ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ນັບແຕ່ເກີດການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ເປັນຕົ້ນມາ, ສູນກາງພັກກອມມູນິດຈີນໃຫ້ຄວາມສຳຄັນຢ່າງສູງແລະຖືຄວາມປອດໄພດ້ານຊີວິດແລະສຸຂະພາບທີ່ແຂງແຮງຂອງປະຊາຊົນໄວ້ຢູ່ອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ກຳແໜ້ນວຽກງານປ້ອງແລະຄວບຄຸມພະຍາດເປັນວຽກງານສຳຄັນທີ່ສຸດໃນປັດຈຸບັນ. ທ່ານສີຈິ້ນຜິງໄດ້ວາງແຜນດຳເນີນງານແລະບັນຊາການດ້ວຍຕົນເອງໂດຍໄດ້ຈັດກອງປະຊຸມຫຼາຍຄັ້ງ, ຮັບຟັງການລາຍງານ ແລະ ອອກຄຳສັ່ງຊີ້ນຳທີ່ສຳຄັນຫຼາຍຄັ້ງ ໂດຍຮຽກຮ້ອງໃຫ້ຄະນະພັກແລະອົງການປົກຄອງທຸກຂັ້ນ ກໍຄື ພາກສ່ວນທີ່ກ່ຽວຂ້ອງໃຫ້ວາງແຜນຢ່າງຮອບຄອບຖີ່ຖ້ວນ ແລະ ຈັດຕັ້ງກຳລັງທຸກດ້ານເພື່ອດຳເນີນການປ້ອງກັນແລະຄວບຄຸມພະຍາດ.
ວັນທີ 10 ກຸມພາ2020,ທ່ານສີຈິ້ນຜິງສົນທະນາທາງວີດີໂອກັບພະນັກງານແພດໝໍຢູ່ແນວໜ້າປ້ອງກັນພະຍາດຢູ່ອູຮັ້ນ
ຕອນບ່າຍວັນທີ 10 ກຸມພານີ້, ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສຳຫຼວດກວດເບິ່ງແລະຊີ້ນຳວຽກງານປ້ອງກັນແລະຄວບຄຸມພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ຢູ່ນະຄອນຫຼວງປັກກິ່ງໂດຍໄດ້ໄປຢ້ຽມຢາມເຂດຊຸມຊົນ,ໂຮງໝໍ,ສູນປ້ອງກັນແລະຄວບຄຸມພະຍາດເພື່ອຮັບຮູ້ສະພາບການປ້ອງກັນແລະຄວບຄຸມພະຍາດຢູ່ຂັ້ນຮາກຖານທັງໄດ້ສົນທະນາທາງວີດີໂອກັບພະນັກງານແພດໝໍທີ່ຢູ່ແນວໜ້າໃນການປ້ອງກັນແລະຄວບຄຸມພະຍາດຢູ່ນະຄອນອູຮັ້ນແຂວງຫູເປີຍເພື່ອສະແດງຄວາມເປັນຫ່ວງ ແລະ ເອົາໃຈໃສ່ກໍຄືການສະແດງຄວາມຢື້ຢາມຖາມຂ່າວຂອງສູນກາງພັກທີ່ມີຕໍ່ແພດໝໍກໍຄືພະນັກງານຈຳນວນຫລວງ ຫລາຍທີ່ສູ້ຊົນຢູ່ແນວໜ້າໃນການປ້ອງກັນແລະຄວບຄຸມພະຍາດໃນທົ່ວປະເທດ.
ພວກເຮົາໄດ້ສັງເກດເຫັນວ່າ ໃນການສຳຫຼວດກວດເບິ່ງສະພາບການປ້ອງກັນແລະຄວບຄຸມພະຍາດຂອງທ່ານສີຈິ້ນຜິງໃນຄັ້ງນີ້ມີຫຼາຍເລື່ອງທີ່ໜ້າສົນໃຈ ທີ່ເປັນການເຊີດຊູກຳລັງໃຈຕໍ່ສູ້ໃຫ້ປະຊາຊົນໂດຍສະເພາະແມ່ນພະນັກງານແພດໝໍຢູ່ແນວໜ້າ,ສາມາດເວົ້າໄດ້ວ່າ ເປັນການເພີ່ມຄວາມໝັ້ນໃຈ,ສ້າງຄວາມອົບອຸ່ນໃຫ້ແກ່ປະຊາຊົນແລະເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ.
ໃນໄລຍະສຳຫຼວດກວດເບິ່ງແລະຊີ້ນຳວຽກງານຕ້ານພະຍາດໃນຄັ້ງນີ້, ທ່ານສີຈິ້ນຜິງໄດ້ໃສ່ໜ້າກາກອະນາໄມຕະຫຼອດ ແລະເປັນເຈົ້າການເດ່ມືໃຫ້ພະນັກງານທີ່ກ່ຽວຂ້ອງແທກອຸນຫະພູມຮ່າງກາຍ.
ຕອນບ່າຍວັນທີ 10 ກຸມພານີ້,ທ່ານສີຈິ້ນຜິງໄດ້ຢ້ຽມຢາມຄະນະກຳມະການຊຸມຊົນອ່ານຮວາລີຖະໜົນອ່ານເຈີ່ນ ເມືອງຊາວຢາງ ນະຄອນຫຼວງປັກກິ່ງ
ຄະນະກຳມະການຊຸມຊົນເປັນກອງບັນຊາການຊົ່ວຄາວໃນການປ້ອງກັນພະຍາດໃນເຂດຊຸມຊົນ.ຕອນບ່າຍວັນທີ 10 ກຸມພານີ້,ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງຄະນະກຳມະການຊຸມຊົນອ່ານຮວາລີຖະໜົນອ່ານເຈີ່ນ ເມືອງຊາວຢາງ ນະຄອນຫຼວງປັກກິ່ງເປັນແຫ່ງທຳອິດ. ພໍຍ່າງເຂົ້າປະຕູຫ້ອງການຄະນະກຳມະການຊຸມຊົນດັ່ງກ່າວ, ທ່ານສີຈິ້ນຜິງກໍໄດ້ຕື່ນໂຕເດ່ມືໃຫ້ພະນັກງານແທກອຸນຫະພູມຮ່າງກາຍ. ນາງເກີຕຸ່ງເມີຍ ພະນັກງານຄະນະກຳມະການດັ່ງກ່າວໄດ້ຫວນຄືນເຫດການຄັ້ງນັ້ນວ່າ: ທ່ານເລຂາທິການໃຫຍ່ໃສ່ໜ້າກາກອະນາໄມ, ແວວຕາທ່ານເຕັມໄປດ້ວຍຄວາມອົບອຸ່ນ ພໍຍ່າງເຂົ້າປະຕູກໍທັກທາຍຖາມຂ່າວພວກເຮົາວ່າ: ທຸກຄົນລຳບາກຫລາຍເນາະ!
ເວລາ 15 ໂມງ 30 ນາທີ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງໂຮງໝໍຕີ້ຖານປັກກິ່ງທີ່ຂຶ້ນກັບມະຫາວິທະຍາໄລແພດສາດນະຄອນຫຼວງ, ຢູ່ຫ້ອງໂຖງໃຫຍ່ຂອງພະແນກກວດເຂດນອກ, ທ່ານສີຈິ້ນຜິງໄດ້ເດ່ມືຢ່າງເປັນເຈົ້າການອີກຄັ້ງໜຶ່ງເພື່ອແທກອຸນຫະພູມຮ່າງກາຍທັງຖາມວ່າ “ຈັກອົງສາ?” ທ່ານນາງ ຈ່າງໄຫເສຍ ຮອງຫົວໜ້າພະແນກພະຍາບານໂຮງໝໍຕີ້ຖານຕອບວ່າ “ອຸນຫະພູມຮ່າງກາຍຂອງທ່ານປົກກະຕິດີ” ທັງໄດ້ເອົາຊຸດແພດໝໍສີຂາວຊຸດໜຶ່ງຍື່ນໃຫ້ທ່ານສີຈິ້ນຜິງ. ນາງຈ່າງໄຫເສຍຫວນຄືນເຫດການຄັ້ງນັ້ນວ່າ: “ທ່ານເລຂາທິການໃຫຍ່ເປັນກັນເອງທີ່ສຸດ,ເພິ່ນໄດ້ເວົ້າເລື້ອຍໆວ່າ ‘ຂອບໃຈໝົດທຸກທ່ານເດີ້!’ ”.
ປັດຈຸບັນ,ໃນການຕ້ານພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນ ໃໝ່,ຢູ່ປາກທາງເຂົ້າບ້ານ, ປະຕູເຂດຊຸມຊົນ,ເຂດຕໍ່ແດນລະຫວ່າງເຂດແຄວ້ນແລະຢູ່ແຫ່ງຕ່າງໆທົ່ວປະເທດຈີນໄດ້ຕັ້ງຈຸດແທກອຸນຫະພູມຮ່າງກາຍເປັນຈຳນວນຫຼາຍເພື່ອວັດແທກອຸນຫະພູມຮ່າງກາຍໃຫ້ແກ່ຄົນຜູ້ສັນຈອນໄປມາໃຫ້ຖືກຕ້ອງແລະທັນເວລາ ເພື່ອປ້ອງກັນແລະຄວບຄຸມພະຍາດໃຫ້ດີຢ່າງທັນການ. ໃນການສຳຫຼວດກວດເບິ່ງຄັ້ງນີ້, ທ່ານສີຈິ້ນຜິງເດີນທາງໄປຮອດບ່ອນໃດທ່ານກໍເປັນແບບຢ່າງນຳໜ້າເຮັດວຽກປ້ອງກັນຕົວໃນໄລຍະພະຍາດແຜ່ລະບາດ ເຊິ່ງເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນໃນການຍຶດໝັ້ນຕໍ່ການເພີ່ມທະວີການປົກປ້ອງຈາກພະຍາດ.
ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບຊາວເມືອງເຂດຊຸມຊົນອ່ານຮວາລີ
ຫຼັງຈາກສິ້ນສຸດການກວດກາວຽກງານຢູ່ຄະນະກຳມະການຊຸມຊົນອ່ານຮວາລີຖະໜົນອ່ານເຈີ່ນເມືອງຊາວຢາງ, ທ່ານສີຈິ້ນຜິງໄດ້ຍ່າງອອກຈາກຫ້ອງການຄະນະກຳມະການຊຸມຊົນ ພໍດີພົບກັບຊາວເມືອງສອງຄົນທີ່ຫາກໍກັບມາຈາກການໄປຊື້ອາຫານຢູ່ຕະຫຼາດ. ເມື່ອໄດ້ເຫັນເຂົາເຈົ້າຫີ້ວຜັກສົດທີ່ຫາກໍ່ຊື້ມາໃໝ່,ທ່ານສີຈິ້ນຜິງກໍຖາມວ່າ ລາຄາອາຫານເປັນແນວໃດ? ຊາວເມືອງສອງຄົນກໍເປີດຖົງຜ້າໃຫ້ເບິ່ງເຊິ່ງໃນນັ້ນມີຜັກແລະໝາກໄມ້ເຕັມຖົງ ແລະ ໄດ້ຕອບທ່ານສີຈິ້ນຜິງວ່າ: ລາຄາອາຫານຄືກັນກັບໄລຍະກ່ອນບຸນກຸດຈີນໂດຍພື້ນຖານ, ເຄື່ອງໃຊ້ປະຈຳວັນຕ່າງໆກໍມີການສະໜອງຢ່າງພຽງພໍ.
ຄຳເຫັນ
0