秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການປະທະກັນດ້ວຍຄວາມຮຸນແຮງທີ່ເກີດຂຶ້ນຢູ່ອັຟການີສະຖານໃນປີ 2019 ໄດ້ເຮັດໃຫ້10,000 ກວ່າຄົນບາດເຈັບ ແລະເສຍຊີວິດ

2020-02-24 15:18:33 cri

图片默认标题_fororder_01

ວັນທີ 22 ກຸມພານີ້, ຄະນະຊ່ວຍເຫຼືອອັຟການີສະຖານຂອງອົງການສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານວ່າ,​ ໃນປີ 2019, ຢູ່ອັຟການີສະຖານມີປະຊາຊົນຫຼາຍກວ່າ 10,000 ຄົນໄດ້ຮັບບາດເຈັບ ແລະເສຍຊີວິດໃນເຫດການປະທະກັນດ້ວຍຄວາມຮຸນແຮງ ໂດຍບົດລາຍງານກ່າວຕື່ມວ່າ, ໃນປີ 2019, ເຫດການປະທະກັນຕ່າງໆຢູ່ອັຟການີສະຖານໄດ້ເຮັດໃຫ້ປະຊາຊົນ 3403​ ຄົນເສຍຊີວິດ ແລະ 6989 ຄົນບາດເຈັບ. ໃນນັ້ນສ່ວນໃຫຍ່ແມ່ນກໍ່ໂດຍກໍາລັງປະກອບອາວຸກຕໍ່ຕ້ານລັດຖະບານ.​ ປະຊາຊົນອັຟການີສະຖານທີ່ເສຍຊີວິດ ແລະບາດເຈັບໄດ້ມີຈໍານວນຫຼາຍກວ່າ 10,000 ຄົນຢ່າງລຽນຕິດກັນເປັນເວລາ 6 ປີມາ.

ຄຳ​ເຫັນ

0