赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ສາ​ມັກ​ຄີ​ແລະ​ການຮ່ວມ​ມື​ກັນ​ມີ​ຄວາມເຂັ້ມ​ແຂງ ແລະ ອາຍຸຍືນທີ່​ສຸດ

2020-02-24 15:24:25 cri

 

“ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມາ​ຕະ​ຫຼອດ​ວ່າ, ທົ່ວ​ມວນ​ມະ​ນຸດ​ຄື​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ” ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​ປະ​ທານ​ສີ​ຈີ້​ນ​ຜິງ​ທີ່​ກ່າວ​ໃນ​ຈົດ​ໝາຍ​ຕອບ​ທ່ານ​ບິວ ເກດ ປະ​ທານ​ມູນ​ນິ​ທິ​ເກດອາ​ເມ​ລິ​ກາ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ. ກ່ອນນີ້ ທ່ານ​ບິວ ເກດໄດ້​ສົ່ງ​ຈົດ  ​ໝາຍ​ເຖິງທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ຕໍ່​ສູ້​ຕ້າ​ນກັບ​ ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ ແລະ ໄດ້​ຮັບ​ຜົນ​​ທີ່​ດີ.

ຄັນຊັ້ນ ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຄື​ປະ​ຊາ​ຄົມ​ແບບ​ໃດ? ການ​ເກີດ​ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຄັ້ງ​ນີ້​ໄດ້ເຮັດ​ໃຫ້​ມວນມະ​ນຸດ​ມີ​ຄວາມ​ຮັບ​ຮູ້​ຕໍ່​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ ເຊິ່ງ​ກາ​ນ​ແຜ່​ລະ​ບາດ​ຂອງ​ເຊື້​ອ​ພະ​ຍາດ​ແມ່ນ​ບໍ່​ມີ​ພົມແດນ, ການ​ເອົາ​ຊະ​ນະ​ພະ​ຍາດ​ຮ້າຍນີ້ ຕ້ອງ​ການໃຫ້​ປະ​ເທດ​ຕ່າງໆ​ສາ​ມັກ​ຄີ​ຮ່ວມ​ມື​ກັນ, ຄຽງ​ບ່າ​ຄຽງ​ໄຫຼ່​ສູ້​ຊົນ​ຮ່ວມ​ກັນ. ນອກ​ຈາກນີ້​ແລ້ວ ບໍ່​ມີ​ທາງ​ເລືອກ​ອື່ນໃດ.

ຈາກ​ການ​ນຳ​ໃຊ້​ມ​າດ​ຕະ​ການ​ທີ່​ຮອບ​ດ້ານ​ທີ່​ສຸດ, ເຂັ້ມ​ງວດ​ທີ່ສຸດ​ແລະ​ເຖິງ​ຖອງ​ທີ່​ສຸດ​ ເພື່ອຊຸກ​ຍູ້​ໃຫ້​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ, ຈົນກ້າວໄປເຖິງການ​ແຈ້ງ​ຂໍ້​ມູນ​​ຕາມ​ຄວາມ​ເປັນ​ຈິງໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​ກໍຄືບັນດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງ​ໄດ້ຮັບຮູ້ຢ່າງ​ທັນ​ການ ເພື່ອ​ຍາດ​ເອົາ​ໂອກາດອັນ​ມີ​ຄ່າ​ໃຫ້ກັບໂລກໄດ້ມີເວລາໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງທັນການ, ເຊິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ພວມ​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ເຮັດ​ວຽກ​ຂອງ​ຕົນ​ເອງ​ໃຫ້​ດີ, ປົກ​ປ້ອງ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​ກໍ່​ຄື​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ນີ້ຖືເປັນ​ການ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ວຽກ​ງານ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃຫ້ກັບທົ່ວ​ໂລກ.

ມາເຖິງປະຈຸບັນມີລັດຖະບານຂອງ 160 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້ສົ່ງ​ຈົດ​ໝາຍ​ເພື່ອໃຫ້ການສະ​ໜັບ​ສະ​ໜູນຈີນ, ໃນນັ້ນຍັງມີລັດ​ຖະ​ບານ 30 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຫຼາຍ​ແຫ່ງໄດ້ຊ່ວຍເຫລືອວັດ​ຖຸ​ອຸ​ປະ​ກອນ​ດ້ານ​ການປ້ອງກັນ ແລະ ​ປິ່ນ​ປົວ​ພະ​ຍາດ, ນອກຈາກນີ້ຍັງມີບໍ​ລິ​ສັດ​ຕ່າງ​ປະ​ເທດ​ທີ່​ຢູ່​ຈີນໄດ້​ພາ​ກັນ​ບໍ​ລິ​ຈາກ​ເງິນ​ ແລະ ວັດ​ຖຸໃຫ້ກັບການຕ້ານພະຍາດຄັ້ງນີ້, ນີ້ພວມສະແດງໃຫ້ເຫັນວ່າປະ​ຊາ​ຄົມ​ໂລກ​ໄດ້ໃຫ້ກຳລັງໃຈ ແລະ ມີນ້ຳ​ໃຈ​ຮ່ວມ​ທຸກ​ຮ່ວມ​ສຸກກັບຈີນດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ປັດ​ຈຸ​ບັນ, ຢູ່​ພາຍ​ໃນ​ປະ​ເທດຈີນ, ນອກ​ຈາກ​ແຂວງ​ຫູ​ເປີຍແລ້ວ, ຈຳ​ນວນ​ຄົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ທີ່​ເພີ່ມ​ໃໝ່​ໃນຕົວເລກສູງ​ສຸດ 890 ຄົນ​ຕໍ່​ມື້ ນັ້ນໄດ້ຫລຸດຈຳນວນລົງ​ຮອດ 18 ຄົນ​ໃນ​ວັນ​ທີ 22 ກຸມ​ພານີ້, ນີ້ຄືທ່າ​ອຽງ​ຂອງເຊື້ອພະຍາດທີ່ຫຼຸດ​ໜ້ອຍ​ຖອຍລົງ. ເມື່ອ​ທຽ​ບ​ກັບ​ສະ​ພາບ​ໄຂ້​ຫວັດ​ໃຫຍ່​ H1N1 ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ເມື່ອ 10 ກວ່າ​ປີ​ກ່ອນແລ້ວ, ຂອບ​ເຂດ​ການແຜ່​ລະ​ບາດຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ໃນ​ຄັ້ງ​ນີ້​ພຽງ​ແຕ່​ເທົ່າກັບ 1/10 ຂອງ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່​​ສາຍພັນ H1N1 ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​, ແລະ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ຢູ່ນອກ​ແດນ​ຈີນ​ນັ້ນ​ພຽງ​ແຕ່ກວມ 1% ຂອງ​ທັງ​ໝົດ​ຜູ້​ທີ່​ຕິດ​ເຊື້ອ​ພະ​ຍາດນີ້, ນີ້​ແມ່ນ​ຜົນ​ທີ່​ໄດ້​ຈາກ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ​ຈີນ ແລະ​ກໍ່​ແມ່ນ​ຜົນ​ຈາກ​ຄ​ວາມ​ສາ​ມັກ​ຄີ​ຮ່ວມ​ມື​ກັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ.

ເມື່ອເບິ່ງ​ຢ່າງ​ເລິກ​ເຊິ່ງ​ແລ້ວ​ເຫັນ​ວ່າ, ສະ​ພາບ​ພະ​ຍາດ​ໃນ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ທົດ​ສອບ​ຕໍ່​ມວນມະ​ນຸດ​ເທົ່າ​ນັ້ນ, ຍັງ​ເປັນ​ການຮຽກ​ຮ້ອງ​ໃຫ້​ມວນມະ​ນຸດທັງໝົດ​ມີ​ຄວາມ​ຖະ​ນຸ​ຖະ​ໜອມ​​ຄວາມ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ​​ຄືນ​ໃໝ່, ແລະຮັບ​ຮູ້​ວ່າ​ມວນມະ​ນຸດ​ໃນ​ທົ່ວ​ໂລກ​ມີ​ຊາ​ຕາກຳ​ຜູກ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ ເຊິ່ງ​ລັກສະນະແບບນີ້​ແມ່ນ​ມີ​ຄວາມສຳ​ຄັນ​ທີ່​ສຸດ​ສຳ​ລັບ​ໂລກທີ່​ມີ​ຄວາມ​ບໍ່​ແນ່ນອນ​ຢ່າງ​ຫຼວງ​ຫຼາຍໃນປະຈຸບັນ​, ແລະ​ກໍ່​ຈະ​ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ຊອກ​ເຫັນ​ຈຸດ​ຮ່ວມ​ມື​ອັນ​ໃໝ່​ໃນ​ການ​ຮ່ວ​ມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໃນ​ຄັ້ງ​ນີ້, ເພື່ອ​ປົກ​ປ້ອງ​ການ​ພັດ​ທະ​ນາ​ຂອງ​ຕົນ​ເອງ​ກໍ່​ຄື​ຂອງ​ໂລກ.

ຍົກຕົວຢ່າງ: ໜ່ວຍ​ງານ​ປະ​ສົມ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ພວມ​ສຳ​ຫຼວດ ແລະ ສືບສວນ​ຢູ່​ຈີນ, ເຂົາ​ເຈົ້າ​ຈະ​ຮ່ວມ​ກັບ​ວິ​ຊາ​ການ​ຈີນ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ໃນ​ຄັ້ງ​ນີ້ ເຊິ່ງ​ຈະ​ມີ​ຜົນ​ດີ​ໃນ​ການ​ສ້າງ​ກົນ​ໄກ​ປ້ອງ​ກັນ​ພະ​ຍາດ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ​ໃຫ້​ຄົບ​ຖ້ວນ​ສົມ​ບຸນ, ບູ​ລະ​ນະ​ລະ​ບົບ​ຄຸ້ມ​ຄອງ​ເຫດ​ການ​ດ້ານສາ​ທາ​ລະ​ນ​ະ​ສຸກ​ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ໃນ​ທົ່ວ​ໂລກ.

ໃນ​ກອງ​ປະ​ຊຸມ​​ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນສະໄໝພິເສດ​ກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ທີ່​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ໃນ​ຫວ່າງມໍ່ໆ​ຜ່ານມານີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນ​ຮ່ວມ​ກັບ​ທ່ານ​ຫວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່ງ​ປະ​ເທດ​ຈີນ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ ແລະ​ຈັບ​ມື​ກັນໃນແບບອາຊຽນ, ເພື່ອ​ໃຫ້​ກຳ​ລັງ​ໃຈ​ແກ່​ອູ​ຮັ້ນ ໃຫ້​ກຳ​ລັງ​ໃຈ​ແກ່​ຈີນ ທັງ​ໃຫ້​ກຳ​ລັງ​ໃຈ​ແກ່ອາ​ຊຽນເອງ. ເຊິ່ງ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ອັນ​ມີ​ຄ່າ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຢູ່​ພາກ​ພື້ນ​ແຫ່ງນີ້​ທີ່​ມີ​ຕໍ່​ຈີນ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ພະ​ຍາດ. ທ່ານ​ຫວາງຢີ້ໄດ້ສະ​ເໜີ​ການ​ຮ່ວມ​ມື 4 ຂໍ້​ແລະ​ໄດ້​ຮັບ​ການ​ຮັບ​ຮອງຢ່າງ​ເປັນ​ເອ​ກະ​ພາບ​ກັນ​ຈາກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ. ນີ້​ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ໃຫ້​ປະ​ເທດ​ອາ​ຊຽນ​ແລະ​ຈີນ​ຮ່ວມ​ກັນ​ຍົກ​ຄວາມ​ສາ​ມາດ​ໃນ​ການ​ຮັກສາຄວາມ​ໝັ້ນ​ຄົງ​ດ້ານ​ສາ​ທາ​ລະ​ນ​ະ​ສຸກ​ຂອງ​ພາກ​ພື້ນ​ເທົ່າ​ນັ້ນ ຍັງ​ຊຸກ​ຍູ້​ໃຫ້​ກາ​ນ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວຂຶ້ນ​ສູ່​ລະ​ດັບ​ໃໝ່​ຫຼັງ​ຈາກ​ໄດ້​ຜ່ານ​ຜ່າ​ການ​ທົດ​ສອບຄັ້ງນີ້.

ເປັນ​ອັນ​ຈະ​ແຈ້ງ​ແລ້ວ​ວ່າ, ໃນ​ການ​ຕໍ່​ຕ້ານ​ກັບ​ພະ​ຍາດ​ໃນ​ຄັ້ງ​ນີ້, ການ​ຊ່ວຍ​ເຫຼືອ​  ດ້າ​ນວັດ​ຖຸ​ແລະ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ໄດ້​ກາຍ​ເປັນ​ຈຸດພົ້ນ​ເດັ່ນ​ແຫ່ງ​ການ​ຮ່ວມ​ມື​ທີ່​ດີ.

ຄົນ​ທັງ​ຫຼາຍ​ໄດ້​ສັງ​ເກດ​ເຫັນ​ວ່າ, ຄຽງ​ຄູ່​ກັບ​ທ່າ​ອຽງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຖືກ​ສະ​ກັດ​ກັ້ນ​ໄວ້​ຢ່າງ​ຈະແຈ້ງ, ໂຮງ​ງານ​ຂອງ​ຈີນ​ນັບ​ມື້​ນັບ​ຫຼາຍ​ໄດ້​ຟື້ນຟູ​ການ​ຜະ​ລິດ​ຄືນ  ​ໃໝ່. ຍ້ອນ​ການ​ເຄື່ອນ​ໄຫວ​ທີ່​ແຂງ​ແຮງ​ຂອງ​ຈີນ ບວກ​ກັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຂອງປະຊາຄົມ​ໂລກ, ເຮັດ​ໃຫ້​ຕ່ອງ​ໂສ້​ການ​ຜະ​ລິດ​ຂອງ​ທົ່ວໂລກ​ໄດ້​ກັບຄືນມາເຄື່ອນໄຫວໄດ້​ຢ່າງ​ໜັກ​ແໜ້ນ, ນີ້​ກໍ່​ເປັນ​ການ​ຢືນ​ຢັນ​ເຖິງ​ກຳ​ລັງ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແລະ​ການຮ່ວມ​ມື​ກັນ.

ຫວ່າງ​ມໍ່ໆມາ​ນີ້ ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ຫາ​ສາ​ກົນ​ຊຽງ​ໄຮ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ທີ່​ພາດ​ຫົວ​ຂໍ້ວ່າ: ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ຄື ບັ້ນ​ຮົບ​ຕັດ​ສິນ​ຊີ້​ຂາດ ໂດຍ​ຊີ້​ອອກວ່າ, ພາຍ​ໃຕ້​ສະ​ພາບ​ສຸກ​ເສີນ​ຂອງ​ທົ່ວ​ໂລກ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຄົມ​ໂລກ​ຕ້ອງ​ການ​ຄວາມ​ສາ​ມັກ​ຄີ​ແລະ​ການປະ​ສານ​ສົມ​ທົບ​ກັນ​ຂອງ​ສາ​ກົນ, ຫາ​ກບໍ່ແມ່ນ​ຄຳ​ເວົ້າ​ທີ່ຮຸນ​ແຮງ ​ແລະ ​ການມີ​ປະ​ຕິ​ກິ​ລິ​ຍາ​ເກີນ​ຂອບ​ເຂດ.

“ຄວາມ​ສາ​ມັກ​ຄີ​ແລະການ​ຮ່ວມ​ມື​ກັນມີ​ຄວາມ​ເຂັ້ມ​ແຂງ ແລະ ອາຍຸຍືນ​ທີ່​ສຸດ” ຄຳ​ເວົ້າ​ຂອງ​ທ່ານ​ສີ​ຈີ້ນ​ຜິງ​ທີ່ກ່າວ​ໃນ​ຈົດ​ໝາຍ​ຕອບ​ທ່ານ​ບິ​ວ ເກດ ໄດ້​ຊີ້​ແຈ້ງ​ທິດ​ທາງ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ​ໃນ​ການ​ຮ່ວມ​ມື​ກັນເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກຄວາມ​ສ່ຽງນັ້ນເອງ.

ຄຳ​ເຫັນ

0