尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິ່ງທີ່ໜ້າຢ້ານກົວກວ່າເຊື້ອພະຍາດແມ່ນຫຍັງ?

2020-02-18 17:37:36 cri

ຫຼັງຈາກເກີດການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ແລ້ວ,ໃນເວລາບໍ່ເຖິງ 20 ວັນ, ນະຄອນອູຮ້ານແຂວງຫູເປີຍໄດ້ສ້າງໂຮງໝໍສະເພາະສອງແຫ່ງແລະໂຮງໝໍ “ເຄື່ອນທີ່” ຫຼາຍແຫ່ງ, ຄົນຈີນຫຼາຍຮ້ອຍລ້ານຄົນຕື່ນຕົວກັກບໍລິເວນຕົນເອງຢູ່ເຮືອນ. ຄວາມພະຍາຍາມຂອງຈີນແລະປະສິດທິຜົນທີ່ໄດ້ຮັບໃນການປ້ອງກັນແລະຄວບຄຸມເຊື້ອພະຍາດອັກເສບປອດສາຍພັນໃໝ່ຄັ້ງນີ້ໄດ້ເປັນການສ້າງມາດຕະຖານອັນໃໝ່ໃນການປ້ອງກັນແລະຄວບຄຸມເຊື້ອພະຍາດໃນລະດັບສາກົນ.
 

ແຕ່ວ່າ,ພັດມີບາງປະເທດຕາເວັນຕົກໄດ້ດຳເນີນການກ່າວໂຈມຕີທາງການເມືອງຕໍ່ຈີນຢູ່ເລື້ອຍໆໂດຍຊ້ຳເຕີມທີ່ເຫັນສະພາບການແຜ່ລະບາດຂອງເຊື້ອພະຍາດຄັ້ງນີ້ທີ່ເປັນເຫດການຄວາມປອດໄພດ້ານສາທາລະນະສຸກ. ດັ່ງເຊັ່ນທ່ານ ປີເຕີ ນາວາໂຣ ປະທານຄະນະກຳມະການການຄ້າແຫ່ງຊາດອາເມຣິກາໄດ້ປຽບທຽບຈີນເປັນ “ຕູ້ບົ່ມເພາະເຊື້ອພະຍາດ”. ທ່ານ ວີວບຸນ ໂຣສ ລັດຖະມົນຕີກະຊວງການຄ້າອາເມຣິກາໄດ້ກ່າວວ່າເຊື້ອພະຍາດອັກເສບປອດສາຍພັນໃໝ່ທີ່ເກີດຂຶ້ນຢູ່ຈີນຈະມີຜົນດີຕໍ່ການເລັ່ງລັດຍ້າຍຖານການຜະລິດກັບຄືນສູ່ອາເມຣິກາ.ໃນເວລາລາຍງານຂ່າວທີ່ຫວຽດນາມສົ່ງເຄື່ອງຊ່ວຍເຫຼືອດ້ານການແພດໃຫ້ແກ່ຈີນ, ວິທະຍຸສຽງອາເມຣິກາ(VOA)ກໍບໍ່ໄດ້ເອົາຫົວຊານຳຄວາມເປັນຈິງ,ຕັ້ງໃຈຍຸແຍ່ການພົວພັນລະຫວ່າງຈີນ-ຫວຽດນາມໂດຍກ່າວວ່າຈີນບໍ່ໄດ້ສະແດງຄວາມຂອບໃຈຕໍ່ຫວຽດນາມ. ຕໍ່ເລື່ອງນີ້,ມີຊາວເນັດຂອງຫວຽດນາມລົງຂໍ້ຄວາມຢູ່ລຸ່ມບົດລາຍງານຂ່າວຂອງ VOA ທາງເນັດວ່າ, “VOA ຍຸແຍ່ການພົວພັນລະຫວ່າງຫວຽດນາມກັບບັນດາປະເທດໃນໂລກຢ່າງບໍ່ມີເຫດຜົນ,ບໍ່ອາດເວົ້າໄດ້ວ່າແມ່ນສື່ມວນຊົນຂອງແທ້. ອູຮ້ານສູ້ສູ້!”
 

ຄໍາເວົ້າເຫຼົ່ານີ້ບໍ່ພຽງແຕ່ໄດ້ແຕະຕ້ອງຈິດໃຈຂອງປະຊາຊົນຈີນທຸກຖ້ວນໜ້າເທົ່ານັ້ນ,ຍັງໄດ້ທຳລາຍກຸ່ມຄົນເຊື້ອສາຍອາຊີອີກດ້ວຍ, ຄວາມອວດອົ່ງແລະການດູຖູກຜູ້ອື່ນໃນຄຳເວົ້າດັ່ງກ່າວແຮ່ງເປັນຕາຢ້ານກົວກວ່າເຊື້ອພະຍາດ. ກໍ່ຄືກັນກັບທ່ານ ເຕໂດຣສ ອັດຮາໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກເຄີຍເວົ້າວ່າ: ໃນຂະນະທີ່ຕ້ານກັບເຊື້ອພະຍາດ,ປະຊາຄົມໂລກຍັງຕ້ອງຕໍ່ສູ້ກັບຂ່າວຜິດພາດບິດເບືອນຂ່າວລືອື່ນໆ. ສັດຕູທີ່ໃຫຍ່ທີ່ສຸດທີ່ປະຊາຄົມໂລກປະເຊີນໜ້າບໍ່ແມ່ນເຊື້ອພະຍາດອັກເສບປອດຈາກສາຍພັນໃໝ່,ຫາກແມ່ນຜູ້ສວຍໂອກາດໃຊ້ເຊື້ອພະຍາດມາເຮັດໃຫ້ຊາວໂລກເປັນປໍລະປັກກັນ.

ຄຳ​ເຫັນ

0