尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອົາຊະນະໃນການຕ້ານກັບເຊື້ອພະຍາດໃນນາມປະຊາຄົມຮ່ວມຊາຕາກຳມວນມະນຸດ

2020-02-19 17:45:51 cri

ນັບແຕ່ໄດ້ປະສົບກັບການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ເປັນຕົ້ນມາ,ປະຊາຊົນຢູ່ແຫ່ງຕ່າງໆໃນໂລກໄດ້ສະແດງການສະໜັບສະໜູນຕໍ່ຈີນດ້ວຍວິທີການຕ່າງໆ. ທ່ານ ມູນແຈອິນ ປະທານາທິບໍດີ ສ.ເກົາຫຼີ ກ່າວວ່າ: ສ.ເກົາຫຼີແລະຈີນເປັນປະເທດບ້ານໃກ້ເຮືອນຄຽງ,ຊ່ວຍເຫຼືອບ້ານໃກ້ເຮືອນຄຽງກໍ່ແມ່ນຊ່ວຍເຫຼືອຕົນເອງ; ສາວຍີ່ປຸ່ນຂຶ້ນຫົວຖະໜົນເພື່ອບໍລິຈາກຜ້າອັດປາກໃຫ້ນະຄອນອູຮ້ານ;ເອກອັກຄະລະຖະທູດຫຼາຍປະເທດປະຈຳຈີນສະແດງການສະໜັບສະໜູນແລະສະແດງຄວາມເຫັນໃຈຕໍ່ຈີນໂດຍຜ່ານວິດີໂອ. ຜູ້ປະສານງານຂອງອົງການສະຫະປະຊາຊາດປະຈຳຈີນກ່າວວ່າ: ປະຊາຄົມໂລກລ້ວນແຕ່ສະໜັບສະໜູນຈີນ,ຈີນສູ້ສູ້!
 

ມະນຸດມີແຕ່ໜ່ວຍໂລກໜ່ວຍດຽວ,ບັນດາປະເທດຢູ່ໃນໂລກໜ່ວຍດຽວກັນ.ໃນຍຸກໂລກາພິວັດ,ເຖິງວ່າການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ຄັ້ງນີ້ໄດ້ເກີດຂຶ້ນຢູ່ຈີນກໍຕາມ,ແຕ່ມວນມະນຸດລ້ວນແຕ່ເປັນ “ຜູ້ກ່ຽວ” ເຊິ່ງເອົາຕົວອອກຫ່າງຈາກເຫດການບໍ່ໄດ້. ນັບແຕ່ໄດ້ເກີດການແຜ່ລະບາດຂອງເຊື້ອພະຍາດເປັນຕົ້ນມາ,ຈີນໄດ້ໃຊ້ມາດຕະການປ້ອງກັນແລະຄວບຄຸມທີ່ຮອບດ້ານທີ່ສຸດ,ເຄັ່ງຄັດທີ່ສຸດແລະເຖິງຖອງທີ່ສຸດ,ບໍ່ຢ້ານຕໍ່ການເສຍສະຫຼະຜົນປະໂຫຍດຂອງປະເທດຕົນ,ເພື່ອຄວບຄຸມບໍ່ໃຫ້ເຊື້ອພະຍາດແຜ່ລາມໄປເຖິງປະເທດອື່ນ. ເວົ້າສຳລັບຈີນແລ້ວ,ການຕ້ານກັບເຊື້ອພະຍາດແມ່ນເລື່ອງທີ່ສຳຄັນອັນດັບໜຶ່ງພາຍໃນປະເທດ,ທັງແມ່ນຄວາມຮັບຜິດຊອບຂອງຈີນຕໍ່ສາກົນ.
 

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນຍຶດໝັ້ນໃນທັດສະນະຄະຕິປະຊາຄົມຮ່ວມຊາຕາກຳມວນມະນຸດ,ບໍ່ພຽງແຕ່ໄດ້ຮັບຜິດຊອບຕໍ່ຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນຂອງປະເທດຕົນເທົ່ານັ້ນ,ຫາກຍັງໄດ້ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງດ້ານວຽກງານສາທາລະນະສຸກຂອງໂລກອີກດ້ວຍ. ພວກເຮົາໄດ້ສຸມຄວາມພະຍາຍາມຢ່າງຫຼວງຫຼາຍ,ໄດ້ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໃນຂອບເຂດທົ່ວໂລກຢ່າງມີປະສິດທິຜົນ. ພາຍໃຕ້ການຊ່ວຍເຫຼືອບົນພື້ນຖານມິດຕະພາບແລະການສະໜັບສະໜູນໃນລະດັບສູງຈາກທົ່ວໂລກ,ຈີນຈະສາມາດເອົາຊະນະການຕໍ່ສູ້ໃນບັ້ນຮົບທີ່ພິເສດນີ້ຢ່າງແນ່ນອນ.
 

ໂດຍຜະເຊີນກັບວິກິດການ,ປະຊາຄົມໂລກມີແຕ່ຊ່ວຍເຫຼືອເຊິ່ງກັນແລະກັນ,ຈຶ່ງຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້. ເມື່ອໂລກມີສະພາບການທີ່ດີ,ຈີນຈຶ່ງຈະມີສະພາບການທີ່ດີເຊັ່ນດຽວກັນ;ເມື່ອຈີນມີສະພາບການທີ່ດີ,ໂລກຈຶ່ງຈະສາມາດມີສະພາບທີ່ດີກວ່າເກົ່າ.

ຄຳ​ເຫັນ

0