ວັນທີ 12 ກຸມພານີ້, ກອງປະຊຸມ “ການກຳນົດແຜນການຄົ້ນຄວ້າວິທະຍາສາດຂອງ ເວທີປຶກສາຫາລືການຄົ້ນຄວ້າແລະປະດິດສ້າງໃໝ່ກ່ຽວກັບພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່” ໄດ້ສິ້ນສຸດລົງຢູ່ສຳນັກງານໃຫຍ່ອົງການອະນາໄມໂລກທີ່ເຊີແນວ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງເວທີປຶກສາຫາລື, ໃນໂອກາດຕອບຄຳຖາມຂອງນັກຂ່າວປະເທດຕາເວັນຕົກ, ທ່ານເຕໂດສ ອັດຮາໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ: “ຈີນບໍ່ເຄີຍຮຽກຮ້ອງໃຫ້ພວກເຮົາຍ້ອງຍໍປະເທດຈີນທັງໃນເມື່ອກ່ອນກໍຄືປັດຈຸບັນ. ນີ້ແມ່ນຄວາມຈິງ, ເຫດການຈິງທັງໝົດ!”
ພາຍຫຼັງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ແຜ່ລະບາດຢູ່ຈີນເປັນຕົ້ນມາ, ຈີນໄດ້ປະຕິບັດມາດຕະການທີ່ເຂັ້ມແຂງຢ່າງຫລວງຫລາຍເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ. ແຕ່ວ່າ, ມີບາງສື່ມວນຊົນບໍ່ໄດ້ເອົາໃຈໃສ່ຕໍ່ຄວາມພະຍາຍາມຢ່າງໃຫຍ່ຫຼວງຂອງລັດຖະບານຈີນເພື່ອຕໍ່ຕ້ານກັບການແຜ່ລະບາດຂອງພະຍາດໂດຍມີການປະສານສົມທົບກັບປະຊາຄົມໂລກ, ພັດໄດ້ກໍ່ຄວາມວຸ້ນວາຍ, ຍິ່ງກວ່ານັ້ນໄດ້ໃສ່ຮ້າຍປ້າຍສີ ປ່ຽນຂາວເປັນດໍາ ແລະກ່າວໂຈມຕີປະເທດຈີນຢ່າງໄຮ້ເຫດຜົນ.
ໃນໂອກາດຕອບຄຳຖາມຂອງນັກຂ່າວປະເທດຕາເວັນຕົກ, ທ່ານເທໂດສ ໄດ້ເວົ້າເຖິງແບບຢ່າງການຮ່ວມມືກັນຢ່າງໃກ້ສິດຂອງພາກສ່ວນສາທາລະນະສຸກຈີນແລະເຢຍລະມັນ, ເຮັດໃຫ້ສາມາດບົ່ງມະຕິຜູ້ຕິດແປດພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ຢູ່ເຢຍລະມັນໄດ້ຢ່າງວ່ອງໄວ. ທ່ານເຕໂດສ ເຫັນວ່າ, ມາດຕະການທີ່ເປີດເຜີຍ, ໂປ່ງໃສແລະມີຄວາມຮັບຜິດຊອບຂອງຈີນ, ໄດ້ເຮັດໃຫ້ເຢຍລະມັນສາມາດ “ປະຕິບັດການເຄື່ອນໄຫວໄດ້ຢ່າງທັນການແລະສາມາດສະກັດກັ້ນບໍ່ໃຫ້ເຊື້ອພະຍາດແຜ່ລະບາດອອກໄປ, ຊ່ວຍໃຫ້ເຢຍລະມັນສາມາດຄວບຄຸມການແຜ່ລະບາດຂອງພະຍາດໄດ້ເປັນຢ່າງດີ.”
ທ່ານເຕໂດສໄດ້ຊີ້ແຈງໃຫ້ທຸກຄົນເຫັນວ່າ: ໃນກອງປະຊຸມຄະນະບໍລິຫານງານອົງການອະນາໄມໂລກຄັ້ງທີ 146, ສະມາຊິກອົງການອະນາໄມໂລກເກືອບທັງໝົດລ້ວນແຕ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຈີນ. ເປັນຫຍັງຈຶ່ງຍ້ອງຍໍປະເທດຈີນ? ທ່ານເຕໂດສ ໄດ້ອະທິບາຍວ່າ: “ພວກເຮົາບໍ່ຕ້ອງການຈະເອົາໃຈຜູ້ໃດຜູ້ໜຶ່ງ, ການທີ່ສະແດງຄວາມຊົມເຊີຍຕໍ່ປະເທດຈຳນວນໜຶ່ງຢ່າງເປີດເຜີຍມີສອງຈຸດປະສົງ ຄື: ໜຶ່ງ, ສົ່ງເສີມໃຫ້ປະເທດເຫຼົ່ານັ້ນສືບຕໍ່ຍຶດໝັ້ນໃນນະໂຍບາຍທີ່ຖືກຕ້ອງ ສອງ, ເພື່ອເຮັດໃຫ້ປະເທດອື່ນຮ່ຳຮຽນເອົາເປັນແບບຢ່າງຕໍ່ການກະທຳທີ່ຖືກຕ້ອງດັ່ງກ່າວ.”
ທ່ານເຕໂດສ ເນັ້ນໜັກອີກວ່າ, ໃນຂະນະນີ້, ສິ່ງສຳຄັນທີ່ສຸດບໍ່ແມ່ນໃສ່ຮ້າຍປ້າຍສີ ຫຼື ກ່າວໂຈມຕີປະເທດໃດໜຶ່ງ, ຫາກຄວນຮັກສານ້ຳໃຈສາມັກຄີ ແລະ ຕ້ານສັດຕູຂອງມວນມະນຸດຮ່ວມກັນນັ້ນກໍຄື: ພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ນັ້ນເອງ.
ຄຳເຫັນ
0