蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ອາ​ເມ​ຣິ​ກາ​​ຕ້ອງ​ມາກ່ອນ” ເປັນ​ຕົ້ນ​ກຳ​ເນີດ​ທີ່​ພາ​ໃຫ້​ເກີດ​ສະ​ພາບ​ການ​ທີ່ “​ຂາດ​ໂລກຕາ​ເວັນ​ຕົກ”

2020-02-17 15:24:56 CRI

ໃນ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມີວ​ນິກ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ກຸມ​ພາ​ນີ້, ທ່ານ​ນາງ​ແນນ​ຊີ ເປ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຕຳ​ໜິ​ຈີນ​ວ່າ  ມີ​ເຈດ​ຕະ​ນາ​ຜ່ານ​ຈາກວິ​ສາ​ຫະ​ກິດ​ໂທ​ລະ​ຄົມ ຄື​ຫົວ​ເຫວີຍ ເປັນ​ຕົ້ນ ເພື່ອ​ສົ່ງ​ອອກ “​ດ້ານດີ​ຈີ​ຕອນ​ໃນ​ລັກ​ສະ​ນະ​ຜະ​ເດັດ​ການ”. ທ່ານ​ນາງ​ຟູ້​ຢິງ ອະ​ດີດ​ຮອງ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຮອງ​ປະ​ທານ​ຄະ​ນະ​ກຳ​​ກາ​ທິການ​​ການ​ຕ່າງ​ປະ​ເທດ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນັ່ງ​ຟັງ​ການ​ກ່າວ​ປາ​ຖະ​ກະ​ຖາ​ນັ້ນ​ ມີ​ຄວາມ​ເຫັນ​ແຍ້ງຕໍ່​ເລື່ອງ​ນີ້​ໂດຍ​ກ່າວ​ວ່າ: “ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ນຳ​ເຂົ້າ​ເຕັກ​ນິກ​ໂທ​ລະ​ຄົມ 1G, 2G, 3G, 4G ແລະ​ເຕັກ​ນິກ​ອື່ນໆ​ຈາກ​ຕາ​ເວັນ​ຕົກ… ບໍ​ລິ​ສັດ​ໄມ​ໂຄ​ຣ​ຊອບ, IBM, ອາ​ມາ​ຊອນ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຈີນ​ໄດ້​ເປັນ​ຢ່າງ​ດີ. ເປັນ​ຫຍັງ​ພຽງ​ເຕັກ​ນິກ 5G ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ​ຈີນ​ຢ່າງ​ດຽວ​ຈະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ໂລກຕ​າ​ເວັນ​ຕົກ,​ ຄັນ​ຊັ້ນ, ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຕາ​ເວັນ​ຕົກ​ອ່ອນ​ແອ​ປານ​ນີ້​ຫວາ?”

ຄຳ​ເວົ້າ​ຂອງ​ທ່ານ​ນາງ​ຟູ້​ຢິງ​ໄດ້​ຮັບ​ສຽງ​ຕົບ​ມື​ຈາກ​ຜູ້​ນັ່ງ​ຟັງ​ເປັນ​ຈຳ​ນວນຫຼວງຫຼາຍ. ທ່ານ​ນາງ​ເປ​ໂລ​ຊີ​​ໂຕ້ຖຽງ​ວ່າ, ບໍ​ລິ​ສັດ​ຫົວ​ເຫວີຍ ແລະ ບໍ​ລິ​ສັດ​ອື່ນໆ​ຂອງ​ຈີນ “ບໍ່​ແມ່ນ​​ວິ​ສາ​ຫະ​ກິດ​​ໃນ​ຮູບ​ການ​ເສ​ລີ.” ສ່ວນຫຼັກ​ການ​ທີ່​ບໍ່​​ຈຳ​ແນກ, ຫາກ​ເປັນ​ໜຶ່ງ​ໃນຫຼັກ​ການ​ພື້ນ​ຖານ​ທີ່ “ວິ​ສາ​ຫະ​ກິດ​ເສ​ລີ​” ຕ້ອງ​ປະ​ຕິ​ບັດ​ຕາມ. ທ່ານ​ນາງ​ເປ​ໂລ​ຊີ ແລະ ນັກ​ການ​ເມືອງ​ຄົນ​ອື່ນໆ​ຂອງ​ອາ​ເມ​ຣິ​ກາ​ຫາກ​ລ່ວງ​ລ້ຳຫຼັກ​ການ​ດັ່ງ​ກ່າວ​ຢ່າງ​ເປີ​ດ​ແປນ. ກ່ຽວ​ກັບ​ຄວາມ​ເຫັນ​ຂອງ​ທ່ານ​ນາງ​ເປ​ໂລ​ຊີ, ອັງ​ກິດ ແລະ ເຢຍ​ລະ​ມັນ​​ໄດ້​ມີ​ຄວາມ​ເຫັນ​ຕ່າງ​ກັນ, ສອງ​ປະ​ເທດ​ດັ່ງ​ກ່າວ​ຍິ​ນ​ດີ​ອຳ​ນວຍ​ສະ​ພາບ​ແວດ​ລ້ອມ​ແກ້ງ​ແຍ້ງ​ແຂ່ງ​ຂັນ​ຢ່າງ​ຍຸດ​ຕິ​ທຳ​ໃຫ້​ວິ​ສາ​ຫະ​ກິດ​ປະ​ເທດ​ອື່ນ ເຊິ່ງ​ລວມ​ທັງ​ບໍ​ລິ​ສັດ​ຫົວ​ເຫວີຍ.

ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມີວ​ນິກ​ຄັ້ງ​ນີ້​ແມ່ນ “ຂາດ​ໂລກ​ຕ​າ​ເວັນ​ຕົກ”. ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ສະ​ພາບ​ການ​ດັ່ງ​ກ່າວ​ອາດ​ຈະ​ຍ້ອນ​ວ່າ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ “ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ” ໃນຫຼາຍ​ບັນ​ຫາ. ທ່ານ​ແຟ​ຣງ ໂວນ​ເຕີ ສ​ເຕ​ອິນ​ເມວ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ກໍ​ເວົ້າ​ໂດຍ​ກົງ​ວ່າ, ອາ​ເມ​ຣິ​ກາ “ຍິ່ງ​ໃຫຍ່​ອີກ​ຄັ້ງ​ໜຶ່ງ” ແມ່ນ “ຖື​ເອົາ​​ຜົນ​ປະ​ໂຫຍດ​ຂອງ​ພັນ​ທະ​ມິດ​ທີ່​ໃ​ກ້​ຊິດ​ທີ່​ສຸດ​ນັ້ນ ເປັນ​​ສິ່ງຕອບ​ແທນ”.

ຫຼາຍ​ມື້​ກ່ອນ, “ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ” ລາຍ​ງານ​ວ່າ, ເຄິ່ງ​ສະ​ຕະ​ວັດ​ກວ່າ​ມາ​ນີ້, ບໍ​ລິ​ສັດ Crypto AG ທີ່ເປັນ​ບໍ​ລິ​ສັດ​ຜະ​ລິດ​ອຸ​ປະ​ກອນ​ຮັກ​ສາ​ຄາວມ​ລັບ​ຂອງ​ສະ​ວິ​ສ ທີ່​ຄວບ​ຄຸມ​ໂດຍ​ອົງ​ການ​ຂ່າວ​ລັບ​ສູນ​ກາງ​ອາ​ເມ​ຣິ​ກາ ຫຼື​ CIA ໄດ້​ມອບ​ລະ​ຫັດ​ທີ່​ສາ​ມາດ​ອ່ານ​ອີ​ເມວ​​ຈາກ​ການ​ຖອດ​ລະ​ຫັດ​ຂອງ​ປະ​ເທດ​​ຕ່າງໆນັ້ນ​ໄດ້​ຢ່າງ​ສະ​ບາຍ ​ມອບໃຫ້​ອົງ​ການ​ຂ່າວ​ລັບ​ຂອງ​ບາງ​ປະ​ເທດ​ຕາ​ເວັນ​ຕົກ ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ. ແຜນ​ການ​ລັບ​ດັ່ງ​ກ່າວ​ມີ​ຊື່​ວ່າ Rubicon ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ກວ່າ 120 ປະ​ເທດ. “ຄວາມ​ໂລກ​ມາກ​ໂລ​ພາ​ທີ່​ແອບ​ຈ້ອງ​ເບິ່ງ​ທົ່ວ​ໂລກ” ​ກັບ​ຄວາມ​ໝາຍ​​ທີ່​ວ່າ  “ວິ​ສາ​ຫະ​ກິດ​ເສ​ລີ​ພາບ” ທີ່​ທ່ານ​ນາງ​ເປ​ໂລ​ຊີ​ຍືດ​ໝັ້ນ​ ນັ້ນ​ຈິ່ງ​ແມ່ນມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ.

ຄຳ​ເຫັນ

0