蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈດ​ຕະ​ນາ​ຮ້າຍຢູ່​ເບື້ອງຫຼັງ​ຂ່າວ​ລື

2020-02-23 15:06:42 CRI

ນັບ​ແຕ່​ການ​ແຜ່​ລະ​ບາດ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ສາຍ​ພັນ​ໃໝ່​ເປັນ​ຕົ້ນ​ມາ, ອິດ​ທິ​ກຳ​ລັງຕາ​ເວັນ​ຕົກ​ທີ່​ເປັນ​ປໍ​ລະ​ປັກ​ກັບ​ຈີນ ເຊິ່ງ​​ມີນັກ​ການ​ເມືອງ ແລະ ສື່ມວນ​ຊົນ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ເປັນ​ຕົວ​ແທນ ໄດ້​ເລັ່ງ​ລັດ​ການ​ປ່ອຍ​ຂ່າວ​ປອມ ແລະ ຂ່າວ​ລື​ຕ່າງໆ ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຄັ້ງ​ນີ້ ເພື່ອ​ທຳ​ລາຍ​ບົດ​ບາດ​ແລະ​ຊື່​ສຽງຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ການ​ກະ​ທຳ​ແບບ​ນີ້​ຖືກ​ເຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ຂະ​ໜານ​ນາມ​ໃຫ້ເປັນ “ໄວ​ຣັ​ສດ້ານ​ຂໍ້​ມູນ”, ໝາຍ​ຄວາມ​ວ່າ ບໍ່​ມີ​ມູນ​ຄວາມ​ຈິງ​ແຕ່​ຢ່າງ​ໃດ, ເປັນ​ຂ່າວ​​ລອຍ​ຂ່າວປອມ​ທີ່​ສ້າງ​ຂຶ້ນ​ບົນ​ຈິນ​ຕະ​ນາ​ການ​ຂອງ​ເຂົາ​ທັງ​ນັ້ນ.

ຄົນ​ເຫຼົ່າ​ນີ້​ຫວັງ​ຢາກ​ຜ່ານ “ຂ່າວ​ລື” ແບບ​ນີ້, ສ້າງ​ອຸ​ປະ​ສັກ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ປະ​ເທດ​ອື່ນໆ, ແລະ​ສະ​ແຫວງ​ຫາ​ໂອ​ກາດ​ເພື່ອ​ບັນ​ລຸ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ​ຂອງ​ຕົນ. ພວກ​ເຂົາ​ທັງ​ອິດ​ສາ​ຈີນ​ທີ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ໄລ​ຍະ​ສັ້ນ ແລະ ມີ​ຄວາມ​ຄັດ​ແຄ້ນ​ໃຈ​ວ່າ, ຖ້າ​ຈີນ​​ສາ​ມາດສະ​ແດງ​ໃຫ້​ເຫັນ​ທ່າ​ແຮງ​ດ້ານ​ລະ​ບອບ ແລະ ຄວາມ​ສາ​ມາ​ດ​ດ້ານ​ການ​ປົກ​ຄອງ ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈະ​ເຮັດ​ໃຫ້​ຄວາມ​ບົກ​ຜ່ອງ​ຂອງ​ຕົນ​ໃນ​ດ້ານ​ລະ​ບອບ​ການ​ເມືອງ ແລະ ການ​ປົກ​ຄອງ​ຖືກ​​ເຜີຍແບ​ອອກ​ມາ​ໝົດ. ໃນ​ໄລ​ຍະ​ສຳ​ຄັນ​ທີ່​ປະ​ຊາ​ຄົມ​ໂລກ​ສາ​ມັກ​ຄີ ແລະ ຮ່ວມ​ມື​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, “ຂ່າວ​ລື” ທີ່​ມີ​ເຈດ​ຕະ​ນາ​ຮ້າຍເຫຼົ່າ​ນີ້​ເໝືອນ​ດັ່ງ​ວ່ານ​ເກືອ​ໃສ່​ບາດ​ແຜ, ​ໄຮ້​ມະ​ໂນ​ທຳ​ແຫ່ງ​ຄວາມ​ເປັນ​ມະ​ນຸດ, ເປັນ​ການ​ທ້າ​ທາຍ​ຕໍ່​ເສັ້ນ​ເພ​ດານ​ຕ່ຳ​ສຸດ​​ໃນ​ດ້ານຈະ​ລິ​ຍະ​ທຳ. ໃນ​ທີ່​ສຸດ, ອາດ​ຈະ​ເປັນ​ຄື​ຄຳ​ເຕືອນ​ຂອງ​ທ່ານ KJ Noh ນັກ​ການ​ເມືອງ​ພູມ​ມີ​ພາກ​ທີ່​ມີ​ຊື່​ສຽງ​ຂອງ​ຣັດ​ເຊຍ​ໄດ້​ກ່າວ​ໄວ້​ວ່າ: “ຖ້າ​ໃຜ​ກໍ່​ເລື່ອງ​ຂຶ້ນ​ໃນ​ຮູບ​ຖານ​ຈິດ​ສຳ​ນຶກ​ທີ່​ຄຽດ​ຊັງ​ຕໍ່​ພາຍນອກ, ກໍ​ຈະ​ຖືກ​ຮູບ​ຖານ​ຈິດ​ສຳ​ນຶກ​ດັ່ງ​ກ່າວສະ​ໜອງ​ຕອບ​ແບບ​ນັ້ນ​ໃນ​ທີ່​ສຸດ”.

ຄຳ​ເຫັນ

0