赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ພະ​ນັກ​ງານ​ການ​ແພດ​ທີ່​ກຳ​ລັງ​ຕໍ່​ຕ້ານ​ກັບ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່

2020-02-11 14:07:02 cri

 

ວັນ​ທີ 10 ກຸມ​ພາ​ນີ້, ທ່ານ​ ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສຳ​ຫຼວດຄົ້ນ​ຄວ້າ​ວຽກ​ງານປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່, ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ພະ​ນັກ​ງານ​ການ​ແພດ​ຢູ່​ແນວ​ໜ້າ ໂດຍ​ຜ່ານ​ວິ​ດີ​ໂອ​ຕິດ​ຕໍ່​ກັບ​ໂຮງ​ໝໍ​ຈິ່ນ​ຢິນ​ທານ, ໂຮງ​ໝໍ​​ສະ​ມາ​ຄົມ​ສະ​ຖາ​ບັນ​ການ​ແພດ​ແລະ​ໂຮງ​ໝໍ​ໂຫ​ເ​ຊີນ​ຊ່ານ ທີ່​ຮັບ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ທີ່​ມີ​ອາ​ການ​ໜັກ. ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຕາງ​ໜ້າ​ສູນ​ກາງ​ພັກ ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ສົ່ງ​ແລະ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ພວກ​ເຈົ້າ ກໍ່​ຄື​ພະ​ນັກ​ງານ​ການ​ແພດ​ທົ່ວ​ປະ​ເທດ​ທີ່​ກຳ​ລັງ​ສູ້​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ເທື່ອ​ນີ້.”

ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ການ​ແພດ​ທົ່ວ​ປະ​ເທດ ຈົ່ງ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ທີ່​ເພື່ອ​ສູ້​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຄັ້ງ​ນີ້​ໃຫ້​ດີ, ອອກ​ແຮງ​ສຸ​ດ​ຂີດ​ເພື່ອ​ປິ່ວ​ປົວ​ຄົນ​ເຈັບ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ສະ​ເໜີ​ວ່າ, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແຫ່ງ​ຕ່າງໆ ຕ້ອງ​ຊ່ວຍ​ເຫຼື​ອ​ພະ​ນັກ​ງານ​ການ​ແພດ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ແລະ​ບັນ​ຫາ​ແທ້​ຈິງ. ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່, ຄວາມ​ປອດ​ໄພ​ແລະ​ຄວາມ​ເອົາ​ໃຈ​ໃສ່​ແກ່​ພວກ​ເຂົາ​ເຈົ້າ.

ຄຳ​ເຫັນ

0