງ​ໂສ້ອຸດສາຫະກຳ​ແລະ​ຕ່ອງ​​ໂສ້ການສະໜອງອັນຄົບຖ້ວນທີ່ສຸດໃນໂລກ, ມີພື້ນຖານໂຄງລ່າງທີ່ດີ, ມີຜູ້ມີຄວາມຮູ້ຄວາມສາມາດ​ແລະ​ນັກວິຊາການຢ່າງຫຼວງຫຼາຍ ​ແລະ​ອື່ນໆ, ​ເຊິ່ງທັງ​ໝົດເຫຼົ່ານີ້​ໄດ້​ເປັນການຄ້ຳຊູທີ່ເຂັ້ມແຂງຂອງການພັດທະນາເສດຖະກິດຂອງຈີນ ​ແລະ​ກໍເປັນຄວາມ​ໝັ້ນ​ໃຈຕໍ່ການພັດທະນາຂອງວິສາຫະກິດ.

ວິສາຫະກິດຈີນ​ໄດ້ພັດທະນາເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງໃນການຜະເຊີນກັບຄວາມຫຍຸ້ງຍາກລຳບາກ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ມາຕະຫຼອດ ​ແລະ ເທື່ອນີ້ກໍຄືກັນ. ໂດຍອີງໃສ່ຄວາມສາມາດ​ການຟື້ນຕົວຄືນໃໝ່ອັນເຂັ້ມແຂງຂອງຕົນ, ໂດຍອີງໃສ່ການສະໜັບສະໜູນຢ່າງສຸດຂີດຈາກລັດຖະບານ ແລະ ອີງ​ໃສ່​ກຳລັງ​ຄ້ຳ​ຊູ​ອັນ​ເຂັ້ມ​ແຂງຈາກພື້ນຖານເສດຖະກິດ, ວິສາຫະກິດຈີນຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່​ມີຂຶ້ນຊົ່ວຄາວ​ໄດ້ຢ່າງແນ່ນອນ, ​ມີການພັດທະນາຄັ້ງ​ໃໝ່ ​ແລະ ສືບຕໍ່ເພີ່ມພະລັງຊຸກ​ດັນ​ເຂົ້າ​ໃນການເຕີບໂຕຂອງເສດຖະກິດຈີນ.

ຄຳ​ເຫັນ

0