尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພວກເຂົາມີຊື່ດຽວກັນຄື “ແພດໝໍແລະພະຍາບານຈີນ”

2020-02-21 18:28:45 cri

ຕົວເລກດ້ານລຸ່ມນີ້ເຮັດໃຫ້ຄົນຈີນມີຄວາມຮູ້ສຶກສະເທືອນໃຈ. ມາຮອດເວລາ 24​ ໂມງຂອງວັນທີ 20 ກຸມພານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ຢູ່ເຂດແຜ່ນດິນໃຫຍ່ຈີນທີ່ໄດ້ຮັບການປິ່ນປົວໃຫ້ຫາຍຂາດແລະອອກໂຮງໝໍແລ້ວມີ 18.264 ຄົນ,ມີຜູ້ປິ່ນປົວໃຫ້ຫາຍຂາດແລະອອກໂຮງໝໍໃນແຕ່ລະມື້ມີຫຼາຍກວ່າ 1 ພັນຄົນໃນ 9 ມື້ລຽນຕິດ. ແຫ່ງຕ່າງໆຂອງຈີນໄດ້ສົ່ງແພດໝໍແລະພະຍາບານ 30 ພັນກວ່າຄົນໄປສະໜັບສະໜູນແຂວງຫູເປີຍ. ມາຮອດວັນທີ 11 ກຸມພານີ້,ຢູ່ທົ່ວປະເທດຈີນໄດ້ມີແພດໝໍແລະພະຍາບານເປັນພະຍາດອັກເສບປອດສາຍພັນໃໝ່ລວມ 3.019 ຄົນ ສົ່ງຜົນເຮັດໃຫ້ມີ 5 ຄົນເສຍຊີວິດ. ວັນທີ 18 ກຸມພານີ້, ທ່ານ ລີວຈື້ມິງ ຜູ້ອຳນວຍການໂຮງໝໍອູຊ່າງຢູ່ນະຄອນອູຮ້ານທີ່ມີອາຍຸ 51 ປີໄດ້ເສຍຊີວິດຍ້ອນເປັນພະຍາດອັກເສບປອດສາຍພັນໃໝ່.
 

ໃນສົງຄາມທີ່ບໍ່ມີສຽງປືນບັ້ນນີ້,ພວກເຮົາໄດ້ພົບເຫັນຄົນກຸ່ມໜຶ່ງ,ເຂົາເຈົ້າອາດຈະຢ້ານຕາຍເຊັ່ນດຽວກັນກັບພວກເຮົາ,ແຕ່ເຂົາເຈົ້າພັດໄດ້ເດີນທາງໄປຕໍ່ສູ້ກັບເຊື້ອພະຍາດໃນແນວໜ້າສຸດ;ໃນຄອບຄົວຂອງເຂົາເຈົ້າກໍມີຍາດຕິພີ່ນ້ອງພວມລໍຖ້າຢູ່ເຮືອນ,ແຕ່ພວກເຂົາເຈົ້າໄດ້ “ອຸທິດເລືອດເນື້ອຂອງຕົນເພື່ອສ້າງກຳແພງຍາວແຫ່ງໃໝ່ຂຶ້ນມາ”.ພວກເຂົາເຈົ້າຊື່ວ່າ “ແພດໝໍແລະພະຍາບານຈີນ”. ພວກເຂົາເຈົ້າໄດ້ສະທ້ອນຄຸນສົມບັດດ້ານການແພດໂດຍຜ່ານການແບກຫາບໜ້າທີ່ຮັບຜິດຊອບ.
 

ແພດໝໍແລະພະຍາບານທີ່ຕໍ່ສູ້ຕ້ານກັບເຊື້ອພະຍາດຢູ່ແນວໜ້າໄດ້ເຮັດໃຫ້ຄົນຈີນທົ່ວໄປຮູ້ສຶກຊາບຊຶ້ງໃຈ,ເມື່ອເຫັນເຂົາເຈົ້າທັງຄາເຮັດວຽກທັງເມື່ອຍ,ປະຊາຊົນທັງຫຼາຍກໍໄດ້ຮຽກຮ້ອງວ່າ “ບໍ່ຄວນປ່ອຍປະໃຫ້ເຂົາເຈົ້າເຮັດວຽກຈົນເມື່ອຍແລະສະຫຼົບ,ບໍ່ຄວນປ່ອຍປະໃຫ້ເຂົາເຈົ້ານອນຢູ່ເທິງພື້ນດິນ.”
 

    ທ່່່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ທິດຊີ້ນໍາ ໂດຍເນັ້ນວ່າຕ້ອງໃຫ້ຄວາມສຳຄັນຢ່າງສູງຕໍ່ການປົກປ້ອງ,ເອົາໃຈໃສ່ແລະຮັກແພງແພດໝໍແລະພະຍາບານ,ເພື່ອຮັບປະກັນໃຫ້ເຂົາເຈົ້າເຂົ້າຮ່ວມແລະເອົາຊະນະໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດດ້ວຍສະພາບຮ່າງກາຍມີສຸຂະພາບຢ່າງຕໍ່ເນື່ອງ.ມາຮອດວັນທີ 13 ກຸມພານີ້, ພາກສ່ວນການເງິນທຸກຂັ້ນຂອງຈີນໄດ້ຈັດສັນງົບປະມານເຖິງ 25,94 ຕື້ຢວນເຂົ້າໃນການຈັດຊື້ອຸປະກອນການແພດແລະສະໜັບສະໜູນການປັບປຸງເງື່ອນໄຂໂຄງລ່າງຂອງອົງການການປິ່ນປົວແລະສາທາລະນະສຸກໃຫ້ດີຂຶ້ນ. ວິສາຫະກິດຜະລິດຕະພັນນົມແຫ່ງໜຶ່ງໄດ້ບໍລິຈາກນົມງົວ 45 ໂຕນໃຫ້ແພດໝໍແລະພະຍາບານຂອງແຂວງຫຼຽວໜິງທີ່ໄປຊ່ວຍເຫຼືອຢູ່ນະຄອນອູຮ້ານ,ເຊິ່ງຢູ່ເທິງແກັດນ້ຳນົມໄດ້ຂຽນຂໍ້ຄວາມວ່າ: ນ້ຳນົມບໍລິຈາກ,ດື່ມໄດ້ຕາມໃຈ;ສ່ວນແພດໝໍຫັ້ນແມ່ນໄປປະຕິບັດໜ້າທີ່,ເວລາກັບຄືນບ້ານໃຫ້ກັບຄືນມາຢ່າງຄົບຖ້ວນ!

ຄຳ​ເຫັນ

0